ສປປ ລາວ ແລະ ສະຫະລັດອາເມລິກາ ຮ່ວມມືສະໜັບສະໜູນຊາວກະສິກອນ ແລະ ເສີມຂະຫຍາຍດ້ານການຄ້າ

ສະຫະລັດອາເມລິກາ ຮ່ວມມືກັບ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ເສີມຂະຫຍາຍການຄ້າ ໃຫ້ແກ່ຜົນຜະລິດທາງດ້ານກະສິກໍາຂອງລາວ. ໃນວັນທີ 10 ກໍລະກົດ 2019 ທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການວິນຣັອກ ສາກົນ (WinrockInternational) ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ ຂອງ ກະຊວງກະສິກໍາ ແຫ່ງ ສ. ອາເມລິກາ (CLEAN) ເຊິ່ງໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມລິກາ.

ເອກອັກຄະລັດຖະທູດ ສ. ອາເມລິກາ ທ່ານນາງ ຣີນາບິດເຕີແລະ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມເປັນສັກຂີພະຍານ ໃນການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ວິໄລສຸກ ເຄນນາວົງ ຫົວໜ້າກົມປູກຝັງ ແລະ ທ່ານ ອາເລັກຊານເດີ ດາຮານ ຫົວໜ້າໂຄງການ CLEAN.

ໂຄງການ CLEAN ແມ່ນໂຄງການໄລຍະ 4 ປີ ທີ່ໄດ້ຮັບການສະໜັບສະໜູນດ້ານການເງິນຈາກ ກະຊວງກະສິກຳສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍ ອົງການວິນຣັອກສາກົນປະຈໍາ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວຈະໄດ້ຖືກຈັດຕັ້ງ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ລວມທັງເຂດ ພູພຽງບໍລະເວນ ທີ່ກວາມເອົາ ແຂວງຈໍາປາສັກ, ສາລະວັນ ແລະ ເຊກອງ. ໂດຍນໍາໃຊ້ວິທີການດ້ານການຕະຫຼາດ, ໂຄງການນີ້ຈະສ້າງຄວາມເຊື່ອມໂຍງກັບຕະຫຼາດ ແລະ ເພີ່ມຄວາມຕ້ອງການໃຫ້ແກ່ຜົນຜະລິດດ້ານກະສິກໍາທີ່ສະອາດຂອງລາວທັງພາຍໃນປະເທດ, ພາກພື້ນ ແລະ ສາກົນ ໂດຍຜ່ານການປະຕິບັດໃຫ້ສອດຄ່ອງກັບມາດຕະຖານ ແລະ ການປັບປຸງລະບົບການຢັ້ງຢືນຄຸນະພາບ. ຄວາມພະຍາຍາມເຫຼົ່ານີ້ຈະຊ່ວຍຍົກລະດັບການຜະລິດ ແລະ ຊ່ວຍຫຼຸດຜ່ອນຜົນເສຍຫາຍຫຼັງການເກັບກ່ຽວ.

ທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ກ່າວວ່າ: ພວກເຮົາຕື່ນເຕັ້ນ ແລະ ດີໃຈຫຼາຍ ທີ່ຈະໄດ້ຮ່ວມມືດ້ານກະສິກໍາກັບ ກະຊວງກະສິກຳ ແລະ ປ່າໄມ້ ຍ້ອນວ່າຂະແໜງການກະສິກໍາຖືເປັນຂະແໜງທີ່ສໍາຄັນ ຕໍ່ກັບ ຊີວິດການເປັນຢູ່ຂອງປະຊາຊົນລາວ. ໂດຍຜ່ານການສ້າງຂີດຄວາມສາມາດ, ເພີ່ມກໍາລັງການຜະລິດ ແລະ ເຊື່ອມໂຍງຊາວກະສິກອນເຂົ້າສູ່ຕະຫຼາດ, ໂຄງການນີ້ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫຼາຍຄອບຄົວທີ່ມີຊີວິດການເປັນຢູ່ຕິດພັນກັບການກະສິກໍາ.

ໂຄງການ CLEAN ຈະເນັ້ນໜັກໃສ່ການພັດທະນາທ່າແຮງຂອງ ສປປ ລາວ ໃຫ້ສາມາດເຂົ້າສູ່ຕະຫຼາດໃນໂຂງເຂດພາກພື້ນລຸ່ມແມ່ນໍ້າຂອງ ແລະ ຕະຫຼາດສາກົນ, ບ່ອນທີ່ມີຄວາມຕ້ອງການຜົນຜະລິດດ້ານກະສິກໍາຄຸນະພາບສູງ ແລະ ຖ້າສາມາດຕອບສະໜອງຕໍ່ຄວາມຕ້ອງການນີ້ໄດ້, ມັນຈະຊ່ວຍໃຫ້ຜົນຜະລິດຂອງຊາວກະສິກອນລາວມີລາຄາທີ່ສູງຂຶ້ນ. ພາຍໃຕ້ ບົດບັນທຶກຄວາມເຂົ້າໃຈ ສະບັບນີ້, ກົມປູກຝັງ ຂອງ ລາວ ແລະ ໂຄງການ CLEAN ຂອງ USDA ຈະຮ່ວມມືກັນໃນການເພີ່ມກໍາລັງການຜະລິດ, ຄວາມອາດສາມາດໃນການແຂ່ງຂັນ ແລະ ຄວາມຍຶນຍົງໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ຜ່ານການເຝິກອົບຮົມ ແລະ ການເຊື່ອມໂຍງກັບຕະຫຼາດ.

ນອກຈາກໂຄງການ CLEAN ແລ້ວ, ລັດຖະບານອາເມລິກາຍັງມີຫຼາຍໂຄງການທີ່ໄດ້ຮັບການຈັດຕັ້ງປະຕິິບັດຮ່ວມກັບລັດຖະບານແລະປະຊາຊົນລາວເພື່ອປັບປຸງການສຶກສາ, ​ສົ່ງເສີມວຽກງານສາ​ທາ​ລະ​ນະ​ສຸກແລະໂພຊະນາການ, ອຳນວຍຄວາມສະດວກທາງດ້ານການຄ້າແລະການລົງທຶນແລະເສີມສ້າງຄວາມເຂັ້ມແຂງດ້ານລະບຽບກົດໝາຍ.

Comments