ມາເບິ່ງ!!! 6 ພຶດຕິກຳ ທີ່ເຮັດໃຫ້ ເຮັດວຽກ ບໍ່ກ້າວໜ້າ.

  1. ມັກວິພາກວິຈານ (ເວົ້າແຕ່ບໍ່ເຮັດ): ຫຼາຍຄົນມັກເປັນປະເພດວິຈານດີເດັ່ນ ມັກອອກຄໍາຄິດເຫັນ ແບບມີແຕ່ເວົ້າ ແຕ່ບໍ່ມີຜົນງານອອກມາໃຫ້ເຫັນ ນິດໄສແບບນີ້ບໍ່ດີຕໍ່ການພັດທະນາຕົວເອງ ຖ້າຫາກທ່ານຢາກກ້າວໜ້າໃນວຽກງານກໍຕ້ອງໝັ່ນຄິດໃຫ້ຫຼາຍແລ້ວລົງມືເຮັດທັນທີ.

2. ເຮັດວຽກແບບເກົ່າໆຊໍ້າໆ: ພະນັກງານປະຈໍາຫຼາຍໆຄົນທີ່ໄດ້ຮັບໜ້າທີ່ມອບໝາຍແບບເກົ່າໆຊໍ້າກັນຈົນລຶ້ງເຄີຍ ບາງຄົນ 5 ປີແລ້ວເຮັດແບບໃດ ປັດຈຸບັນກໍຍັງເຮັດແບບນັ້ນຄືເກົ່າ ຈົນເຮັດໃຫ້້ເກີດຄວາມລຶ້ງເຄີຍ ຈົນບໍ່ມີການຄົ້ນຄິດຄົ້ນຫາວິທີການເຮັດວຽກແບບໃໝ່ໆໃນການເຮັດວຽກ ສະນັ້ນ, ກໍຢ່າລືມຫາຄວາມຮູ້ຮອບຕົວ ເພື່ອເພີ່ມຄວາມຮູ້ຄວາມສາມາດໃນການເຮັດວຽກໃຫ້ຫຼາຍຂຶ້ນ.

3. ຂາດຄວາມໝັ້ນໃຈ ບໍ່ກ້າຕັດສິນໃຈ: ຖ້າຂາດສິ່ງນີ້ ຖືວ່າຈະເປັນອຸປະສັກ ທີ່ຈະເຮັດໃຫ້ທ່ານບໍ່ສາມາດເລື່ອນຕໍ່າແໜງໄດ້ ເພາະທ່ານບໍ່ສາມາດຕັດສິນໃຈໄດ້ຢ່າງເດັດຂາດ ຫຼາຍຄົນຢ້ານຜົນຈາກການຕັດສິນໃຈຂອງຕົນເອງ (ເຖິງວ່າຈະຍັງບໍ່ເກີດຂຶ້ນກໍຕາມ) ຢ້ານວ່າ ຖ້າຫາກຕັດສິນໃຈລົງໄປແລ້ວເກີດຂໍ້ຜິດພາດໃນການເຮັດວຽກ ຈະກາຍເປັນບັນຫາໃຫຍ່ ເຊິ່ງແນວທາງແກ້ໄຂນັ້ນສາມາດເຮັດໄດ້ໂດຍການປຶກສາຫົວໜ້າ ໂດຍເລົ່າເຖິງບັນຫາ ແລະ ແນວທາງການຕັດສິນໃຈ. ທຳອິດທ່ານອາດຈະຍັງບໍ່ກ້າ ແຕ່ຖ້າໝັ່ນເຝິກຝົນ ໝັ່ນນຳສະເໜີແນວທາງການຕັດສິນໃຈໃຫ້ຫົວໜ້າໄດ້ຮັບຮູ້ເລື້ອຍໆ ຈະຊ່ວຍໃຫ້ທ່ານມີຄວາມໝັ້ນໃຈ ແລະ ກ້າຕັດສິນໃຈໃນທີ່ສຸດ.

4. ມັກເພິ່ງພາຄົນອື່ນຫຼາຍເກີນໄປ: ຫຼາຍຄົນມີເພື່ອນຮ່ວມງານທີ່ດີຄອຍຊ່ວຍເຫຼືອເຮັດໃຫ້ວຽກສໍາເລັດໄປດ້ວຍດີ ຫຼື ບາງຄົນໄດ້ທີມງານທີ່ດີ ມີບັນຫາກໍຈະມີຄົນຊ່ວຍເຫຼືອ ສິ່ງນີ້ອາດສົ່ງຜົນໃຫ້ທ່ານຕິດນິດໄສເພິ່ງພາຄົນອື່ນຫຼາຍຈົນເກີນໄປ ລອງປັບປ່ຽນເປັນການຂໍຄຳແນະນຳຈາກເພື່ອນຮ່ວມງານ, ຄ່ອຍໆຮຽນຮູ້ແລ້ວເຮັດດ້ວຍຕົນເອງເລື້ອຍໆຈະເປັນການດີກວ່າ.

Business Team Discussion Meeting Corporate Concept

5. ບໍ່ມີການວາງເປົ້າໝາຍໃນຊີວິດ: ຄົນເຮັດວຽກຫຼາຍໆຄົນມັກບໍ່ມີເປົ້າໝາຍໃນການເຮັດວຽກຂອງຕົນເອງ ຂໍພຽງແຕ່ໃຫ້ມີວຽກເຮັດກໍພໍ ເຊິ່ງຈຸດນີ້ຈະເຮັດໃຫ້ທ່ານຄ່ອຍໆກາຍເປັນຄົນບໍ່ມີຄວາມກະຕື້ລືລົ້ນເຮັດໃນສິ່ງໃໝ່ໆ ຖ້າຮູ້ຕົວວ່າກຳລັງເປັນແບບນີ້ລອງຕັ້ງເປົ້າໝາຍໃນການເຮັດວຽກແບບໄລຍະສັ້ນໆເຊັ່ນ: ພາຍໃນໜຶ່ງປີ ຈະຕ້ອງເພີ່ມຄວາມສາມາດການເຮັດວຽກໃຫ້ຫຼາຍຂຶ້ນ ສາມາດຊ່ວຍຫົວໜ້າເຮັດວຽກໄດ້ຢ່າງຄ່ອງແຄ້ວ ຫຼື ພາຍໃນໜຶ່ງປີຈະຕ້ອງສາມາດ Present ວຽກໃຫ້ໄດ້ແບບມືອາຊີບ.

6. ບໍ່ລົງທຶນເພື່ອພັດທະນາຕົນເອງ: ຄຳເວົ້າທີ່ວ່າ: “ການຮຽນຮູ້ບໍ່ມີມື້ສິ້ນສຸດ ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ” ນັບວ່າເປັນຄຳເວົ້າທີ່ໃຊ້ໄດ້ຕະຫຼອດ ບາງຄົນເຮັດວຽກມາດົນຈະບໍ່ສົນໃຈການສຶກສາຄົ້ນຄວ້າສິ່ງໃໝ່ໆເພີ່ມ ໂດຍມີເຫດຜົນຫຼາຍຢ່າງເຊັ່ນ: ວຽກທີ່ເຮັດຢູ່ກໍຫຼາຍແລ້ວ ຫຼື ບໍ່ມີເວລາພຽງພໍ ແຕ່ໃນຄວາມຈິງພຽງແຕ່ຈັດສັນເວລາໃຫ້ເປັນທ່ານກໍຈະມີເວລາເຫຼືອສຳລັບການຮຽນຮູ້ເພື່ອພັດທະນາຕົນເອງໃນການເຮັດວຽກ.

ທ່ານລອງສຳຫຼວດຕົນເອງເບິ່ງວ່າມີລັກສະນະນິດໄສທີ່ກ່າວມານີ້ ຫຼື ບໍ່ ເພາະຖ້າຫາກມີນິດໄສແບບນີ້ຫຼາຍຂໍ້ລວມກັນອາດຈະເປັນສາເຫດທີ່ໃຫ້ການເຮັດວຽກຂອງທ່ານບໍ່ກ້າວໜ້າ.

Habits that prevent your career advancement

  1. Only talking (never doing): many people are very good at criticizing, making comments, and talking without actually doing anything. This habit is bad for self-improvement. If you need to advance in your career, you need to both think hard and work hard.
  1. Doing the same thing over and over: many regular staff are assigned the same task over and over. Some people may have been working on the same thing for five years. They then become used to their job without thinking of doing new things or coming up with new ways of working. Therefore, you should always improve your general knowledge in order to increase your ability to do a wider variety of jobs.
  1. Lacking confidence in making decisions: having a lack of confidence and being indecisive will prevent you from being promoted. Several people fear the consequences of their own decisions (even if they are not imminent). The fear of decisions leading to big mistakes can be addressed by consulting with your boss and informing him/her about problems and the reasons for making such decisions. At first, you might not be brave enough to do it, but if you keep trying and offer ways for making decisions to your boss, you will eventually become more confident and decisive.
  1. Depending too much on others: many people have good colleagues to help them complete their work or solve problems when they occur. This might make you become excessively dependent on others. How about waiting before seeking advice from your co-workers and always trying on your own first? This is a good way of learning to be independent.
  1. Lack of goals in life: many workers do not have career goals, they are just happy with the work they do. If you continue like this, your enthusiasm for trying new things will gradually diminish. If you are becoming like that, please try to set yourself some short-term career goals. For instance, within the next year you will try to become more skillful at effectively supporting your boss, or you will learn to make presentations professionally.
  2. Never forget to invest in self-development: the saying “education is endless, keep on studying” is still applicable today. Some people have been working for a long time without expanding their knowledge of new things, using various excuses such as being too busy with work or having insufficient time. In fact, with good time management, you should be able to spare some time for study and self-development.

You can examine yourself to see if you have any of these habits or not because if you do, they can and will prevent your career advancement.

Comments