Author Archives: Paeng KC

ໂຄງການສະໜັບສະໜູນໄວໜຸ່ມ ຈາກບັນດາປະເທດລຸ່ມແມ່ນໍ້າຂອງ ຕໍ່ສູ້ກັບພະຍາດທີ່ຍຸງເປັນພາຫະນໍາເຊື້ອ

ສະຫະລັດອາເມລິກາ ສືບຕໍ່ແບ່ງປັນຄວາມຮູ້ ແລະ ຮ່ວມມືກັບບັນດານັກວິທະຍາສາດໄວໜຸ່ມ ກ່ຽວກັບບັນດາສິ່ງທ້າທາຍດ້ານສຸຂະພາບທີ່ສໍາຄັນ. ໃນວັນທີ 1 ກໍລະກົດ 2019,ເຈົ້າໜ້າທີ່ຈາກສະຖານທູດສະຫະລັດອາເມລິກາ, ກະຊວງສາທາ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບຄະນະນັກວິທະຍາສາດ 33 ທ່ານ ຈາກປະເທດລາວ, ກໍາປູເຈ້ຍ, ມຽນມ້າ, ໄທ ແລະ ຫວຽດນາມ ເພື່ອຮ່ວມສະເຫຼີມສະຫຼອງເປີດໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້​ລິ​ເລີ່​ມ​ແມ່​ນ້ຳຂອງ​ຕອນ​ລຸ່ມ-ສະຫະລັດອາ​ເມ​ລິ​ກາ (the Lower Mekong Initiative Young Scientists Program). ການຈັດງານຄັ້ງນີ້ເປັນເຈົ້າພາບໂດຍ ຄະນະວິສະວະກໍາຂອງມະຫາວິທະຍາໄລແຫ່ງຊາດ (NUOL) ເພື່ອສະເຫຼີມສະຫຼອງພາລະກິດພາກສະໜາມປະຈໍາປີ ຂອງໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້​ລິ​ເລີ່​ມ​ແມ່​ນ້ຳຂອງ​ຕອນ​ລຸ່ມ-ສະຫະລັດອາ​ເມ​ລິ​ກາ ທີ່ຈັດຂື້ນເປັນປີທີ 2 ເຊິ່ງແມ່ນໂຄງການລິເລີ່ມການພັດທະນາວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ  (STEM) ລະດັບພາກພື້ນ ທີ່ໄດ້ຮັບທຶນໂດຍ ສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍ ມະຫາວິທະຍາໄລລັດອາຣິໂຊນາ. ໂຄງການນີ້ ແນໃສ່ສະໜັບສະໜູນ ແລະ ສົ່ງເສີມການຮ່ວມມືດ້ານວິທະຍາສາດ ໃນເຂດສາມຫຼ່ຽມລຸ່ມແມ່ນໍ້າຂອງ  ແລະ ສົ່ງເສີມການແບ່ງປັນຄວາມຮູ້ກ່ຽວກັບວິທີການປະຕິບັດທີ່ດີທີ່ສຸດດ້ານວິທະຍາສາດ ແລະ ...

Read More »

ຮູ້ຈັກ! ທົ່ງໄຫຫີນ ມໍລະດົກໂລກແຫ່ງທີ 3 ເພື່ອກຽມຄວາມພ້ອມ ຕ້ອນຮັບນັກທ່ອງທ່ຽວ

ທົ່ງໄຫຫີນ ແຂວງຊຽງຂວາງ (Megalithic Jar Sites in Xieng Khuang) ໄດ້ຖືກພິຈາລະນາ ຮັບຮອງເປັນມໍລະດົກໂລກອີກແຫ່ງໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ (43rd Session of the World Heritage Committee) ຢ່າງເປັນທາງການ ໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວຂອບໃຈຕໍ່ການສະໜັບສະໜຸນຂອງສູນມໍລິດົກໂລກ ອົງການອຸຍເນສະໂກ ລວມທັງບັນດາຄະນະກຳມະການສູນມໍລະດົກໂລກ, ບັນດາອົງການທີ່ປຶກສາທີ່ກ່ຽວຂ້ອງ ລວມທັງຜູ້ຊ່ຽວຊານ ICOMOS ທີ່ໄດ້ໃຫ້ການສະໜອງສະໜູນການຮັບຮອງເອົາທົ່ງໄຫຫີນເປັນມໍລະດົກໂລກ ແລະ ປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາແຫຼ່ງບູຮານສະຖານດັ່ງກ່າວ. ອີງຕາມຂໍ້ມູນຈາກກົມມໍລະດົກໂລກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຕອນເຊົ້າມື້ນີ້ 6 ກໍລະກົດ 2019 ວ່າ ກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ທີ່ບາກູ, ປະເທດອາແຊັກບາຍຊານ ໄດ້ປະກາດຮັບຮອງເອົາແຫຼ່ງທ່ອງທ່ຽວຂອງລາວ ທົ່ງໄຫຫີນ ທີ່ແຂວງຊຽງຂວາງເຂົ້າໃນບັນຊີເປັນມໍລະດົກໂລກຢ່າງເປັນທາງການແລ້ວ. ...

Read More »

ສະຫະລັດອາເມຣິກາ ສະຫຼອງວັນປະກາດເອກະລາດ ພ້ອມດ້ວຍ ບັນດາທ່ານຜູ້ນຳລາວ

ເພື່ອສະເຫຼີມສະຫຼອງການປະກາດເອກະລາດ ສະຫະລັດອາເມຣິກາ ຄົບຮອບ 243 ປີ,​ ສະຖານທູດສະຫະລັດ ອາເມຣິກາ ໄດ້ຈັດງານລ້ຽງສະຫຼອງຂຶ້ນ ທີ່ໂຮງແຮມ ໃນ ວັນທີ 2 ເດືອນກໍລະກົດ 2019. ງານລ້ຽງສະຫຼອງໃນປີນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້  ສິດທິໃນການເລືອກຕັ້ງ, ໂດຍສະເພາະແລ້ວ ແມ່ນເນັ້ນໜັກໃຫ້ເຫັນເຖິງ ຄົບຮອບ 100 ປີທີ່ຜູ້ຍິງມີສິດທິເຂົ້າຮ່ວມໃນການເລືອກຕັ້ງຢູ່ໃນສະຫະລັດອາເມຣິກາ. ທ່ານ ລັດຖະມົນຕີ ກະຊວງແຜນການແລະການລົງທຶນ ປອ. ສຸພັນ ແກ້ວມີໄຊ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຮັບກຽດເປັນແຂກກິຕິມະສັກ ຕາງໜ້າໃຫ້ແກ່ ລັດຖະບານ ສປປ ລາວ ເຂົ້າຮ່ວມໃນງານ.  ພ້ອມດຽວກັນນີ້ ສະຖານທູດ ສະຫະລັດອາເມຣິກາກໍຖືເປັນກຽດ ທີ່ໄດ້ຕ້ອນຮັບ ທ່ານ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ, ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສືກສາທິການແລະ ກິລາ,​ ທ່ານ ປອ ຄໍາແພງ ໄຊສົມແພງ  ລັດຖະມົນຕີ ...

Read More »

ທົ່ວນະຄອນຫຼວງວຽງຈັນ ມີຜູ້ເປັນໄຂ້ຍຸງລາຍ 2.018 ກໍລະນີ ເສຍຊີວິດ 6 ຄົນ

ທ່ານ ນາງ  ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ:  ສະພາບການເກີດພະຍາດໄຂ່ຍຸງລາຍ ຢູ່ໃນນະຄອນຫຼວງວຽງຈັນ ໃນປັດຈຸບັນນີ້ ເຫັນວ່າ ຍັງມີທ່າອ່ຽງເພີິ່ມຂຶ້ນ ເຊິ່ງວ່າຕົວເລກລາຍງານຂອງນະຄອນຫຼວງວຽງຈັນຮອດມື້ວານນີ້ ວັນທີ 5 ກໍລະກົດ 2019 ລວມ 6 ເດືອນຕົ້ນປີແມ່ນ ມີທັງໝົດ 2.018 ກໍລະນີແລ້ວ  ເສຍຊີວິດ 6 ກໍລະນີ ເຫັນວ່າເພີ່ມຂຶ້ນຫຼາຍຈາກປີ 2018 ໝົດປີ ມີຄົນເປັນພະຍາດໄຂ້ຍຸງທັງໝົດ 1.206 ກໍລະນີ ເສຍຊີວິດ 2 ກໍລະນີ ເທົ່ານັ້ນ. ນັບຕັ້ງແຕ່ຕົ້ນປີ ນະຄອນຫຼວງ ແມ່ນມີຄົນເປັນພະຍາດໄຂ້ຍຸງລາຍເສຍຊິວິດເຖິງ 4 ກໍລະນີ ໂດຍອີງຕາມການຄາດຄະເນ ຂອງລະບາດວິທະຍາ ໄດ້ຄາດຄະເນແລ້ວວ່າປີນີ້ 2019 ຈະມີການເກີດພະຍາດໄຂ້ຍຸງລາຍ ລະບາດຫຼາຍຂຶ້ນ ແລະທາງສາທານະຄອນຫຼວງກໍໄດ້ກຽມພ້ອມ. ໂດຍທ່ານເຈົ້າຄອງກໍໄດ້ອອກຄຳສັ່ງແນະນຳ ຕັ້ງແຕ່ເດືອນມັງກອນ 2019  ໃຫ້ແຕ່ລະພາກສ່ວນເອົາໃຈໃສ່ໃນການເຝົ້າລະວັງຕິດຕາມ ແລະ ເຮັດຂະບວນການທຳລາຍແຫຼງເພາະພັນຂອງຍຸງ ເພື່ອບໍ່ໃຫ້ມີລະນີເກີດພະຍາດໄຂ້ຍຸງລາຍຫຼາຍຂຶ້ນ. ນອກຈາກນີ້, ກໍຍັງມີຄຳສັ່ງແນະນຳຂອງລັດຖະມົນຕີ ສາທາລະນະສຸກ ແລະ ຂອງຫ້ອງວ່າການນະຄອນຫຼວງ ...

Read More »

ການຈັດຕັ້ງປະຕິບັດຄຸ້ມຄອງລົດປະຈໍາຕໍາແໜ່ງຂອງການນໍາລະດັບສູງ ຍັງປະສົບຄວາມຫຍຸ້ງຍາກຫຼາຍ

ການຈັດຕັ້ງປະຕິບັດດໍາລັດ ເລກທີ 15/ນຍ ລົງວັນທີ 5 ມັງກອນ 2017 ວ່າດ້ວຍການປະ ກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງຂອງພະນັກງານການນໍາລະດັບສູງ ຍັງເປັນໄປໄດ້ຍາກ ແລະ ພົບຄວາມຫຍຸ້ງຍາກຫຼາຍຢ່າງ ຊຶ່ງລັດຖະບານຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ດີຂຶ້ນ ເພື່ອໃຫ້ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ. ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ຊຶ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຜ່ານມາໄດ້ເຮັດສໍາເລັດແຕ່ໃນລະດັບການນໍາສູງສຸດ ແຕ່ໃນລະດັບຮອງລົງມາແມ່ນໄດ້ປະກອບລົດຈໍານວນໜຶ່ງໃຫ້, ແຕ່ຍັງບໍ່ທັນສໍາເລັດເທື່ອ. ສ່ວນການຈັດຕັ້ງປະຕິບັດດໍາລັດສະບັບນີ້ກັບບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ແຕ່ນາຍົກລັດຖະມົນຕີໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລົງໄປກວດກາເບິ່ງຕົວຈິງວ່າ ລັດຖະມົນຕີ ແລະ ຮອງລັດຖະມົນຕີແຕ່ລະທ່ານ ມີລົດປະຈໍາຕໍາແໜ່ງຈັກຄັນ ແລະ ຖືກຕ້ອງຕາມລະບຽບການຫຼືບໍ່. ຖ້າຫາກທ່ານໃດມີລົດປະຈໍາຕໍາແໜ່ງເກີນກໍານົດຕ້ອງສົ່ງຄືນ ຫຼື ຖ້າທ່ານໄດ້ຢາກໄດ້ຍ້ອນນໍາໃຊ້ມາດົນແລ້ວ ກໍ່ຕ້ອງໄດ້ຕີລາຄາ ແລະ ຊື້ເອົາ. ສ່ວນໃນລະດັບແຂວງແມ່ນຫຍຸ້ງຍາກຫຼາຍເພາະລັດຖະບານບໍ່ມີງົບປະມານເພື່ອຊື້ລົດໃໝ່ໄປທົດແທນໃຫ້ການນໍາສູງສຸດຂອງແຂວງໄດ້ ຈຶ່ງຕ້ອງປ່ອຍໃຫ້ປະຕິບັດໄປຕາມທີ່ມີຢູ່ໄປກ່ອນ. ນອກຈາກນີ້, ໃນລະດັບຂັ້ນກົມຕ່າງໆ, ລັດຖະບານພວມຄົ້ນຄ້ວາຈະອອກດໍາລັດໃໝ່ໃຫ້ໄດ້ ເພາະມັນກ້ວາງຂວາງ ແລະ ກະທົບຫຼາຍທີ່ສຸດ. ...

Read More »

ລັດຖະບານລາວ ກຽມສ້າງວິທະຍາໄລເຕັກນິກ ການລົດໄຟ ເພື່ອຮອງຮັບການນຳໃຊ້ລົດໄຟລາວ-ຈີນ

ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຈຳເປັນທີ່ຈະຕ້ອງໃຊ້ພະນັກງານຫຼາຍພັນຄົນເພື່ອເຮັດວຽກພາຍຫຼັງການເປີດນຳໃຊ້ໃນປີ 2021, ສະນັ້ນທາງລັດຖະບານລາວມີແຜນຮ່ວມກັບການຊ່ວຍເຫຼືອຈາກ ລັດຖະບານຈີນ ທີ່ຈະສ້າງວິທະຍາໄລວິຊາຊີບເຕັກນິກການທາງລົດໄຟລາວຂຶ້ນ ເພື່ອຕອບສະໜອງ ຊ່ຽວຊານທີ່ເປັນມືອາຊີບເຮັດວຽກໃນໂຄງການດັ່ງກ່າວ. ທ່ານ ຮສ. ດຣ ກອງສີ ແສງມະນີ ຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດກັບສື່ມວນຊົນລາວວ່າ: ວິທະຍາໄລດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການອອກແບບ ແລະ ກໍ່ໃກ້ຈະສຳເລັດແລ້ວ. ປັດຈຸບັນພວກເຮົາກຳລັງຖ້າການອອກແບບຈາກປະເທດຈີນ ແລະ ຄິດວ່າ ໂຄງການກໍ່ສ້າງອາດຈະໄດ້ເລີ່ມໃນທ້າຍປີນີ້. ເຊິ່ງວ່າທາງລົງໄຟ 1 ກິໂລແມັດ ຕ້ອງການຄົນເບິ່ງແຍງ 15 ຄົນ ແບ່ງເປັນວິສະວະກອນ ແລະຊ່າງເຕັກນິກ ເຊິ່ງວິທະຍາໄລດັ່ງກ່າວຈະຊ່ວຍກຽມແຮງງານທີ່ມີທັກສະ ແລະຈ້າງແຮງງານທ້ອງຖິ່ນອີກດ້ວຍ ການກໍ່ສ້າງຈະຕັ້ງຢູ່ໃກ້ກັບເຂດສະໜາມກິລາແຫ່ງຊາດຫຼັກ 16 ແລະ ຄາດວ່າຈະໃຊ້ເວລາ 2 ປີ ໃຫ້ສຳເລັດ, ປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງພະນັກງານຄູ 30 ກວ່າຄົນ ໄປສຶກສາອບຮົມຢູ່ທີ່ປະເທດຈີນເພື່ອກ້ຽມພ້ອມສຳລັບວິທະຍາໄລດັ່ງກ່າວ ຫາກການກໍ່ສ້າງສຳເລັດວິທະຍາໄລແຫ່ງໃຫມ່ຈະເປັນສອນ 6 ຫຼັກສູດ ແລະຮັບນັກຮຽນປະມານ 300 ຄົນຕໍ່ປີ ໂດຍທີ່ນັກຮຽນຈະໄດ້ຮຽນຮູ້ກັບທຸກສ່ວນທີ່ກ່ຽວຂ້ອງກັບເຄື່ອງຈັກທາງລົດໄຟ ລວມເຖິງການຂັບລົດໄຟ ການບໍລິການສະຖານີ ແລະການສ້ອມແປງ ບຳລຸງຮັກສາ ...

Read More »

ແຂວງຊຽງຂວາງ ຍັງຈະສືບຕໍ່ລົງວິໄນພະນັກງານຕື່ມອີກ, ພາຍຫຼັງປະກາດໄປແລ້ວ 33 ຄົນ

ອຳນາດການປົກຄອງແຂວງຊຽງຂວາງ ຍັງຈະສືບຕໍ່ລົງວິໄນພະນັກງານ-ລັດຖະກອນພາຍໃນແຂວງຂອງຕົນຕື່ມອີກຈຳນວນໜຶ່ງ ສຳລັບຜູ້ທີ່ສວຍໃຊ້ໜ້າທີ່ ຫຼື ຕຳແໜ່ງ ເຮັດຜິດລະບຽບກົດໝາຍ ແລະ ເຄື່ອນໄຫວໃນສິ່ງທີ່ບໍ່ຖືກຕ້ອງ ໂດຍສະເພາະແມ່ນການຂຸດຄົ້ນໄມ້ທີ່ບໍ່ຖືກຕ້ອງ. ທ່ານ ​ບຸນຕົ້ນ ຈັນທະພອນ ເຈົ້າ​ແຂວງຊຽງຂວາງ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ຫວ່າງບໍ່ດົນມານີ້ວ່າ: ພາຍຫຼັງທີ່ແຂວງໄດ້ປະກາດລົງວິໄນພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງຈຳນວນ 27 ຄົນ ໃນຕົ້ນເດືອນເມສາທີ່ຜ່ານມາ ແລະ ພະນັກງານລະດັບການນຳອີກ 6 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຂອງຂອງຕົນ ລວມທັງເຮັດຜິດຕໍ່ລະບຽບ ແລະ ກົດໝາຍແລ້ວ ກໍຍັງມີພະນັກງານ-ລັດຖະກອນອີກຈຳນວນບໍ່ໜ້ອຍ ຢູ່ໃນບັນດາເມືອງຕ່າງໆ ແລະ ບາງພະແນກການ ທີ່ຈະຕ້ອງໄດ້ປະຕິບັດລົງວິໄນ, ຊຶ່ງບາງເທື່ອອາດຈະໄດ້ດຳເນີນຜ່ານອົງການຕຸລາການ. ປັດຈຸບັນນີ້, ຄະນະສະເພາະກິດຂອງສູນກາງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງກວດສອບ, ສືບສວນສອບສວນ ແລະ ມີຂໍ້ມູນທັງໝົດແລ້ວ ພຽງແຕ່ວ່າການດຳເນີນການຊິເປັນແນວໃດ ຊຶ່ງອີງຕາມສະຖານໜັກ ຫຼື ເບົາ, ໃນນັ້ນ ສ່ວນໃຫຍ່ແມ່ນກ່ຽວກັບການຂຸດຄົ້ນໄມ້ທີ່ບໍ່ຖືກຕ້ອງ ແລະ ຮອງລົງມາແມ່ນໂຄງການລົງທຶນຂອງລັດ. ຖ້າຫາກເຮົາບໍ່ປະຕິບັດລົງວິໄນເດັດຂາດ ປະຊາຊົນກໍຈະຂາດຄວາມໄວ້ເນື້ອເຊື່ອໃຈ, ການນຳເຮົາ ກໍຈະມີແປ້ວມີແມງໄປຕະຫຼອດ, ...

Read More »

Take it Easy Cafe ເປີດໂຕຢ່າງອົບອຸ່ນ ທີ່ຕຶກ World Trade Center

Take it Easy ເປັນຮ້ານຮ່ວມໂຕຂອງ ນັກວົງດົນຕີ Two Tones style Rock&Roll ມີຫຸ່ນສ່ວນນຳກັນ 4 ທ່ານມາຈາກ 3 ປະເທດຄື: ລາວ, ຈີນ ແລະ ອາເມລິກາ ໂດຍມີ ທ່ານ ຈວນໆເກົ້າ, ທ່ານ ທອມມີ້ ລິ້ມ, ທ່ານ ຄິມ ທະວີສັກ ແລະ ທ່ານນາງ ສຸພັກສອນ ທີລະກຸນ. ງານເປີດໂຕຮ້ານ Take it Easy  Cafe  ໄດ້ມີບັນຍາອົບອຸ່ນ ແລະ ເປັນກັນເອງ ຂອງບັນດາຄອບຄົວ, ໝູ່ເພື່ອນ ທີ່ມາຮ່ວມຍິນດີໃນການເປີດຮ້ານໃໝ່ຄັ້ງນີ້. ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍຂອງ, ວັນທີ 4 ກໍລະກົດ 2019, ຢູ່ທີ່ສູນການຄ້າ World Trade Center ຊັ້ນ 4. Take it Easy Cafe  ເລີ່ມມາຈາກ ວົງດົນຕີ Two Tones ...

Read More »

ຊົມເຊີຍ!!! ແຂວງສະຫວັນນະເຂດ ສົ່ງເສີມໃຫ້ທຸກຄົນ ນຸ່ງຜ້າຝ້າຍລາວ ທຸກໆວັນພຸດ

ຫ້ອງວ່າການ ແຂວງສະຫວັນນະເຂດ ແຈ້ງການລົງວັນທີ 24 ມິຖຸນາ 2019 ເລື່ອງ: ຂໍການຮ່ວມມື ສົ່ງເສີມ ການນຸ່ງຜ້າຝ່າຍລາວ ຊຶ່ງເປັນຜະລິດຕະພັນພາຍໃນ ຂອງແຂວງ ສະຫວັນນະເຂດ ເພື່ອເປັນການ ສົ່ງເສີມຜະລິດຕະພັນຜ້າຝ້າຍລາວ ກໍຄືຜະລິດຕະພັນຂອງຄົນລາວເຮົາເອງ ຫຼຸດຜ່ອນການຊື້ເຄື່ອງນຸ່ງຈາກຕ່າງປະເທດ ເຊິ່ງເປັນຜະລິດຕະພັນຜ້າຝ້າຍຂອງແຂວງສະຫວັນນະເຂດ, ເພື່ອຄວາມຈົບງາມ ແລະ ເປັນເອກະລັກຂອງແຂວງ, ຫ້ອງວ່າການແຂວງສະຫວັນນະເຂດຂໍຖືເປັນກຽດແຈ້ງທິດຊີ້ນຳຂອງກອງປະຊຸມອົງການປົກຕອງແຂວງ ຄັ້ງວັນທີ 28 ພຶດສະພາ 2019 ມາຍັງທ່ານຊາບວ່າດັ່ງນີ້ “ທຸກໆວັນພຸດ ຂໍໃຫ້ພະນັກງານລັດຖະກອນ,​ຄູອາຈານ,​ ນັກສຶກສາ  ໃຫ້ຄວາມຮ່ວມມືສົ່ງເສີມການນຸ່ງຖືຜ້າຝ້າຍລາວ ໂດຍບໍ່ກຳນົດວ່າຈະເປັນສີຫຍັງ ແຕ່ຂໍໃຫ້ສຸພາບ, ຈົບງາມ ແລະ ບໍ່ຂັດກັບວັດທະນະທຳຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ”  ແລະ ໃນມື້ນີ້!!! ວັນພຸດ ກໍໄດ້ມີພະນັກງານລັດຖະກອນ ຈຳນວນໜຶ່ງຂອງແຂວງສະຫວັນນະເຂດ ກໍໄດ້ໃຫ້ການຮ່ວມມື ນຸ່ງຊຸດຜ້າຝ້າຍລາວ ມາເຮັດວຽກ ເຊິ່ງກໍຈົບງາມຫຼາຍ. (ຂອບໃຈຮູບພາບຈາກ ຜູ້ໃຊ້ເຟສບຸກ  Vilayvan Knv )

Read More »

ເປີດຮັບສະໝັກ!!! ນັກເຕະເຍົາວະຊົນລາວ ໄປເຝິກຊ້ອມກັບ ບາເຢິນ ມິວນິກ ແຫ່ງເຢຍລະມັນ

ໂອກາດມາແລ້ວ ອາລິອັນສ໌ ເປີດຄັດນັກເຕະເຍົາວະຊົນລາວ ລຸ້ນໄປຝຶກຊ້ອມກັບ ບາເຢິນ ມິວນິກ ແຫ່ງເຢຍລະມັນ ໃນຕອນເຊົ້າວັນທີ 2 ກໍລະກົດ 2019 ໄດ້ມີພິທີຖະແຫຼງຂ່າວ ເພື່ອເປີດຮັບສະໝັກນັກເຕະ ລຸ້ນເຍົາວະຊົນລາວ ທີ່ມີອາຍຸລະຫວ່າງ 14-16 ປີ,  ໂດຍການເປັນປະທານຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດ ແລະ ທ່ານ ບຸນຖົມ ລໍມະນີ ຮອງຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ບຸນຖົມ ລໍມະນີ ຮອງຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ກ່າວວ່າ: ໂຄງການ Allianz Explorer Camp 2019 ຖືກຈັດຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປີນີ້ຈັດຂື້ນເປັນປີທີ 11 ໂດຍການຮ່ວມມືກັບສະໂມສອນບາເຢີນມິວນິກ ເພື່ອຄັດເລືອກເອົາເຍົາວະຊົນທີ່ມີຄວາມມັກຮັກ ແລະ ມີພອນສະຫວັນໃນກິລາບານເຕະ ໃນຂົງເຂດທົ່ວໂລກທີ່ມີບໍລິສັດອາລິອັນສ໌ ດໍາເນີນທຸລະກິດຢູ່ ໄປເຂົ້າຄ້າຍເຝິກຊ້ອມບານເຕະກັບນັກເຕະ ແລະ ຄູເຝິກຂອງສະໂມສອນ ບາເຢີນ ມິວນິກ ທີ່ປະເທດເຢຍລະມັນ. ...

Read More »