ຄູຝຶກ-ນັກກິລາ ຣັກບີ້ ຮຽນຮູ້ດ້ານການພັດທະນາທັກສະ ແລະ ສ້າງຂີດຄວາມສາມາດ….

ວັນທີ 7 ພະຈິກ 2020, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNF PA) ແລະ ສະຫະພັນກິລາຣັກບີ້ລາວ (LRF) ໄດ້ຮ່ວມກັນຈັດກິດຈະກໍາ ໃຫ້ແກ່ນັກກິລາ ແລະ ຄູຝຶກຣັກບີ້ໄວໜຸ່ມ ຈາກນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຢູ່ທີ່ສະໜາມກິລາເຈົ້າອານຸວົງ, ນະຄອນຫລວງວຽງຈັນ ທີ່ເປັນສ່ວນໜຶ່ງຂອງຄຳຂວັນ “ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ”

ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນການແລກປ່ຽນຄວາມຮູ້, ກິດຈະກໍາແບບມີສ່ວນຮ່ວມອື່ນໆ ແລະ ໄດ້ຮຽນຮູ້ກ່ຽວກັບສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ລວມເຖິງສິດທິຕ່າງໆ, ການຟື້ນຟູຈາກ ໂຄວິດ-19, ທັກສະຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ໃນລະຫວ່າງການຫລິ້ນກິລາຣັກບີ້.

ທ່ານ ວິຣະຍຸດ ລັດທິກຸນ ປະທານສະຫະພັນກິລາຣັກບີ້ລາວ ໄດ້ກ່າວວ່າ: ກິລາ ແລະ ທັກສະຊີວິດ ແມ່ນການປະສົມປະສານກັນທີ່ມີປະສິດທິພາບ ໃນການສົ່ງເສີມພຶດຕິກຳທີ່ດີ ໃນໝູ່ໄວໜຸ່ມຍິງ ແລະ ຊາຍ. ພ້ອມກັນນີ້, ກິລາຍັງມີບົດບາດສໍາຄັນ ໃນການພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ໄວໜຸ່ມຍິງ. ກິລາຣັກບີ້ ໄດ້ທ້າທາຍພາບລວມ ແລະ ການແບ່ງແຍກບັນທັດຖານຂອງສັງຄົມ ພ້ອມທັງມອບໂອກາດໃຫ້ແກ່ເດັກຍິງ ໄດ້ເຊື່ອໝັ້ນ ແລະ ຮັບຮູ້ເຖິງຄວາມສາມາດ ແລະ ສັກກະຍະພາບໃນຕົວຂອງພວກເຂົາເອງ.

ບັນດາຜູ້ເຂົ້າຮ່ວມ ຍັງໄດ້ມີການສົນທະນາກ່ຽວກັບຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນ. ນອກນັ້ນ ກໍໄດ້ມີການສະແດງຂໍ້ມູນກ່ຽວກັບການຟື້ນຟູຈາກ ໂຄວິດ-19 ປະກອບມີ ແອັບພຣີເຄຊັນ ນ້ອຍຢາກຮູ້ ແລະ ສຸຂະພາບທາງຈິດ, ນັບທັງສາຍດ່ວນການໃຫ້ຄຳປຶກສາດ້ານສຸຂະພາບທາງຈິດ. ສປປ ລາວ ເປັນໜຶ່ງໃນປະເທດທີ່ມີປະຊາກອນໜຸ່ມທີ່ສຸດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຊຶ່ງອີງໃສ່ການສຶກສາດ້ານພົນລະເມືອງສະແດງໃຫ້ເຫັນວ່າ ສປປ ລາວ ຈາກປະຊາກອນທັງໝົດ 7,2 ລ້ານຄົນໃນປີ 2020 ຄາດວ່າຈະເພີ່ມຂຶ້ນເປັນ 8,1 ລ້ານຄົນ ໃນປີ 2030 ເປັນການເພີ່ມຂຶ້ນເກືອບ ໜຶ່ງລ້ານຄົນພາຍໃນອີກ 10 ປີຂ້າງໜ້າ.

ຮູບພາບໂຄງສ້າງປີລາມິດຂອງປະຊາກອນລາວຈະປ່ຽນແປງໃນທົດສະວັດນີ້ ເນື່ອງຈາກບັນດາໄວໜຸ່ມຈະກ້າວເຂົ້າມາເປັນປະຊາກອນໄວເຮັດວຽກຫລາຍຂຶ້ນ ແລະ ຈະເພີ່ມຂຶ້ນຈາກ 64% ໃນປີ 2020 ເປັນ 69% ໃນປີ 2030 ຊຶ່ງສປປ ລາວ ຈະມີກຸ່ມແຮງງານເປັນກຸ່ມປະຊາກອນທີ່ໃຫຍ່ທີ່ສຸດ ໃນຂະນະທີ່ການສະໜັບສະໜູນເພິ່ງພາແມ່ນໜ້ອຍລົງ.

ທ່ານນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: ໄວໜຸ່ມໃນມື້ນີ້ຈະກາຍ ເປັນປະຊາກອນກຸ່ມທີ່ໃຫຍ່ທີ່ສຸດຂອງປະເທດ ກໍຄືປະຊາກອນໄວເຮັດວຽກ ຊຶ່ງພວກເຂົາຈະສາມາດເລັ່ງໃສ່ການພັດທະນາເສດຖະກິດ-ສັງຄົມ ທີ່ຍືນຍົງໄດ້ ຫາກພວກເຂົາໄດ້ຮັບການສຶກສາທີ່ດີ ແລະ ໄດ້ຮັບການສົ່ງເສີມໃນການຕັດສິນໃຈທີ່ດີ ເພື່ອຕົວເຂົາເອງ, ເພື່ອຊຸມຊົນ, ເພື່ອປະເທດ ແລະ ເພື່ອໂລກໃບນີ້.

ແຫຼ່ງຂໍ້ມູນ:​ ຂປລ

Comments