ນາຍົກ ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາວະລີປະທານສຸພານຸວົງ ໃນໂອກາດວັນເກີດປະທານຄົບຮອບ 110 ປີ

ໃນຕອນເຊົ້າມື້ນີ້ ວັນທີ 13 ກໍລະກົດ 2019 ຊຶ່ງເປັນວັນຄົບຮອບ 110 ປີ ຂອງວັນເກີດປະທານສຸພານຸວົງ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ການນຳຂອງແຂວງຫຼວງພະບາງ ໄດ້ໄປເຂົ້າວາງກະຕ່າດອກໄມ້ ທີ່ອານຸສາລະລີຂອງປະທານສຸພານຸວົງ, ທີ່ບ້ານນາວຽງຄຳ, ນະຄອນຫຼວງພະບາງ ເພື່ອສະແດງຄວາມຮູ້ບຸນຄຸນ ທີ່ປະທານສຸພານຸວົງ ໄດ້ອຸທິດເລືອດເນື້ອ ແລະ ສະຕິປັນຍາ ເຂົ້າໃນການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍ່ຄື ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນໄລຍະໃໝ່.

ນອກຈາກການວາງກະຕ່າດອກໄມ້ແລ້ວ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດຂຽນບົດຄຳເຫັນ ຕໍ່ປື້ມບັນທຶກຄວາມເຫັນຕໍ່ປະທານສຸພານຸວົງຕື່ມອີກ.
ສຳລັບກິດຈະກຳການສະເຫຼີມສະຫຼອງວັນເກີດຂອງປະທານສຸພານຸວົງ ຢູ່ແຂວງຫຼວງພະບາງ ປີນີ້ ຈະຈັດຂື້ນໃນວັນທີ່ 17 ກໍລະກົດ ໂດຍຈະເລີ່ມຈາກການເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຂອງປະທານສຸພານຸວົງ ທີ່ມະຫາວິທະຍາໄລສຸພານຸວົງ ວິທະຍາເຂດບ້ານດອນໃໝ່ ນະຄອນຫຼວງພະບາງ; ຈາກນັ້ນ ກໍ່ຈະມີການປາຖະກະຖາ ທີ່ສະໂມສອນຂອງມະຫາວິທະຍາໄລດັ່ງກ່າວຕື່ມອີກ.

ຂ່າວ;ພາບ: ອາພຸດເດດ ບຸບຜາ

Comments