ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ຮູ້ວ່າ: ໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາສາກົນວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ໃຫ້ແຂງແຮງມີປະສິດທິຜົນຫຼາຍກວ່າເກົ່າ ແລະ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ຜ່ານມາໃຫ້ເຂັ້ມງວດ, ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງຈະສຸມໃສ່ 5 ວຽກງານຈຸມສຸມທີ່ປະກອບມີ: ເພີ່ມທະວີການໂຄສະນາສຶກສາອົບຮົມ, ປຸກລະດົມທຸກການຈັດຕັ້ງ ແລະ ພົນລະເມືອງລາວໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫຼວງຕາມທິດນຳທີ່ວ່າ: ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກສໍ້ລາດບັງຫຼວງ, ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ-ທົ່ວເຖິງ ແລະ ເລິກເຊິ່ງ ທັງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກໍາຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຮັດກຸມ ແລະ ຄົບຖ້ວນເທື່ອລະກ້າວ ເປັນຕົ້ນແມ່ນການກຳນົດເນື້ອໃນຂອງຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2021-2025 ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຕິດຕາມການຜັນຂະຫຍາຍຈັດຕັ້ງປະຕິບັດໃນວຽກງານຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບຂອງບັນດາອົງການປົກປ້ອງກົດໝາຍແຕ່ລະຂັ້ນໃນການປະຕິບັດພາລະບົດບາດ, ...
Read More »News
ເຊື່ອມຊຶມນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ………..
ກະຊວງຍຸຕິທຳເຊື່ອມຊຶມ ບັນດານິຕິກຳກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຂຶ້ນໃນເມື່ອບໍ່ດົນມານີ້ ທີ່ກະຊວງດັ່ງກ່າວ ເຜີຍແຜ່ເອກະສານໂດຍ ທ່ານ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານກະຊວງ ຊຶ່ງມີບັນດາພະນັກງານອ້ອມຂ້າງກະຊວງ ເຂົ້າຮ່ວມຮັບຟັງ. ການເຊື່ອມຊຶມຄັ້ງນີ້ ທ່ານ ບຸນທາ ຊົງເຢີທ່າວ ໄດ້ຍົກໃຫ້ເຫັນມະຕິວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຄຳແນະນຳຂອງຄະນະປະຈຳຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການປ່ອນບັດ, ການນັບຄະແນນສຽງ ແລະ ການປະກາດຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຄຳແນະນຳການເລືອກຕັ້ງລະດັບຊາດ ຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການກະກຽມໂຄງປະກອບບຸກຄະລາກອນ, ຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດວ່າດ້ວຍການໂຄສະນາ ແລະ ປຸກລະດົມຂະບວນການ ໃນບັ້ນເລືອກຕັ້ງ, ຄຳແນະນຳ ຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການໂຄສະນາຫາສຽງໃຫ້ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ເພື່ອສຶກສາອົບຮົມໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບທາດແທ້ຂອງລະບອບການເມືອງ ຊຶ່ງແມ່ນລະບອບປະຊາທິປະໄຕ ປະຊາຊົນ ມີຄວາມຮັບຮູ້ ແລະ ...
Read More »ປີ 2020 ເສດຖະກິດນະຄອນຫຼວງວຽງຈັນ ຂະຫຍາຍຕົວ 6,4% ລື່ນແຜນດັດແກ້……….
ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນວັນທີ 28 ທັນວາ 2020 ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII 2016-2020, ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາຂອງນະຄອນຫຼວງວຽງຈັນ (ນວ) ໄດ້ດຳເນີນໄປໃນສະພາບທີ່ປະເທດເຮົາ ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ: ດ້ານການເງິນ-ເງິນຕາ. ພ້ອມກັນນັ້ນ, ນວ ກໍໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງຄືກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ. ແຕ່ເຖິງຢ່າງໃດກໍຕາມ, ອົງຄະນະພັກ-ອົງການປົກຄອງ ນວ ໄດ້ຕັ້ງໜ້າປະຕິບັດວຽກງານຕ່າງໆຕາມແຜນການ 5 ປີ ທີ່ວາງໄວ້ ...
Read More »ແຂວງ ໄຊຍະບູລີ ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນ…..
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ໄຊຍະບູລີ ຊຸດທີ I ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ປອ ສົມລິດ ເປືອກປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ການນໍາຂອງແຂວງ, ພະແນກການ, ອົງການທຽບເທົ່າ, ພະນັກງານບໍານານ ແລະ ບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 3 ວັນ ແລະ ຈະໄດ້ພ້ອມກັນຮັບຟັງບົດລາຍງານໂດຍສັງເຂບ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021, ຮັບຟັງການລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ(216-2020) ແລະ ທິດທາງແຜນການ 5 ປີ(2021-2025), ຮັບຟັງການລາຍງານກ່ຽວກັບ ຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວ, ການຈັດຕັ້ງແຜນປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2020, ...
Read More »ຄາດການ ຈີນ ຈະກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກໃນອີກ 8 ປີຕໍ່ໜ້າ…………
ຈີນ ຈະແຊງໜ້າສະຫະລັດໃຫ້ກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກໃນປີ 2028 ຕາມບົດລາຍງານສະບັບໃໝ່ ຜົນການດຳເນີນງານຂອງບັນດາປະເທດ ໃນການຫຼຸດຜົນກະທົບຂອງການແຜ່ລະບາດໂຄວິດ-19. ໝາຍຄວາມວ່າຂະນະນີ້ມີແນວໂນ້ມທີ່ວ່າຈີນຈະເໜືອກວ່າກວ່າຄູ່ແຂ່ງທາງຕາເວັນຕົກຂອງຕົນກ່ອນໜ້ານີ້ເມື່ອ 5 ປີກ່ອນ; ການວິໄຈຂອງສູນ CEBR (ສູນວິໄຈເສດຖະສາດ ແລະ ທຸລະກິດ). CEBR ກ່າວວ່າ: ຄາດວ່າຈີນຈະເຕີບໂຕຂຶ້ນ 2% ໃນປີ 2020 ເຮັດໃຫ້ເປັນເສດຖະກິດຫຼັກພຽງແຫ່ງດຽວທີ່ຂະຫຍາຍຕົວໄດ້ຈິງໃນປີນີ້, ໃນທາງກົງກັນຂ້າມສະຫະລັດຄາດວ່າຈະຫົດຕົວລົງ 5% ໃນຊ່ວງ 12 ເດືອນທີ່ຜ່ານມາ “ການແຜ່ລະບາດບໍ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດທຸກປະເທດຢ່າງເທົ່າທຽມກັນ” “ໂດຍສະເພາະຢ່າງຍິ່ງຈີນ ກຳລັງຈະປະເຊີນກັບພາຍຸໄດ້ດີກວ່າເສດຖະກິດຕາເວັນຕົກ ແລະ ດ້ວຍເຫດນີ້ເຮົາຈຶ່ງເຫັນວ່າເສດຖະກິດຈີນແຊງໜ້າອາເມລິກາໃນປີ 2028 ຊຶ່ງໄວກວ່າທີ່ພວກເຮົາເຄີຍຄາດການໄວ້ຊ່ວງປີ 2033 ເມື່ອທຽບກັບຜົນວິໄຈປີກາຍນີ້” ຕອນນີ້ທິດຕາເວັນຕົກຕ້ອງເບິ່ງໄປທາງທິດຕາເວັນອອກ “ຄວາມສຳເລັດຂອງເສດຖະກິດໃນອາຊີ ໃນການຈັດການຜົນທີ່ຕາມາຈາກການລະບາດຂອງ ໂຄວິດ-19 ຊີ້ໃຫ້ເຫັນວ່າເສດຖະກິດຕາເວັນຕົກຄວນມີສະຖານະເປັນ insular ນ້ອຍລົງ ແລະ ຄວນໃຫ້ຄວາມສຳຄັນກັບສິ່ງທີ່ເກີດຂຶ້ນໃນຕາເວັນອອກ” “ໂດຍທົ່ວໄປແລ້ວເຮົາປຽບທຽບຕົວເອງກັບເສດຖະກິດຕາເວັນຕົກອື່ນ ແລະ ເສຍໂອກາດສິ່ງທີ່ມັກຈະເປັນແນວທາງປະຕິບັດທີ່ດີທີ່ສຸດໂດຍສະເພາະຢ່າງຍິ່ງໃນປະເທດທີ່ເຕີບໂຕຢ່າງວ່ອງໄວໃນອາຊີ”
Read More »ອຸດສາຫະກຳປຸງແຕ່ງ ຈະສູ້ຊົນໃຫ້ມູນຄ່າຜະລິດຕະພັນ ເພີ່ມຂຶ້ນ 8-10% ໃນປີ 2021……….
ປັດຈຸບັນທົ່ວປະເທດ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາ 161.584 ຄົນ; ສຳລັບທິດທາງແຜນການປີ 2021 ແມ່ນສືບຕໍ່ຫັນກາລະໂອກາດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ເພື່ອດຶງດູດການລົງທຶນໃນອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ ພ້ອມທັງຊອກຫາຕະຫຼາດໃໝ່, ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ລະຫວ່າງ 8-10% ຕໍ່ປີ, ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ສຳພາດ ວ່າ: ຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະ ໃນໄລຍະປີ 2016-2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍໂຕສະເລ່ຍຕໍ່ປີ 9,22% (ແຜນການ 12%). ໃນນີ້ ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍໂຕແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພີວເຕີ, ເຄື່ອງເອເລັກໂຕຼນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍຕໍ່ປີ 26,04%; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍຕໍ່ປີ 25,31%; ...
Read More »Alibaba ເພີ່ມໂຄງການຊື້ຮຸ້ນຄືນເປັນ 10.000 ລ້ານໂດລາ ຫຼັງຮຸ້ນຕົກລົງແຮງ…….
ຮຸ້ນຂອງ Alibaba Group Holding Ltd ທີ່ຈົດທະບຽນໃນຮົງກົງ ຫຼຸດລົງໃນວັນທີ 27 ທັນວາ 2020 ກວ່າ 7% ເປັນ 212.20 ໂດລາຮົງກົງ ( 27,37 ໂດລາສະຫະລັດ) ຫຼັງຈາກບໍລິສັດ ໄດ້ເພີ່ມໂຄງການຊື້ຮຸ້ນຄືນເປັນ 10.000 ລ້ານໂດລາ ຈາກ 6.000 ລ້ານໂດລາ. “ໂຄງການຊື້ຮຸ້ນຄືນນີ້ຈະມີຜົນເປັນໄລຍະເວລາ 2 ປີ ຈົນເຖິງ ໝົດປີ 2022” Alibaba ກ່າວໃນຖະແຫຼງການ bwnews.pr/38IF0r7 ໃນວັນທີ 26 ທັນວາ ທີ່ຜ່ານມາ. ໜ່ວຍງານກວດສອບຕະຫຼາດຂອງຈີນ ເປີດຕົວການສອບສວນການຕໍ່ຕ້ານການຜູກຂາດໃນອາລີບາບາ ເມື່ອອາທິດທີ່ຜ່ານມາ ຊຶ່ງເປັນສ່ວນໜຶ່ງຂອງການເລັ່ງປາບປາມພຶດຕິກຳຕໍ່ຕ້ານການແຂ່ງຂັນໃນພື້ນທີ່ອິນເຕີເນັດທີ່ເຟື້ອງຟູຂອງຈີນ ໜ່ວຍງານກວດສອບທາງການເງິນໃນວັນທີ 26 ນີ້ ຍັງຮຽກຮ້ອງໃຫ້ Ant Group Co ຊຶ່ງເປັນບໍລິສັດ ໃນເຄືອຂອງ ອາລີບາບາ ແກ້ໄຂການລະເມີດກົດລະບຽບທາງການເງິນ ຫຼັງຈາກໜ່ວຍງານກວດສອບຂອງຈີນ ລະງັບການສະເໜີຂາຍ blockbuster ຂອງ Ant ຢ່າງກະທັນຫັນ 37 ...
Read More »ເຊັນສັນຍາເພີ່ມເຕີມໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ…….
ໃນທ້າຍອາທິດຜ່ານມານີ້ ໄດ້ມີພິທີເຊັນສັນຍາເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຢູ່ບ້ານນາຫີນບູນ, ເມືອງທ່າໂທມ ແຂວງໄຊສົມບູນ ລະຫວ່າງ ອົງການປົກຄອງແຂວງ ຕ່າງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ມີປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງທ່າໂທມ, ມີບັນດາພະແນກການ, ແຂກຖືກເຊີນ ແລະ ທ່ານ ສົມລັດ ເມກອາກາດ ຜູ້ອຳນວຍ ການກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະນຳຂອງບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາສຳປະທານເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຈຸດປະສົງຂອງສັນຍານີ້ ແມ່ນການຕົກລົງເຫັນດີໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດເອກະຊົນ 100% ເພີ່ມກຳລັງຕິດຕັ້ງຕື່ມອີກ 6 ເມັກກາວັດ, ມີມູນຄ່າລົງທຶນທັງໝົດ 2.575.000 ໂດລາສະຫະລັດ ສຳລັບສັນຍາສະບັບນີ້ ແມ່ນເປັນສ່ວນໜຶ່ງຂອງສັນຍາສະບັບເລກທີ ...
Read More »ໄຊຍະບູລີ ກໍານົດມື້ຈັດງານບຸນຊ້າງ ເດືອນກຸມພາ ໃນປີໜ້າ……….
ເພື່ອເປັນການປະຕິບັດຕາມມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດ ໃນການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນັ້ນ, ແຂວງ ໄຊຍະບູລີ ຈະໄດ້ຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນຕາມຮີດຄອງປະເພນີ ໂດຍຈະໄດ້ຈໍາກັດແຂກຄົນເພື່ອເຂົ້າຮ່ວມງານບຸນດັ່ງກ່າວ. ດັ່ງນັ້ນແຂວງໄຊຍະບູລີ ຈຶ່ງໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມຈັດງານບຸນຊ້າງ ປະຈໍາປີ 2021 ຂຶ້ນໃນວັນທີ 25 ທັນວາ, ທີ່ຫ້ອງປະຊຸມ ແນວລາວສ້າງຊາດ ແຂວງ ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ກົມກອງ ແລະ ພະນັກງານວິຊາການຈາກຫ້ອງວ່າການແຂວງເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ປຶກສາຫາລືກັນເພື່ອຫ້າງຫາກະກຽມໃນການຈັດງານບຸນຊ້າງປະຈໍາປີໂດຍໄດ້ຕົກລົງຈັດງານບຸນຊ້າງເປັນເວລາ 1 ວັນຄື: ວັນທີ 13 ກຸມພາ 2021 ເປັນມື້ຈັດງານບຸນ, ໃນງານຈະມີການທໍາບຸນຕັກບາດເພື່ອອຸທິດບຸນກຸສົນໄປໃຫ້ຊ້າງທີ່ລ່ວງລັບໄປແລ້ວ, ຈາກນັ້ນຈະໄດ້ມີການແຫ່ຊ້າງ 21 ໂຕອ້ອມເມືອງເຂົ້າສູ່ສະໜາມຫຼວງຂອງແຂວງ, ມີການບາສີສູ່ຂວັນໃຫ້ຊ້າງ ແລະ ນໍາຊ້າງກິນອາຫານບຸບເຟຖືວ່າຈົບພິທີ. ນອກນີ້, ຍັງຈະມີການວາງສະແດງສິນຄ້າທີ່ເປັນຜະລິດຕະພັນຂອງທ້ອງຖິ່ນພາຍໃນແຂວງຈໍານວນໜຶ່ງເພື່ອວາງສະແດງໃນງານບຸນຊ້າງປີນີ້, ທ່ານ ຮອງເຈົ້າແຂວງ ໄດ້ກ່າວວ່າ: ການຈັດງານບຸນຊ້າງປີ2021 ນີ້ ແມ່ນຈະໄດ້ເຮັດນ້ອຍຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ...
Read More »ກະຊວງການຕ່າງປະເທດ ຈັດຝຶກອົບຮົມວຽກງານກວດກາ ຄັ້ງທີ II ……
ໃນວັນທີ 25 ທັນວາ 2020, ທີ່ສູນຝຶກອົບຮົມ ແລະ ການຮ່ວມມື (ICTC) ໄດ້ມີພິທີປິດຊຸດອົບຮົມວຽກງານກວດກາ ຄັ້ງທີ II ຂອງກະຊວງການຕ່າງປະເທດ ພາຍຫລັງດຳເນີນມາແຕ່ວັນທີ 14 ທັນວາ 2020 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ບຸນເຫລືອ ພັນດານຸວົງ ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ, ຄະນະກວດກາສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາສະຫາຍກໍາມະການໜ່ວຍພັກ ແລະ ພະນັກງານ-ສະມາຊິກພັກ ທີ່ເຮັດວຽກງານກວດກາ ກະຊວງການຕ່າງປະເທດ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຝຶກອົບຮົມກ່ຽວກັບວຽກງານກວດກາພັກ, ຄວາມຮູ້ກ່ຽວກັບຈິດຕະສາດໃນວຽກງານກວດກາ, ວິທີການສ້າງແຜນການ ແລະ ເອກະສານດໍາເນີນການກວດກາ, ວຽກງານກວດກາລັດ, ວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກງານສືບສວນ-ສອບສວນ, ວຽກງານແກ້ໄຂຜົນການກວດກາ ແລະ ການຕິດຕາມການຈັດຕັ້ງປະຕິບັດຜົນການກວດກາ ແລະ ການສ້າງສຳນວນເອກະສານ ແລະ ...
Read More »