ນາຍົກລັດຖະມົນຕີ 2 ປະເທດສົນທະນາທາງໂທລະສັບ ຮັດແໜ້ນມິດຕະພາບອັນຍິ່ງໃຫ່ຍ…..

ໃນວັນທີ 10 ພະຈິກ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເປັນການສະໜັບສະໜູນ ແລະ ຊົມເຊີຍ ການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມ ກໍຄືສືບຕໍ່ສົ່ງເສີມ ແລະ ຮັດແໜ້ນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກ.

ໃນໂອກາດດັ່ງກ່າວ, ທ່ານຍັງໄດ້ສະແດງຄວາມເຫັນໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເກີດຂຶ້ນຢູ່ບັນດາແຂວງພາກກາງຂອງ ສສ ຫວຽດນາມ ໃນເດືອນກັນຍາ 2020 ເປັນຕົ້ນມາ.

ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ ສສ ຫວຽດນາມ ທີ່ສາມາດຮັບມືກັບ ໂຄວິດ-19 ໄດ້ເປັນຢ່າງດີ ແລະ ຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກ ໃນປີ 2020. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດເປັນຢ່າງດີໃນໄລຍະຜ່ານມາ.

ໂອກາດດຽວກັນນີ້ ທ່ານ ຫງວຽນ ຊວັນ ຟຸກ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ ສປປ ລາວ ທີ່ສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ດີເຊັ່ນກັນ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍການນຳພັກ-ລັດ ກໍຄື ປະຊາຊົນລາວ ທີ່ໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງການນຳພັກ-ລັດ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວ ແລະ ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງງສະແດງອອກໃນການຢ້ຽມຢາມຖາມຂ່າວຂອງນຳຂັ້ນສູງຂອງສອງປະເທດ ແລະ ພົບປະແລກປ່ຽນໃນຮູບແບບທາງໄກ ຮ່ວມກັນຢ່າງເປັນປົກກະຕິ.

ສອງຝ່າຍຍັງໄດ້ຊຸກຍູ້ການຈັດຕັ້ງໂຄງການຮ່ວມມືສອງຝ່າຍ ໃຫ້ສຳເລັດຕາມແຜນການ ແລະ ຮ່ວມມືກັນເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການເພີ່ມທະວີການຄ້າ ແລະ ການລົງທຶນຮ່ວມກັນ, ການພິຈາລະນາເປີດສາຍການບິນຄືນໃໝ່ ເພື່ອອໍານວຍຄວາມສະດວກໃນການໄປມາລະຫວ່າງພົນລະເມືອງຂອງສອງປະເທດຮ່ວມກັນໃນອະນາຄົດ.

ຝ່າຍລາວຍັງໄດ້ຕີລາຄາສູງຕໍ່ບົດບາດການນຳພາຂອງຫວຽດນາມ ໃນຖານະປະທານອາຊຽນ 2020 ເພື່ອສົ່ງເສີມການຮ່ວມມືອັນດີ ແລະ ຄວາມເຂັ້ມແຂງຂອງອາຊຽນ. ພ້ອມທັງຢືນຢັນ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໃຫ້ການຊ່ວຍເຫລືອຫວຽດນາມ ເພື່ອເຮັດສຳເລັດໜ້າທີ່ປະທານອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020-2021. ພ້ອມດຽວກັນນັ້ນ ຫວຽດນາມຍັງຈະນຳເອົາເຂົ້າ 1 ພັນ ໂຕນ ມາມອບໃຫ້ແກ່ ສປປ ລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ.

ແຫຼ່ງຂໍ້ມູນ: ຂປລ

Comments