ຍັງອີກ 2 ມື້ເທົ່ານັ້ນ!!! ແຕ່ຍັງມີພາຫະນະຫຼາຍກວ່າ 7 ແສນຄັນບໍ່ທັນໄດ້ເສຍຄ່າທຳນຽມທາງ

ລັດຖະບານ ໄດ້ກຳນົດການເສຍຄ່າທຳນຽມທາງໃນປີນີ້ຈະສິ້ນສຸດ ໃນວັນທີ 30 ມິຖຸນາ 2019 ນີ້ ຄືຍັງອີກ 2 ມື້ເທົ່ານັ້ນ.  ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຮ່ວມກັບສ່ວຍສາອາກອນ, ທະນາຄານການຄ້າຕ່າງປະເທດລາວ ມາຫາຊົນ ແລະ ພາກສ່ວນກ່ຽວຂ້ອງເລີ່ມທົດລອງຕັ້ງດ່ານກວດພາຫະນະທີ່ບໍ່ເສຍຄ່າທໍານຽມທາງແລ້ວ

ຜ່ານການກວດກາໃນໄລນະເບື້ອງຕົ້ນ ຍັງມີພາຫະນະຫຼາຍກວ່າ 7 ແສນຄັນບໍ່ທັນໄດ້ເສຍຄ່າທຳນຽມທາງ. ດັ່ງນັ້ນ, ຖ້າຫາກວ່າລົດຂອງທ່ານຍັງບໍ່ທັນເສຍຄ່າທຳນຽມທາງ ໃຫ້ຮີບຮ້ອນເຂົ້າໄປພົວພັນກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອປະຕິບັດຕາມແຈ້ງການດັ່ງກ່າວ.

ຖ້າລົດຂອງທ່ານມີເອກະສານຖືກຕ້ອງ ແລະ ເສຍຄ່າທຳນຽມທາງແລ້ວ ການເດີນທາງຂອງທ່ານຈະສະດວກສະບາຍຂຶ້ນ ແລະ ຮຽກຮ້ອງໃຫ້ບັນດາທ່ານທີ່ຍັງບໍ່ທັນໄດ້ໄປເສຍຄ່າທຳນຽມທາງ ຈົ່ງສະຫຼະເວລາໃນການເຮັດທຸລະກິດສ່ວນຕົວ ແລະ ສ່ວນລວມໄປຈ່າຍຕາມເວລາທາງລັດຖະການ.

Comments