ລັດຖະບານປະກາດຕັດງົບປະມານ ໂຄງການທີ່ລັດຖະບານລົງທຶນ ເພື່ອຮັກສາສະພາບຄ່ອງດ້ານການເງິນ ໂດຍລັດຖະບານ ຈະພິຈາລະນາພຽງແຕ່ໂຄງການທີ່ສຳຄັນ ແລະ ຈຳເປັນ ໃນການລົງທຶນເທົ່ານັ້ນ ເພື່ອຫຼີກລ້ຽງໜີ້ສິນທີ່ບໍ່ສາມາດຄຸ້ມຄອງໄດ້. ໂຄງການໃໝ່ທີ່ລັດຈະພິຈາລະນາມີ: ການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຢີ, ການພັດທະນາສີມືແຮງງານ, ການສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ແລະ ການພັດທະນາຜະລິດຕະພັນກະສິກຳ ເພື່ອການສົ່ງອອກ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງ ກ່ຽວກັບບັນຫາທີ່ວ່າເປັນຫຍັງລັດຖະບານຈຶ່ງໃຫ້ບຸລິມະສິດແກ່ບັນດາໂຄງການພັດທະນາ ໃນວາລະກອງປະຊຸມຂອງສະພາແຫ່ງຊາດ. ຊຶ່ງທ່ານໄດ້ກ່າວວ່າ: ບັນດາໂຄງການຖືກຈຳກັດຫຼາຍຍ້ອນວ່າ “ພວກເຮົາຕ້ອງຈຳກັດຈຳນວນໂຄງການໃໝ່ທີ່ບໍ່ຈຳເປັນ ເພື່ອປ້ອງກັນການສ້າງໜີ້ສິນຊຳເຮື້ອ, ແລະ ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງທາງການເງິນທີ່ລັດຖະບານມີຢູ່” ໃນ5 ປີຕໍ່ໜ້າ. ສຳລັບງົບປະມານທີ່ໄດ້ຈັດສັນໃຫ້ແກ່ໂຄງການທີ່ໄດ້ຮັບທຶນຈາກລັດ ຈະເພີ່ມຂຶ້ນພຽງແຕ່ 10-15% ເທົ່ານັ້ນ. ພາບປະກອບເທົ່ານັ້ນ ໃນປີນີ້, ລັດຖະບານໄດ້ແບ່ງປັນງົບປະມານ 3,9 ພັນຕື້ກີບໃ ຫ້ແກ່ໂຄງການຕ່າງໆທີ່ສະໜັບສະໜູນລັດ, ໃນນັ້ນມີ 2 ພັນຕື້ກີບ ແມ່ນມາຈາກການລົງທຶນພາກປົກກະຕິ. ແຕ່ໃນປີໜ້າ, ມີພຽງແຕ່ 1,3 ພັນຕື້ກີບເທົ່ານັ້ນ ທີ່ຈະໄດ້ຮັບການແບ່ງປັນງົບປະມານພາກປົກກະຕິ ໃນການລົງທືນຂອງລັດຈະມີພຽງແຕ່ 700 ຕື້ກີບ ...
Read More »News
Biden ມີໂອກາດທີ່ຈະໄດ້ເປັນປະທານາທິບໍດີຄົນທີ 46 ຂອງ USA ໂດຍມີຄະແນນສູງເປັນຄັ້ງປະຫວັດສາດ…
ຜົນການເລືອກຕັ້ງປະທານາທິບໍດີຂອງສະຫະລັດອາເມລິກາ ປີ 2020 ຍັງບໍ່ໄດ້ສິ້ນສຸດລົງຢ່າງເປັນທາງການ ແລະ ເຫັນໄດ້ຊັດເຈນວ່າ Joe Biden ມີໂອກາດທີ່ຈະໄດ້ເປັນປະທານາທິບໍດີຄົນທີ 46 ເຖິງບໍ່ທັນມີການປະກາດຢ່າງເປັນທາງການ ແຕ່ການນັບຄະແນນສໍາເລັດແລ້ວ 89%. ໃນວັນທີ 5 ພະຈິກ 2020 ນີ້ ຜົນປະກົດໄດ້ຊັດເຈນວ່າ Joe Biden ຈາກພັກ ເດໂມແຄັດ ອະດີດຮອງປະທານາທິບໍດີ 2 ສະໄໝ ຂອງ Barack Obama ມີແນວໂນ້ມທີ່ຈະຊະນະໄດ້ສູງ ແລະ ເຮັດໃຫ້ Donald Trump ຕົກຈາກຕຳແໜ່ງໃນທຳນຽບຂາວ ເນື່ອງຈາກການນັບຄະແນນສຽງໃນຊ່ວງ 2 ວັນທຳອິດມີເຫດໃຫ້ລຸ້ນຄະແນນນັບເປັນນາທີຕໍ່ນາທີກັບໄປກັບມາໄປຕາມໆກັນ. ບາງເວລາ Trump ມີຄະແນນນຳ ແລະ ບາງເວລາ Biden ກັບມາມີຄະແນນແຊງຂຶ້ນໄປ, ຫຼ້າສຸດ Biden ອອກມາສະແດງຄວາມເຊື່ອໝັ້ນວ່າຕົນເອງຈະຊະນະການເລືອກຕັ້ງ ເມື່ອທຽບກັບຄະແນນທີ່ມີຢູ່ ພ້ອມສະແດງຈຸດຢືນທີ່ລົງສະໝັກໃນນາມພັກ ເດໂມແຄັດ ແຕ່ກໍພ້ອມທີ່ຈະບໍລິຫານປະເທດໃນຖານະປະທານາທິບໍດີຂອງຄົນອາເມລິກາທຸກຝ່າຍ. Biden ຍັງສ້າງສະຖິຕິໃໝ່ກາຍເປັນຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຂອງສະຫະລັດທີ່ໄດ້ຮັບຄະແນນສຽງຫຼາຍທີ່ສຸດຄັ້ງປະຫວັດສາດ ໂດຍນັບຈາກເວລາ 14 ໂມງ ຂອງວັນທີ 5 ຜ່ານມາ ...
Read More »ໂຄງການສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ຄາດຈະມອບ-ຮັບ ໃນຕົ້ນປີ 2021ນີ້…..
ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ປະທານຄະນະກໍາມະການຮ່ວມມືລາວ – ຫວຽດນາມ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ເມື່ອບໍ່ດົນມານີ້ ຊຶ່ງເປັນຂອງຂວັນຈາກພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນໂອກາດທີ່ ທ່ານ ຫງວຽນຝູຈ້ອງ ເລຂາ ທິການໃຫຍ່ພັກກອມມູນິດຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 24-26 ພະຈິກ 2016. ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດລາວຫຼັງໃໝ່ ໂດຍແມ່ນ ແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ. ໂອກາດນີ້, ທ່ານ ພັນເອກ ຫງວຽນຈຽນ ຮອງຜູ້ບັນຊາການແມ່ທັບນ້ອຍ 11 ໄດ້ລາຍງານສະພາບການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ພ້ອມທັງຢັ້ງຢືນ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງແມ່ທັບນ້ອຍ 11 ໃນການ ຜັນຂະຫຍາຍວຽກງານກໍ່ສ້າງ ດັ່ງກ່າວ ດ້ວຍຄວາມຮັບຜິດ ຊອບສູງ ...
Read More »5 ປີ ຜ່ານມາ ການລົງທຶນຢູ່ແຂວງຫົວພັນ ຂອງລັດມີ 511 ໂຄງການ ດ້ວຍທຶນ 886 ຕື້ກວ່າກີບ…..
ລວມຍອດຜະລິດຕະພັນພາຍໃນ 5 ປີຂອງແຂວງຫົວພັນບັນລຸໄດ້ທັງໝົດ 13.784 ຕື້ກວ່າກີບ, ສະເພາະ ປີ 2020 ບັນລຸໄດ້ 3.270 ຕື້ກີບ , ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 10,5ລ້ານກວ່າກີບ. ການລົງທຶນຂອງລັດ ມີ 511 ໂຄງການ ດ້ວຍທຶນ 886 ຕື້ກວ່າກີບ.ອັດຕາຄວາມທຸກຍາກຍັງເຫຼືອ 13,44% ຂອງຄອບຄົວທັງໝົດ, ອັດຕາການຊົມໃຊ້ໄຟຟ້າເຂົ້າເຖິງບ້ານກວມເອົາ 91,07%. ສະຫາຍ ພັນທອງ ເພັດໄຊສົມພັນ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນຳເສດຖະກິດຂັ້ນແຂວງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຂອົງຄະນະພັກແຂວງຫົວພັນຄັ້ງທີ X ເມື່ອວັນທີ 2 ພະຈິກ 2020 ວ່າ: ໃນ5ປີຜ່ານມາການພັດທະນາເສດຖະກິດ-ສັງຄົມຂອງແຂວງ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ການລົງທຶນຂອງລັດໃນ 5 ປີ ຜ່ານມາໄດ້ຈັດຕັ້ງປະຕິບັດ 511 ໂຄງການ, ໄດ້ຮັບທຶນອະນຸມັດຈາກສະພາແຫ່ງຊາດ ທັງໝົດ 886 ຕື້ກ່ວາກີບ, ລື່ນຄາດໝາຍ 536 ຕື້ກ່ວາກີບ; ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າໃນກິດຈະການສຳປະທານມີ 67 ໂຄງການ, ມີມູນຄ່າທັງໝົດ ...
Read More »ກິດຈະການຮ້ານກິນດື່ມ – ບັນເທີງ ຍັງມີຫຼາຍບັນຫາທີ່ແກ້ບໍ່ຕົກ…….
ໄລຍະຜ່ານມາເກີດມີສຽງວິພາກວິຈານບໍ່ໜ້ອຍ ຕໍ່ຫຼາຍບັນຫາທີ່ເກີດຂຶ້ນໃນຮ້ານກິນດື່ມ, ຮ້ານບັນເທີງ ທີ່ຕ້ອງການການແກ້ໄຂຈາກພາກສ່ວນກ່ຽວຂ້ອງ ໂດຍສະເພາະການເຮັດຜິດກົດລະບຽບ ອັນກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ສົ່ງຜົນກະທົບທາງລົບ. ທ່ານ ສົມພູ ດວງສະຫວັນ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ຂຶ້ນລາຍງານກ່ຽວກັບຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 2 ພະຈິກ 2020 ວ່າ: ອີງຕາມສະຖິຕິການທ່ອງທ່ຽວປີ 2019, ຂະແໜງການທີ່ກ່ຽວຂ້ອງ ໄດ້ອະນຸຍາດໃຫ້ຜູ້ປະກອບການດໍາເນີນທຸລະກິດປະເພດຮ້ານກິນດື່ມ, ຮ້ານບັນເທີງ ມີທັງໝົດ 2.925 ຮ້ານ, ໃນນັ້ນ ຮ້ານກິນດື່ມ 2.679 ຮ້ານ, ຮ້ານບັນເທີງ 246 ຮ້ານ; ມາຮອດປັດຈຸບັນ ຈໍານວນຮ້ານກິນດື່ມມີທັງໝົດ 3.885 ຮ້ານ, ຮ້ານບັນເທີງ ມີ 244 ຮ້ານ; ຮ້ານສ່ວນຫຼວງຫຼາຍແມ່ນຕັ້ງຢູ່ຕາມຕົວເມືອງໃຫຍ່ຂອງບັນດາແຂວງ, ນະຄອນຫຼວງ ແລະ ຕິດພັນກັບແຫຼ່ງທ່ອງທ່ຽວ ເຊິ່ງເຫັນວ່າຮ້ານກິນດື່ມຫຼາຍກວ່າໝູ່ແມ່ນຢູ່ແຂວງຫຼວງພະບາງ ມີ 311 ຮ້ານ, ໜ້ອຍກວ່າໝູ່ແມ່ນເຊກອງ ມີ ...
Read More »ທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 90% ຄາດວ່າເປີດໃຫ້ບໍລິການ ໃນເດືອນທັນວາ 2021….
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ໜ້າວຽກໂດຍລວມ ແມ່ນສຳເລັດແລ້ວກວ່າ 90%; ໃນນັ້ນ, ສະເພາະການປູລາງລົດໄຟ ແມ່ນສຳເລັດແລ້ວ 166,6 ກິໂລແມັດ, ເທົ່າກັບ 40%, ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2021 ໂດຍແມ່ນກຸ່ມບໍລິສັດວິສະວະກຳທາງລົດໄຟ ເລກ 2 ສປ ຈີນ ເປັນຜູ້ຮັບເໝົາເຊື່ອມຈອດລາງ ແລະ ຕິດຕັ້ງປູລາງລົດໄຟ. ສ່ວນໜ້າວຽກການຜະລິດໝອນຮອງລາງລົດໄຟ ໂດຍແມ່ນກຸ່ມບໍລິສັດ ທາງລົດໄຟເລກທີ 15 ເປັນຜູ້ຮັບເໝົາຜະລິດ, ມາຮອດປັດຈຸບັນ ການຜະລິດສຳເລັດແລ້ວ 60% ແລະ ຄາດວ່າ ຈະໃຫ້ສຳເລັດ 100% ໃນທ້າຍເດືອນເມສາ 2021 ແລະ ຄາດວ່າ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທັງໝົດຈະສຳເລັດ ແລະ ເປີດໃຫ້ບໍລິການຈະລາຈອນ ໃນເດືອນທັນວາ 2021. ທ່ານ ຫລີ ລົງເຊິງ (Li Long Cheng) ຫົວໜ້າວິສະວະກອນ ກຸ່ມບໍລິສັດ ວິສະວະກຳທາງລົດໄຟເລກ 2 ສປ ຈີນ ...
Read More »ທາບທາມບຸກຄະລາກອນ ຮອບທີ I ຂອງກະຊວງ ຖວທ……
ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບ ທາມບຸກຄະລາກອນຂຶ້ນ ໃນວັນທີ 5 ພະຈິກ 2020, ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຮອບທີ I, ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ຖວທ, ມີບັນດາຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ. ສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນຜ່ານມາດຕະຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກະຊວງຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງຄະແນນສຽງທາບທາມ ໄດ້ເຂົ້າໃຈມາດຖານເງື່ອນໄຂ ຂອງບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນ ແມ່ນເຫດການການເມືອງທີ່ສຳຄັນຂອງພັກ ເຊິ່ງເປັນການຍົກສູງບົດບາດຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເປັນໜຶ່ງໃນບັນດາການເລັ່ງທວງອັນຮີບດ່ວນ ທັງເປັນໜ້າທີ່ແຖວໜ້າ ແລະ ເປັນໜ້າທີ່ໃຈກາງຂອງວຽກງານການປັບປຸງການຈັດຕັ້ງພັກ, ກົງຈັກການຈັດຕັ້ງລັດ ແລະ ບຸກຄະລາກອນ. ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ...
Read More »ສະພາ ສະເໜີ ໄອຍະການ-ສານປະຊາຊົນສູງສຸດ ເອົາໃຈໃສ່ແກ້ໄຂບັນຫາທີ່ປະຕິບັດບໍ່ທັນໄດ້….
ວາລະດຳເນີນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ພະຈິກ 2020; ທ່ານນາງ ບົວຄຳ ທິບພະວົງ ປະທານກຳມະທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການຈຸດສຸມ ປີ 2021 ຂອງອົງການໄອຍະການປະຊາ ຊົນສູງສຸດ ແລະ ສານປະຊາຊົນສູງສຸດ. ໂດຍລວມແລ້ວຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ, ຜົນສຳເລັດການເຄື່ອນໄຫວວຽກງານຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດໃນໄລຍະຜ່ານມາ ແຕ່ຍັງມີບາງບັນຫາທີ່ເຫັນວ່າ ຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊັກຊ້າ ແລະ ບໍ່ທັນບັນລຸຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນ ການປະຕິບັດສິດສັ່ງຟ້ອງຜູ້ຖືກຫາ ແລະ ການຖະແຫລງຄະດີຕໍ່ສານ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນບໍ່ທັນບັນລຸຄາດໝາຍຕາມທີ່ໄດ້ກໍານົດໄວ້ 97% ຂອງແຜນການ ປີ 2020, ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ບໍ່ທັນເປັນປົກກະຕິຕໍ່ເນື່ອງ, ຍັງບໍ່ທັນໄດ້ລົງເລິກ, ການເຂົ້າຮ່ວມຕິດຕາມກວດກາ ການຕັດສິນຄະດີ ໃນທີ່ປະຊຸມສານ ຂອງພະນັກງານໄອຍະການປະຊາຊົນ ຂັ້ນຕ່າງໆ ເມື່ອພົບເຫັນມີການລະເມີດກົດໝາຍ ກໍບໍ່ໄດ້ສະເໜີຄັດຄ້ານ. ການຊັດມ້ຽນຄະດີຈໍານວນໜຶ່ງ ຍັງບໍ່ທັນຮັບປະກັນຄວາມຖືກຕ້ອງ ...
Read More »ອົງຄະນະພັກກະຊວງການຕ່າງປະເທດ ໄຂກອງປະຊຸມໃຫຍ່ ຄັ້ງທີ IV….
ກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ພະຈິກ 2020, ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ນະ ຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາແຂກທີ່ຖືກເຊີນຈາກກະຊວງ ແລະ ອົງການອ້ອມຂ້າງສູນກາງຈຳນວນໜຶ່ງ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ບັນດາສະຫາຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນ ເຂົ້າຮ່ວມ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຜ່ານບົດລາຍງານການເມືອງ ເພື່ອສະຫລຸບຕີລາຄາຜົນຂອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງ ປະເທດ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ ຄະນະພັກ-ຄະນະນໍາກະຊວງການຕ່າງ ປະເທດ ໄດ້ເດັດດ່ຽວເສີມຂະຫຍາຍ ມູນເຊື້ອປະຕິວັດ ແລະ ເຊີດຊູຄວາມຮັບຜິດຊອບ ...
Read More »20 ພາກສ່ວນ ຮ່ວມວາງສະແດງຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ຕໍ່ການພັດທະນາການທ່ອງທ່ຽວຂອງອາຊຽນ….
ການຖະແຫຼງຂ່າວ ກ່ຽວກັບການກະກຽມງານວາງສະແດງ ແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ); ຜູ້ຕາງໜ້າຈາກອົງການ GIZ ແລະ ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ. ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ຖະແຫຼງວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້, ເພື່ອນຳສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມໃຫ້ບັນດາທຸລະກິດການທ່ອງທ່ຽວເປັນຕົ້ນແມ່ນ ທຸລະກິດສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ທຸລະກິດຈຳໜ່າຍເຄື່ອງຫັດຖະກຳ ແລະ ກະສິກຳ ແລະ ການນຳໃຊ້ພະລັງງານທົດແທນທີ່ເປັນມິດກັບສິ່ງແວດລ້ອມ; ເປັນການປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs ຂອງ ສປປ ລາວ ໂດຍສະເພາະແມ່ນເປົ້າໝາຍທີ 12 ການຜະລິດ ແລະ ການບໍລິໂພກ ທີ່ມີຄວາມຮັບຜິດຊອບ. ຊຶ່ງໄດ້ກຳນົດໃນຕົວຊີ້ບອກຂອງກະຊວງ ຖວທ, ຮອດປີ 2025 ທຸລະກິດທ່ອງທ່ຽວ ສປປ ລາວ ບັນດາສະຖານທີ່ພັກແຮມ, ...
Read More »