ຜູ້ນຳ ສ.ອາເມລິກາ ພົບປະກັບຜູ້ນຳ ສປປ ເກົາຫລີ ຄັ້ງທີ 3

ອ້າງຕາມແຫຼງຂ່າວ ເຊອຸນ, ວັນທີ 30 ມິຖຸນາ, ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ພົບປະກັບ ທ່ານຄືມຈອງອຶນ ຜູ້ນຳສູງສຸດ ສປປ ເກົາຫລີ ຢູ່ເຂດປອດທະຫານລະຫວ່າງ ຊາຍແດນຂອງ ສອງເກົາຫລີ ເປັນຄັ້ງທີ 3 ລະຫວ່າງ ຜູ້ນຳ ສ.ອາເມລິກາ ແລະ ສປປ ເກົາຫລີ. ຄາດວ່າ ສອງຝ່າຍ ຈະມີການຟື້ນຟູການ ເຈລະຈາ ໂຄງການນີວ ເຄຼຍອີກຄັ້ງ. ການພົບປະຄັ້ງນີ້, ທ່ານ ໂດນັນທຣຳ ໄດ້ເຊື້ອເຊີນ ທ່ານຜູ້ນຳ ສປປ ເກົາຫລີ ໄປຢ້ຽມຢາມ ປະເທດອາເມລິກາ. ຂະນະດຽວກັນນັ້ນ, ທ່ານໂດນັນທຣຳ, ທ່ານຄີມຈອງອຶນ ແລະ ປະທານາທິບໍດີ ສ.ເກົາຫລີ ໄດ້ພົບປະສົນທະນາກັນ ແລະ ເປັນການພົບປະທ່ີ ບໍ່ໄດ້ຄາດໝາຍໄວ້. ນອກຈາກນັ້ນ ທ່ານໂດນັນທຣຳ ແລະ ທ່ານ ຄີມຈອງອຶນ ໄດ້ປຶກສາຫາລືກັນຢ່າງບໍ່ເປັນທາງການ.

ທີ່ມາ: ຂ່າວສານປະເທດລາວ

Comments