Iron OX ຜູ້ຊ່ວຍວຽກກະສິກໍາ ຍຸກໃໝ່…

ກະສິກໍາ ຂຶ້ນຊື່ວ່າເປັນຂະແໜງການຫຼັກຂອງປະເທດເຮົາ ປະຊາຊົນສ່ວນຫຼາຍມີອາຊີບເປັນຊາວກະສິກອນ, ຄົນສ່ວນຫຼາຍກໍລື້ງເຄີຍກັບການໃຊ້ແຮງງານຄົນ, ແຮງງານສັດ ແລະ ເຄື່ອງຈັກເຂົ້າໃນການເຮັດກະສິກໍາ ເຊິ່ງກໍຈະມີວິວັດທະນາການ ປ່ຽນແປງໄປຕາມແຕ່ລະຍຸກ ແຕ່ລະສະໄໝ. ແຕ່ຫຼັກໆແລ້ວກໍແມ່ນການໃຊ້ແຮງງານຄົນເປັນສ່ວນຫຼາຍ ເພາະວ່າເຄື່ອງຈັກທີ່ນໍາເຂົ້າມານັ້ນກໍເປັນພຽງຕົວຊ່ວຍບາງຢ່າງ ແຕ່ຖ້າຈະນໍາມາໃຊ້ແທນແຮງງານຄົນແທ້ໆກໍຍັງເປັນໄປບໍ່ໄດ້ເທື່ອ. ແຕ່ປັດຈຸບັນ ຍ້ອນການພັດທະນາທາງດ້ານເຕັກໂນໂລຊີຢ່າງກ້າວກະໂດດ ຈົນເຮັດໃຫ້ມີການສ້າງ “ຫຸ່ນຍົນ” ທີ່ສາມາດເຂົ້າມາເຮັດວຽກໃນຂົງເຂດກະສິກໍາ ແທນແຮງງານຄົນໄດ້ເກືອບທັງໝົດ ເລີ່ມຕັ້ງແຕ່ການກ້າແນວພັນພືດ, ຈັດສັນພື້ນທີ່ໃຫ້ໃໝ່ເມື່ອຕົ້ນເຕີບໃຫຍ່ຂຶ້ນ ໄປຈົນເຖິງການກໍາຈັດແມງໄມ້ ແລະ ປາບສັດຕູພືດ…

ສໍາລັບຄວາມຄິດສຸດລໍ້າໜ້າຂອງຫຸ່ນຍົນຕົວນີ້ ໄດ້ມາຈາກ ບໍລິສັດ ຊານຄາລອດ ໃນລັດແຄລິຟໍເນຍ ປະເທດ ສະຫະລັດອາເມຣິກາ ໂດຍເປັນບໍລິສັດທໍາອິດ ທີ່ອາໄສຫຸ່ນຍົນພຽງ 2 ຕົວເຂົ້າມາເບິ່ງແຍງ ແລະ ເກັບກ່ຽວຜົນຜະລິດ, ເຊິ່ງມີລັກສະນະເປັນສວນຜັກໃນຮົ່ມ, ປູກຜັກແບບ”ໄຮໂດຣໂປນິກ” ຫຼື ການປູກພືດຜັກໂດຍບໍ່ໃຊ້ດິນເລີຍ. ຫຸ່ນຍົນຕົວທໍາອິດມີນໍ້າໜັກ 1.000 ປອນ ແລະ ມີຂະໜາດເທົ່າກັບລົດຄັນໜຶ່ງ ເຮັດໜ້າທີ່ໃນການຈັບຖາດແນວພັນພືດ ແລະ ເຄື່ອນຍ້າຍໄປຍັງສ່ວນຕ່າງໆຂອງເຮືອນແກ້ວ, ສ່ວນຫຸ່ນຍົນຕົວທີ່ 2 ມີລັກສະນະເປັນແຂນ ເຮັດໜ້າທີ່ເບິ່ງແຍງຄວາມຮຽບຮ້ອຍໃນສ່ວນອື່ນໆເຊັ່ນ: ການກ້າແນວພັນ ແລະ ການປູກຜັກເປັນຕົ້ນ. ເມື່ອຕົ້ນຜັກໃຫຍ່ເຕັມທີ່ ຫຸ່ນຍົນຕົວທໍາອິດຈະຍ້າຍຕົ້ນຜັກໄປພື້ນທີ່ສໍາລັບການປະມວນຜົນ ແລະ ກວດສອບຄຸນນະພາບ ໂດຍແຂນ (ຫຸ່ນຍົນຕົວທີສອງ) ຈະເຮັດໜ້າທີ່ຍ້າຍຕົ້ນຜັກນ້ອຍທີ່ຢູ່ໃນຖາດແບບໜ້າແໜ້ນ ໄປຍັງຈຸດທີ່ຕ້ອງການປູກ ເພື່ອໃຫ້ມີພື້ນທີ່ໃນການຈະເລີນເຕີບໃຫຍ່ຫຼາຍຂຶ້ນ. ຫຸ່ນຍົນທີ່ປຽບດັ່ງຜູູ້ຊ່ວຍກະສິກໍາຍຸກໃໝ່ນີ້ ບໍ່ພຽງແຕ່ຈະສາມາດເຄື່ອນຍ້າຍພືດຜັກຕ່າງໆໄດ້ຢ່າງມີປະສິດຕິພາບເທົ່ານັ້ນ ແຕ່ດ້ວຍການໃຊ້ Machine Learning ຫຼື ການຮຽນຮູ້ຂອງເຄື່ອງຈັກ ແລະ AI ຫຼື ປັນຍາປະດິດ ຈຶ່ງເຮັດໃຫ້ສາມາດກວດເບິ່ງສັດຕູພືດ ແລະ ພະຍາດ ລວມໄປເຖິງກໍາຈັດຕົ້ນຜັກທີ່ຕິດເຊື້ອພະຍາດກ່ອນທີ່ຈະສ້າງບັນຫາ ຫຼືຂະຫຍາຍໄປຫາຕົ້ນອື່ນໆໄດ້ອີກດ້ວຍ.

ສໍາລັບຫຸ່ນຍົນ Iron OX ແມ່ນໄດ້ມີການທົດລອງໃຊ້ຕົວຈິງແລ້ວໃນປະເທດສະຫະລັດອາເມຣິກາ ໃນການປູກຜັກ, ໝາກເລັ່ນ ແລະ ຜັກອື່ນໆອີກໃນສວນທີ່ເປັນເຮືອນແກ້ວ. ທ່ານ Brandon Alexander ຜູ້ຮ່ວມກໍ່ຕັ້ງ ແລະ CEO ບໍລິສັດ ບອກວ່າ: ເຮົາສາມາດເຮັດສວນທີ່ໃຊ້ຫຸ່ນຍົນໃນການເບິ່ງແຍງພື້ນທີ່ແບບໃນຮົ່ມ ຫຼື ເຮືອນແກ້ວນີ້ ຖ້າທຽບກັບການເຮັດສວນແບບກາງແຈ້ງແລ້ວ ແມ່ນຕ່າງກັນຫຼາຍ ໂດຍສະເພາະເລື່ອງຄວາມສົດໃໝ່ຂອງພືດຜັກ ເຊິ່ງເປັນການມອບສິ່ງດີໆໃຫ້ກັບຜູ້ບໍລິໂພກນໍາ, ທາງບໍລິສັດຈຶ່ງຕ້ອງການສ້າງຟາມຂະໜາດນ້ອຍທີ່ໃກ້ກັບສູນກາງຂອງເມືອງຕ່າງໆຫຼາຍຂຶ້ນ ເພາະຈະເຮັດໃຫ້ເວລາຂອງການເດີນທາງແຕ່ສວນໄປຫາຮ້ານຂາຍເຄື່ອງໃກ້ກັນຫຼາຍຂຶ້ນ ກໍຈະເປັນການຮັກສາຄວາມສົດໃຫ້ກັບພືດຜັກຫຼາຍຂຶ້ນໄປນໍາ.

ບັນດາທ່ານ ເຖິງວ່າແນວຄວາມຄິດນີ້ຈະເປັນຄວາມຄິດຂອງບໍລິສັດໃນຕ່າງປະເທດ ແລະ ນໍາໃຊ້ແຕ່ໃນຕ່າງປະເທດ, ຖ້າສົມທຽບມາໃສ່ບ້ານເຮົາ ກໍຍັງເປັນເລື່ອງທີ່ໄກຕົວພໍສົມຄວນ ຫຼື ຖ້າຈະນໍາເຂົ້າແທ້ໆ ຜູ້ປະກອບການກໍຕ້ອງໃຊ້ທຶນອັນມະຫາສານ ເພາະເປັນຫຸ່ນຍົນທີ່ມາໃຊ້ແທນແຮງງານຄົນທັງໝົດ. ອີງຕາມສະພາບແວດລ້ອມ ແລະ ການກະສິກໍາໃນບ້ານເຮົາກໍຍັງມີຄວາມຈໍາເປັນທີ່ຈະຕ້ອງໃຊ້ແຮງງານຄົນເປັນຫຼັກຢູ່ ຈຶ່ງຄິດວ່າຍັງອີກດົນຖ້າຈະເອົາມາໃຊ້ຢູ່ບ້ານເຮົາ. ແຕ່ກໍຖືວ່າເປັນ Idea ແລະ Guideline ໃຫ້ກັບກະສິກໍາຍຸກໃໝ່ບໍ່ເບິ່ງຂ້າມຕົວຊ່ວຍ ແລະ ເຄື່ອງມືດີໆ ທີ່ອາດຈະມາປະຍຸກ ແລະ ປັບໃຊ້ໃຫ້ເຂົ້າກັບສະພາບການບ້ານເຮົາໄດ້ອະນາຄົດ.

Iron Ox helping farmers in the modern era

Agriculture is our country’s main sector and most people work as farmers for a living. Most people are accustomed to using human labor, animal labor, and machines in their agriculture, something which has gradually evolved over the ages but in principle, mainly human labor has been used because imported machines can only help with certain things and are yet unable to replace human labor. Now, however, due to a leap forward in technological development, robots are being built which can work in the agriculture sector in place of humans for almost all tasks – from planting seeds for crops to allocating new areas as expansion takes place, right up to dealing with insects and other pests.

This latest robotics technology comes from the Santa Claus company in the State of California, the United States of America (USA) and is the first company which uses just two robots to take care of and harvest production yields. They grow their crops in greenhouses and use hydroponics or the planting of vegetables without using soil. The first robot weighs 1,000 lb and is as large as an automobile. This robot performs the task of holding the seedling trays and moving them to locations around the greenhouse. The second robot is like an arm and performs the task of looking after each stage, such as planting and replanting, for example.  When the vegetable plant has grown to the right size, the first robot carries it to an assessment area and the second robot examines its quality using its arm. It will then fulfill the task of moving small plants in the seed trays to the places it wishes to plant them in order for them to have more space to grow. The robots which are being compared to assistant farmers of the modern era are not only able to move crops around efficiently but can also learn using artificial intelligence (AI) and think creatively, allowing them to check for pests and diseases while also dealing with infected plants before they create a problem or the infection spreads to other plants.

Iron Ox has been tested in practice in the USA for planting vegetables, tomatoes, and other greenhouse crops. Brandon Alexander, the founder and CEO of the company explains that “We can create a farm which uses robots to look after the area in the greenhouse. Compared to outdoor farming, this is completely different, especially when it comes to the freshness of the crops, so we are giving something extra to the consumer. The company must therefore build more small farms near to urban centers because this saves time traveling from the farms to the stores and preserves the freshness of the crops”.

This is a foreign idea used overseas and it is quite far off for us in Laos but if you really want to do it, you would have to invest massively because the robots fully replace the human labor. Based on the environment and agriculture in our country, human labor will remain primary and it will be a long time before this technology is put to use here but it is an idea and option for farmers of the modern era and should not be overlooked. Good tools could be adapted and used consistently with the circumstances of our country in the future.

Comments