13 ກໍລະກົດ 2019 ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 110 ປີ.

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9 ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫຼວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພິ່ນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.

ທ່ານ ເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພິ່ນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວ ໃນ ເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ ເຊິ່ງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ.

ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991ເພ່ິນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫຼວງວຽງຈັນ

ຂໍແຈ້ງຂ່າວບຸນກຸສົນ ມາຍັງອົງການຈັດຕັ້ງພັກ-ລັດ, ພະນັກງານ-ລັດຖະກອນ ແລະ ຍາດຕິພີ່ນ້ອງ ເຂົ້າຮ່ວມທຳບຸນ ກັບ ທາງສູນກາງແນວລາວສ້າງຊາດ ຮ່ວມກັບຄອບຄົວ,​ ລູກຫຼານສຸພານຸວົງ ທີ່ໄດ້ຕັ້ງກອງອັດຖະ 2​ ກອງ ເພື່ອອຸທິດສ່ວນບຸນກຸສົນ ເຖິງທ່ານປະທານ ສຸພານຸວົງ  ອາດີດ ກຳມະການກົມການເມືອງສູນກາງພັກ ປະທານປະເທດ ສປປ ລາວ, ປະທານສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 110 ປີ ນີ້ (13/7/1909-13/7/2019)

ພິທີຈະໄດ້ຈັດຂຶ້ນໃນວັນທີ 12-13 /7/2019 ທີ່ຫໍພິພິຕະພັນ ປະທານສຸພານຸວົງ, ບ້ານໂພນສະອາດ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ລາຍລະອຽດດັ່ງລຸ່ມນີ້:

Comments