ພາບຈຳລອງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ- ບຶງການ

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບຶງການ-ປາກຊັນ (Lao-Thai Friendship bridge) ໂຄງການເລີ່ມຕົ້ນປີ 2011 ໂດຍເຊື່ອມຕໍ່ທາງຫຼວງເລກທີ 13ໃຕ້ ທີ່ບ້ານກ້ວຍ ເມືອງປາກຊັນ ແຂວງບໍລິຄຳໄຊ ກັບ ທາງຫຼວງເລກທີ 212 ບ້ານ ດອນຍົມ ຕຳບົນ ໄຄສີ ອຳເພີ ບຶງການ ຈັງຫວັດບຶງການ ເຊີ່ງສອດຄ່ອງກັບແຜນພັດທະນາເສັ້ນທາງຫຼວງ ຂອງລາວທີ່ຈະກໍ່ສ້າງເສັ້ນທາງເວັ້ນ ເມືອງປາກຊັນດ້ານທິດຕາເວັນອອກ.
-ຂົວມີຄວາມຍາວ 1,35 km ວັດຖຸກໍ່ສ້າງແມ່ນໃຊ້ຄອນກຣີດອັດແຮງ ເລີ່ມກໍ່ສ້າງປີ2019

ມາຮອດວັນທີ 14 ມິຖຸນາ 2019 ທີ່ແຂວງບືງການ ປະເທດໄທ. ຄະນະຜູ້ແທນຝ່າຍ ລາວ ນໍາໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົ່ນສົ່ງ, ເຈົ້າແຂວງໆ ບໍລິຄຳໄຊ ພ້ອມຄະນະ ວິຊາການເຂົ້າຮ່ວມ ແລະ ຄະນະຝ່າຍໄທ ນຳໂດຍທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມແຫ່ງຣາຊະນາຈັກໄທ, ເຈົ້າແຂວງໆ ບຶງການ ພ້ອມຄະນະ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄຳໄຊ-ບຶງການ) ເປັນໂຄງການທີ່ມີຄວາມສຳຄັນ ເຊິ່ງນອນໃນແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ, ພາຍໃຕ້ເປົ້າໝາຍ “ເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ” ເນື່ອງຈາກຂົວດັ່ງກ່າວນີ້ ຕັ້ງຢູ່ຈຸດທີ່ຕັ້ງຍຸດທະສາດທີ່ເຊື່ອມຈອດຕາມແລວເສດຖະກິດເໜືອໃຕ້ ທີ່ຜ່ານ ສປປ ລາວ ຕາມແລວປາກຊັນ, ຜ່ານທາງຫຼວງແຫ່ງຊາດ ເລກທີ 8 ເຂົ້າສູ່ຫວຽດນາມ ໂດຍຜ່ານດ່ານນໍ້າພ້າວ-ເກົາແຈວ.

ດ້ວຍເຫດນັ້ນ, ຖ້າໄດ້ຮັບການກໍ່ສ້າງສຳເລັດ ຂົວດັ່ງກ່າວ ຈະຊ່ວຍສ້າງເງື່ອນໄຂສຳຄັນໃນການອຳນວຍຄວາມສະດວກເປັນຕົ້ນດ້ານຄົມມະນາຄົມຂົ່ນສົ່ງ, ຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ – ໄທ ນັບມື້ສູງຂຶ້ນ.

Comments