ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ວັນທີ 24 ເດືອນກຸມພາ, ບໍລິສັດ ນໍ້າມັນ ຢູ່ແຄມຝັ່ງ ແຫ່ງຊາດ ຈີນ (CNOOC) ປະກາດວ່າ ປະເທດນີ້ ໄດ້ຄົ້ນພົບ ແຫລ່ງນ້ຳມັນດີບ ແລະ ແກັດ ທຳມະຊາດ ໃນທະເລໂປ໋ໄຫ່. ຄາດວ່າ ຈະມີປະລິມານ ນ້ຳມັນເຖິງ 100 ລ້ານໂຕນ. ພື້ນທີ່ດັ່ງກ່າວ ແມ່ນ ຊື່ໂປ໋ຈົງ 13-2(Bozhong 13-2) ແລະ ມີຄວາມເລິກ ສະເລ່ຍ 23,2 ແມັດ, ຊື່ງຢູ່ໃຈກາງ ທະເລ ໂປ໋ໄຫ່, ຫ່າງຈາກ ນະຄອນທຽນຈິນ ໄປທາງພາກ ເໜືອຂອງຈີນ 140 ກິໂລແມັດ.
Read More »News
ຈີນ ຍິງສົ່ງດາວທຽມສໍາຫຼວດໄລຍະໄກປະສົບຜົນສຳເລັດ
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ໃນວັນທີ 24 ກຸມພາທີ່ຜ່ານມາ, ສູນສົ່ງດາວທຽມ ຈິວສຽນ ໄດ້ຍິງຈະຫຼວດຂົນສົ່ງສາງເຈິງ-4 ເພື່ອສົ່ງດາວທຽມໄປສຳຫຼວດໄລຍະໄກໝາຍເລກ 31 ດວງທີ 3 ເຂົ້າສູ່ວົງໂຄຈອນ ໃນອາວະກາດຢ່າງປະສົບຜົນສຳເລັດ. ດາວທຽມດວງນີ້ ຈະໃຊ້ປະໂຫຍດເຂົ້າໃນການສຳຫຼວດສະພາບແວດລ້ອມຄື້ນແມ່ເຫຼັກໄຟຟ້າ ແລະ ປະຕິບັດການທົດລອງທາງດ້ານເຕັກໂນໂລຊີທີ່ກ່ຽວຂ້ອງ.
Read More »ສ.ເກົາຫລີ ເລີ່ມສັກວັກຊິນປ້ອງກັນໂຄວິດ-19ໃຫ້ປະຊາຊົນ
ຕາມຂ່າວຈາກ ນະຄອນຫລວງ ເຊອຸນ, ກະຊວງ ສາທາລະນະສຸກ ຂອງ ສ.ເກົາຫລີ ເລີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ ປະຊາຊົນ ໂດຍສະເພາະ ຜູ້ເບິ່ງແຍງ ຜູ້ສູງອາຍຸ ບໍ່ເກີນ 65ປີ ລວມ 5.266 ຄົນ ຈາກສູນເບິ່ງແຍງ ຜູ້ສູງອາຍຸ 213 ແຫ່ງ ທົ່ວປະເທດ ເປັນກຸ່ມຄົນ ທຳອິດ ທີ່ໄດ້ຮັບ ວັກຊິນ ຢ່າງເປັນທາງການ ໃນວັນທີ26ກຸມພານີ້ ເປັນວັກຊິນ ທີ່ຜະລິດໂດຍ ບໍລິສັດ ແອສຕຣາເຊເນກາ-ເອສເຄ ໄບໂອ ຂອງສ.ເກົາຫລີ ໄດ້ຮັບຮັບຖ່າຍທອດ ເຕັກໂນໂລຊີ ຈາກບໍລິສັດ ແອສຕຣາ ເຊເນກາ ຮ່ວມກັບ ມະຫາ ວິທະຍາໄລ ອ໋ອກສຟອດ ຂອງອັງກິດ. ຂະນະທີ່ ວັນທີ 27ກຸມພານີ້ ສ.ເກົາລີ ເລີ່ມສັກ ວັກຊິນອີກ 117.000 ຫລອດ ຂອງໄຟເຊີ/ໄບໂອ ເອັນເທັກ ນຳເຂົ້າມາຈາກ ຕ່າງປະເທດ ໂດຍບຸກຄະລາກອນ ...
Read More »ຮຽກຮ້ອງໃຫ້ G20 ເພີ່ມທະວີການໜູນຊ່ວຍປະເທດທຸກຍາກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນຂຶ້ນ (G20), ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດທຸກຍາກ.ຂ່າວລະບຸວ່າ: ວັນທີ 25 ກຸມພາຜ່ານມາ, ທ່ານ ນາງ ເຈເນດ ເຢວເລນ ລັດຖະມົນຕີກະຊວງການເງິນ ອາເມຣິກາ ໄດ້ສະແດງການສະໜັບສະໜູນການຈັດແບ່ງສິດຖອນເງິນພິເສດ (SDR) ຄັ້ງໃໝ່ ຢູ່ກອງທຶນເງິນຕາສາກົນ (IMF) ເພື່ອແນໃສ່ໜູນຊ່ວຍບັນດາປະເທດທຸກຍາກ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເຈເນດ ເຢວເລນ ກ່າວຕື່ມວ່າ: ຕ້ອງມີບັນດາໂຕເລກລວມ ເພື່ອຮັບປະກັນລັກສະນະໂປ່ງໃສ ກ່ຽວກັບວິທີການ ທີ່ໄດ້ຮັບການນຳໃຊ້ ແລະ ແລກປ່ຽນຄ້າຂາຍຈາກ SDR. ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ G20, ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດ ທຸກຍາກ ກໍ່ຄືໜູນຊ່ວຍບັນດາຄວາມພະຍາຍາມຟື້ນຟູເສດຖະກິດ ແລະ ສາທາລະນະສຸກທີ່ຈຳເປັນຂອງເຂົາເຈົ້າ. ໂດຍກ່ຽວຂ້ອງເຖິງບັ້ນຕໍ່ສູ້ຕ້ານໂຣກລະບາດໂຄວິດ – 19, ທ່ານ ...
Read More »ລັດຖະບານໄທມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານ ສປປ ລາວ ມູນຄ່າ 15.000 ກວ່າໂດລາສະຫະລັດ
ຕອນບ່າຍວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານໄທ ໄດ້ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານລາວ ຈໍານວນ 250ກ່ອງ ຫລື 10.000ຊຸດ, ມູນຄ່າ 15.625 ໂດລາສະຫະລັດ, ກ່າວມອບໂດຍທ່ານນາງ ອຸຣະວະດີ ສິພິຣົມ ອັກຄະຣະສະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ,ກ່າວຮັບໂດຍທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ກ່າວວ່າ: ຜ່ານມາ ສປປ ລາວ ກໍໄດ້ຮັບການຊ່ວຍເຫລືອ ແລະຮ່ວມມືເປັນຢ່າງດີໃນຫລາຍດ້ານ ບໍ່ວ່າຈະເປັນດ້ານການຄ້າ, ຄົມມະນາຄົມ ແລະດ້ານສາທາລະນະສຸກ ເຊິ່ງສະແດງອອກໃຫ້ເຫັນໃນສະພາບປະຈຸບັນ ໃນການຮ່ວມມືປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ໂດຍສະເພາະແມ່ນຢູ່ບໍລິເວນແຂວງຊາຍແດນ ເຊິ່ງລັດຖະບານແຫ່ງຣາຊະອານາຈັກໄທ ໄດ້ພະຍາຍາມຊ່ວຍເຫລືອໃນການຄັດກອງ ແລະສະກັດກັ້ນ ການເຂົ້າອອກຂ້າມແດນລະຫວ່າງສອງປະເທດ ລວມທັງຊ່ວຍເຫລືອການກັກກັນຢູດ່ານ ກ່ອນສົ່ງຜູ້ອອກແຮງງານກັບຄືນປະເທດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ19. ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ຊຸດນໍ້າຢາກວດພະຍາດໂຄວິດ19 ນີ້ ເຂົ້າໃນການວຽກງານເຝົ້າລະວັງ, ຊອກຮູ້ການລະບາດຂອງພະຍາດພະຍາດໂຄວິດ19 ...
Read More »ມາຮ່ວມສົ່ງເສີມການອ່ານໄປພ້ອມກັນກັບງານເທສະການປຶ້ມອ່ານ ປະຈໍາປີ 2021 (ເລີ່ມແຕ່ວັນທີ 4-5-6 ມີນາ 2021 ນີ້)
ໃນສັງຄົມລາວເຮົາມັກຈະໄດ້ຍິນເລື້ອຍໆຕໍ່ຄຳເວົ້າທີ່ວ່າ “ຄົນລາວບໍ່ມັກອ່ານໜັງສື” ເຊິ່ງເປັນອຸປະສັກຢ່າງໜຶ່ງທີ່ຂວາງທາງປາຍປາກກາ ແລະ ເປັນສິ່ງຫຍໍ້ທໍ້ຈິດໃຈໃຫ້ແກ່ບັນດານັກຂຽນລາວບໍ່ໜ້ອຍ, ແຕ່ເຖິງຢ່າງໃດກໍຕາມ ນັກຂຽນຫຼາຍທ່ານ ຍັງຄົງຝົນປາຍປາກກາ ແລະ ທຸ້ມເທສະຕິປັນຍາສ້າງສັນປຶ້ມທີ່ດີມີຄຸນຄ່າ ເພື່ອທີ່ຈະເຮັດໃຫ້ຄົນລາວຫັນມາອ່ານໜັງສືໃຫ້ນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນ ທາງຄະນະອັກສອນສາດກໍຄືມະຫາວິທະຍາໄລແຫ່ງຊາດຈຶ່ງໄດ້ຈັດໃຫ້ມີງານເທສະການອາຫານສະໝອງຂຶ້ນ. ເຊິ່ງໃນວັນທີ 26 ກຸມພາ 2021 ນີ້ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີການຈັດຖະແຫຼງຂ່າວງານເທສະການປຶ້ມອ່ານ ປະຈໍາປີ 2021 ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປທ ທອງສຸກ ແກ້ວມະນີ ຮັກສາການຄະນະບໍດີ ຄະນະອັກສອນສາດ, ມີທ່ານ ປອ. ນາງ ລັດຊະນີ ສຸລິຍະວົງ ຫົວໜ້າພະແນກວິຊາການ ຄະນະອັກສອນສາດ ທັງເປັນຜູ້ປະສານງານ ເທສະການປຶ້ມອ່ານ, ທ່ານ ສົມໄໝ ພົມມະຈັນ ຄະນະຈັດງານ ເທສະການປຶ້ມອ່ານ ພ້ອມດ້ວຍບັນດານັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນອ່ານໂລກ (4 ມີນາ) ແລະ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ພ້ອມ, ໂດຍສະເພາະແມ່ນເພື່ອທີ່ຈະເປັນສ່ວນໜຶ່ງໃນການປູກຝັງນິໄສມັກການອ່ານ ການຂຽນ ໃຫ້ແກ່ໄວໜຸ່ມລາວ ເພື່ອພວກເຂົາໄດ້ເຕີບໃຫຍ່ພ້ອມໆກັບຄວາມຮູ້ທີ່ກວ້າງຂວາງ, ...
Read More »ສ.ອາເມລິກາ ສັກວັກຊິນໃຫ້ປະຊາຊົນ 50 ລ້ານຫລອດ
ຕາມຂ່າວຈາກ ນະຄອນຫລວງ ວໍຊີງຕັນ,ສ.ອາເມລິກາ ສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ ບຸກຄະລາກອນ ຫລາຍອາຊີບ ເປັນຕົ້ນ ຄູ-ອາຈານ, ຜູ້ຂາຍເຄື່ອງຍ່ອຍ,ເຈົ້າໜ້າທີ່ ທາງການແພດ ແລະ ໜ່ວຍກູ້ໄພ ພາຍໃນທຳນຽບຂາວ ໃນວັນທີ 25ກຸມພາຜ່ານມາ ຈຳນວນ 50 ລ້ານຫລອດ.ຂະນະທີ່ ສ.ອາເມລິກາ ສູ້ຊົນ ໃຫ້ບັນລຸ ເປົ້າໝາຍ 100 ລ້ານຫລອດ ພາຍໃນໄລຍະເວລາ 100ວັນ ນັບແຕ່ ທ່ານ ໂຈ ໄບເດນ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ສ.ອາເມລິກາ ວ່າເປັນວາລະສຳຄັນ ທີ່ຕ້ອງຊຸກຍູ້ ໃຫ້ປະສົບຄວາມສຳເລັດ ແລະ ສ.ອາເມລິກາ ເຂົ້າໃກ້ເປົ້າໝາຍນັ້ນ ຫລາຍຂຶ້ນ ເມື່ອປະຊາຊົນ ຮ່ວມມື ເຂົ້າຮັບວັກຊິນ ເຄິ່ງໜຶ່ງ ຂອງເປົ້າໝາຍກຳນົດໄວ້ ໃນໄລຍະເວລາພຽງ 37ວັນ. ນອກນີ້ ຍັງຕັ້ງເປົ້າໃຫ້ປະຊາຊົນ ຜູ້ສູງອາຍຸ ໃນປະເທດ ປະມານ 80% ຮັບວັກຊິນ ໄດ້ຢ່າງທົ່ວເຖິງ ເພື່ອສ້າງພູມຕ້ານທານ ຮ່າງກາຍ ...
Read More »ລັດຫາລືແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ແຂວງຈຳປາສັກ
ໃນວັນທີ 24 ກຸມພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ມີກອງປະຊຸມປຶກສາຫາລື ແຜນທີ່ຈະສືບຕໍ່ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ຫລ້າສຸດປະຕິບັດສຳເລັດ 82,96%, ໂດຍການເປັນປະທານ ຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ທ່ານເຈົ້າເມືອງໂພນທອງ, ຫົວໜ້າດ່ານສາກົນວັງເຕົ່າ ແລະ ບໍລິສັດ ພົງຊັບທະວີ ຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມ. ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2013, ມູນຄ່າກໍ່ສ້າງໂຄງການ 98.3 ຕື້ກີບ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ພົງຊັບທະວີ ເປັນຜູ້ຮັບເໝົາກໍ່ສ້າງ ໃນສັນຍາ 36 ເດືອນ ປະກອບມີ 7 ...
Read More »ສິງກະໂປ ຈະເຮັດຂໍ້ຕົກລົງໃບຮັບຮອງສັກວັກຊິນຮ່ວມກັບຫລາຍປະເທດ
ຕາມຂ່າວຈາກ ສິງກະໂປ, ວັນທີ24ກຸມພານີ້, ທ່ານ ລີ ຊຽນລຸງ, ນາຍົກລັດຖະມົນຕີ ສິງກະໂປ ພວມປຶກສາຫາລື ກ່ຽວກັບ ການເຮັດ ຂໍ້ຕົກລົງ ຍອມຮັບໃບຮັບຮອງການສັກວັກຊິນປ້ອງກັນ ໂຄວິດ-19 ຮ່ວມກັບຫລາຍປະເທດໃນຕໍ່ໜ້າເນື່ອງຈາກເປັນປັດໄຈສຳຄັນໃນການຟື້ນຟູການທ່ອງທ່ຽວ ໂດຍສະເພາະ ກຸ່ມປະເທດພວມພັດທະນາສາມາດເຂົ້າເຖິງວັກຊິນ ປ້ອງກັນ ໂຄວິດ-19 ແລະ ນຳໄປສັກໃຫ້ແກ່ປະຊາຊົນ. ຂະນະທີ່ ເກຣັກ, ອັງກິດ, ແອັດສະປາຍ ຢູ່ໃນກຸ່ມ ປະເທດ ທີ່ສົນໃຈແນວຄິດດັ່ງກ່າວໃຫ້ເປັນພັດສະປອດວັກຊິນ(Vaccine passport) ເພື່ອຟື້ນຟູ ເສດຖະກິດ ແລະ ການເດີນທາງ ທົ່ວໂລກ ຂປລ.
Read More »ລັດຖະມົນຕີ ຮສສ ຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ຄົນໃໝ່
ໃນວັນທີ 23 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳແພງ ໄຊສົມແພງ ລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີ ຣົບ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳ ສປປ ລາວ, ພ້ອມປຶກສາຫາລື ກ່ຽວກັບວຽກງານການຮ່ວມມືສອງຝ່າຍ. ໂອກາດດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ນາງ ອີນາ ມາຊິວລີໂອນິແຕ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ...
Read More »