ລັດຖະບານ ກຳລັງພິຈາລະນາ ນໍາໃຊ້ລາຄາໄຟຟ້າໃຫ້ມີລາຄາດຽວ, ພ້ອມຫຼຸດ 50% ສຳລັບຜູ້ມີລາຍຮັບຕ່ຳ

ຄະນະລັດຖະບານ ກໍາລັງຂຸ້ນຂ້ຽວພິຈາລະນາກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ໂດຍຈະນໍາໃຊ້ລາຄາໄຟຟ້າທີ່ມີລາຄາດຽວຄື 700 ກີບ/ກິໂລວັດໂມງ ສຳລັບປະເພດທີ່ຢູ່ອາໃສ, ພ້ອມຈະຫຼຸດລາຄາ 50% ສຳລັບຜູ້ທີ່ມີລາຍຮັບຕ່ຳ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດ ໃນວັນທີ 27 ມິຖຸນາ 2019 ນີ້ວ່າ: ການປັບປຸງລາຄາໄຟຟ້າຄືນໃໝ່ນີ້ ແມ່ນເພື່ອຮັບປະກັນໃຫ້ລາຄາໄຟຟ້າສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແທດເໝາະກັບເປົ້າໝາຍການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້, ທັງຮັບປະກັນໃຫ້ລາຄາໄຟຟ້າມີສະຖຽນລະພາບ ແລະ ບໍ່ມີຜົນກະທົບຕໍ່ການລົງທຶນໃນການພັດທະນາໄຟຟ້າ, ຊຶ່ງລາຄາໃໝ່ນີ້ ຄາດວ່າຈະມີການປະກາດໃຊ້ໃນໄວໆ ພາຍຫຼັງມີແຈ້ງການຂອງລັດຖະບານອອກມາ.
ໃນປັດຈຸບັນ, ການຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໃສມີ 6 ຂັ້ນ, ຊຶ່ງແຕ່ລະຂັ້ນມີລາຄາທີ່ແຕກຕ່າງກັນ ຈາກລາຄາຕ່ຳສຸດ 348 ກີບ/ກິໂລໂວນ ຈົນໄປຮອດ 999 ກີບ/ກິໂລໂວນ.
ການປັບປຸງຄາລາໄຟຟ້າໃນຄັ້ງນີ້ ສ່ວນໃຫຍ່ແມ່ນຫຼຸດລົງ, ບໍ່ມີການເພີ່ມຂຶ້ນໃນປະເພດໃດໆເລີຍ ແຕ່ຈະມີຈຳນວນໜຶ່ງທີ່ຍັງຮັກສາໄວ້ຄືເກົ່າ ເນື່ອງຈາກວ່າເປັນການດຳເນີນທຸລະກິດທີ່ເຫັນວ່າມີປະສິດທິຜົນຢູ່.

ໂດຍ: ຊາຍຄົນເດີມ

ທີ່ມາ: ຂ່າວສານປະເທດລາວ.

Comments