Author Archives: Paeng KC

Market Trend ໃນປີ 2020 ຈະມີຫຍັງແດ່?

ຫົວໃຈສໍາຄັນຂອງການພັດທະນາທຸລະກິດແບບຢືນຍົງກໍຄື ການເບິ່ງໂລກໄລຍະໄກ ໃຫ້ເຫັນຮອດອະນາຄົດ ເພາະເມື່ອຍຸກສະໄໝປ່ຽນໄປ ພຶດຕິກໍາ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກກໍຕ້ອງປ່ຽນໄປນໍາ. ສິ່ງເຫຼົ່ານີ້ຈຶ່ງມີຄວາມຈໍາເປັນທີ່ບັນດາຜູ້ປະກອບການຕ້ອງໄດ້ຮຽນຮູ້ເພື່ອໃຫ້ຕາມກະແສໂລກໃຫ້ທັນ, ຖ້າເຮົາຮູ້ອະນາຄົດ ນັ້ນໝາຍຄວາມວ່າ ເຮົາສາມາດສ້າງສິ່ງຕ່າງໆໃຫ້ກົງກັບຄວາມຕ້ອງການຂອງຄົນຮຸ່ນຕໍ່ໄປໄດ້, ບໍ່ວ່າຈະເປັນນະວັດຕະກໍາ ຫຼືການປັບປຸງແຜນການເຮັດວຽກໃຫ້ສອດຄ່ອງກັບກະແສຄວາມນິຍົມທີ່ຈະເກີດຂຶ້ນໃນອະນາຄົດ. ເພື່ອໃຫ້ການພັດທະນາທຸລະກິດຂອງທ່ານໃນມື້ນີ້ຍືນຍົງ ເຮົາມາ ”ອັບເດດ” ນໍາກັນວ່ານະວັດຕະກຳ ແລະຄ່ານິຍົມ ໃນປິ 2020 ຈະມີຫຍັງທີ່ມາແຮງແດ່? E-Mobility: ຈະດີແນວໃດ ຖ້າລົດຂອງທ່ານບໍ່ຕ້ອງໃສ່ນໍ້າມັນອີກຕໍ່ໄປ. ເພາະປີ 2020 ຈະເປັນຍຸກຂອງການຂັບເຄື່ອນດ້ວຍລະບົບໄຟຟ້າ ທີ່ຈະປ່ຽນພະລັງງານເຊື້ອໄຟໃນການຂັບເຄື່ອນ ຈາກນໍ້າມັນມາເປັນພະລັງງານໄຟຟ້າ, ເຊິ່ງທ່ານຈະສາມາດຕຶ່ມພະລັງງານຂັບເຄື່ອນໄດ້ດ້ວຍການສາກໄຟຟ້າເຂົ້າໄປໃນກ້ອນຖ່ານ (Battery) ປະສິດທິພາບສູງ ແລະ ຄາດວ່າໃນປີ 2020 ຈະມີພາຫະນະທີ່ຂັບເຄື່ອນດ້ວຍລະບົບໄຟຟ້າ ທັງ 2 ລໍ້ ແລະ 4 ລໍ້ ອອກມາວາງຂາຍຫຼາຍກວ່າ 40 ລ້ານຄັນທົ່ວໂລກ. Green Concept: ຍິ່ງເຮົາກໍາລັງກ້າວເຂົ້າໄປໃນໂລກເຕັກໂນໂລຊີ ຫຼາຍເທົ່າໃດ ເຮົາກໍຍິ່ງຕ້ອງໃຫ້ຄວາມສໍາຄັນກັບສິ່ງແວດລ້ອມຫຼາຍຂຶ້ນ. ໂລກໃນຍຸກປີ 2020 ຈະໃຫ້ຄວາມສໍາຄັນກັບແນວຄິດສີຂຽວຫຼາຍຂຶ້ນ ເຊັ່ນ: ສະພາບອາກາດໂລກທີ່ປັ່ນປ່ວນຫຼາຍຂຶ້ນ, ການສ້າງອາຄານ, ສໍານັກງານ ຫຼື ບ່ອນພັກອາໄສ ຈະຖືກອອກແບບໃຫ້ເປັນລັກສະນະສີຂຽວ ...

Read More »

ຈະຫັນ SMEs ອອກຈາກກິດຈະການທີ່ບໍ່ເປັນທາງການແນວໃດ?

ຈາກຜົນການສຳຫຼວດໃນປີ 2016 ພົບວ່າ: ປະມານ 86% ຂອງວິສາຫະກິດຢູ່ລາວ ແມ່ນຈັດເປັນປະເພດຈຸລະວິສາຫະກິດ ຫຼື ເປັນທຸລະກິດຄອບຄົວ ທີ່ດຳເນີນກິດຈະການແບບບໍ່ເປັນທາງການ (Informal Sector) ໂດຍບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ. ນັ້ນກາຍເປັນອຸປະສັກໜຶ່ງ ທີ່ເຮັດໃຫ້ຜູ້ປະກອບກິດຈະການເຫຼົ່ານັ້ນ ບໍ່ສາມາດໄດ້ຮັບປະໂຫຍດຈາກນະໂຍບາຍສົ່ງເສີມຂອງລັດຖະບານ ເປັນຕົ້ນແມ່ນ ການເຂົ້າເຖິງແຫຼ່ງທຶນ,​ ການຍົກລະດັບຂີດຄວາມສາມາດ ແລະ ອື່ນໆ.​ ໃນຂະນະທີ່ພາກລັດເອງ ກໍຂາດສະຖິຕິຂໍ້ມູນທີ່ຖືກຕ້ອງແນ່ນອນ ກ່ຽວກັບຈໍານວນຫົວໜ່ວຍຜູ້ປະກອບກິດຈະການ ທີ່ກຳລັງເຄື່ອນໄຫວດ້ານໃດໜຶ່ງ ອັນເຮັດໃຫ້ລັດຖະບານ ບໍ່ສາມາດເກັບລາຍຮັບຈາກພາສີອາກອນເຂົ້າງົບປະມານແຫ່ງຊາດໄດ້ຢ່າງເຕັມສ່ວນ. ສະນັ້ນ, ບັນຫາທີ່ມີຜູ້ດຳເນີນກິດຈະການແບບບໍ່ເປັນທາງການ ຈິ່ງເປັນໜຶ່ງໃນບັນຫາທີ່ລັດຖະບານ ຄວນເອົາໃຈໃສ່. ຜົນການສຶກສາໃນທົ່ວໂລກ ໄດ້ຊີ້ໃຫ້ເຫັນວ່າ: ລະບຽບກົດໝາຍທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຊຸກຍູ້ໃຫ້ຜູ້ປະກອບກິດຈະການ ເລືອກທີ່ຈະດຳເນີນທຸລະກິດຢູ່ນອກລະບົບ. ຍ້ອນຄວາມເປັນຈິງທີ່ວ່າ ການຢູ່ນອກລະບົບອາດເພີ່ມກຳໄລໃຫ້ແກ່ຜູ້ປະກອບກິດຈະການໃນໄລຍະສັ້ນ ໂດຍການຫຼີກ ການເສຍພັນທະອາກອນ, ການແບກຫາບພາລະທີ່ເກີດຈາກການບໍລິຫານ-ຄຸ້ມຄອງລັດ ທີ່ອາດບໍ່ມີປະສິດທິຜົນພຽງພໍ ແລະ ການປະກອບສ່ວນເຂົ້າໃນຄວາມປອດໄພທາງສັງຄົມ. ການຫຼີກຄວາມຫຍຸ້ງຍາກ ແລະຄ່າໃຊ້ຈ່າຍທີ່ໄດ້ກ່າວມານັ້ນ ແນ່ນອນວ່າຈະເຮັດໃຫ້ຜູ້ປະກອບກິດຈະການ ມີຄວາມຄ່ອງຕົວຫຼາຍຂຶ້ນໃນການດຳເນີນກິດຈະການຂອງພວກເຂົາ. ດັ່ງນັ້ນ ຈິ່ງບໍ່ເປັນໜ້າແປກໃຈວ່າ: ເປັນຫຍັງຜູ້ປະກອບການຈໍານວນຫຼາຍຈິ່ງເລືອກທີ່ຈະເຄື່ອນໄຫວຢູ່ນອກລະບົບ.  ຈາກຜົນການປະເມີນຕົວຊີ້ວັດ ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ຫຼື ເອັສເອັມອີ (SMEs) ຂອງອາຊຽນ ປີ 2018 ໄດ້ຊີ້ໃຫ້ເຫັນວ່າ: ...

Read More »

ແ​ມ່ນ​ແທ້​ບໍ່ ທີ່ຄົນ​ລາວ​ເປັນ​ຄົນ “​ບໍ່​ຫ່ວງ​ໂລກ”​?

ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານຄວາມ​ໝາຍ​ທີ່ຢ​າກ​ສື່​ເຖິງ ມັນ​ບໍ່​ໄດ້​ກ່ຽວ​ກັບ​ໂລກ​ຮ້ອນແຕ່​ຢ່າງ​ໃດ ແຕ່​ມັນ​ກ່ຽວ​ຂ້ອງ​ກັບ​ຄຸນ​ລັກ​ສະ​ນະ​ນິດ​ໄສ​ພາຍ​ໃນຂອງ​ຄົນ​ລາວ​ເຮົາ​ທີ່​ຕ້ອງປັບ​ປຸງ​ແກ້​ໄຂ ຖ້າ​ຢາກ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ​ກ້າວ​ໜ້າ​ໄປ​ໄກ ກໍ​ຕ້ອງ​ເລີ່ມ​ຕົ້ນ​ແກ້​​ທີ່​ນິດ​ໄສ​ຂອງ​ຄົນ​ໃນ​ຊາດ​ກ່ອນ. ແນ່ນອນ​​ເລື່ອງ​​ທີ່ຈະ​ເລົ່າ​ຕໍ່​ໄປ​ນີ້​ແມ່ນ​ມີ​​ທີ່​ມາ ແລະ ສາ​ເຫດ, ເພາະຂ້າ​ພະ​ເຈົ້າ​ບັງ​ເອີນ​ໄປ​ອ່ານ​ປຶ້ມ​ເກົ່າໆຫົວ​ໜຶ່ງ​ທີ່​ເກົ່າ​ແກ່​ຕັ້ງ​ແຕ່​ປີ 1974ມີ​ຕອນ​ໜຶ່ງ​ຂຽນ​ວ່າ “ນິດ​ໄສ​ຄົນ​ລາວ​ມັກ​ມ່ວນ, ມັກ​ກິນ, ມັກ​ງ່າຍ ແລະ ມັກ​ບໍ່​ມີ​ຄວາມ​ກັງ​ວົນ ເປັນ​ຄົນ​ນິດ​ໄສ​ບໍ່​ຫ່ວງ​ໂລກ” ຜູ້​ອ່ານ​ບາງ​ຄົນ​ອາດ​ຈະ​ຍັງ​ສົງ​ໄສ​ຢູ່​ວ່າ ແລ້ວ​ມັນ​ກ່ຽວ​ກັບ​ການ​ເຮັດ​ວຽກ​ຢູ່​ບ່ອນ​ໃດ? ເລື່ອງນີ້​ຄົງ​ຕ້ອງ​ກັບ​ໄປ​ອ່ານ​ຂ່າວ​ຄືນ​ອີກ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອອກ​ມາ​ແນະ​ນຳ​ໃຫ້​ຄົນ​ລາວ​ຕ້ອງ​ປ່ຽນ​ວິ​ທີ​ການ​ຜະ​ລິດ​ແບບ​ໃໝ່ ບໍ່​ແມ່ນ​ປູກ​ເຂົ້າ​ພໍ​ແຕ່​ກຸ້ມ​ກິນ​ແລ້ວ​ກໍ​ພໍ ຕ້ອງ​ປູກ​ເຂົ້າ​ເຫຼືອ​ເພື່ອ​ຈຳ​ໜ່າຍ​ເປັນ​ສິນ​ຄ້າ ຫາ​ລາຍ​ໄດ້​ທ້ອນ​ໂຮມ​ເງິນ​ໄວ້​ມື້​ໜ້າ ບໍ່​ແມ່ນ​ວ່າຫາ​ໄດ້​​ຊ່ຳ​ໃດ ກໍ​ກິນ​ຊ່ຳນັ້​ນ ໝົດ​ແລ້ວ​ຈິ່ງ​ໄປ​ຫາ​ໃໝ່ ໂດຍບໍ່​ສົນ​ໃຈ​ວ່າມື້​ໜ້າ​ຈະ​ຍັງ​ຫາ​ໄດ້​ແບບ​ເກົ່າ​ຢູ່​ບໍ? ຍິ່ງ​ບາງ​ຄົນ​ຫາ​ໄດ້​ຫ້າ ພັດ​ກິນ​ສິບ ອັນ​ນີ້ບໍ່​ແມ່ນ​ນິດ​ໄສ​ທີ່ບໍ່​ຫ່ວງ​ໂລກ ແຕ່​ເປັນ​​ນິດ​ໄສທີ່​ບໍ່​ຫ່ວງ​ອະ​ນາ​ຄົດ​ຕົນ​ເອງ ເພາະ​ຕ້ອງ​ເກີດ​ເປັນ​ໜີ້​ສິນ​ຕ່າງໆ​ຕາມ​ມາ. ບາງ​ຄົນ​ກໍ​ວ່າ ຍ້ອນ​ແຜ່ນ​ດິນ​ລາວ​ອຸ​ດົມ​ສົມ​ບູນ ໃນ​ນ້ຳ​ມີ​ປາ ​ເມື່ອ​ດຳ​ນາ​ແລ້ວ ກໍ​ຂຶ້ນນອນ​ຢູ່​ເທິງ​ຖຽງ​ນາ ​ຢ່າງ​ເຢັນສະ​ບາຍ​ອຸ​ລາ ຂອງວ່າ​ແຜ່ນ​ດິນ​ລາວ​ເຕັມ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ. ແຕ່​ກໍ​ຕ້ອງ​ຂໍ​ໂທດ ນັ້ນ​ເປັນ​ອະ​ດີດ​ໄປ​ແລ້ວ ເພາະ​ປັດ​ຈຸ​ບັນ​ນີ້ ຊັບ​ພະ​ຍາ​ກອນ​ກຳ​ລັງ​ຈະ​ໝົດ​ແລ້ວ ເມື່ອ​​ກ່ອນດິນ​ງາມ ແຕ່​ດຽວນີ້ ບໍ່​ຄື​ເກົ່າ​ແລ້ວ ແຕ່​ຖ້າ​ຍັງ​ມາ​ມົວ​ເມົາ​ ບຸນ​ບ້ານ​ເຮົາ​ຄ່ອຍຫຼິ້ນ​ຄ່ອຍ​ກິນ​ຢູ່ ຍາກ​​ສຸດທີ່​ປະ​ເທດ​ຊາດ​ຈະ​ພັດ​ທະ​ນາ​ໄດ້ ຖ້າບໍ່​ປ່ຽນ​ມາ​ເປັນ​ແບບ​ໃໝ່​ທີ່​ວ່າ “ບຸນ​ບ້ານ​ເຮົາ ​ຟ້າວຫຼິ້ນ​ຟ້າວ​ກິນ ເພາະ​ຕ້ອງ​ຟ້າວ​ໄປ​ເຮັດ​ວຽກ”. ບາດນີ້ ຂໍ​ກັບ​ມາ​ໃສ່​ເນື້ອ​ໃນຫຼັກ​ທີ່​ວ່າ ການ​ມີ​ນິດ​ໄສທີ່ມັກ​ງ່າຍ ...

Read More »

ການລົງທຶນໃນຮຸ້ນ

ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນປະໂຫຍກທີ່ວ່າ“ຄົນທຸກຫຼິ້ນຫວຍ ຄົນຮັ່ງມີຫຼິ້ນຮຸ້ນ”ແຕ່ທ່ານຮູ້ຫຼືບໍ່ວ່າ: ການເຂົ້າໄປລົງທຶນໃນຮຸ້ນຂອງບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບນັ້ນ ພຽງທ່ານມີເງິນເລີ່ມຕົ້ນ 2-3 ແສນກີບ ກໍສາມາດຊື້ຮຸ້ນໄດ້ແລ້ວ. ສະນັ້ນ ໃນບົດຄວາມນີ້ ຜູ້ຂຽນຈະມານຳສະເໜີອີກທາງເລືອກໜຶ່ງໃນການເພີ່ມພູນມູນຄ່າໃຫ້ແກ່ ການທ້ອນເງິນຂອງທ່ານ ໂດຍນຳເອົາຂໍ້ມູນຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມາປະກອບການນຳສະເໜີ. ການລົງທຶນໃນຕະຫຼາດທຶນລາວ ສາມາດລົງທຶນໄດ້ໃນ ສອງຕະຫຼາດ ຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ (ຕະຫຼາດຫຼັກຊັບລາວ). ການເຂົ້າໄປຊື້ຮຸ້ນຂອງບໍລິສັດທີ່ອອກຮຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວນັ້ນ ກໍຄືການເຂົ້າໄປເປັນເຈົ້າຂອງບໍລິສັດນັ້ນໆ ເຊັ່ນ: ເມື່ອທ່ານຊື້ຮຸ້ນຂອງ ຜ-ຟຟລ ທ່ານກໍຈະມີຖານະເປັນ ຜູ້ຖືຮຸ້ນ ຫຼື ເຈົ້າຂອງບໍລິສັດ ຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ, ແລະ ເມື່ອບໍລິສັດມີຜົນກຳໄລ ຈາກການດຳເນີນທຸລະກິດ ທ່ານຜູ້ຖືຮຸ້ນກໍຈະໄດ້ຮັບເງິນປັນຜົນຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ. ການລົງທຶນຊື້ຮຸ້ນໃນຕະຫຼາດຂັ້ນໜຶ່ງ ເປັນການຊື້ຮຸ້ນໂດຍກົງຈາກບໍລິສັດທີ່ອອກຮຸ້ນ ຕົວຢ່າງ: ຜ-ຟຟລ ເປີດຈອງ ຊື້ຮຸ້ນຄັ້ງທຳອິດໃນຕະຫຼາດຂັ້ນໜຶ່ງ ວັນທີ 16 – 24 ທັນວາ 2010, ເຊິ່ງ ຜ-ຟຟລ ໄດ້ປະກາດຂໍ້ມູນກ່ຽວກັບບໍລິສັດໃນໜັງສືຊວນຊື້ ເຊິ່ງລວມມີ: ຂໍ້ມູນທົ່ວໄປ, ຕົວເລກທາງການເງິນປີຜ່ານມາ, ຜູ້ບໍລິຫານ, ...

Read More »

ເລື່ອງທີ່ຄວນຮູ້ກ່ຽວກັບການຕະຫຼາດຍຸກ 5.0

ບັນດາ SMEs, Startups ແລະ ຫົວໜ່ວຍທຸລະກິດ ລວມໄປເຖິງນັກການຕະຫຼາດທັງຫຼາຍ ອາດຈະຮູ້ຈັກກັບ “ການຕະຫຼາດ ຍຸກ 5.0”ນີ້ເປັນຢ່າງດີ ວ່າເປັນການຕະຫຼາດທີ່ເນັ້ນໃຊ້ສື່ Digital ໃນການເຂົ້າເຖິງກຸ່ມເປົ້າໝາຍ ເພື່ອນໍາສະເໜີເນື້ອໃນ (Content)ຫຼືການໂຄສະນາສົ່ງເສີມການຂາຍ (Promotion)ເດັດໆທີ່ຕົນເອງມີຢູ່ໃຫ້ລູກຄ້າໄດ້ຮັບຮູ້ ຈົນນໍາໄປສູ່ການ “ປິດການຂາຍ”ກໍຄືລູກຄ້າຕັດສິນໃຈຊື້ສິນຄ້ານັ້ນເອງ. ແຕ່ທັງໝົດທີ່ທ່ານຮູ້ ແລະ ປະຕິບັດມານັ້ນມັນອາດຈະຍັງບໍ່ພຽງພໍ, ເພາະທ່ານຈໍາເປັນຕ້ອງມີຍຸດທະສາດທີ່ຊ່ວຍໃຫ້ການໃຊ້ຊ່ອງທາງເຫຼົ່ານັ້ນ ໃຫ້ມີປະສິດຕິພາບຫຼາຍຂຶ້ນ. ເຊິ່ງແນ່ນອນວ່າ ທາງວາລະສານທາເກັດຂອງພວກເຮົາ ກໍໄດ້ກະກຽມຂໍ້ມູນດີໆໄວ້ໃຫ້ທ່ານຮຽບຮ້ອຍແລ້ວ ຈະເປັນແນວໃດນັ້ນ ມາອ່ານເບິ່ງເລີຍ!!! Conversion is King ສໍາລັບການເຮັດການຕະຫຼາດໃນຍຸກ Digital ເຮົາມັກຈະລຶ້ງເຄີຍກັບຄໍາວ່າ “Content is King”ແຕ່ທ່ານເຄີຍຕັ້ງຄໍາຖາມໃຫ້ກັບການສ້າງ Content ຫຼືບໍ່ວ່າ ສຸດທ້າຍແລ້ວເນື້ອໃນບົດຄວາມດີໆທີ່ທ່ານສົ່ງອອກໄປເຖິງກຸ່ມເປົ້າໝາຍນັ້ນ ສາມາດປ່ຽນເຂົາເຈົ້າໃຫ້ກາຍເປັນລູກຄ້າຂອງທ່ານໄດ້ຈັກຄົນ, ແລ້ວເພີ່ມຍອດຂາຍໃຫ້ກັບທຸລະກິດໄດ້ຫຼາຍປານໃດ? ລອງກັບໄປຖາມຕົວເອງເບິ່ງ ແລ້ວທ່ານຈະຮູ້ວ່າສິ່ງທີ່ສໍາຄັນທີ່ສຸດແທ້ໆ ບໍ່ແມ່ນ “Content” (ເນື້ອໃນ) ແຕ່ມັນແມ່ນ “Conversion”(ການຫັນປ່ຽນ) ນັ້ນເອງ. ປະສົບການມີອິດທິພົນ ເໜືອກວ່າຄຸນນະພາບ ແລະ ລາຄາ ທ່ານອາດຈະລຶ້ງເຄີຍກັບການແຂ່ງຂັນດ້ານລາຄາ ຫຼືຄຸນນະພາບຂອງສິນຄ້າ ແຕ່ສິ່ງທີ່ໄດ້ບອກຄື ການເຮັດທຸລະກິດຍຸກ 5.0 “ປະສົບການຂອງລູກຄ້າ” ...

Read More »

ບັນດານະໂຍບາຍ ແລະ ມາດຕະການປີ 2019 (ຕໍ່)

ດ້ານງົບປະມານ: ປະຕິບັດເບີກຈ່າຍເງິນນະໂຍບາຍ-ເງິນອຸດໜູນນາຍບ້ານໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ປັບປຸງກົນໄກການເບີກຈ່າຍເງິນເດືອນ ເງິນນະໂຍບາຍຕ່າງໆຜ່ານລະບົບທະນາຄານໃຫ້ມີປະສິດທິຜົນສູງ; ຮັບປະກັນໃຫ້ມີຄວາມສາມາດເບີກຈ່າຍທັນເວລາທີ່ກໍານົດໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນກໍສ້າງກົນໄກໃໝ່ຮ່ວມກັບຂະແໜງ ປກສ. ປກຊ ໃນການຫັນການເບີກຈ່າຍເງິນທຶນ; ເງິນນະໂຍບາຍຂອງກໍາລັງບໍລິຫານເຂົ້າສູ່ລະບົບທະນາຄານ, ເພີ່ມທະວີກົນໄກປະສານສົມທົບໃນວຽກງານການກວດສອບ ແລະ ການແກ້ໄຂຜົນການກວດສອບເພື່ອໃຫ້ການຄຸ້ມຄອງລາຍຮັບ ລາຍຈ່າຍເຂົ້າສູ່ລະບົບງົບປະມານຕາມລະບຽບການ ແນໃສ່ປະຕິບັດໃຫ້ເຂັ້ມງວດຕໍ່ວິໃນແຜນການ ແລະ ວິໃນການເງິນ, ຜັນຂະຫຍາຍກົດໝາຍ ແລະ ອອກນິຕິກໍາລຸ່ມກົດໝາຍ ທີ່ສໍາຄັນ ເພື່ເປັນບ່ອນອີງໃຫ້ແກ່ການຈັດຕັ້ວປະຕິບັດລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ ແລະ ສອດຄ່ອງຕາມລະບຽບການເປັນຕົ້ນ. ຄໍາແນະນໍາວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ປັບປຸງນິຕິກໍາ ແລະ ກົນໄກປະຕິບັດລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ເໝາະສົມຄ່ອງຕົວ ແລະ ມີຄວາມວ່ອງໄວຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງ ແລະ ອອກຄໍາແນະນໍາຕ່າງໆເຊັ່ນ: ການກວດກາຫຼັງການຈ່າຍ, ກໍານົດໝາຍນໍາໃຊ້ລາຍຈ່າຍບໍລິຫານຂອງລັດ ຕິດພັນກັບນະໂຍບາຍປະຢັດມັດທະຍັດ ແລະ ນິຕິກໍາອື່ນໆ ສືບຕໍ່ຈັດຕັ້ງປະຕິບັດ ແລະ ປະສານສົບທົບພາກສ່ວນກ່ຽວຂ້ອງ ເພື່ອກວດກາຄືນຄວາມສອດຄ່ອງ ໃນການປະຕິບັດນະໂຍບາຍເງິນອຸດໜຸນ ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານແທດເໝາະຄວາມເປັນຈິງ ແລະ ບໍ່ໃຫ້ມີຊ່ອງວ່າງ ປະຕິບັດນະໂຍບາຍ ແລະ ມາດຕະການປະຢັດຢ່າງເຂັ້ມງວດ ແລະ ໃຫ້ເປັນຮູບປະທໍາແທ້ ໂດຍໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຄົ້ນຄວ້າກໍານົດອອກເປັນມາດຕະການ, ແຜນດໍາເນີນງານ ...

Read More »

ເຈົ້າຂອງບໍລິສັດຢູນິເທັກ ລາວ (UniqTek) ຜູ້ທີ່ມີວິໄສທັດຫັນເປັນຍຸກດີຈິຕອນ

ດັ່ງທີ່ທ່ານໄດ້ຮູ້ນຳກັນແລ້ວວ່າລັດຖະບານລາວກຳລັງພັດທະນາປະເທດເພື່ອຫັນເປັນອຸດສາຫະກຳແລະທັນສະໄໝຕາມທິດສີຂຽວແລະຍືນຍົງ. ເພື່ອໃຫ້ເຮັດໄດ້ແນວນັ້ນຈຶ່ງຈຳເປັນຕ້ອງສ້າງພື້ນຖານເຕັກນິກກໍຄືເຄື່ອງມືອັນທັນສະໄໝປະກອບໃຫ້ກັບພາກລັດແລະທຸລະກິດ. ຍ້ອນແນວນີ້ຈຶ່ງເກີດມີຊ່ອງຫວ່າງໃນການສ້າງທຸລະກິດທີ່ໃຫ້ບໍລິການດ້ານນີ້ຂຶ້ນແລະວາລະສານທາເກັດຢາກມາແລກປ່ຽນກັນກ່ຽວກັບບໍລິສັດຢູນິເຕັກລາວ (UniqTek). ໂດຍສະເພາະໃນທີ່ນີ້ພວກເຮົາໄດ້ສຳພາດແລະທຳຄວາມ ຮູ້ຈັກກັບນັກທຸລະກິດໜຸ່ມໄຟແຮງຜູ້ທີ່ມີວິໄສທັດກ່ຽວກັບຍຸກການຫັນເປັນດີຈິຕອນຄືທ່ານຈັນດາວົງສຸດທິທຳຫຼື(ຕ້ອມ) ເຊິ່ງເປັນຜູ້ສ້າງຕັ້ງແລະຜູ້ອຳນວຍການຂອງບໍລິສັດນີ້. ບໍລິສັດ ຢູນິເຕັກລາວ (UniqTek) ເຮັດທຸລະກິດຕົ້ນຕໍ ດ້ານການລົງທຶນໃສ່ພື້ນຖານໂຄງລ່າງດ້ານດີຈິຕອນ (Digital infrastructure) ໃຫ້ລັດຖະບານ ແລະ ຜູ້ປະກອບການ. ການຈະກ້າວສູ່ອຸດສາຫະກຳຍຸກ 4.0 ພວກເຮົາຈະໄດ້ຍິນກ່ຽວກັບການເຊື່ອມຕໍ່ສື່ສານອັດຕະໂນມັດຂອງອຸປະກອນເຄື່ອງໃຊ້ (Internet of Things) ແລະ ການພັດທະນາ ເປັນຕົວເມືອງອັດສະລິຍະ (Smart Cities). ກ່ອນຈະມີໄດ້ແນວນັ້ນມີຄວາມຈຳເປັນທີ່ຈະຕ້ອງມີການປູພື້ນທາງດ້ານພື້ນຖານໂຄງລ່າງເສຍກ່ອນ. ພື້ນຖານໂຄງລ່າງບໍ່ວ່າຈະເປັນ Reality Capture ຫລື Laser Scan ເພື່ອເບິ່ງໂຄງສ້າງເຮືອນ ຫຼື ໂຮງຈັກໂຮງງານໃນການຈັດເກັບແຜນທີ່ ຫຼື ໂຄງສ້າງໃນລະບົບດີຈິຕອນ. ບາງໂຄງການທີ່ບໍລິສັດ ຢູນິເຕັກລາວ (UniqTek) ໃຫ້ບໍລິການແມ່ນການຊ່ວຍລັດຖະບານໃນການພັດທະນາລະບົບການສຳຫຼວດທີ່ດິນໃນທົ່ວປະເທດຈາກລະບົບທີ່ມີໃນປະຈຸບັນ ຫຼື ແບບ “ແມນນວນ” (Manual) ທີ່ໃຊ້ການບັນທຶກໃສ່ເຈ້ຍໃຫ້ເປັນລະບົບດີຈິຕອນ. ໝາຍຄວາມວ່າໃຊ້ດາວທຽມຊ່ວຍຈັບຈຸດພິກັດ ເຊິ່ງຈະຊ່ວຍໄດ້ຫຼາຍ ເພື່ອໃຫ້ສາມາດສຳເລັດວຽກໂດຍໄວ, ໃຊ້ຄົນໜ້ອຍລົງ ແລະ ມີຄວາມຊັດເຈນສູງຂຶ້ນ. ກ່ອນທີ່ຈະມາເຮັດທຸລະກິດນີ້, ທ່ານ ຈັນດາວົງ ສຸດທິທຳ ແມ່ນໄດ້ຮຽນຈົບປະລິນຍາຕີຈາກມະຫາວິທະຍາໄລ ...

Read More »

ເຢຍລະມັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ສໍາຄັນທີ່ສຸດຂອງສປປລາວ

ສະບັບເດືອນກໍລະກົດໄດ້ຮັບກຽດສໍາພາດທ່ານເຢັນສລຸດເຄັນແຮມເອກອັກຄະລັດຖະທູດສາທາລະນະລັດສະຫະພັນເຢຍລະມັນປະຈໍາສປປລາວ, ຊຶ່ງທ່ານຈະສະເໜີໃຫ້ຊາບເຖິງການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເຊິ່ງໃນປີຜ່ານມາສອງປະເທດໄດ້ຮ່ວມກັນສະຫຼອງສາຍພົວພັນທາງດ້ານການທູດຄົບຮອບ 60 ປີ. ພ້ອມນີ້ທ່ານຍັງຈະສະເໜີໃຫ້ຊາບກ່ຽວກັບການຊ່ວຍເຫຼືອຂອງລັດຖະບານເຢຍລະມັນຕໍ່ລັດຖະບານສປປລາວແລະການພົວພັນຂອງສອງປະເທດໃນອະນາຄົດ. ສປປລາວແລະສສເຢຍລະມັນໄດ້ສ້າງຕັ້ງສາຍພົວພັນການທູດນຳກັນວັນທີ 31 ມັງກອນ 1958 ເຊິ່ງໄດ້ໝູນວຽນມາຄົບຮອບ 60 ປີໃນປີ 2018 ໃນຕະຫຼອດໄລຍະ 60 ປີທີ່ຜ່ານມາທັງສອງປະເທດໄດ້ດໍາເນີນການພົວພັນຮ່ວມມືຢ່າງຕັ້ງໜ້າແລະເພີ່ມທະວີຂຶ້ນຢ່າງໜັກແໜ້ນດ້ວຍການໃຫ້ການສະໜັບສະໜູນເຊິ່ງກັນແລະກັນທັງໃນຂອບການຮ່ວມມືສອງຝ່າຍແລະຂອບຫຼາຍຝ່າຍໃນເວທີສາກົນ, ລັດຖະບານເຢຍລະມັນໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ລາວຢູ່ໃນສອງຂະແໜງ ການບຸລິມະສິດຄື: ການຮ່ວມມືທາງດ້ານເຕັກນິກໂດຍຜ່ານອົງການຮ່ວມມືສາກົນເພື່ອການພັດທະນາເຢຍລະມັນ (GIZ) ແລະການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ, ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານລາວເປັນຕົ້ນແມ່ນເນັ້ນໜັກໃສ່ການພັດທະນາຊົນນະບົດວຽກງານອາຊີວະສຶກສາການພັດທະນາເສດຖະກິດແບບຍືນຍົງການພັດທະນາຊັບພະຍາກອນມະນຸດການອະນຸຮັກສິ່ງແວດລ້ອມກໍ່ສ້າງໂຄງລ່າງພື້ນຖານແລະການສົ່ງເສີມພາກທຸລະກິດ-ເອກະຊົນນອກຈາກນີ້ເຢຍລະມັນຍັງໄດ້ໃຫ້ການຊ່ວຍເຫຼືອລາວໂດຍຜ່ານອົງການຈັດຕັ້ງສາກົນອື່ນໆອີກເຊັ່ນ: ສະຫະພາບເອີຣົບແລະອົງການແມ່ນ້ຳຂອງ. (ລາຍລະອຽດການສຳພາດ ຕ່າງໆ ສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Germany is one of the most important development partners ...

Read More »

ອາກາດຮ້ອນຍັງສືບຕໍ່ມີກຳລັງແຮງປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ

ພະຍາກອນອາກາດຈາກກົມອຸຕຸນິຍົມ ແລະອຸທົກກະສາດ ປະຈໍາວັນທີ 19 ກໍລະກົດ 2019 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດ ຮ້ອນຂື້ນຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.   ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Read More »

ຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ທຳລາຍ​ຊີ້ນສ່ວນໝູທີ່ນຳເຂົ້າບໍ່ຖືກຕ້ອງ

ເພື່ອປະຕິບັດຕາມແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໃນການເອົາໃຈໃສ່ສະກັດກັ້ນການນຳເຂົ້າຊີ້ນໝູ ​ທີ່ບໍ່​ຖືກ​ຕ້ອງ, ດັ່ງ​ນັ້ນ, ໃນຕອນແລງຂອງວັນທີ 15 ກໍລະກົດ 2019 ທີ່ເດີ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຊີ້ນໝູ ທີ່ນຳເຂົ້າບໍ່ຖືກຕ້ອງຈຳນວນ 92 ກິໂລ ທີ່ເຈົ້າໜ້າທີ່ສັດຕະວະແພດ ກວດກາເຫັນ ມີການຊຸກເຊື່ອງມາໃນລົດໂດຍສານສອງແຖວ ແລ່ນ ເຊໂປນ – ແຊນແດນ ໝາຍເລກທະບຽນ 3509 ເຊິ່ງພົບເຫັນ ແລະ ຢຶດເອົາຊີ້ນໝູທີ່ນຳເຂົ້າມາບໍ່ຖືກຕ້ອງເຂດບ້ານ ນາລົມ ເມືອງເຊໂປນ ແຂວງສະຫວັນນະເຂດ ສະນັ້ນເພື່ອເປັນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ທີ່ກຳລັງລະບາດຢູ່ພາກກາງຂອງ ສສ ຫວຽດນາມ ເຊິ່ງພະຍາດດັ່ງກ່າວບໍ່ສາມາດຮັກສາໄດ້ ແລະ ປິ້ນປົວໄດ້ ແລະ ມີອັດຕາການຕາຍສູງເຖິງ 90%  ສະນັ້ນຈຶ່ງໄດ້ຈັດພິທີທຳລາຍຖິ້ມດ້ວຍການເຝົາ ຫຼືຝັງ ຕາມເຕັກນິກວິຊາການ ພ້ອມທັງກ່າວເຕືອນ ແລະ ເຮັດບົດບັນທຶກຢຶດສິ້ນສ່ວນດັ່ງກ່າວ ແລະ ຢາກຝາກເຕືອນມາຍັງພໍ່ແມ່ປະຊາຊົນຈົ່ງເອົາໃຈໃສ່ກ່ອນຈະຊື້ເຄື່ອງບໍລິໂພກຕ່າງໆເພື່ອລີກລ້ຽງບັນຫາຕໍ່ສຸຂະພາບຂອງບັນດາທ່ານທີ່ຈະຕາມມາ. ພາບ-ຂ່າວ: ຖວທ ເມືອງເຊໂປນ

Read More »