ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຕົວແທນສະມາຄົມໄທ – ລາວ ເພື່ອມິດຕະພາບ ຈັດພິທີສົ່ງມອບອຸປະກອນທາງການແພດ ມູນຄ່າ 1,285,000 ບາດ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມທັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໂອກາດວັນຄົບຮອບ 70 ປີຂອງການພົວພັນທາງການທູດ ໄທ – ລາວ ໃນປີ 2020.ສະມາຄົມໄທ – ລາວ ເພື່ອມິດຕະພາບ ໄດ້ຈັດພິທີສົ່ງມອບອຸປະກອນທາງການແພດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ສປປ ລາວ. ອຸປະກອນທາງການແພດດັ່ງກ່າວ, ປະກອບດ້ວຍຕູ້ກວດເຊື້ອໄວຣັດໂຄໂຣນາ 2019 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມແບບອັດຕະໂນມັດ ຈຳນວນ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນຈຳນວນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫຼື ຝ່າຕັດ 5 ຊຸດ. ຊຶ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ລວມມູນຄ່າ 1,285,000 ບາດ. ການມອບອຸປະກອນທາງການແພດໃນຄັ້ງນີ້, ເປັນການສະແດງອອກເຖິງໄມຕີຈິດ ແລະ ...
Read More »News
ນາຍົກລັດຖະມົນຕີ 2 ປະເທດສົນທະນາທາງໂທລະສັບ ຮັດແໜ້ນມິດຕະພາບອັນຍິ່ງໃຫ່ຍ…..
ໃນວັນທີ 10 ພະຈິກ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເປັນການສະໜັບສະໜູນ ແລະ ຊົມເຊີຍ ການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມ ກໍຄືສືບຕໍ່ສົ່ງເສີມ ແລະ ຮັດແໜ້ນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກ. ໃນໂອກາດດັ່ງກ່າວ, ທ່ານຍັງໄດ້ສະແດງຄວາມເຫັນໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເກີດຂຶ້ນຢູ່ບັນດາແຂວງພາກກາງຂອງ ສສ ຫວຽດນາມ ໃນເດືອນກັນຍາ 2020 ເປັນຕົ້ນມາ. ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ ສສ ຫວຽດນາມ ທີ່ສາມາດຮັບມືກັບ ໂຄວິດ-19 ໄດ້ເປັນຢ່າງດີ ແລະ ຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກ ...
Read More »ອາຊຽນ ກະກຽມເນື້ອໃນກອງປະຊຸມ ແລະ ລາວ ຈະສະໝັກເຂົ້າ….
ຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ນະຄອນ ຫລວງວຽງຈັນ, ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແບບທາງໄກ. ຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອ ທົບທວນຄືນ ການຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງຫວຽດນາມ. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ຕີ ລາຄາສູງຕໍ່ຄວາມຄືບໜ້າໃນການສືບຕໍ່ສ້າງປະ ຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດ ຂອງການເປັນປະທານ ອາຊຽນຂອງ ສ.ສ ຫວຽດນາມ ປີ 2020 ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງ ຕໍ່ສະພາບການ” ທີ່ເນັ້ນໃສ່ການຕອບໂຕ້ການແຜ່ລະບາດຂອງພະຍາດ ...
Read More »ຄູຝຶກ-ນັກກິລາ ຣັກບີ້ ຮຽນຮູ້ດ້ານການພັດທະນາທັກສະ ແລະ ສ້າງຂີດຄວາມສາມາດ….
ວັນທີ 7 ພະຈິກ 2020, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNF PA) ແລະ ສະຫະພັນກິລາຣັກບີ້ລາວ (LRF) ໄດ້ຮ່ວມກັນຈັດກິດຈະກໍາ ໃຫ້ແກ່ນັກກິລາ ແລະ ຄູຝຶກຣັກບີ້ໄວໜຸ່ມ ຈາກນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຢູ່ທີ່ສະໜາມກິລາເຈົ້າອານຸວົງ, ນະຄອນຫລວງວຽງຈັນ ທີ່ເປັນສ່ວນໜຶ່ງຂອງຄຳຂວັນ “ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ” ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນການແລກປ່ຽນຄວາມຮູ້, ກິດຈະກໍາແບບມີສ່ວນຮ່ວມອື່ນໆ ແລະ ໄດ້ຮຽນຮູ້ກ່ຽວກັບສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ລວມເຖິງສິດທິຕ່າງໆ, ການຟື້ນຟູຈາກ ໂຄວິດ-19, ທັກສະຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ໃນລະຫວ່າງການຫລິ້ນກິລາຣັກບີ້. ທ່ານ ວິຣະຍຸດ ລັດທິກຸນ ປະທານສະຫະພັນກິລາຣັກບີ້ລາວ ໄດ້ກ່າວວ່າ: ກິລາ ແລະ ທັກສະຊີວິດ ແມ່ນການປະສົມປະສານກັນທີ່ມີປະສິດທິພາບ ໃນການສົ່ງເສີມພຶດຕິກຳທີ່ດີ ໃນໝູ່ໄວໜຸ່ມຍິງ ແລະ ຊາຍ. ພ້ອມກັນນີ້, ກິລາຍັງມີບົດບາດສໍາຄັນ ໃນການພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ໄວໜຸ່ມຍິງ. ກິລາຣັກບີ້ ໄດ້ທ້າທາຍພາບລວມ ແລະ ການແບ່ງແຍກບັນທັດຖານຂອງສັງຄົມ ...
Read More »ສປ ຈີນ ຍົກເວັ້ນພາສີນໍາເຂົ້າສິນຄ້າລາວ 0% ໃນຈໍານວນ 97% ຂອງລາຍການສິນຄ້າ….
ເວັບໄຊສູນຂ່າວສານທາງດ້ານການຄ້າລາຍ ງານວ່າ: ອີງຕາມແຫຼ່ງຂ່າວເວັບໄຊ http://gss.mof.gov.cn ໃຫ້ຮູ້ວ່າ ຄະນະກໍາມະການຄຸ້ມຄອງອັດຕາພາສີປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກແຈ້ງການເລກທີ 9.2019 ເພື່ອຫຼຸດຜ່ອນອັດຕາພາສີ 0% ໃຫ້ກັບສິນຄ້າຂອງສປປ ລາວ ກວມເອົາ 97% ຫຼື 8.256 ລາຍການສິນຄ້າທັງໝົດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ທັນວາ 2020 ເປັນຕົ້ນໄປ.ສປປ ລາວ ຖືວ່າຍັງເປັນປະເທດດ້ອຍພັດທະນາ ມີລະບົບການຜະລິດຍັງບໍ່ເຂັ້ມແຂງ, ຄວາມສາມາດໃນການແຂ່ງຂັນຍັງອ່ອນແອ. ການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຈາກ ສປ ຈີນ ທີ່ເປັນປະເທດກໍາລັງຈະກາຍເປັນມະຫາອໍານາດທາງດ້ານເສດຖະກິດ ຫຼື ເວົ້າອີກຢ່າງໜຶ່ງ ແມ່ນກໍາລັງຈະກາຍເປັນປະເທດທີ່ມີຂະໜາດເສດຖະກິດທີີ່ໃຫຍ່ທີ່ສຸດໃນໂລກ ທັງຍັງປະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ສປປ ລາວ ແລະ ສປ ຈີນ ຍັງເປັນເພື່ອນບ້ານທີ່ດີຕໍ່ກັນ ມີການຮ່ວມມືຮອບດ້ານ, ຜົນເດັ່ນດ້ານການຮ່ວມມືສ້າງພື້ນຖານໂຄງລ່າງ ແມ່ນການຮ່ວມມືສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ເຊື່ອມຕໍ່ໄປຍັງບັນດາປະເທດອາຊຽນ, ການສ້າງທາງດ່ວນແຕ່ເໜືອຮອດໃຕ້, ໂຄງການພະລັງງານໄຟຟ້າ ແລະ ອື່ນໆ. ການໄດ້ຮັບສິດທິພິເສດຫຼຸດຜ່ອນອັດຕາພາສີ 0% ບວກກັບລະບົບການຂົນສົ່ງທີ່ກໍາລັງໄດ້ຮັບການກໍ່ສ້າງໃຫ້ສະດວກ ແລະ ທັນສະໄໝ ມັນເປັນໂອກາດທີ່ດີເລີດໃຫ້ ສປປ ...
Read More »ສສຊ ໄດ້ພິຈາລະນາຮ່າງ ກົດໝາຍວ່າດ້ວຍຊາວໜຸ່ມລາວ….
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພິຈາລະນາປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ(ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ທ່ານ ອາລຸນໄຊ ສູນນະລາດ ໄດ້ຊີ້ໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ ເຊິ່ງກົດຫມາຍສະບັບນີ້ ຈະເປັນການເພີ່ມຄວາມຮັບຜິດຊອບ, ພັນທະ ແລະ ເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນ ໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວຫນຸ່ມ ໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະພາບ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນສະພາບປັດຈຸບັນ ແລະ ...
Read More »ລັດຖະບານ ກຽມພັດທະນາພະລັງງານໄຟຟ້າແສງຕາເວັນ ມີກໍາລັງຕິດຕັ້ງ 760 ເມກາວັດ….
ໃນວັນທີ 5 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມ ໃນສັນຍາພັດທະນາໂຄງການ (PDA) ໄຟຟ້າພະລັງງານແສງຕາເວັນເມືອງໂຂງ ແຂວງຈໍາປາສັກ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ. ໂຄງການດັ່ງກ່າວ, ໄດ້ສໍາເລັດການສຶກສາສຶກສາເນື້ອທີ່ຄວາມອາດສາມາດ ທ່າແຮງດ້ານເສດຖະກິດ ແລະ ສະພາບຜົນກະທົບຕົວຈິງ ທີ່ອາດເກີດຂຶ້ນຈາກການພັດທະນາຢ່າງຮອບດ້ານ ແລະ ໄດ້ຮັບຜົນສະຫຼຸບວ່າ: ໂຄງການດັ່ງກ່າວ, ມີຄວາມເປັນໄປໄດ້ທີ່ສາມາດພັດທະນາໄດ້ ມີກໍາລັງຕິດຕັ້ງຮອດ 760 ເມກາວັດ ແບ່ງເປັນ 5 ໄລຍະ, ໂດຍເລີ່ມຕົ້ນພັດທະນາໄລຍະທໍາອິດ ກໍາລັງຕິດຕັ້ງຈະຢູ່ປະມານ 135 ເມກາວັດ ໃນເນື້ອທີ່ 236 ເຮັກຕາ ໃນບໍລິເວນໃກ້ກັບສະຖານີໄຟຟ້າບ້ານຫາດ, ເຊິ່ງເປັນຈຸດເຊື່ອມຕໍ່ສໍາຄັນໃນການສົ່ງໄຟຟ້າອອກໄປຈໍາໜ່າຍໃຫ້ປະເທດກໍາປູເຈຍ. ທ່ານ ພັດທະລະພົງ ຄົງວິຈິດ ໄດ້ໃຫ້ຮູ້ວ່າ ພະລັງງານແສງຕາເວັນ ນັບເປັນພະລັງງານທົດແທນ ແລະ ທັງເປັນທາງເລືອກທີ່ສຳຄັນ ໃນການສ້າງຄວາມຫຼາກຫຼາຍຂອງແຫຼ່ງຜະລິດພະລັງງານ ທັງຍັງເປັນພະລັງງານສະອາດ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ...
Read More »ອາຊຽນ ຍົກສູງບົດບາດ ແລະ ເພີ່ມສິດ ໃຫ້ແມ່ຍິງ ເຂົ້າຮ່ວມພື້ນຖານເສດຖະກິດ…..
ອ້າງຈາກສຳນັກຂ່າວຂອງຫວຽດນາມລາຍງານວ່າ: ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້; “ສ້າງທ່າອ່ຽງ – ເປັນເຈົ້າພາທາງໃນການປ່ຽນແປງ – ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ກ້າວໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື່ອງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO – ວິສາຫະກິດ – ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”. ຂ່າວກ່າວວ່າ: ໃນຂອບເຂດເວທີປາໄສປະຊາຊົນ ອາຊຽນ 2020, ທີ່ດຳເນີນໃນວັນທີ 6 ພະຈິກຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ, ສູນຄົ້ນຄວ້າບໍລິຫານ ແລະ ພັດທະນາແບບຍືນຍົງ (MSD), ສູນຄົ້ນຄວ້າກ່ຽວກັບເຄືອຂ່າຍອິນເຕີແນັດ ອາຊີ ປາຊີຟີກ (APRN) ແລະ ບັນດາຄູ່ຮ່ວມມືອື່ນໆ ທີ່ກ່ຽວຂ້ອງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫັນປ່ຽນການດຳເນີນທຸລະກິດຫັນປ່ຽນ – ຄູ່ຮ່ວມມື CSO ແລະ ມອບສິດໃຫ້ແກ່ແມ່ຍິງຮ່ວມເຂົ້າໃນພື້ນຖານເສດຖະກິດ – ກ້າວໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ”. ກອງປະຊຸມສຳມະນາລວມມີ 2 ວາລະຄຶ: ວາລະທີ ...
Read More »ເຂົ້າພັນປັບປຸງໃໝ່ ປູກໄດ້ 3 ລະດູຕໍ່ປີ ກຳລັງກະກຽມການລົງມືປູກ ໃນລາວ…
ໃນຕອນເຊົ້າຂອງວັນທີ 9 ພະຈິກ 2020 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ຊາວນາເຂດ ບ້ານນາຊິງ ເມືອງພຽງ ແຂວງໄຊຍະບູລີ. ໃນການປູກເຂົ້າພັນປັບປຸງໃໝ່ປູກໄດ້ 3 ລະດູຕໍ່ປີ, ໃຫ້ການຕ້ອນຮັບໂດຍ ທ່ານ ເສີດ ແສງສຸລິນ ເຈົ້າເມືອງ-ເມືອງ ພຽງ, ມີຕາງໜ້າບໍລິສັດ ຊິງຢວນ, ມີອໍານາດການປົກຄອງເມືອງ, ຄະນະບ້ານ ແລະ ຊາວນາ 12 ບ້ານເຂດ ນາຊິງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພາບປະກອບເທົ່ານັ້ນ ກ່ອນອື່ນ ທ່ານ ເສີດ ແສງສຸລິນ ໄດ້ລາຍງານຫຍໍ້ກ່ຽວກັບການຜະລິດລະດູປີ ໂດຍສະເພາະແມ່ນການປູກເຂົ້າ ຊຶ່ງມາຮອດປັດຈຸບັນແມ່ນກໍາລັງເກັບກູ້ຜົນຜະລິດເຊັ່ນ: ເຂົ້ານາສໍາເລັດ 40%, ເຂົ້າໄຮ່ ສໍາເລັດ 70% ແລະ ພືດເປັນສິນຄ້າສໍາເລັດ 50 %, ສ່ວນການຜະລິດລະດູແລ້ງປີນີ້ແມ່ນໄດ້ລົງເລິກສົ່ງເສີມປະຊາຊົນ 12 ບ້ານເຂດ ນາຊິງ ປູກເຂົ້າທົດລອງດ້ວຍເຕັກນິກໃໝ່ ປູກ 3 ...
Read More »ຄາດຍອດການຊື້-ຂາຍ ຈະເພີ່ມຂຶ້ນ 40% ໃນງານວາງສະແດງລົດນານາຊາດ ປີນີ້….
ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີພີ ເອັນເຕີເທນເມັ້ນ ຈໍາກັດຜູ້ດຽວ ຈັດງານວາງສະແດງລົດນາໆຊາດ ວຽງຈັນ 2020 ຄັ້ງທີ V (Vientiane international motor Expo) ຢູ່ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ; ໂດຍມີພິທີເປີດຢ່າງເປັນທາງການໃນວັນທີ 9 ພະຈິກ 2020 ນີ້ ໂດຍການເປັນປະທານຂອງທ່ານ ໄຊສົມແພງ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ; ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ທ່ານ ພອນຈັນ ເພັງສຸວັນ ອໍານວຍການບໍລິສັດ ພີພີ ເອັນເຕີເທັນເມັ້ນ ຈໍາກັດຜູ້ດຽວ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ເຈົ້າຂອງຄ້າຍລົດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເຊິ່ງງານຈະດຳເນີນໄປເປັນເວລາ 9ວັນ ນັບແຕ່ວັນທີ 7-15ພະຈິກ 2020 ນີ້. ທ່ານ ພອນຈັນ ເພັງສຸວັນ ກ່າວວ່າ: ...
Read More »