ງານເປີດໂຕລົດລຸ້ນໃຫມ່ ຟອດ ເອັກໂຄສະປອດ ຄວາມປອດໄພລະດັບ 5 ດາວ

ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ ໂດຍທ່ານນາງ ສີວິໄລ ສຸດທຳມະວົງ ຕາງໜ້າທີ່ປຶກສາທາງດ້ານການຂາຍ, ມີບັນດາຄະນະຜູ້ບໍລິຫານລາວຟອດຊີຕີ້ ແລະ ລູກຄ້າເຂົ້າຮ່ວມງານເບິກບານມ່ວນຊື່ນ ພ້ອມກັບແຈກຂອງຂວັນລາງວັນຫຼາກຫຼາຍຢ່າງໃຫ້ກັບຜູ້ເຂົ້າຮ່ວມງານ.

ຟອດເອັກໂຄ ສະປອດ ໃໝ່ ທີ່ເປັນລົດ SUV ຂະໜາດນ້ອຍທີ່ດີທີ່ສຸດສຳລັບຄົນໃຊ້ຊີວິດໃນເມືອງ ແລະ ມາພ້ອມກັບເຄື່ອງຈັກໃຫມ່ 1.oL EcoBoost ທີ່ໃຫ້ພະລັງ ແລະ ຄວາມປະຢັດນໍ້າມັນສຸດໆ 23 ກິໂລແມັດ ຕໍ່ລິດ ແຕ່ຈະມີຄວາມແຮງກວ່າລຸ້ນເກົ່າ ເຮັດໃຫ້ຂັບໄດ້ໃຈກວ່າເກົ່າ ສົມກັບໄດ້ຮັບລາງວັນເຄື່ອງຈັກດີເດັ່ນ 6 ປີຊ້ອນ (2012-2017) ເຊິ່ງເຮັດໃຫ້ມີການຍອມຮັບກັນທົ່ວໂລກ.

ເອັກໂຄ ສະປອດ ຍັງມາພ້ອມກັບການອອກແບບຂອງຮູບຊົງທີ່ມີລັກສະນະສວຍງານ, ​ກະທັດຮັດ ແລະ ຕັດລົມໄດ້ດີ, ສ່ວນຮູບຊົງທາງດ້ານໃນແມ່ນຖືກພັດທະນາໃຫ້ມີຄວາມສວຍງາມຂຶ້ນກວ່າເກົ່າ ແລະ ມາພ້ອມກັບຫຼາຍໆການໃຊ້ງານ ຈະຕອບໂຈດການຂັບຂີ່ທີ່ຫຼູຫຼາ ແລະ ສະດວກສະບາຍ.

ຍັງບໍ່ພໍເທົ່ານັ້ນ,  ທາງດ້ານໜ້າ EcoSport ລຸ້ນໃຫມ່ນີ້ ຍັງໄດ້ຖືກອອກແບບໃຫມ່ມີຮູບຊົງທີ່ງາມ ແລະ ບໍ່ເຮັດໃຫ້ຕ້ານລົມໃນເວລາຂັບຂີ່ໄຟໜ້າ HID ໃໝ່ທີ່ເພີ່ມຄວາມໂດດເດັ່ນໃຫ້ແກ່ລົດໄຟຕັດໝອກ ທີ່ມີ Style ເຮັດໃຫ້ເບິ່ງກົມກືນ ແລະ ລົງຕົວກັບຮູບຊົງຂອງຕົວລົດໄດ້ດີ ພ້ອມກັບມີຄວາມປອດໄພລະດັບ 5 ດາວ.

ລາຍລະອຽດໂປຣໂມຊັນ,​ລາຄາລົດ ສາມາດເຂົ້າເບິ່ງໄດ້ທີ່ ເພສເຟສບຸກ: Lao Ford City ຫຼື ທີ່ http://www.laofordcity.com/ ຫຼື ໂທ 021 241 108, 021 244 408 

Comments