ເຈົ້າໜ້າທີ່ຄຸ້ມຄອງສື່ມວນຊົນຮຽກຮ້ອງ ສື່ສັງຄົມອອນລາຍ ມາລົງທະບຽນ ຢ່າງຖືກຕ້ອງຕາມກົດໝາຍ

ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ໄດ້ແຈ້ງໃຫ້ຊາບວ່າ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ທີ່ຈະເຄື່ອນໄຫວສະໜອງ, ເຜີຍແຜ່, ໂຄສະນາຂໍ້ມູນຂ່າວສານດ້ານຕ່າງໆ ຫຼື ເອີ້ນວ່າການເຄື່ອນໄຫວວຽກງານສື່ມວນຊົນ ໃຫ້ແກ່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຜ່ານພາຫະນະສື່ມວນຊົນທຸກປະເພດ ລວມທັງສື່ອອນລາຍທຸກປະເພດ ຕ້ອງໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງສື່ມວນຊົນຈຶ່ງເຄື່ອນໄຫວໄດ້.

ຕໍ່ວຽກງານສື່ມວນຊົນນີ້, ລັດຖະບານ ແຫ່ງ ສປປ ລາວ ຄຸ້ມຄອງສື່ມວນຊົນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງ ຖວທ (ເຊິ່ງມີກົມສື່ມວນຊົນເປັນເສນາທິການ) ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ຂະແໜງອື່ນ ແລະ ອົງການປົກຄອງທ້ອງຖິ່ນ.

ໃນວັນທີ 27 ມິຖຸນາ 2019 ຜ່ານມານີ້, ສໍານັກຂ່າວສານປະເທດລາວ ໄດ້ອອກຂ່າວກ່ຽວກັບ ເຈົ້າໜ້າທີ່ກົມປະຊາສໍາພັນ, ຫ້ອງການສໍານັກງານນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ: ໜ້າຂ່າວອອນລາຍໃນເຟດສບຸກ (Facebook) ທີ່ໃສ່ນາມຕົນເອງວ່າ “Support Prime Minister Thongloun Sisoulith” ແມ່ນບໍ່ມີສ່ວນກ່ຽວຂ້ອງກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແຕ່ປະການໃດ. ໜ້າຂ່າວອອນລາຍ (Facebook) ນີ້ເຄື່ອນໄຫວໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ. ຕໍ່ບັນຫາດັ່ງກ່າວນີ້, ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ໃນຖານະຜູ້ຄຸ້ມຄອງວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ ຂອງ ກະຊວງ ຖວທ ໄດ້ມີຄໍາເຫັນວ່າ: ຕາມກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ປີ 2016 ໄດ້ລະບຸຈະແຈ້ງໃນມາດຕາ ທີ 15 ວ່າພາຫະນະສື່ມວນຊົນ ມີ ສອງປະເພດ ຄື ສື່ສິ່ງພິມ ແລະ ສື່ເລັກໂຕຣນິກ. ສ່ວນສື່ເອເລັກໂຕຣນິກ ປະກອບມີ ວິທະຍຸກະຈາຍ, ໂທລະພາບ, ໂທລະໂຄ່ງ ແລະ ສື່ແບບໃໝ່ (ເວັບໄຊ, ເວບເພດ ຫຼ ສື່ອອນລາຍຕ່າງໆ).
ຜ່ານມາໄດ້ມີການຈັດຕັ້ງຕ່າງໆ, ບຸກຄົນ ແລະ ນິຕິບຸກຄົນ ໄດ້ສະເໜີສ້າງຕັ້ງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ໃນນັ້ນມີທັງເວັບໄຊ, ເພສ ແລະ ສື່ອອນລາຍປະເພດຕ່າງໆເຊັ່ນ: muan.la, lao economic daily ແລະ ອື່ນໆ ເຊິ່ງໄດ້ເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ, ຜົນງານການສ້າງສາພັດທະນາ ແລະ ປົກປັກຮັກສາປະ ເທດຊາດ, ສ່ອງແສງວຽກດີຄົນເດັ່ນ, ທັງເປີດເວທີແລກປ່ຽນຄໍາຄິດຄໍາເຫັນຂອງມວນຊົນ ແລະ ອື່ນໆ…ແຕ່ໃນຂະນະດຽວກັນນີ້ ກໍຍັງມີເວັບໄຊ, ເພສ ແລະ ສື່ອອນລາຍ ຈໍານວນໜຶ່ງເຄື່ອນໄຫວເຜີຍ ແຜ່ຂໍ້ມູນຂ່າວ ໃຫ້ມວນຊົນໂດຍບໍ່ໄດ້ຮັບອະນຸຍາດ ຢ່າງຖືກຕ້ອງຕາມກົດໝາຍ. ຍິ່ງໄປກວ່ານັ້ນ ຍັງມີ ສື່ອອນລາຍຈໍານວນບໍ່ນ້ອຍໄດ້ເຜີຍແຜ່ຂ່າວປອມ, ຂ່າວປັ້ນແຕ່ງຂຶ້ນ, ຂ່າວຫຼອກລວງ, ຂ່າວບິດເບືອນຄວາມຈິງ, ຂ່າວລື, ຂ່າວອະກຸສົນ, ຂ່າວສຽດສີໃສ່ຮ້າຍປ້າຍສີຕ່າງໆນານາ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ທັງສ້າງຄວາມສັບສົນໃນສັງຄົມ.
ທ່ານ ປິ່ນປາຖະໜາ ພັນທະມາລີ ກ່າວຢໍ້າຕື່ມວ່າ: ສະນັ້ນ ເພື່ອສົ່ງເສີມບົດບາດຂອງສື່ມວນຊົນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຜ່ານມາ ຈຶ່ງຮຽກຮ້ອງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງທີ່ໄດ້ເຄື່ອນໄຫວວຽກງານສື່ມວນຊົນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຈົ່ງໄດ້ຮີບຮ້ອນມາສະເໜີຂໍອະ ນຸຍາດເຄື່ອນໄຫວຕາມກົດໝາຍ ແລະ ລະບຽບການ ຢູ່ທີ່ກົມສື່ມວນຊົນ ກະຊວງ ຖວທ. ສ່ວນບຸກ ຄົນ ແລະ ການຈັດຕັ້ງທີ່ຢູ່ທ້ອງຖິ່ນ ກໍໃຫ້ພົວພັນກັບ ພະແນກ ຖວທ ແຂວງ ແລະ ນະຄອນຫຼວງ.

ທີ່ມາ: ຂ່າວສານປະເທດລາວ

Comments