Author Archives: Paeng KC

ເຂົ້າສານ ໃນຕະຫຼາດລາຄາແພງຂຶ້ນ ເຂົ້າບາງປະເພດເລີ່ມຂາດຕະຫຼາດ ຍ້ອນ…

ເຂົ້າບາງປະເພດເລີ່ມຂາດຕະຫຼາດເຮັດໃຫ້ລາຄາເຂົ້າແພງຂຶ້ນ ໂດຍສະເພາະແມ່ນເຂົ້າເປືອກທີ່ໂຮງສີຊື້ຈາກຊາວນາໃນໄລຍະຕົ້ນປີຢູ່ທີ່ລະດັບ 2.500 ກີບ ຫາ 2.800 ກີບຕໍ່ກິໂລ ຕົກມາຮອດປັດຈຸບັນປັບຂຶ້ນເປັນ 3.500 ກີບ ຫາ 3.800 ກີບຕໍ່ກິໂລ ສ່ວນເຂົ້າສານຂາຍຍ່ອຍຢູ່ຕາມທ້ອງຕະຫຼາດ 90 ພັນກີບຕໍ່ໝື່ນ ປັບຂຶ້ນຈາກຕົ້ນປີ 10.000 ກີບ. ຈາກການລົງຕິດຕາມຮ້ານຂາຍເຂົ້າເຂດຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງຈັນ ຂອງທີມຂ່າວເຫັນວ່າລາຄາເຂົ້າປະເພດຕ່າງໆທີ່ຕິດລາຄາຂາຍຕາມໜ້າຮ້ານນັ້ນແມ່ປັບຕົວຂຶ້ນສູງຫຼາຍຖ້າທຽບໃສ່ຕົ້ນປີ ເຊັ່ນ: ເຂົ້າໜຽວບ້ານໂດນ ລາຄາ 90.000 ຫາ 110.000 ກີບຕໍ່ໝື່ນ, ເຂົ້າໄກ່ນ້ອຍ ລາຄາ 110.000 ກີບຕໍ່ໝື່ນ, ເຂົ້າຈ້າວ ລາຄາ 100.000 ຫາ 110.000 ກີບຕໍ່ໝື່ນ. ແມ່ ຈັນມະລິ ຂາຍເຂົ້າສານສົ່ງ ແລະ ຂາຍຍ່ອຍ ກ່າວວ່າ: ລາຄາເຂົ້າປີນີ້ແມ່ນສູງຂຶ້ນຫຼາຍ ຂາຍເຂົ້າຍາກ, ມີກຳໄລໜ້ອຍ ເພາະຊື້ມາໃນລາຄາແພງ ເຊັ່ນ: ເຂົ້າສານໜຽວບ້ານໂດນ ລາຄາປັດຈຸບັນຊື້ 380.000 ກີບຕໍ່ເປົາ ນຳມາຂາຍຍ່ອຍໄດ້ກຳໄລພຽງໝື່ນລະ 2.000 ຫາ 3.000 ກີບເທົ່ານັ້ນ, ...

Read More »

ໃຊ້ມາດຕະການເດັດຂາດແລ້ວ!!! ຕໍ່ກັບ ຮ້ານບັນເທີງ,ຮ້ານກິນດື່ມທີ່ເມີນເສີຍ

ຄະນະສະເພາະກິດຈາກພະ ແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ຈາກກອງ ບັນຊາການ ປກສ ແຂວງ, ນະຄອນໄກສອນ ພົມວິຫານ ແລະ ຫ້ອງການ ຖວທ ນະຄອນໄກ ສອນພົມວິຫານ ໄດ້ລົງກວດກາ ແລະ ບັງຄັບໃຊ້ມາດຕະການທີ່ ເດັດຂາດແລ້ວຕໍ່ກັບຮ້ານບັນເທີງ, ຮ້ານອາຫານ ແລະ ຮ້ານກິນດື່ມ-ປີ້ງແກ້ມ ທີ່ບໍ່ປະຕິບັດຕາມລະບຽບການ ຫຼື ວ່າເມີນເສີຍ ກັບຄໍາແຈ້ງການເລກທີ 0749/ຖວທ, ລົງວັນທີ 6 ພຶດ ສະພາ 2019 ຊຶ່ງກໍໄດ້ຮັບສະແດງຄວາມຊື່ນຊົມຈາກສັງຄົມເປັນຈໍານວນຫຫຼວງຫຼາຍ ໃນນີ້ຄໍາແຈ້ງການດັ່ງກ່າວແມ່ນມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ. ຊຶ່ງໃນວັນທີ 5 ກໍລະກົດ 2019 ເລີ່ມແຕ່ເວລາ 20 ໂມງ 30 ນາທີ ຄະນະສະເພາະ ພະແແນກ ຖວທ ແຂວງ, ປະກອບມີ: ຫ້ອງການບໍລິຫານພະແນກ, ຂະແໜງວັດທະນະທໍາ, ທ່ອງທ່ຽວ, ກວດກາ, ເຈົ້າໜ້າທີ່ ...

Read More »

ສປປ ລາວ ເປີດນຳໃຊ້ ວີຊາອອນລາຍ (eVisa) ຢ່າງເປັນທາງການ ຢູ່ 2 ດ່ານ

ພາຍຫຼັງລັດຖະບານໄດ້ອະນຸມັດໃຫ້ກະຊວງການຕ່າງປະເທດ ດຳເນີນໂຄງການອອກວີຊາຜ່ານລະບົບອີເລັກໂຕຣນິກ ຫຼື eVisa ເພື່ອຄວາມສະດວກ ແລະ ວ່ອງໄວໃຫ້ແກ່ນັກທ່ອງທ່ຽວທີ່ມີຄວາມປະສົງຂໍວີຊາເຂົ້າ ສປປ ລາວ. ຫຼ້າສຸດ, ໃນວັນທີ 9 ກໍລະກົດ 2019 ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີເປີດການບໍລິການນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ກ່າວວ່າ: ມາເຖິງປັດຈຸບັນ ສປປ ລາວ ​ໄດ້​ມີ​ຂໍ້ຕົກລົງ​ຍົກເວັ້ນວີ​ຊາປະ​ເພດ​ຕ່າງໆແບບສອງ​ຝ່າຍ ແລະ ຍົກ​ເວັ້ນຝ່າຍ​ດຽວ ກັບ 46 ປະ​ເທດໃນທົ່ວໂລກ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຍັງ​ໄດ້​ບໍລິການ​ອອກ​ວີ​ຊາ​ໃຫ້​ແກ່​ຄົນ​ຕ່າງປະ​ເທດ ທີ່​ມີ​ຈຸດປະສົງ​ເຂົ້າມາ ສປປ ລາວ ຜ່ານ​ ບັນ​ດາສະ​ຖານ​ທູດ, ສະ​ຖານ​ກົ​ງ​ສຸນ​ໃຫຍ່ ​ແລະ ຫ້ອງ​ການ​ກົງ​ສຸນຂອງ​ ສປປ ລາວ ຢູ່​​ຕ່າງ​ປະ​ເທດ​ ກໍຄື​ຜ່ານ​ໜ່ວຍ​ງານອອກ​ວີ​ຊາປະ​ຈຳ​ຢູ່​ດ່າ​ນ​ສາ​ກົນ​ຕ່າງໆ​ 21 ດ່ານ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເພື່ອ​ເປັນ​ທາງ​ເລືອກ​ສຳ​ລັບການ​ຂໍ​ວີ​ຊາ ​ເຂົ້າສ​ປ​ປ ລາວ ຕື່ມ​ອີກ. ແຕ່​ການ​ບໍລິການ​ອອກ​ວີ​ຊາ​​ໃຫ້ແກ່​ຄົນ​ຕ່າງປະ​ເທດ ...

Read More »

ສະຖານທູດອາເມຣິກາ ມອບມຸ້ງກັນຍຸງເຄືອບຢາຫຼາຍກວ່າ 174.000 ດາງ ໃຫ້ກັບຄອບຄົວຢູ່ຊົນນະບົດ

ຂ່າວດີຂ່າວດີ! ຕອນນີ້ມຸ້ງກັນຍຸງຈຳນວນຫຼາຍ ກຳລັງເດີນທາງໄປຫາຫຼາຍໆຄອບຄົວທີ່ຢູ່ໃນຊຸມຊົນ ເພື່ອເປັນການປ້ອງກັນພວກເຂົາຈາກໄຂ້ຍຸງ. ໃນວັນທີ່ 9 ກໍລະກົດ, ທ່ານທູດ ຣີນາ ບິດເຕີ ໄດ້ຕາງໜ້າ ມອບມຸ້ງກັນຍຸງເຄືອບຢາຫຼາຍກວ່າ 174.000ດາງ ໃຫ້ກັບທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນ. ມຸ້ງກັນຍຸງດັ່ງກ່າວ ແມ່ນຈະໄດ້ແຈກຢາຍໃຫ້ກັບບັນດາຄອບຄົວທີ່ອາໄສຢູ່ເຂດຊົນນະບົນຂອງແຂວງຈຳປາສັກ ເຊິ່ງສະຖິຕິ ຜູ້ຕິດເຊື້ອມາໄຂ້ຍຸງຍັງຄົງຢູ່ໃນລະດັບສູງ. ອົງການ USAID ໂດຍຜ່ານ President’s Malaria Initiative ໄດ້ໃຫ້ການຊ່ວຍເຫຼືອຫຼາຍກວ່າ 1.9 ລ້ານໂດລາ ໃນຂົງເຂດທາງດ້ານເຕັກນິກ ແລະ ເຄື່ອງມືຕ່າງໆ ພ້ອມທັງແຈກຢາຍມຸ້ງກັນຍຸງຫຼາຍກວ່າ 600.000ດາງ ໃຫ້ກັບລັດຖະບານແຫ່ງ ສປປ ລາວ ເພື່ອຕໍ່ສູ້ກັບມາເລເລຍ ແລະ ພະຍາດຕ່າງໆທີ່ເກີດຈາກຍຸງ. ການມີສ່ວນຮ່ວມດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ໄປເຖິງເປົ້າໝາຍໃນການປາບປາມມາເລເລຍໃຫ້ໝົດໄປໃນລາວພາຍໃນປີ 2030. Great news! More mosquito nets are coming to families in rural communities to ...

Read More »

ລັດຖະບານລາວ ໄດ້ຮັບເງິນກູ້ຍຶມ 300 ລ້ານໂດລາ ຈາກ ສປ ຈີນ ເພື່ອ…

ສປປລາວ ໄດ້ຮັບເງິນກູ້ຈຳນວນ 300 ລ້ານໂດລາສະຫະລັດ ຈາກລັດຖະບານແຫ່ງ ສປ ຈີນ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເມື່ອວັນທີ 9 ກໍລະກົດ 2019 ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ສປປລາວ ໄດ້ມີພິທີເຊັນສັນຍາເງິນກູ້ລະຫວ່າງ ທະນາຄານແຫ່ງ ສປປລາວ (ທຫລ) ກັບທະນາຄານ CDB ແຂວງຢູນນານ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານໃນການຊຸກຍູ້ສົ່ງເສີມບົດບາດຂອງ SMEs ໃນການຂັບເຄື່ອນເສດຖະກິດໃຫ້ມີການພັດທະນາ ແລະ ຂະຫຍາຍຕົວ, ໂດຍສະເພາະໃນເງື່ອນໄຂຂອງ ສປປລາວ ທີ່ບັນດາຫົວໜ່ວຍ SMEs ມີຄວາມຕ້ອງການແຫຼ່ງທຶນຈຳນວນຫຼວງຫຼາຍ  ດັ່ງນັ້ນ, ໃນຕົ້ນປີ 2017 ທຫລ ແລະ ທະນາຄານ CDB ຈຶ່ງມີການປຶກສາຫາລືກ່ຽວກັບການສະເໜີໃຫ້ເງິນກູ້ ເພື່ອສົ່ງເສີມພັດທະນາ SMEs ແກ່ ສປປລາວ ໂດຍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມ SMEs ໃນ ສປປ ລາວ ວົງເງິນ 300 ລ້ານໂດລາສະຫະລັດ ...

Read More »

ນັກທຸລະກິດຈີນ ສົນໃຈພັດທະນາ 3 ໂຄງການ ຢູ່ແຂວງໄຊສົມບູນ

ພິ­ທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ລະ­ຫວ່າງ​ອົງ­ການ​ປົກ­ຄອງ​ແຂວງ​ໄຊ​ສົມ­ບູນ ຕາງ­ໜ້າ​ໂດຍ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ແຂວງ​ໄຊ​ສົມ­ບູນ ກັບ​ບໍ­ລິ­ສັດ ແຊັດ​ວາຍ​ບໍ່​ແຮ່ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຈຳ­ກັດ ເພື່ອ​ຊອກ​ຄົ້ນ​ສຳ​ຫຼວດ ແລະ ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ​ເສດ­ຖະ­ກິດ-ເຕັກ­ນິກ​ແຮ່​ຄຳ ທອງ ເຫຼັກ ແລະ ແຮ່​ຕິດ​ພັນ​ອື່ນໆ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໂຄງ­ການ​ທົດ​ລອງ​ການ​ປູກ​ໝາກ​ໄມ້​ເມືອງ​ໜາວ ສູນ​ທົດ​ລອງ​ສົ່ງ­ເສີມ​ແນວ​ພັນ ສູນ​ສຶກ​ສາ​ອົບ­ຮົມ​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ 5 ເມືອງ ແລະ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໂຄງ­ການ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ແລະ ປະ­ຫວັດ­ສາດ ແລະ ພັດ­ທະ­ນາ​ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ສະ​ໜາມ​ກ໊ອຟ ຈັດ​ຂຶ້ນ​ວັນ​ທີ 5 ກໍ­ລະ­ກົດ 2019 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ​ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ທ່ານ​ຫົວ­ໜ້າ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່ ທ່ານ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ທ່ານ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແຂວງ​ໄຊ​ສົມ­ບູນ ທ່ານ​ເຈົ້າ­ເມືອງ​ອະ­ນຸ­ວົງ ທ່ານ​ເຈົ້າ­ເມືອງ​ລ້ອງ​ແຈ້ງ ແລະ ທ່ານ ຫຼີ້ນ ຫຼີ້​ຫົວ ປະ­ທານ​ບໍ­ລິ­ສັດ ແຊັດ​ວາຍ​ບໍ່​ແຮ່ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ...

Read More »

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສຳເລັດແລ້ວກ່ວາ 72%

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດ ກອງປະຊຸມຄະນະຊີ້ນຳ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 6 ຂຶ້ນເມື່ອວັນທີ 5 ກໍລະກົດ ຜ່ານມານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີບັນດາຄະນະຊີ້ນຳໂຄງການ ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່່ວມ. ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ ກະຊວງ ຍ ທ ຂ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວຮອດວັນທີ 5 ມິຖຸນາ ໂດຍ ໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນ ເດັ່ນທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນໄດ້ຈັດຕັ້ງປະຕິບັດ ເປັນຕົ້ນວຽກກໍ່ສ້າງ ລວມຄວາມຄືບໜ້າຮອດເດືອນມິຖຸນາ ປະຕິບັດສຳເລັດ 72,8% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 2,7%, ການມອບພື້ນທີ່ເພື່ອການກໍ່ສ້າງ ມາຮອດປັດຈຸບັນຄະນະກຳມະການໄກ່ເກ່ຍຂັ້ນທ້ອງຖິ່ນໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງ, ການຊົດເຊີຍສິ່ງກີດຂວາງ ປັດຈຸບັນການເບີກຈ່າຍຄ່າຊົດເຊີຍ ໄດ້ຮັບການຈັດຕັ້ງ ປະຕິບັດແລ້ວ ໂດຍເລີ່ມການເບີກຈ່າຍຊົດເຊີຍຕາມແຜນທີ່ເປັນບຸລິມະສິດຂອງໂຄງການ ຊຶ່ງລວມທັງໝົດມີ ...

Read More »

ໄມ້ ທີ່ໄດ້ຈາກການບຸກເບີກ ສ້າງທີ່ຢູ່ອາໄສຊົ່ວຄາວໃຫ້ຜູ້ປະສົບໄພ ເມືອງສະໜາມໄຊ ຍັງບໍ່ທັນໄດ້ຈຳໜ່າຍ

ປັດຈຸບັນ, ແຂວງ ອັດຕະປື ຍັງເຫຼືອໄມ້ທີ່ໄດ້ຈາກການບຸກເບີກເນື້ອທີ່ເພື່ອສ້າງເປັນບ່ອນພັກຊົ່ວຄາວຂອງຜູ້ປະສົບອຸທົກກະໄພຍ້ອນຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊ ປະມານ 50 % ຂອງໄມ້ທີ່ບຸກເບີກໄດ້ທັງໝົດ 9.000 ແມັດກ້ອນ ບໍ່ທັນໄດ້ຮັບການຈໍາໜ່າຍ ຍ້ອນບໍ່ແມ່ນໄມ້ເສດຖະກິດ. ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆ ອັດຕະປື ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 26 ຫາ 27 ມິຖຸນາ 2019 ນີ້ວ່າ: ຈາກການປະເມີນເບື້ອງຕົ້ນ ໄມ້ທີ່ຈະໄດ້ຈາກການບຸກເບີກເນື້ອທີ່ ເພື່ອສ້າງເປັນບ່ອນພັກຊົ່ວຄາວໃຫ້ຜູ້ປະສົບອຸທົກກະໄພຢູ່ຈຸດຕ່າງໆ ທີ່ເມືອງ ສະໜາມໄຊ ມີປະມານ 7.000 ແມັດກ້ອນ ແຕ່ຜ່ານການລົງໄປຕັດຕົວຈິງໄດ້ເຖິງ 9.000 ແມັດກ້ອນ. ເນື່ອງຈາກໃນເບື້ອງຕົ້ນເປັນການປະເມີນແບບລວມໆ ໂດຍ​ບໍ່ໄດ້ລົງສໍາຫຼວດຢ່າງລະອຽດ ຍ້ອນມີອຸປະສັກຫຼາຍຢ່າງ, ຈຶ່ງເຮັດໃຫ້ເວລາລົງໄປຕັດໄມ້ຕົວຈິງໄດ້ເກີນທີ່ຄາດໝາຍໄວ້ທີ່ຄາດໄວ້.  ໄມ້ທີ່ຂຸດຄົ້ນໄດ້ທັງໝົດນີ້ ໄດ້ຮັບການຂຶ້ນບັນຊີ ແລະ ປະມູນຂາຍຢ່າງລະອຽດຈາກຄະນະກໍາມະການກ່ຽວຂ້ອງທີ່ມີທັງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ເພື່ອໃຫ້ມີຄວາມໂປ່ງໃສທີ່ສຸດ.  ປັດຈຸບັນ, ໄມ້ທີ່ໄດ້ຈາກການບຸກເບີກທັງໝົດ ສາມາດຈໍາໜ່າຍໄດ້ແລ້ວ 50 %, ສ່ວນໄມ້ທີ່ຍັງບໍ່ທັນໄດ້ຮັບການຈໍາໜ່າຍອີກ 50%  ສ່ວນໃຫຍ່ບໍ່ແມ່ນໄມ້ເສດຖະກິດ ...

Read More »

ນະຄອນຫຼວງ ຈະສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ໂດຍດ່ວນ!!!

ຍັງມີຄົນຕ່າງປະເທດຈຳນວນຫຼາຍຢູ່ນະຄອນຫຼວງວຽງຈັນໂດຍສະເພາະຄົນຈີນ ແລະ ຫວຽດນາມ ທີ່ມາເຄື່ອນໄຫວເຮັດວຽກແບບບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ໂດຍສະເພາະແມ່ນການໃຊ້ ໜັງສືເດີນທາງນັກທ່ອງທ່ຽວ ມາເຄື່ອນໄຫວເຮັດທຸລະກິດ ຄ້າຂາຍ, ວຽກກໍ່ສ້າງ ແລະ ອື່ນໆ. ວັນທີ 5 ກໍລະກົດ 2019, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງ ເພື່ອຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ. ໂດຍການເປັນປະທານຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ກ່າວວ່າ: ໂດຍປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍຄວາມສະດວກ ແລະ ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ມີການປັບສະຖານະພາບຜູ້ທີ່ມີເງື່ອນໄຂສາມາດເຄື່ອນໄຫວ, ລົງທຶນ ແລະ ຜູ້ທີ່ສາມາດອອກແຮງງານທີ່ຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ການຊຳລະສະສາງ ສຳລັບຜູ້ທີ່ບໍ່ມີເງື່ອນໄຂໃນການເຄື່ອນໄຫວຢູ່ ສປປ ...

Read More »

ນະຄອນຫຼວງ ເລັ່ງຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາ

ຂະແໜງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນພວມເລັ່ງຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາບໍ່ໃຫ້ແຜ່ລາມເປັນວົງກວ້າງ, ພາຍຫລັງພົບໝູຕາຍຍ້ອນຕິດພະຍາດດັ່ງກ່າວຢູ່ບ້ານນາສ້ຽວ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນເມື່ອວັນທີ 3 ກໍລະກົດຜ່ານມານີ້. ພາຍຫລັງເກີດສະພາບດັ່ງກ່າວ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ແນະນໍາໃຫ້ພະແນກກະສິກໍາປ່າໄມ້ ນະຄອນຫລວງວຽງຈັນຮີບຮ້ອນດໍາເນີນມາດຕະການສຸກເສີນເພື່ອສະກັດກັ້ນ ແລະ ຕອບໂຕ້ພະຍາດດັ່ງກ່າວໃຫ້ສະຫງົບໂດຍໄວ ແລະ ທັນການ, ໂດຍສະເພາະລົງຕິດຕາມເຝົ້າລະວັງຢ່າງເຂັ້ມງວດ,ສືບສວນ-ສອບສວນ, ເກັບກໍາຂໍ້ມູນສະພາບການລ້ຽງຫມູ, ຈໍານວນໝູເຈັບ-ຕາຍ ແລະ ກໍານົດຂອບເຂດລະບາດຂອງພະຍາດ, ຕັ້ງດ່ານກວດສັດຕະວະແພດຊົ່ວຄາວເພື່ອກວດຢຶດຫມູ ແລະ ຜະລິດຕະພັນຫມູທີ່ເຄື່ອນຍ້າຍຈາກເຂດລະບາດ, ພ້ອມທັງຈັດຕັ້ງສີດພົ່ນຢາຂ້າເຊື້ອພາຫະນະທີ່ອອກຈາກເຂດດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ບ້ານຫລືເຂດອື່ນໆ ແລະ ຈັດຕັ້ງຫນ່ວຍງານລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນເຂດທີ່ເກີດລະບາດ ແລະ ເຂດທີ່ມີຄວາມສ່ຽງໃຫ້ຮັບຮູ້ເຂົ້າໃຈກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ບໍ່ໃຫ້ນໍາເອົາຫມູທີ່ເຈັບ ຫລື ຕາຍໄປບໍລິໂພກ, ໄປຖິ້ມລົງຫ້ວຍນໍ້າລໍາເຊ ຫລື ທໍາມະຊາດຢ່າງເດັດຂາດ. ເນື່ອງຈາກພະຍາດອະຫິວາໝູອາຟຣິກາ ເປັນພະຍາດຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ ແລະທຸກເພດໄວ ລວມທັງໝູປ່າ, ມັນມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາກັນ,ບໍ່ມີຢາປົວໂດຍກົງ ແລະ ອັດຕາການຕາຍຂອງຫມູທີ່ຕິດເຊື້ອພະຍາດນີ້ແມ່ນສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ. ຂອບໃຈຂໍ້ມູນຈາກ: ນສພ ລາວພັດທະນາ

Read More »