Author Archives: Paeng KC

ງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ 2019

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າແຫ່ງຊາດລາວ, ສະຖານທູດຈີນ ປະຈຳ ສປປ ລາວ,  ກົມສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີມການຄ້າສາກົນ ສປ ຈີນ. ໄດ້ເປີດງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງ ປີ 2019 ຄັ້ງທີ 4 ຂຶ້ນຢ່າງເປັນທາງໃນວັນທີ 25  ພະຈິກ 2019  ແລະ ງານນີ້ ຈະໄດ້ດຳເນີນວາງສະແດງຈົນໄປເຖິງວັນທີ 28 ພະຈິກ ທີ່ຈະມາເຖິງນີ້ຢູ່ທີ່ ສູນການຄ້າ ລາໄອເຕັກ (ຕຶກເກົ່າ). ເຊີນຊວນທຸກໆໄປທ່ຽວຊົມງານວາງສະແດງໄດ້. ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສື ຕົງຫລີ ຮອງຫົວໜ້າກົມ ສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີ່ມການຄ້າສາກົນ ສປ ຈີນ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ...

Read More »

ຍາກກວ່າການເຮັດທຸລະກິດ ຄືການຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ!

ການເຮັດທຸລະກິດທຸກໆປະເພດລ້ວນແລ້ວແຕ່ມີຈຸດປະສົງດຽວກັນຄື “ການປະສົບຄວາມສໍາເລັດ” ແລ້ວກ່ອນທີ່ຈະໄປຮອດຈຸດນັ້ນມັນກໍບໍ່ແມ່ນເລື່ອງງ່າຍ ແລະ ກໍບໍ່ແມ່ນເລື່ອງຍາກເກີນໄປສໍາລັບຜູ້ທີ່ຕັ້ງໃຈ, ເຮົາສາມາດສັງເກດເຫັນໄດ້ດີໃນປັດຈຸບັນວ່າ ມີບັນດາຫົວໜ່ວຍທຸລະກິດເກີດຂຶ້ນມາຢ່າງຫຼວງຫຼາຍ ໃນນັ້ນກໍມີທັງລົ້ມເຫຼວ ແລະ ປະສົບຜົນສໍາເລັດ ນັ້ນກໍບໍ່ແມ່ນເລື່ອງທີ່ແປກເລີຍສໍາລັບວົງການທຸລະກິດ ຍິ່ງທຸກມື້ນີ້ທີ່ມີການແຂ່ງຂັນຂ້ອນຂ້າງສູງ ທັງທາງດ້ານຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ… ບາງຄົນມີຄວາມຄິດທີ່ໜ້າສົນໃຈ, ສ້າງສັນຜົນງານອອກມາດີ ແຕ່ບໍ່ສາມາດເຂົ້າເຖິງລູກຄ້າໄດ້, ລູກຄ້າບໍ່ຊື້ ຍ້ອນການຕະຫຼາດເຂົ້າບໍ່ເຖິງກຸ່ມເປົ້າໝາຍ; ບາງຄົນຄວາມຄິດສ້າງສັນພໍໃຊ້ໄດ້ ແຕ່ນໍາເຕັກໂນໂລຊີເຂົ້າມາໃຊ້ເພີ່ມຄວາມແປກໃໝ່ກໍສາມາດດຶງດູດລູກຄ້າໃຫ້ເຂົ້າມາຫາໄດ້. ສິ່ງທີ່ກ່າວມາທັງໝົດນີ້ ແມ່ນຄວາມທ້າທາຍຂອງຜູ້ປະກອບການທີ່ຕ້ອງຊອກຫາຄໍາຕອບວ່າ “ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າທ່ານແມ່ນຫຍັງ” ຖ້າສາມາດຊອກຄໍາຕອບນີ້ໄດ້ ຄວາມສໍາເລັດໃນທຸລະກິດຂອງທ່ານກໍຢູ່ບໍ່ໄກເກີນເອື້ອມ… ວາລະສານທາເກັດສະບັບນີ້ເລີຍຢາກຈະມານໍາສະເໜີກ່ຽວກັບວິທີການ ຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ ເພື່ອນໍາພາທຸລະກິດທ່ານໃຫ້ປະສົບຄວາມສໍາເລັດ ສໍາລັບໃຜທີ່ເຄີຍເຮັດທຸລະກິດຈະຮູ້ດີວ່າ ທຸກຄັ້ງທີ່ຈະສ້າງສິນຄ້າ ຫຼືບໍລິການໃດໜຶ່ງຂຶ້ນມານັ້ນ ສິ່ງທີ່ຕ້ອງເຮັດເພື່ອເຂົ້າເຖິງລູກຄ້າໄດ້ກໍຄື ການສໍາຫຼວດ ເຊິ່ງມີຂັ້ນຕອນທີ່ຂ້ອນຂ້າງຫຍຸ້ງຍາກ ແຕ່ຄໍາຖາມສ່ວນໃຫຍ່ຈະເປັນລັກສະນະດຽວກັນຄື “ເຈົ້າຢາກໃຫ້ສິນຄ້າ ຫຼືການບໍລິການຂອງພວກເຮົາອອກມາໃນຮູບແບບໃດ” ເຊິ່ງຄໍາຕອບທີ່ໄດ້ສ່ວນໃຫຍ່ແມ່ນ “ສິນຄ້າ ຫຼືການບໍລິການທີ່ດີທີ່ສຸດ” ຫຼັງຈາກນັ້ນກໍມານັ່ງວິເຄາະເພື່ອຊອກຫາຄວາມໝາຍຂອງຄໍາວ່າ “ດີທີ່ສຸດ” ເພື່ອນໍາມາສ້າງສັນຜົນງານໃຫ້ອອກມາຖືກໃຈລູກຄ້າທີ່ສຸດ, ແຕ່ທ່ານເຄີຍສັງເກດບໍ່ວ່າ ຫຼາຍຄັ້ງທີ່ເກັບຂໍ້ມູນມາໄດ້ ຮູ້ວ່າລູກຄ້າຕ້ອງການຫຍັງ ແລ້ວນໍາມາສ້າງສັນສິ່ງທີ່ສ້າງ “ຜົນໄດ້ຮັບ”ເຫຼົ່ານັ້ນອອກມາຈົນສໍາເລັດ ແຕ່ກໍຍັງບໍ່ສາມາດດຶງດູດລູກຄ້າໄດ້ເທົ່າທີ່ຄວນ, ຮູ້ແບບນີ້ແລ້ວທ່ານຍັງຈະເຮັດການສໍາຫຼວດແບບເກົ່າຊໍ້າໆໃຫ້ເສຍເວລາເຮັດຫຍັງ? ສະນັ້ນ ຈຶ່ງແນະນໍາໃຫ້ທ່ານລອງເອົາຜົນໄດ້ຮັບຈາກການສໍາຫຼວດຄັ້ງທໍາອິດ ມາເປັນຄໍາຖາມເລີຍວ່າ ຖ້າເຮົາສ້າງສັນຜະລິດຕະພັນນີ້ຂຶ້ນມາ ເຈົ້າ/ລູກຄ້າ ຈະຊົມໃຊ້ ຫຼືບໍ່? ເຊິ່ງວິທີນີ້ຈະເປັນການສ້າງໃຫ້ການສໍາຫຼວດຄັ້ງທີ ...

Read More »

ການແກ້ໄຂໜີ້ສິນຂອງລັດຖະບານແຫ່ງ ສປປ ລາວ

ໃນກອງປະຊຸມສະພາສະໄໝສາມັນເທື່ອທີ 7 ສະໄໝທີ VIII ຫວ່າງເດືອນມີຖຸນາທີ່ຜ່ານມານີ້. ຜູ້ແທນກອງປະຊຸມເປັນຕົ້ນ ສະມາຊິກສະພາແຫ່ງຊາດໄດ້ຊັກຖາມຕໍ່ກັບບັນຫາໜີ້ສິນຂອງລັດຖະບານ. ໂດຍລັດຖະບານກໍໄດ້ຊີ້ແຈງ ໃນຕອນບ່າຍຂອງວັນທີ 6 ມີຖຸນາ 2019, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາ ສະມາຊິກ ສະພາແຫ່ງຊາດ ຫຼາຍບັນຫາສໍາຄັນ ໃນນັ້ນແມ່ນໄດ້ຊີ້ແຈງບັນຫາກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂໜີ້ສາທາລະນະ ໂດຍສະເພາະໜີ້ພາຍໃນ ແລະ ໜີ້ສິນຕ່າງປະເທດ ລວມເຖິງກົນໄກການແກ້ໄຂ ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ແຈງກ່ຽວກັບຄວາມຄືບໜ້າໃນການແກ້ໄຂໜີ້ສາທາລະນະ, ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນນານ ເຮັດໃຫ້ໜີ້ສິນຢູ່ໃນລະດັບທີ່ສູງພໍສົມຄວນ ແຕ່ແນວໃດກໍຕາມ ລັດຖະບານກໍໄດ້ມີຄວາມພະຍາຍາມໃນການແກ້ໄຂ ຊໍາລະໃຫ້ທັນຕາມກໍານົດເວລາ, ສ່ວນໜີ້ໂຄງການລົງທຶນຂອງລັດ ຜ່ານມາກໍໄດ້ມີຫຼາຍມາດຕະການໃນການແກ້ໄຂ ດ້ວຍການອວາຍໜີ້ສາມແຈ, ດ້ວຍການຂຶ້ນແຜນງົບປະມານປົກກະຕິ ເພື່ອຊໍາລະໜີ້ລົງທຶນ ເຮັດໃຫ້ມີການຫຼຸດຜ່ອນໜີ້ສິນຈໍານວນໜຶ່ງ. ພ້ອມກັນນີ້, ກໍມີນະໂຍບາຍຈໍາກັດການກໍ່ສ້າງໂຄງການໃໝ່, ໂຄງການທີ່ເຫັນວ່າຍັງບໍ່ມີຄວາມຈໍາເປັນຮີບດ່ວນ ແລະ ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດ ໂຄງການທີ່ຍັງບໍ່ທົນສໍາເລັດ ໂດຍໄດ້ມີການກວດຄືນມູນຄ່າໂຄງການ ທີ່ເຫັນວ່າບໍ່ສົມເຫດສົມຜົນ ເຊິ່ງໄດ້ເຮັດໃຫ້ໜີ້ສິນຫຼຸດລົງຈໍານວນໜຶ່ງ, ແຕ່ກໍຍັງຢູ່ໃນລະດັບສູງ. ສ່ວນມາດຕະການຕໍ່ກັບໜີ້ສິນຂອງຕ່າງປະເທດນັ້ນ ລັດຖະບານກໍໄດ້ພະຍາຍາມຊອກລາຍຮັບເພື່ອມາຊໍາລະໃນແຕ່ລະປີ ສໍາລັບການຊໍາລະດອກເບ້ຍແມ່ນໄດ້ເອົາແຫຼ່ງທຶນພາຍໃນ, ແຕ່ສໍາລັບຕົ້ນທຶນແຕ່ລະໄລຍະແມ່ນຊອກແຫຼ່ງດຸ່ນດ່ຽງມາຕຶ່ມເພື່ອຊໍາລະ. ໃນປີ 2019 ລັດຖະບານຈະບໍ່ຢືມເງິນຕ່າງປະເທດມາຊໍາລະດອກເບ້ຍໜີ້, ...

Read More »

ຂ່າວດີ!!! ສຳລັບນັກສຶກສາ ຮຽນເກັ່ງແຕ່ຂາດທຶນຮຽນ ມີທຶນດີໆ ຈາກ ທູດຈີນ ມາໃຫ້

ມະຫາວິທະຍາໄລແຫ່ງຊາດ ຫ້ອງການຄຸ້ມຄອງນັກສຶກສາ ແຈ້ງການ ເປີດສະໝັກຮັບທຶນການສຶກສາຂອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໃນສົກສຶກສາ 2019-2020. ຂໍຖືເປັນກຽດແຈ້ງມາຍັງ ຄະນະບໍດີທຸກໆຄະນະວິຊາ ແລະ ແຈ້ງເຖິງນັກສຶກສາປີທີ 1 ທີ່ມີຜົນການຮຽນດີ, ມີຄຸນສົມບັດດຄໍີແຕ່ຄອບຄົວທຸກຍາກ ພາຍໃນຄະນະວິຊາຂອງທ່ານ ເພື່ອສະໝັກຮັບທຶນການສຶກສາ ຈາກ ສະຖານທູດຈີນ ປະຈໍາ ສປປ ລາວ. ກະລຸນາສົ່ງແບບຟອມໃຫ້ຫ້ອງການຄຸ້ມຄອງນັກສຶກສາ ຫ້ອງ 104 ກ່ອນວັນທີ 20 ພະຈິກ 2019. ສາມາດຕິດຕໍ່ສອບຖາມໄດ້ທີ່ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໂທ 021 770392 ດາວໂຫລດແບບຟອມສະໝັກໄດ້ ທີ່ລິ້ງນີ້ ! https://drive.google.com/file/d/1UrLNiopbUqawrWMs6-HRr0PrCxuknbvY/view?usp=drivesdkໝາຍເຫດ: ທຶນຈີນ ແຕ່ຮຽນຢູ່ລາວ

Read More »

ການລົງມືເຮັດຕົວຈິງ ໂດຍການກ້າວໄປເໜືອເຫດຜົນ

ສະບາຍດີທ່ານຜູ້ອ່ານທຸກໆທ່ານ, ມື້ນີ້ຄູເຊັ່ງມີໜຶ່ງຄໍາຖາມເພື່ອເປີດຫົວເລື່ອງໃນການຂຽນບົດຄວາມໃນສະບັບນີ້. ທຸກໆທ່ານຄິດວ່າ: “ຄົນລາວພວກເຮົາເປັນຄົນທີ່ມັກມີຂໍ້ອ້າງຫຼາຍບໍ່?” ຍົກຕົວຢ່າງເຊັ່ນ: “ເຮົາເກີດມາໃນຄອບຄົວທີ່ທຸກຍາກ, ພໍ່ແມ່ເປັນຊາວໄຮ່ຊາວນາ, ບໍ່ສາມາດເຮັດທຸລະກິດໃຫ້ຮັ່ງມີຄືກັນກັບຄົນທີ່ມີຕົ້ນທຶນສູງໄດ້ດອກ”, “ເຮົາເກີດມາມີຮ່າງກາຍບໍ່ສົມບູນແບບ, ບໍ່ສາມາດເປັນນັກກິລາໄດ້ດອກ”, “ເຮົາມີອາຍຸຫຼາຍແລ້ວບໍ່ສາມາດເລີ່ມເຮັດທຸລະກິດໄດ້ດອກ”, “ເຮົາບໍ່ມີເວລາພຽງພໍໃນການໄປອອກກໍາລັງກາຍແຕ່ເຊົ້າ, ຕ້ອງໄດ້ໄປສົ່ງລູກໄປໂຮງຮຽນ”…ຂໍ້ອ້າງ, ຂໍ້ອ້າງ ແລະ ຂໍ້ອ້າງ ເກີດມາຈາກການສ້າງເຫດຜົນ, ເຫດຜົນ ແລະ ເຫດຜົນຂຶ້ນມາໃນໃຈ. ສຸດທ້າຍຍ້ອນມີຂໍ້ອ້າງ ແລະ ເຫດຜົນຫຼາຍປະການຈຶ່ງບໍ່ໄດ້ເຮັດຫຍັງໃນຊີວິດເລີຍ. ຄູເຊັ່ງເຫັນຫຼາຍໆຄົນທີ່ມີຕົ້ນທຶນຊີວິດຕິດລົບ, ເປັນບຸກຄົນທີ່ທຸກຍາກ, ມີຮ່າງກາຍຜິດປົກກະຕິ, ມີອາຍຸຫຼາຍ…ແຕ່ກໍ່ຍັງສາມາດເອົາຊະນະຂໍ້ອ້າງຂອງຕົນເອງ ແລະ ສ້າງຕົນເອງຂຶ້ນມາຈົນປະສົບຜົນສໍາເລັດໄດ້. ທ່ານຢາກຈະທໍາລາຍກໍາແພງໃຈໃນຂໍ້ອ້າງຂອງທ່ານບໍ່? ມື້ນີ້ຄູເຊັ່ງມີເລື່ອງຈະມາເລົ່າສູ່ຟັງ. ທ່ານ ໂທນີ ຣັອບບິນ (TONY ROBBINS) ເປັນທັງນັກຂຽນ ແລະ ນັກເວົ້າສ້າງແຮງບັນດານໃຈ ລະດັບໂລກເພິ່ນໄດ້ກ່າວໄວ້ວ່າ: ຄວາມເຈັບປວດນັ້ນແມ່ນມີຢູ່ 2 ຢ່າງ: ອັນທີໜຶ່ງກໍ່ຄື: ຄວາມເຈັບປວດຈາກການລົງມືເຮັດຕົວຈິງແລ້ວບໍ່ປະສົບຄວາມສຳເລັດ ແມ່ນເຈັບປວດທາງດ້ານຈິດໃຈ, ຄວາມບໍ່ປະສົບຄວາມສຳເລັດຈາກການຝຶກຊ້ອມ, ຝຶກແອບກິລາເຮັດຜິດທ່າ,ແຂນຫັກ, ຂາຫັກ, ເອັນພິກ, ເອັນຂາດທີ່ນໍາມາສູ່ຄວາມເຈັບປວດທາງຮ່າງກາຍ. ອັນທີສອງກໍ່ຄື: ຄວາມເຈັບປວດຈາກການບໍ່ເຮັດຫຍັງໂດຍປ່ອຍໃຫ້ເວລາຜ່ານໄປລ້າໆຈົນຮອດອາຍຸເຖົ້າແກ່ ຫຼື ໃກ້ໆຈະຮອດມື້ຕາຍ. ທ່ານຄິດຄືດັ່ງຂ້າພະເຈົ້າບໍ່ວ່າຄົນທີ່ບໍ່ປະສົບຄວາມສຳເລັດຫຼາຍໆຄັ້ງຈາກການເຮັດທຸລະກິດນັ້ນຍັງດີກວ່າບໍ່ເຮັດຫຍັງຈັກຢ່າງ, ເພາະຄວາມບໍ່ປະສົບຄວາມສຳເລັດຄືການຮຽນຮູ້ຢ່າງໜຶ່ງເພື່ອກ້າວໄປສູ່ຄວາມສໍາເລັດ. ແຕ່ຄົນທີ່ບໍ່ເຮັດຫຍັງຮອດມື້ຕາຍນັ້ນຍິ່ງເຈັບປວດທໍລະມານແສນສາຫັດຫຼາຍກວ່າ, ເພາະພວກເຂົາບໍ່ໄດ້ສ້າງເລື່ອງລາວ ແລະ ...

Read More »

ລັດຖະບານເລັ່ງແກ້ໄຂ ການເກັບຄ່າຜ່ານທາງຢູ່ຈຳປາສັກ ເພື່ອຄວາມຍຸຕິທຳຕໍ່ທຸກຝ່າຍ

ເນື່ອງຈາກໄລຍະຜ່ານມາ ມີສຽງຫາງສຽງຈົ່ມວ່າຈາກສັງຄົມ ກໍລະນີການເກັບຄ່າທຳນຽມຜ່ານທາງ ຢູ່ແຂວງຈຳປາສັກ ເຊິ່ງບໍລິສັດເອກະຊົນໄດ້ປັບປຸງ ແລະ ຂະຫຍາຍເສັ້ນທາງໃຫ້ກວ້າງຂວາງ ເພື່ອຮອງຮັບການຄົມມະນາຄົມໃຫ້ສະດວກຂຶ້ນຕື່ມ ໂດຍສະເພາະແມ່ນ ການສຳປະທານ ໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ). ສະນັ້ນ, ຕໍ່ກັບບັນຫາດັ່ງກ່າວ ລັດຖະບານ ກໍໄດ້ຮີບຮ້ອນໃຫ້ບັນດາກະຊວງທີ່ຮັບຜິດຊອບເລັ່ງແກ້ໄຂ ເພື່ອຄວາມຍຸຕິທຳແກ່ທຸກຝ່າຍ. ດັ່ງນັ້ນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງການ ສະບັບເລກທີ 1932 /ຫສນຍ ລົງວັນທີ 12 ພະຈິກ 2019 ເຖິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ເຈົ້າແຂວງໆຈຳປາສັກ ຈົ່ງໃຫ້ທິດຊີ້ນໍາກ່ຽວກັບຜົນການກວດກາໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ) ແລະ (ແຕ່ສາມແຍກສາລາຂຽວຫຼັກ 9 – ທາງແຍກເລກທີ 16 A ຢູ່ເມືອງປາກຊ່ອງ, ແຂວງ ຈໍາປາສັກ). ໂດຍອີງຕາມເອກະສານລາຍງານ ສະບັບເລກທີ 2015/ກຜທ. ລທ ...

Read More »

ບາດກ້າວທຳອິດແຫ່ງຄວາມສຳເລັດ “ການຄົ້ນຫາຕົວຕົນຂອງທ່ານ”

ຈາກບົດຄວາມແນວຄິດການລິເລີ່ມທຸລະກິດໃຫ້ປະສົບຜົນສຳເລັດໃນເດືອນຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍ ຮັບຮູ້ໄດ້ວ່າ ການມີທັດສະນະຄະຕິໃນທາງບວກນັ້ນມີຄວາມສຳຄັນຫຼາຍຕໍ່ການບັນລຸຜົນສຳເລັດທີ່ຕັ້ງໄວ້ ບໍ່ວ່າຈະ ເປັນດ້ານໜ້າທີ່ການງານ ແລະ ຊີວິດສ່ວນຕົວ, ເຊິ່ງບາດກ້າວທຳອິດທີ່ສຳຄັນໃນການສ້າງທັດສະນະຄະຕິໃຫ້ ປະສົບຜົນສຳເລັດ ກໍຄື ການຄົ້ນຫາຕົວຕົນຂອງທ່ານເອງ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກຜັນຂະຫຍາຍເນື້ອໃນ ຈາກບົດຄວາມກ່ອນ ດ້ວຍການນຳເອົາແນວທາງການຄົ້ນຫາຕົນເອງມາແບ່ງປັນ ເພື່ອເຮັດໃຫ້ຜູ້ອ່ານເຫັນພາບ ຍິ່ງຂຶ້ນ ເນື່ອງຈາກການເວົ້າເຖິງທັດສະນະຄະຕິ ແລະ ແນວຄວາມຄິດຂ້ອນຂ້າງມີລັກສະນະເປັນນາມມະທຳ. ຫຼາຍຄົນມັກປະສົບບັນຫາໃນການຄົ້ນຫາວ່າ ຕົນເອງສົນໃຈສິ່ງໃດແທ້ ຫຼື ມີຄວາມສາມາດທາງດ້ານໃດ ຫຼື ຄວນ ເຮັດຫຍັງດີ? ບໍ່ວ່າຈະເປັນນ້ອງໆນັກຮຽນຜູ້ທີ່ກຳລັງຕັດສິນໃຈຮຽນຕໍ່ໃນມະຫາວິທະຍາໄລທີ່ຍັງບໍ່ສາມາດເລືອກໄດ້ວ່າ ຕົນເອງຈະຮຽນຕໍ່ສາຂາໃດ ເພາະບໍ່ຮູ້ຄວາມຕ້ອງການທີ່ແທ້ຈິງຂອງຕົນ ເຊິ່ງກໍບໍ່ຕ່່າງຫຍັງກັບຜູ້ທີ່ຢາກ ເຮັດທຸລະກິດ ເພາະການມີຕົວເລືອກໜ້ອຍວ່າຍາກແລ້ວ ການມີຕົວເລືອກຫຼາຍຍິ່ງຍາກກວ່າ. ການຄົ້ນຫາຕົນເອງ ຈຶ່ງບໍ່ແມ່ນເລື່ອງງ່າຍ ເພາະມັນມີຄວາມລະອຽດອ່ອນ ແລະ ສັບສົນ ເນື່ອງຈາກກ່ຽວກັບຈິດໃຈຂອງມະນຸດ. ດັ່ງນັ້ນ, ເພື່ອຊ່ວຍໃຫ້ທ່ານສາມາດຄົ້ນຫາຕົວຕົນທີ່ແທ້ຈິງ ທ່ານຕ້ອງໄດ້ຕັ້ງຄຳຖາມກັບຕົນເອງ ແລະ ຕອບຄຳຖາມເຫຼົ່ານັ້ນດ້ວຍຄວາມຊື່ສັດ ເຊິ່ງການຊື່ສັດຕໍ່ຕົນເອງເປັນສິ່ງທີ່ສຳຄັນຫຼາຍ ເພາະຫາກທ່ານຕົວະຕົນເອງແລ້ວ ແນ່ນອນວ່າ ທ່ານຈະບໍ່ສາມາດຄາດຫວັງທີ່ຈະໄດ້ຮັບຄຳຕອບທີ່ຖືກຕ້ອງ. (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ...

Read More »

ສ້າງກະແລ້ມ ບ້ານບ້ານ ດ້ວຍຄວາມມັກ, ຄວາມພ້ອມ ແລະ ການຕະຫຼາດ

ການຜະລິດສິນຄ້າໃໝ່ເປັນສິ່ງທີ່ທ້າທາຍເພາະວ່າຕະຫຼາດລາວເຮົານອກຈາກມີຂະໜາດນ້ອຍແລ້ວຍັງມີການແຂ່ງຂັນສູງຈາກການນຳເຂົ້າຈາກປະເທດເພື່ອນບ້ານ. ເຖິງຢ່າງໃດກໍຍັງມີນັກທຸລະກິດໜຸ່ມບ້ານເຮົາ ກ້າສ່ຽງທີ່ຈະສ້າງທຸລະກິດຂອງຕົນເອງແລະ ເຮັດການຕະຫຼາດ. ມື້ນີ້ພວກເຮົາມາຮູ້ຈັກກັບຜູ້ບຸກເບີກທຸລະກິດດ້ານນີ້ ເພື່ອເຂົ້າໃຈກ່ຽວກັບຈຸດເລີ່ມຕົ້ນຕະຫຼອດເຖິງແຜນການຕະຫຼາດຂອງເພິ່ນ. ທ່ານ ອານັນ ທອງສະຫວັດ, ອາຍຸ 25 ປີ, ຜູ້ສ້າງຕັ້ງແລະເຈົ້າຂອງກະແລ້ມ ບ້ານບ້ານ (Ban Ban Ice Cream). ເມື່ອສີ່ປີກ່ອນ ທ່ານ ອານັນ ໄດ້ເລີ່ມເຮັດກະແລ້ມຕັກແບບບູຮານສົ່ງໃຫ້ບັນດາຮ້ານອາຫານ ແລະ ຮ້ານຄ້າຕ່າງໆທັງມີຮ້ານຂອງຕົນເອງຊື່ຮ້ານໂກໂກ້ນັດມິວ ຢູ່ແຖວສວນເຈົ້າອານຸວົງແຄມຂອງ ຊຶ່ງປັດຈຸບັນກໍຍັງສືບຕໍ່ດຳເນີນຢູ່. ຕໍ່ມາເພິ່ນຈຶ່ງເຫັນໂອກາດໃນການຕໍ່ຍອດທຸລະກິດ ແລ້ວເຮັດເປັນກະແລ້ມໄມ້ ຍີ່ຫໍ້ ບ້ານບ້ານ ໂດຍຫາກໍປ່ອຍຜະລິດຕະພັນໃໝ່ນີ້ໄດ້ປະມານ 8 ເດືອນ. ເພິ່ນໄດ້ໃຊ້ເວລາ 2 ປີ ເພື່ອກຽມອອກສິນຄ້າຍີ່ຫໍ້ບ້ານບ້ານນີ້ເພື່ອໃຫ້ມີຄວາມພ້ອມຫຼາຍໆດ້ານ ລວມທັງສູດ, ລົດຊາດ, ລູກຄ້າ, ການເງິນ, ສະຖານທີ່ ແລະ ໂຮງງານ ເປັນຕົ້ນ. ທ່ານ ອານັນ ເຄີຍໄປຮຽນຢູ່ປະເທດໄທ ແລະອົດສະຕາລີ ແຕ່ຮູ້ສຶກວ່າບໍ່ແມ່ນສິ່ງທີ່ເພິ່ນມັກ. ຕໍ່ມາເພິ່ນຈຶ່ງເລືອກຮຽນທັງສຶກສາດ້ວຍຕົນເອງ ໂດຍລົງເລິກດ້ານການເຮັດກະແລ້ມໂດຍສະເພາະ. ການສ້າງຕັ້ງກິດຈະການຂອງເພິ່ນແມ່ນຖືວ່າ ເລີ່ມຈາກສູນ ເນື່ອງຈາກຄວາມຄິດຂອງເພິ່ນສວນທາງກັບຂອງພໍ່ແມ່ທີ່ຢາກໃຫ້ຜູ້ກ່ຽວຮຽນຫຼາຍກວ່າ; ໃນຂະນະທີ່ຕົນເອງເປັນຄົນຄິດນອກຂອບ. ຍ້ອນເຫັນໂອກາດວ່າຍັງບໍ່ທັນມີກະແລ້ມຍີ່ຫໍ້ຂອງລາວແທ້ໆວາງຂາຍໃນຕະຫຼາດ, ທ່ານ ອານັນ ຈຶ່ງເນັ້ນຈຸດຂາຍຂອງ ...

Read More »

ສິດໃນການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ

ການສະເໜີໃຫ້ສານອອກຄໍາສັ່ງອາຍັດຊັບ ຖືເປັນສິດທິຂັ້ນພື້ນຖານຂອງຄູ່ຄວາມ ໃນການເນີນຄະດີຢູ່ສານ ທັງນີ້ກໍ່ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຕົນຕາມກົດໝາຍ. ຄໍາວ່າ “ອາຍັດຊັບ” ໃນດ້ານກົດໝາຍແລ້ວ ໝາຍເຖິງ ການບໍ່ອະນຸຍາດໃຫ້ຊື້, ຂາຍ, ມອບ, ໂອນ, ແລກປ່ຽນ, ຊວດຈໍາ, ຄໍ້າປະກັນ, ຕໍ່ເຕີມ, ສ້ອມແປງ, ທໍາລາຍ ຫຼື ປ່ຽນແປງ ແລະ ອື່ນໆກ່ຽວກັບຊັບເຄື່ອນທີ່ ຫຼື ຊັບຄົງທີ່ ລວມທັງບັນຊີເງິນຝາກຢູ່ທະນາຄານ ທີ່ພົວພັນກັບຄະດີ ຕາມຄໍາສັ່ງຂອງສານ ຕາມທີ່ກໍານົດໄວ້ໃນມາດຕາ 3(19) ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012. ການອາຍັດຊັບສິນ ແມ່ນມາດຕະການໜຶ່ງຂອງສານທີ່ສໍາຄັນ ເພື່ອຮັບປະກັນ ບໍ່ໃຫ້ໂຈດ ຫຼື ຈໍາເລີຍ ຫຼື ຜູ້ທີ່ເປັນເຈົ້າຂອງ ຊັບສິນດັ່ງກ່າວ ກະທໍາການໃດໆທີ່ຈະເປັນການສ້າງຄວາມເສຍຫາຍ ຫຼື ສ້າງຂໍ້ຜູກພັນເພີ່ມເຕີມຕໍ່ຊັບສິນດັ່ງກ່າວ ໃນລະຫວ່າງ ການດໍາເນີນຄະດີ ຈົນກວ່າ ສານຈະມີຄໍາສັ່ງປ່ຽນແປງ ເປັນຢ່າງອື່ນເຊັ່ນ: ການອາຍັດຮຸ້ນໃນບໍລິສັດ, ບັນຊີທະນາຄານ, ທີ່ດິນ, ອາຄານ, ເຮືອນ ແລະ ຊັບສິນອື່ນໆ, ເຊິ່ງສານສາມາດ ...

Read More »

ລັດຖະບານ ເລັ່ງແກ້ໄຂຂໍ້ຄົງຄ້າງຍູ້ເສດຖະກິດໃຫ້ດີຂຶ້ນ

ປີ 2020 ລັດຖະບານຈະສືບຕໍ່ແກ້ໄຂຂໍ້ຄົງຄ້າງທີ່ເປັນບັນຫາຕໍ່ການພັດທະນາເສດຖະກິດ – ສັງຄົມ ຢ່າງເປັນຮູບປະທຳ, ຂະນະທີ່ທ່ານນາຍົກເຊື່ອວ່າເສດຖະກິດຈະດີຂຶ້ນ ເນື່ອງຈາກວ່າໂຄງການໃຫຍ່ໆຫຼາຍໂຄງການຈະເລີ່ມຈັດຕັ້ງປະຕິບັດ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 15 ພະຈິກນີ້ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປີ 2019 ແລະ ທິດທາງປີ 2020. ທ່ານນາຍົກ ກ່າວວ່າ: ລັດຖະບານໄດ້ທົບທວນຄືນບັນດາຄາດໝາຍສູ້ຊົນທີ່ໄດ້ຕັ້ງໃຈຜັນຂະຫຍາຍແຜນພັດທະນາ 2019 ແລະ ໄດ້ກຳນົດທິດທາງທີ່ຈະແກ້ໄຂບັນຫາທີ່ຄົງຄ້າງທີ່ໄດ້ລາຍງານຕໍ່ປະຊຸມ ໃນວັນທີ 7 ພະຈິກ 2019 ຜ່ານມາ ເຊິ່ງລັດຖະບານໄດ້ມີຄວາມພະຍາຍາມຢ່າງສູງໃນການຈັດຕັ້ງປະຕິບັດແຜນດັ່ງກ່າວ ໂດຍສະພາບແວດລ້ອມທີ່ທ້າທາຍ ແຕ່ລັດຖະບານກໍໄດ້ສຸມກຳລັງແຮງປຸກລະດົມທົ່ວສັງຄົມ ໂດຍລວມແລ້ວຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄວ້ໄດ້. ລັດຖະບານຈະໄດ້ສືບຕໍ່ຄົ້ນຄວ້າບໍລິຫານລັດຢ່າງຮັດກຸມ ປະຕິບັດບັນດາກົດໝາຍ, ດຳລັດຢ່າງເຄັ່ງຄັດ ແລະ ຈຳກັດການຄ້າຂາຍເຖື່ອນ, ປາບປາມຢາເສບຕິດ ແລະ ຈະສືບຕໍ່ແກ້ໄຂບັນດາເຫດການຕ່າງໆ ແລະ ພະຍາຍາມປົກປ້ອງສິ່ງທີ່ຖືກຕ້ອງ ແລະ ບໍລິຫານງານປະເທດດ້ວຍຄວາມເປັນທຳ. ໃນຂະນະທີ່ການຂະຫຍາຍຕົວຂອງເສດຖະກິດປີນີ້ຈະຢູ່ໃນລະດັບ 6,4% ...

Read More »