ການນຳ ພ້ອມດ້ວຍລູກຫຼານ ຮ່ວມໃສ່ບາດ ວັນຄ້າຍວັນເກີດ ປະທານ ສຸພານຸວົງ

ບັນດາການນຳ, ພະນັກງານ-ລັດຖະກອນ, ພ້ອມດ້ວຍຄອບຄົວ, ລູກຫລານ ສຸພານຸວົງ ແລະ ຊາວນະຄອນຫຼວງວຽງຈັນ, ຊຶ່ງນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພ້ອມກັນໃສ່ບາດ ແລະ ຖວາຍກອງບຸນແດ່ພະສົງ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະ ທານ ສຸພານຸວົງ ຄົບຮອບ 110 ປີ (13 ກໍລະກົດ 1909-13 ກໍລະກົດ 2019).

ພິທີໃສ່ບາດ ແລະ ຖວາຍກອງບຸນແດ່ພະສົງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2019 ຢູ່ທີ່ຫໍ ພິພິທະພັນ ປະທານ ສຸພານຸວົງ ບ້ານໂພນສະອາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ຊຶ່ງມີກອງອັດຖະ 2 ກອງ ເພື່ອອຸທິດສ່ວນບຸນກຸສົນ ເຖິງ ທ່ານປະທານ ສຸພານຸວົງ ຜູ້ນໍາທີ່ຈົ່ງຮັກພັກດີ, ເສຍສະຫລະ ແລະ ອຸທິດ ເພື່ອພາລະກິດຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທີ່ມາ: ຂ່າວສານປະເທດລາວ.

Comments