ລັດຖະບານ ກຽມພັດທະນາພະລັງງານໄຟຟ້າແສງຕາເວັນ ມີກໍາລັງຕິດຕັ້ງ 760 ເມກາວັດ….

ໃນວັນທີ 5 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມ ໃນສັນຍາພັດທະນາໂຄງການ (PDA) ໄຟຟ້າພະລັງງານແສງຕາເວັນເມືອງໂຂງ ແຂວງຈໍາປາສັກ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ.

ພະລັງງານແສງອາທິດ ອາດເປັນໄພຂົ່ມຂູ່ ຕໍ່ພະລັງງານໄຟຟ້າຈາກເຂື່ອນ ໃນຂົງເຂດ  ແມ່ນ້ຳຂອງ

ໂຄງການດັ່ງກ່າວ, ໄດ້ສໍາເລັດການສຶກສາສຶກສາເນື້ອທີ່ຄວາມອາດສາມາດ ທ່າແຮງດ້ານເສດຖະກິດ ແລະ ສະພາບຜົນກະທົບຕົວຈິງ ທີ່ອາດເກີດຂຶ້ນຈາກການພັດທະນາຢ່າງຮອບດ້ານ ແລະ ໄດ້ຮັບຜົນສະຫຼຸບວ່າ:

ໂຄງການດັ່ງກ່າວ, ມີຄວາມເປັນໄປໄດ້ທີ່ສາມາດພັດທະນາໄດ້ ມີກໍາລັງຕິດຕັ້ງຮອດ 760 ເມກາວັດ ແບ່ງເປັນ 5 ໄລຍະ, ໂດຍເລີ່ມຕົ້ນພັດທະນາໄລຍະທໍາອິດ ກໍາລັງຕິດຕັ້ງຈະຢູ່ປະມານ 135 ເມກາວັດ

ໂຄງການ ກໍ່ສ້າງ ໄຟຟ້າ ພະລັງງານແສງອາທິດ ສ ປ ປ ລາວ - Local service - Ban Xai,  Laos | Facebook - 4 photos

ໃນເນື້ອທີ່ 236 ເຮັກຕາ ໃນບໍລິເວນໃກ້ກັບສະຖານີໄຟຟ້າບ້ານຫາດ, ເຊິ່ງເປັນຈຸດເຊື່ອມຕໍ່ສໍາຄັນໃນການສົ່ງໄຟຟ້າອອກໄປຈໍາໜ່າຍໃຫ້ປະເທດກໍາປູເຈຍ.

ທ່ານ ພັດທະລະພົງ ຄົງວິຈິດ ໄດ້ໃຫ້ຮູ້ວ່າ ພະລັງງານແສງຕາເວັນ ນັບເປັນພະລັງງານທົດແທນ ແລະ ທັງເປັນທາງເລືອກທີ່ສຳຄັນ ໃນການສ້າງຄວາມຫຼາກຫຼາຍຂອງແຫຼ່ງຜະລິດພະລັງງານ ທັງຍັງເປັນພະລັງງານສະອາດ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມບໍ່ຫຼາຍ ສອດຄ້ອງກັບທິດການພັດທະ ນາສີຂຽວຍືນຍົງ ຂອງລັດຖະບານ

ແຫຼ່ງຂໍ້ມູນ: ຂປລ

Comments