6 ເດືອນຕົ້ນປີ 2019 ກົມສ່ວຍສາອາກອນເກັບລາຍຮັບໄດ້ 3.000 ຕື້ກວ່າກີບ

ກອງ​ປະ­ຊຸມ​ສ່ວຍ​ສາ​ອາ­ກອນ​ທົ່ວ​ປະ­ເທດ ສະ­ຫຼຸບ​ຕີ​ລາ­ຄາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແຜນ​ຄາດ​ຄະ­ເນ​ບາງ​ມາດ­ຕາ​ວຽກ​ງານ 6 ເດືອນ​ທ້າຍ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 11 ກໍ­ລະ­ກົດ 2019 ຢູ່​ກົມ​ສ່ວຍ​ສາ​ອາ­ກອນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ພູ​ທະ­ນູ​ເພັດ ໄຊ​ສົມ­ບັດ ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ມີ​ຮອງ​ຫົວ­ໜ້າ​ກົມ ຫົວ­ໜ້າ-ຮອງ​ຫົວ­ໜ້າ​ພະ​ແນກ​ສ່ວຍ​ສາ​ອາ­ກອນ​ແຂວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ກົງ​ຄຳ ສິດ­ທິ​ວໍ­ລະ​ດາ ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ກ່າວ​ວ່າ: 6 ເດືອນ​ຜ່ານ​ມາ ກົມ​ສ່ວຍ​ສາ​ອາ­ກອນ​ໄດ້​ເອົາ­ໃຈ­ໃສ່​ສຶກ​ສາ​ອົບ­ຮົມ​ແນວ​ຄິດ-ການ­ເມືອງ ໃຫ້​ພະນັກ­ງານ ຍົກ​ສູງ​ຄຸນ​ທາດ​ການ­ເມືອງ ໃຫ້​ມີ​ສະ­ຕິ​ຕໍ່​ການ­ຈັດ­ຕັ້ງ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ​ຕໍ່­ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ ຈຶ່ງ​ເຮັດ​ໃຫ້­ການ​ປະ­ຕິ­ບັດ​ວຽກ​ງານ​ຫຼາຍ​ດ້ານ ໄດ້​ຮັບ​ຜົນ­ສຳ­ເລັດ ເປັນ­ຕົ້ນ ວຽກ​ງານ​ປັບ­ປຸງ​ກົນ​ໄກ ແລະ ການ​ຫັນ​ເປັນ​ທັນ​ສະ­ໄໝ ການ​ຮ່ວມ​ມື​ສາ­ກົນ ການ​ຫັນ​ຫົວ­ໜ່ວຍ​ມອບ​ເໝົາ ເຂົ້າ​ສູ່​ລະ­ບົບ​ອາ­ກອນ​ມູນ​ຄ່າ​ເພີ່ມ ແລະ ອື່ນໆ.

ປີ 2019 ໄດ້​ຮັບ​ຕົວ​ເລກ​ເກັບ​ລາຍ​ຮັບ 12.320 ຕື້​ກີບ ທຽບ­ໃສ່​ແຜນ­ການ​ດັດ­ແກ້ ປີ 2016 ເພີ່ມ​ຂຶ້ນ 6,03% (11.600 ຕື້​ກີບ) ໃນ​ນີ້ ກົມ​ສ່ວຍ​ສາ​ອາ­ກອນ​ຮັບ­ຜິດ­ຊອບ 7.511,78 ຕື້​ກີບ ແຂວງ ແລະ ນະ­ຄອນ­ຫຼວງ​ຮັບ­ຜິດ­ຊອບ 4.808,22 ຕື້​ກີບ ຜ່ານ​ການ​ປະ­ຕິ­ບັດ 6 ເດືອນ​ຕົ້ນ​ປີ ເກັບ​ລາຍ​ຮັບ​ໄດ້ 5.286,26 ຕື້​ກີບ ເທົ່າ​ກັບ 42,91% ຂອງ​ແຜນ­ການ​ປີ ທຽບ­ໃສ່​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 3,72% ໃນ​ນີ້ ກົມ​ສ່ວຍ​ສາ​ອາ­ກອນ​ເກັບ​ໄດ້ 3.177,47 ຕື້​ກີບ ເທົ່າ​ກັບ 42,3% ແຂວງ ນະ­ຄອນ­ຫຼວງ ເກັບ​ໄດ້ 2.108,79 ຕື້​ກີບ ເທົ່າ​ກັບ 43,86% ສ່ວນ 6 ເດືອນ​ທ້າຍ​ປີ ຈະ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ແນະ­.

ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ

Comments