ປິນີ້!!! ທົ່ວປະເທດ ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍ ແລ້ວ 28 ຄົນ

ປັດຈຸບັນສະພາບ ການລະບາດຂອງພະຍາດ ໄຂ້ຍຸງລາຍ ຢູ່ຫລາຍແຂວງ ໃນ ທົ່ວປະເທດ ແມ່ນມີທ່າອ່ຽງມເພີ່ມຂຶ້ນ ນັບແຕ່ຕົ້ນເດືອນມັງກອນ ຫາ ເດືອນມິຖຸນາ 2019 ນີ້, ມີຜູ້ຕິດເຊື້ອ 12.550 ຄົນ, ເສຍຊີວິດ 28 ຄົນ, ໃນນັ້ນ ແຂວງ ທີ່ຕິດເຊື້ອຫລາຍກວ່າໝູ່ ແມ່ນ ແຂວງ ຈຳປາສັກ 2.532 ຄົນ, ເສຍຊີວິດ 5 ຄົນ.
ດັ່ງນັ້ນ ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ ກຳຈັດ ແລະ ທຳລາຍ ແຫລ່ງເພາະພັນ ໜອນນ້ຳຍຸງລາຍ ທີ່ເປັນພາຫະນຳເຊື້ອ ໄຂຍຸງລາຍ ເປັນວຽກງານໜຶ່ງທີ່ສຳຄັນ ທີ່ຈະຕ້ອງໄດ້ ຈັດຕັ້ງປະຕິບັດ ໃຫ້ເປັນປະຈຳທຸກອາທິດ ແນໃສ່ເຮັດໃຫ້ ການລະບາດ ຂອງ ໄຂ້ຍຸງລາຍໃຫ້ຫລຸດລົງ ເທື່ອລະກ້າວ.

ການທຳລາຍແຫລ່ງ ເພາະພັນ ໜອນນ້ຳຍຸງລາຍ ບໍ່ພຽງແຕ່ ແມ່ນໜ້າທີ່ ຂອງສຳນັກງານ, ອົງ ການໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ຂອງໝົດທຸກຄົນໃນທົ່ວສັງຄົມ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ ກຳຈັດ ແລະ ທຳລາຍໃຫ້ໝົດໄປ ໂດຍການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີນ້ຳຂັງຢູ່ຕາມກະໂປະ, ກະປອງ, ຢາງຕີນລົດ ແລະ ອື່ນໆ ກໍຄື ເພີ່ມທະວີຈັດຕັ້ງປະຕິບັດຫລັກການ 5 ປ ຂອງກະ ຊວງສາທາລະນະສຸກ ວາງອອກຢ່າງເຄັ່ງຄັດ ຄື: ປ ປິດ (ປົກປິດພາສະນະທີ່ກັກເກັບນ້ຳທັງໃນ ແລະ ນອກ ເຮືອນບໍ່ໃຫ້ຍຸງລາຍມາໄຂ່ໃສ່), ປ ປ່ຽນ (ປ່ຽນນ້ຳໃນພາສະນະທີ່ກັກເກັບນ້ຳ ເຊັ່ນເຕົ້າດອກໄມ້, ນ້ຳຮອງ ຕີນຕູ້ ແລະ ອື່ນໆ), ປ ປ່ອຍ (ປ່ອຍປາຫາງນົກຍຸງກິນໜອນນ້ຳ), ປ ປັບປຸງ(ປັບປຸງສິ່ງແວດລ້ອມອ້ອມ ເຮືອນໃຫ້ສະອາດເປັນປະຈຳທຸກອາທິດ) ແລະ ປ ປະຕິບັດ ໃຫ້ເປັນນິໃສທຸກອາທິດ.

ທີ່ມາ: Lao National Radio

Comments