ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 0764/ກທຄວ.ອຄ ນະຄອນຫຼວງວຽງ ລົງວັນທີ 25 ມິຖຸນາ 2019 ເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໃຫ້ກວດກາຄືນກ່ຽວກັບການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍສຳລັບຜູ້ລົງທຶນຕ່າງປະເທດ ໂດຍໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ດັ່ງນີ້:
1. ກວດຄືນການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດຂາຍຍົກ ແລະ ການຂາຍຍ່ອຍໃຫ້ຄົນຕ່າງປະເທດ ໃຫ້ສອດຄ່ອງກັບເງື່ອນໄຂ ມາດຕາ 13 ຂອງຂໍ້ຕົກລົງວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 1005/ອຄ.ຄພນ ລົງວັນທີ 22 ພຶດສະພາ 2015.
2. ຖ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ຫາກຂຶ້ນທະບຽນວິສາຫະກິດບໍ່ສອດຄ່ອງຕາມເງື່ອນໄຂທຶນຈົດທະບຽນ ແລະ ສັດສ່ວນການຖືຫຸ້ນຕາມທີ່ໄດ້ກຳນົດໄວໃນຂໍ້ຕົກລົງດັ່ງກ່າວໃນຂໍ້ 1 ເທິງນີ້ ແມ່ນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງລົບລ້າງໃບທະບຽນວິສາຫະກິດນັ້ນໂດຍທັນທີ ເວັ້ນເສຍແຕ່ວິສາຫະກິດທີ່ກ່ຽວຂ້ອງໄດ້ມາປັບປຸງໃຫ້ສອດຄ່ອງຕາມເງື່ອນໄຂຂອງຂໍ້ຕົກລົງ ສະບັບເລກທີ 1005/ອຄ.ຄພນ ລົງວັນທີ 22 ພຶດສະພາ 2015.
3. ຖ້າພົບເຫັນການອອກທະບຽນວິສາຫະກິດທີ່ຂັດກັບຂໍ້ທີ 1 ເທິງນີ້ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ດຳເນີນການກວດສອບສາເຫດການອອກໃບທະບຽນວິສາຫະກິດດັ່ງກ່າວ ແລະ ໃຫ້ເຮັດບົດລາຍງານກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າດ່ວນ.