“ຕຸຕູ່” ໄຜ່ທິດາ ໂພທິສານ ຕົວແທນສາວລາວ ຮ່ວມປະກວດ Miss friendship international 2019

ໃນຕອນບ່າຍ ວັນທີ 13 ກໍລະກົດ 2019 ທີ່ຜ່ານມາ, ໄດ້ຈັດງານຖະແຫຼງຂ່າວ ແຕ່ງຕັ້ງ ແລະ ສົ່ງຕົວແທນນາງສາວມິດຕະພາບໃນໂຄງການປະກວດນາງສາວລາວ ປີ 2018 ເຂົ້າຮ່ວມປະກວດເວທີສາກົນ ກໍຄື Miss friendship international 2019 ທີ່ເມືອງ ເສິນຕູ່ ສປ ຈີນ. ທີ່ຈະໄດ້ຈັດຂຶ້ນໃນວັນທີ 17-27 ກໍລະກົດທີ່ຈະເຖິງນີ້.

ໂດຍຕົວແທນແມ່ຍິງລາວທີ່ຈະເຂົ້າປະກວດໃນຄັ້ງທາງຄະນະປະທານພິທີໄດ້ເລືອກເອົາ ນາງ ໄຜ່ທິດາ ໂພທິສານ ຫຼື ນ້ອງຕູ່ຕູ່ ອາຍຸ 25 ປີ ເປັນສາວງາມຈາກເວທີການປະກວດມິດລາວ 2018 ເຂົ້າຮອບ 15 ຄົນສຸດທ້າຍ ພ້ອມກັບໄດ້ຮັບລາງວັນ ນາງສາວມິດຕະພາບ ໂດຍຈາກການໂຫວດຂອງໝູ່ເພື່ອໃນກອງປະກວດ ມິດລາວ 2018. ໂດຍ ຕຸຕູ່ ຈະໄດ້ເປັນຕົວແທນຂອງສາວລາວ ເພື່ອເຂົ້າຮ່ວມປະກວດກັບສາວງາມຫຼາຍກວ່າ 50 ປະເທດທົ່ວໂລກ.

ຕຸຕູ່ ນາງແບບສາວລາວ ທີ່ບໍ່ມີແຕ່ຄວາມງາມ ແລະ ມີສະເໜ່ເທົ່ານັ້ນ, ແຕ່ ຕຸຕູ່ ຍັງມີຫຼາກຫຼາຍຄວາມສາມາດເຊັ່ນ: ເປັນນັກຊົງກາເຟຍອດ ໄດ້ຮັບລາງວັນຊະນະເລີດລະດັບປະເທດ 2018 (Lao National Brewers Cup 2018) ແລະ ໄດ້ເປັນຕົວແທນຂອງນັກຊົງກາເຟຍອດລາວ ໄປແຂ່ງຂັນໃນລະດັບອາຊຽນ ກໍໄດ້ອັນດັບ 6 ມາຄອງ, ນອກນີ້, ຕຸ່ຕູ່ ຍັງສາມາດເວົ້າພາສາຈີນ ແລະ ພາສາອັງກິດໄດ້ຢ່າງຄ່ອງແຄ້ວອີກດ້ວຍ.

ສຳລັບຊຸດປະຈຳຊາດ ທີ່ສາວ ຕຸຕູ່ ຈະສວມໃສ່ ໃນເວທີການປະກວດ Miss friendship international 2019 ຈະມາໃນຊຸດປັກດິ້ງສີແດງຫຼວງພະບາງ ທີ່ເປັນເອກະລັກ ທີ່ສວມໃສ່ໃນແບບລາວບູຮານ ຊັບໂຕງສິ້ນ, ເຄື່ອງປະດັບຄຳ ແລະ ຄຳເກົ້າງ່ຽງຂວາ ຫົ່ມສະໄບຊ້າຍ ເພື່ອໃຫ້ໄດ້ກິ່ນອາຍສາວລາວ ລ້ານຊ້າງໃນສະໄໝກ່ອນ ຂອງຍຸກປັດຈຸບັນ.

ເຮົາມາລຸ້ນນໍາກັນວ່າ ສາວງາມ ໄຜ່ທິດາ ໂພທິສານ ຫຼື ນ້ອງຕູ່ຕູ່  ຈະໄດ້ຮັບລາງວັນຫຍັງແດ່ມາສູ່ປະເທດລາວ ແລະ  ໃຫ້ທຸກຄົນຊ່ວຍ ເປັນລັງໃຈ ແລະ ຊ່ວຍເຊຍແດ່ເດີ….ເຊິ່ງຈະໄດ້ເດີນທາງໄປຮ່ວມກອງປະກວດໃນມື້ອື່ນແລ້ວ ແລະ ມື້ຕັດສິນແມ່ນໃນວັນທີ 27 ກໍລະກົດ 2019 ນີ້ ທີ່ ສປ ຈີນ.

ສາມາດຕິດຕາມຜົນງານ ແລະ ໃຫ້ກຳລັງນ້ອງໄດ້ທີ່ເຟສບຸກ: Tutou Phothisane 

Comments