ຮອງນາຍົກ ຮ່ວມປ່ອຍຄືນສູ່ທຳມະຊາດ ຈຳນວນ 2 ແສນກວ່າໂຕ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາທູດຕານຸທູດ, ຮອງລັດຖະມົນຕີ ແລະ ພໍ່ແມ່ປະຊາຊົນ ຮ່ວມພິທີປ່ອຍປາ ເນື່ອງໃນວັນປ່ອຍປາ, ອະນຸລັດສັດນ້ຳ ແລະ ສັດປ່າ ແຫ່ງຊາດ ທີ່ອ່າງນ້ຳຊ່ວງ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 13 ກໍລະກົດ 2019.

ສຳລັບປີ 2019 ນີ້ ມີແຜນຈະປ່ອຍປາ ຄືນສູ່ທຳມະຊາດຈຳນວນ 50 ລ້ານໂຕ ໃນຂອບເຂດທົ່ວປະເທດ, ສະເພາະ ນະຄອນຫຼວງວຽງຈັນ ມີເປົ້າໝາຍປ່ອຍປາ ຈຳນວນ 580.000 ໂຕ ແລະ ສຳລັບມື້ນີ້ໄດ້ປ່ອຍປາ ທັງໝົດຈຳນວນ 250.000 ໂຕ, ຊຶ່ງປະກອບມີ ປາປາກ, ປາເຂັງ, ປາເກັດແລບ, ປານິນ ແລະ ປາໄນ, ນອກຈາກນີ້ຈະໄດ້ປ່ອຍພໍ່ພັນ ແລະ ແມ່ພັນປາທໍາມະຊາດ ຈຳນວນ 550 ໂຕ, ໃນນັ້ນມີ ປາກົດ 100 ໂຕ, ປາໝູ 100 ໂຕ, ປາເຂັງ 100 ໂຕ, ປາເພ້ຍ 100 ໂຕ, ປາຊວາຍ ໝາກໄມ້ 100 ໂຕ, ປາເໝັ້ນ 50ໂຕ ແລະ ພິເສດຍັງມີ ແນວພັນລູກປາຝາ 99 ໂຕ.

ທີ່ມາ: ຂ່າວສານປະເທດລາວ.

Comments