ສັນຍາຮ່ວມມື ເພື່ອສະໜອງຂໍ້ມູນຂ່າວສານດ້ານຕະຫຼາດແຮງງານ ໃຫ້ກັບສັງຄົມລາວ

ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບບໍລິສັດ ຮ້ອຍແປດພັນເກົ້າກຣຸບ ໄດ້ເຊັນບົດບັນທຶກການຮ່ວມມື ກ່ຽວກັບການສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຕອບໂຈດໃຫ້ກັບສັງຄົມ ກໍຄືອົງກອນຜູ້ທີ່ຢາກໄດ້ແຮງງານ ແລະ ຜູ້ທີ່ຢາກມີວຽກເຮັດງານທຳ ສາມາດມີຊ່ອງທາງ ແລະ ຂໍ້ມູນ ຄວາມຕ້ອງການໄດ້ເຂົ້າເຖິງໄດ້ງ່າຍ ຜ່ານເວັບໄຊຂອງ 108 Job

ພິທີເຊັນບັດບັນທຶກ ການຮ່ວມມືລະຫວ່າງສູນບໍລິການຈັດຫາງານ ແລະ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ( 108 Job)  ໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ີ້ນີ້ ວັນທີ 26 ມິຖຸນາ 2019  ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ.  ໂດຍການປະທານຮ່ວມຂອງທ່ານ ຄຳແສນ ໄຊຍະວົງ  ຫົວໜ້າສູນບໍລິການຈັດຫາງານ ແລະ ທ່ານ ແກ້ວວິສຸກ ດາລາສານ ປະທານບໍລິສັດ ຮ້ອຍແປດພັນເກົ້າ ກຣູບ ແລະ ຮ່ວມເປັນສັກຂີພິຍານ ໂດຍທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມ ພັດທະນາສີມືແຮງງານ ແລະ ຈັດຫາງານ, ພ້ອມມີບັນດາບໍລິສັດຈັດຫາງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຊັນບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້ ມີຈຸດປະສົງ ເພື່ອຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຄວາມຕ້ອງການນຳໃຊ້ແຮງງານ ຂອງຫົວໜ່ວຍແຮງງານ, ຜູ້ປະກອບການເຂົ້າໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ.

ໂດຍຝ່າຍ ສູນບໍລິການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະດຳເນີນການດັ່ງນີ້:

  1. ຕິດຕາມການລົງທະບຽນຄວາມຕ້ອງການນຳໃຊ້ແຮງງານ ພາຍໃຕ້: ເຄື່ອຂ່າຍບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ໃນເວັບໄຊລະບົບຂໍ້ມູນຂ່າວສານຕະຫຼາດແຮງງານຢ່າງເປັນປົກກະຕິ.
  2. ຈັດສົ່ງຜູ້ຊອກວຽກ ພາຍໃຕ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ເຂົ້າສຳພາດວຽກຕາມຕໍາແໜ່ງວ່າງທີ່ປະກາດ.
  3. ຊ່ວຍຊຸກຍູ້ ແລະ ສະໜັບສະໜູນ ບໍລິສັດ ຮ້ອຍແປດພັນເກົ້າກຣຸບ ຈຳກັດຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຄວາມຕ້ອງການນຳໃຊ້ແຮງງານໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ.
  4. ຄຸ້ມຄອງ ແລະ ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຂອງສັງຄົມ

ສຳລັບຝ່າຍບໍລິສັດ ຮ້ອຍແປດພັນເກົ້າກຣຸບ ຈຳກັດ ຈະດຳເນີນການດັ່ງນີ້:

  1. ຊອກຫາຂໍ້ມູນຄວາມຕ້ອງການນຳໃຊ້ແຮງງານ ໃນຕະຫຼາດແຮງງານຂອງ ສປປ ລາວ.
  2. ສະໜອງຂໍ້ມູນຕໍາແໜ່ງງານວ່າງເຂົ້າຢູ່ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ
  3. ແນະນຳໃຫ້ຜູ້ປະກອບການ ລາຍງານການບັນຈຸງານຂອງຕົນ ຕໍ່ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ
  4. ຮ່ວມກັບສູນບໍລິການຈັດຫາງານ ເພື່ອປັບປຸງລະບົບຂໍ້ມູນຂ່າວສານແຮງງານໃຫ້ມີຄວາມທັນສະໄໝ ແລະ ສະດວກສະບາຍໃນການນຳໃຊ້.
  5. ຮ່ວມແນະນຳ ແລະ ໂຄສະນາ ແລະ ເຜີຍແພ່ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໃຫ້ແກ່ສັງຄົມ.

Comments