Author Archives: Paeng KC

ວາງສີລາລືກໂຄງການກໍ່ສ້າງພັດທະນາ ເຂດເສດຖະກິດ ວັງເຕົ່າ-ໂພນທອງ

ໂຄງການກໍ່ສ້າງພັດທະນາເຂດເສດຖະກິດວັງເຕົ່າ- ໂພນທອງ ໄດ້ມີຂຶ້ນໃນວັນທີ 12 ກໍລະກົດ ຜ່ານມານີ້ ທີ່ເມືອງ ໂພນທອງ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ທ່ານ ອຸດອນ ແກ້ວດວງດີ ປະທານບໍລິສັດດວງດີ ກໍ່ສ້າງຂົວ-ທາງຈຳກັດ ແລະ ເປັນປະທານຮ່ວມທຶນພັດທະນາເຂດເສດຖະກິດວັງເຕົ່າ-ໂພນທອງ ຈຳກັດ. ທ່ານ ຄຳພົນ ນວນແສງສີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ ໄດ້ກ່າວວ່າ: ເຂດເສດຖະກິດວັງເຕົ່າ-ໂພນທອງ ແມ່ນເຂດເສດຖະກິດເຂດໜຶ່ງໃນ 5 ເຂດ ຢູ່ແຂວງຈຳປາສັກສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງຮອງປະທານຜູ້ປະຈຳການຄະນະເຂດເສດຖະກິດພິເສດ ໃນປີ 2016 ຊຶ່ງ ມີເນື້ອທີ່ 253 ເຮັກຕາມູນຄ່າການລົງທຶນ 250.000.000 ໂດລາ ຫຼື ປະມານ 2.000 ກວ່າ ຕື້ກີບ ໂດຍການຮ່ວມທຶນພັດທະນາຈາກລັດ 30% ແລະ ບໍລິສັດ 70% ມີອາຍຸສຳປະທານ 99 ປີ ຢູ່ໃນເຂດດັ່ງກ່າວຈະພັດທະນາຫຼາຍຂະແໜງການປະກອບມີຮ້ານຄ້າປອດພາສີ, ສູນການຄ້າ ແລະ ...

Read More »

“ຕຸຕູ່” ໄຜ່ທິດາ ໂພທິສານ ຕົວແທນສາວລາວ ຮ່ວມປະກວດ Miss friendship international 2019

ໃນຕອນບ່າຍ ວັນທີ 13 ກໍລະກົດ 2019 ທີ່ຜ່ານມາ, ໄດ້ຈັດງານຖະແຫຼງຂ່າວ ແຕ່ງຕັ້ງ ແລະ ສົ່ງຕົວແທນນາງສາວມິດຕະພາບໃນໂຄງການປະກວດນາງສາວລາວ ປີ 2018 ເຂົ້າຮ່ວມປະກວດເວທີສາກົນ ກໍຄື Miss friendship international 2019 ທີ່ເມືອງ ເສິນຕູ່ ສປ ຈີນ. ທີ່ຈະໄດ້ຈັດຂຶ້ນໃນວັນທີ 17-27 ກໍລະກົດທີ່ຈະເຖິງນີ້. ໂດຍຕົວແທນແມ່ຍິງລາວທີ່ຈະເຂົ້າປະກວດໃນຄັ້ງທາງຄະນະປະທານພິທີໄດ້ເລືອກເອົາ ນາງ ໄຜ່ທິດາ ໂພທິສານ ຫຼື ນ້ອງຕູ່ຕູ່ ອາຍຸ 25 ປີ ເປັນສາວງາມຈາກເວທີການປະກວດມິດລາວ 2018 ເຂົ້າຮອບ 15 ຄົນສຸດທ້າຍ ພ້ອມກັບໄດ້ຮັບລາງວັນ ນາງສາວມິດຕະພາບ ໂດຍຈາກການໂຫວດຂອງໝູ່ເພື່ອໃນກອງປະກວດ ມິດລາວ 2018. ໂດຍ ຕຸຕູ່ ຈະໄດ້ເປັນຕົວແທນຂອງສາວລາວ ເພື່ອເຂົ້າຮ່ວມປະກວດກັບສາວງາມຫຼາຍກວ່າ 50 ປະເທດທົ່ວໂລກ. ຕຸຕູ່ ນາງແບບສາວລາວ ທີ່ບໍ່ມີແຕ່ຄວາມງາມ ແລະ ມີສະເໜ່ເທົ່ານັ້ນ, ແຕ່ ຕຸຕູ່ ຍັງມີຫຼາກຫຼາຍຄວາມສາມາດເຊັ່ນ: ເປັນນັກຊົງກາເຟຍອດ ໄດ້ຮັບລາງວັນຊະນະເລີດລະດັບປະເທດ ...

Read More »

ການນຳ ພ້ອມດ້ວຍລູກຫຼານ ຮ່ວມໃສ່ບາດ ວັນຄ້າຍວັນເກີດ ປະທານ ສຸພານຸວົງ

ບັນດາການນຳ, ພະນັກງານ-ລັດຖະກອນ, ພ້ອມດ້ວຍຄອບຄົວ, ລູກຫລານ ສຸພານຸວົງ ແລະ ຊາວນະຄອນຫຼວງວຽງຈັນ, ຊຶ່ງນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພ້ອມກັນໃສ່ບາດ ແລະ ຖວາຍກອງບຸນແດ່ພະສົງ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະ ທານ ສຸພານຸວົງ ຄົບຮອບ 110 ປີ (13 ກໍລະກົດ 1909-13 ກໍລະກົດ 2019). ພິທີໃສ່ບາດ ແລະ ຖວາຍກອງບຸນແດ່ພະສົງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2019 ຢູ່ທີ່ຫໍ ພິພິທະພັນ ປະທານ ສຸພານຸວົງ ບ້ານໂພນສະອາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ຊຶ່ງມີກອງອັດຖະ 2 ກອງ ເພື່ອອຸທິດສ່ວນບຸນກຸສົນ ເຖິງ ທ່ານປະທານ ສຸພານຸວົງ ຜູ້ນໍາທີ່ຈົ່ງຮັກພັກດີ, ເສຍສະຫລະ ແລະ ອຸທິດ ເພື່ອພາລະກິດຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທີ່ມາ: ຂ່າວສານປະເທດລາວ.

Read More »

6 ເດືອນຕົ້ນປີ 2019 ກົມສ່ວຍສາອາກອນເກັບລາຍຮັບໄດ້ 3.000 ຕື້ກວ່າກີບ

ກອງ​ປະ­ຊຸມ​ສ່ວຍ​ສາ​ອາ­ກອນ​ທົ່ວ​ປະ­ເທດ ສະ­ຫຼຸບ​ຕີ​ລາ­ຄາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແຜນ​ຄາດ​ຄະ­ເນ​ບາງ​ມາດ­ຕາ​ວຽກ​ງານ 6 ເດືອນ​ທ້າຍ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 11 ກໍ­ລະ­ກົດ 2019 ຢູ່​ກົມ​ສ່ວຍ​ສາ​ອາ­ກອນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ພູ​ທະ­ນູ​ເພັດ ໄຊ​ສົມ­ບັດ ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ມີ​ຮອງ​ຫົວ­ໜ້າ​ກົມ ຫົວ­ໜ້າ-ຮອງ​ຫົວ­ໜ້າ​ພະ​ແນກ​ສ່ວຍ​ສາ​ອາ­ກອນ​ແຂວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ທ່ານ ກົງ​ຄຳ ສິດ­ທິ​ວໍ­ລະ​ດາ ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ກ່າວ​ວ່າ: 6 ເດືອນ​ຜ່ານ​ມາ ກົມ​ສ່ວຍ​ສາ​ອາ­ກອນ​ໄດ້​ເອົາ­ໃຈ­ໃສ່​ສຶກ​ສາ​ອົບ­ຮົມ​ແນວ​ຄິດ-ການ­ເມືອງ ໃຫ້​ພະນັກ­ງານ ຍົກ​ສູງ​ຄຸນ​ທາດ​ການ­ເມືອງ ໃຫ້​ມີ​ສະ­ຕິ​ຕໍ່​ການ­ຈັດ­ຕັ້ງ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ​ຕໍ່­ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ ຈຶ່ງ​ເຮັດ​ໃຫ້­ການ​ປະ­ຕິ­ບັດ​ວຽກ​ງານ​ຫຼາຍ​ດ້ານ ໄດ້​ຮັບ​ຜົນ­ສຳ­ເລັດ ເປັນ­ຕົ້ນ ວຽກ​ງານ​ປັບ­ປຸງ​ກົນ​ໄກ ແລະ ການ​ຫັນ​ເປັນ​ທັນ​ສະ­ໄໝ ການ​ຮ່ວມ​ມື​ສາ­ກົນ ການ​ຫັນ​ຫົວ­ໜ່ວຍ​ມອບ​ເໝົາ ເຂົ້າ​ສູ່​ລະ­ບົບ​ອາ­ກອນ​ມູນ​ຄ່າ​ເພີ່ມ ແລະ ອື່ນໆ. ປີ 2019 ໄດ້​ຮັບ​ຕົວ​ເລກ​ເກັບ​ລາຍ​ຮັບ 12.320 ຕື້​ກີບ ທຽບ­ໃສ່​ແຜນ­ການ​ດັດ­ແກ້ ປີ 2016 ເພີ່ມ​ຂຶ້ນ 6,03% (11.600 ຕື້​ກີບ) ໃນ​ນີ້ ກົມ​ສ່ວຍ​ສາ​ອາ­ກອນ​ຮັບ­ຜິດ­ຊອບ 7.511,78 ຕື້​ກີບ ...

Read More »

ນາຍົກ ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາວະລີປະທານສຸພານຸວົງ ໃນໂອກາດວັນເກີດປະທານຄົບຮອບ 110 ປີ

ໃນຕອນເຊົ້າມື້ນີ້ ວັນທີ 13 ກໍລະກົດ 2019 ຊຶ່ງເປັນວັນຄົບຮອບ 110 ປີ ຂອງວັນເກີດປະທານສຸພານຸວົງ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ການນຳຂອງແຂວງຫຼວງພະບາງ ໄດ້ໄປເຂົ້າວາງກະຕ່າດອກໄມ້ ທີ່ອານຸສາລະລີຂອງປະທານສຸພານຸວົງ, ທີ່ບ້ານນາວຽງຄຳ, ນະຄອນຫຼວງພະບາງ ເພື່ອສະແດງຄວາມຮູ້ບຸນຄຸນ ທີ່ປະທານສຸພານຸວົງ ໄດ້ອຸທິດເລືອດເນື້ອ ແລະ ສະຕິປັນຍາ ເຂົ້າໃນການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍ່ຄື ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນໄລຍະໃໝ່. ນອກຈາກການວາງກະຕ່າດອກໄມ້ແລ້ວ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດຂຽນບົດຄຳເຫັນ ຕໍ່ປື້ມບັນທຶກຄວາມເຫັນຕໍ່ປະທານສຸພານຸວົງຕື່ມອີກ. ສຳລັບກິດຈະກຳການສະເຫຼີມສະຫຼອງວັນເກີດຂອງປະທານສຸພານຸວົງ ຢູ່ແຂວງຫຼວງພະບາງ ປີນີ້ ຈະຈັດຂື້ນໃນວັນທີ່ 17 ກໍລະກົດ ໂດຍຈະເລີ່ມຈາກການເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຂອງປະທານສຸພານຸວົງ ທີ່ມະຫາວິທະຍາໄລສຸພານຸວົງ ວິທະຍາເຂດບ້ານດອນໃໝ່ ນະຄອນຫຼວງພະບາງ; ຈາກນັ້ນ ກໍ່ຈະມີການປາຖະກະຖາ ທີ່ສະໂມສອນຂອງມະຫາວິທະຍາໄລດັ່ງກ່າວຕື່ມອີກ. ຂ່າວ;ພາບ: ອາພຸດເດດ ບຸບຜາ

Read More »

ຮອງນາຍົກ ຮ່ວມປ່ອຍຄືນສູ່ທຳມະຊາດ ຈຳນວນ 2 ແສນກວ່າໂຕ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາທູດຕານຸທູດ, ຮອງລັດຖະມົນຕີ ແລະ ພໍ່ແມ່ປະຊາຊົນ ຮ່ວມພິທີປ່ອຍປາ ເນື່ອງໃນວັນປ່ອຍປາ, ອະນຸລັດສັດນ້ຳ ແລະ ສັດປ່າ ແຫ່ງຊາດ ທີ່ອ່າງນ້ຳຊ່ວງ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 13 ກໍລະກົດ 2019. ສຳລັບປີ 2019 ນີ້ ມີແຜນຈະປ່ອຍປາ ຄືນສູ່ທຳມະຊາດຈຳນວນ 50 ລ້ານໂຕ ໃນຂອບເຂດທົ່ວປະເທດ, ສະເພາະ ນະຄອນຫຼວງວຽງຈັນ ມີເປົ້າໝາຍປ່ອຍປາ ຈຳນວນ 580.000 ໂຕ ແລະ ສຳລັບມື້ນີ້ໄດ້ປ່ອຍປາ ທັງໝົດຈຳນວນ 250.000 ໂຕ, ຊຶ່ງປະກອບມີ ປາປາກ, ປາເຂັງ, ປາເກັດແລບ, ປານິນ ແລະ ປາໄນ, ນອກຈາກນີ້ຈະໄດ້ປ່ອຍພໍ່ພັນ ແລະ ແມ່ພັນປາທໍາມະຊາດ ຈຳນວນ 550 ...

Read More »

ງານເປີດໂຕລົດລຸ້ນໃຫມ່ ຟອດ ເອັກໂຄສະປອດ ຄວາມປອດໄພລະດັບ 5 ດາວ

ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ ໂດຍທ່ານນາງ ສີວິໄລ ສຸດທຳມະວົງ ຕາງໜ້າທີ່ປຶກສາທາງດ້ານການຂາຍ, ມີບັນດາຄະນະຜູ້ບໍລິຫານລາວຟອດຊີຕີ້ ແລະ ລູກຄ້າເຂົ້າຮ່ວມງານເບິກບານມ່ວນຊື່ນ ພ້ອມກັບແຈກຂອງຂວັນລາງວັນຫຼາກຫຼາຍຢ່າງໃຫ້ກັບຜູ້ເຂົ້າຮ່ວມງານ. ຟອດເອັກໂຄ ສະປອດ ໃໝ່ ທີ່ເປັນລົດ SUV ຂະໜາດນ້ອຍທີ່ດີທີ່ສຸດສຳລັບຄົນໃຊ້ຊີວິດໃນເມືອງ ແລະ ມາພ້ອມກັບເຄື່ອງຈັກໃຫມ່ 1.oL EcoBoost ທີ່ໃຫ້ພະລັງ ແລະ ຄວາມປະຢັດນໍ້າມັນສຸດໆ 23 ກິໂລແມັດ ຕໍ່ລິດ ແຕ່ຈະມີຄວາມແຮງກວ່າລຸ້ນເກົ່າ ເຮັດໃຫ້ຂັບໄດ້ໃຈກວ່າເກົ່າ ສົມກັບໄດ້ຮັບລາງວັນເຄື່ອງຈັກດີເດັ່ນ 6 ປີຊ້ອນ (2012-2017) ເຊິ່ງເຮັດໃຫ້ມີການຍອມຮັບກັນທົ່ວໂລກ. ເອັກໂຄ ສະປອດ ...

Read More »

13 ກໍລະກົດ 2019 ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 110 ປີ.

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9 ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫຼວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພິ່ນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ...

Read More »

ສປປ ລາວ ແລະ ສະຫະລັດອາເມລິກາ ຮ່ວມມືສະໜັບສະໜູນຊາວກະສິກອນ ແລະ ເສີມຂະຫຍາຍດ້ານການຄ້າ

ສະຫະລັດອາເມລິກາ ຮ່ວມມືກັບ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ເສີມຂະຫຍາຍການຄ້າ ໃຫ້ແກ່ຜົນຜະລິດທາງດ້ານກະສິກໍາຂອງລາວ. ໃນວັນທີ 10 ກໍລະກົດ 2019 ທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການວິນຣັອກ ສາກົນ (WinrockInternational) ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ ຂອງ ກະຊວງກະສິກໍາ ແຫ່ງ ສ. ອາເມລິກາ (CLEAN) ເຊິ່ງໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມລິກາ. ເອກອັກຄະລັດຖະທູດ ສ. ອາເມລິກາ ທ່ານນາງ ຣີນາບິດເຕີແລະ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມເປັນສັກຂີພະຍານ ໃນການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ວິໄລສຸກ ເຄນນາວົງ ຫົວໜ້າກົມປູກຝັງ ແລະ ທ່ານ ອາເລັກຊານເດີ ດາຮານ ຫົວໜ້າໂຄງການ CLEAN. ໂຄງການ CLEAN ແມ່ນໂຄງການໄລຍະ ...

Read More »

ປິນີ້!!! ທົ່ວປະເທດ ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍ ແລ້ວ 28 ຄົນ

ປັດຈຸບັນສະພາບ ການລະບາດຂອງພະຍາດ ໄຂ້ຍຸງລາຍ ຢູ່ຫລາຍແຂວງ ໃນ ທົ່ວປະເທດ ແມ່ນມີທ່າອ່ຽງມເພີ່ມຂຶ້ນ ນັບແຕ່ຕົ້ນເດືອນມັງກອນ ຫາ ເດືອນມິຖຸນາ 2019 ນີ້, ມີຜູ້ຕິດເຊື້ອ 12.550 ຄົນ, ເສຍຊີວິດ 28 ຄົນ, ໃນນັ້ນ ແຂວງ ທີ່ຕິດເຊື້ອຫລາຍກວ່າໝູ່ ແມ່ນ ແຂວງ ຈຳປາສັກ 2.532 ຄົນ, ເສຍຊີວິດ 5 ຄົນ. ດັ່ງນັ້ນ ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ ກຳຈັດ ແລະ ທຳລາຍ ແຫລ່ງເພາະພັນ ໜອນນ້ຳຍຸງລາຍ ທີ່ເປັນພາຫະນຳເຊື້ອ ໄຂຍຸງລາຍ ເປັນວຽກງານໜຶ່ງທີ່ສຳຄັນ ທີ່ຈະຕ້ອງໄດ້ ຈັດຕັ້ງປະຕິບັດ ໃຫ້ເປັນປະຈຳທຸກອາທິດ ແນໃສ່ເຮັດໃຫ້ ການລະບາດ ຂອງ ໄຂ້ຍຸງລາຍໃຫ້ຫລຸດລົງ ເທື່ອລະກ້າວ. ການທຳລາຍແຫລ່ງ ເພາະພັນ ໜອນນ້ຳຍຸງລາຍ ບໍ່ພຽງແຕ່ ແມ່ນໜ້າທີ່ ຂອງສຳນັກງານ, ອົງ ການໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ຂອງໝົດທຸກຄົນໃນທົ່ວສັງຄົມ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ ກຳຈັດ ...

Read More »