ຊົມເຊີຍ..!! ສະມາຄົມລາວ-ໄທ ມອບອຸປະກອນການແພດ ໃຫ້ແກ່ ສປປ ລາວ…

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຕົວແທນສະມາຄົມໄທ – ລາວ ເພື່ອມິດຕະພາບ ຈັດພິທີສົ່ງມອບອຸປະກອນທາງການແພດ ມູນຄ່າ 1,285,000 ບາດ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ພ້ອມທັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໂອກາດວັນຄົບຮອບ 70 ປີຂອງການພົວພັນທາງການທູດ ໄທ – ລາວ ໃນປີ 2020.ສະມາຄົມໄທ – ລາວ ເພື່ອມິດຕະພາບ ໄດ້ຈັດພິທີສົ່ງມອບອຸປະກອນທາງການແພດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ສປປ ລາວ.

ອຸປະກອນທາງການແພດດັ່ງກ່າວ, ປະກອບດ້ວຍຕູ້ກວດເຊື້ອໄວຣັດໂຄໂຣນາ 2019 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມແບບອັດຕະໂນມັດ ຈຳນວນ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນຈຳນວນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫຼື ຝ່າຕັດ 5 ຊຸດ.

ຊຶ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ລວມມູນຄ່າ 1,285,000 ບາດ. ການມອບອຸປະກອນທາງການແພດໃນຄັ້ງນີ້, ເປັນການສະແດງອອກເຖິງໄມຕີຈິດ ແລະ ຄວາມຜູກພັນຫ່ວງໃຍຈາກປະຊາຊົນຊາວໄທ ຊຶ່ງຈະຊ່ວຍສະໜັບສະໜູນການເພີ່ມສັກກາຍະພາບລະບົບສາທາລະນະສຸກຂອງ ສປປ ລາວ ແລະ ເປັນການຮ່ວມມືໄທ – ລາວ ເພື່ອຮ່ວມກັນປ້ອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.

ອີກທັງ, ຍັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໂອກາດຄົບຮອບ 70 ປີ ຂອງການພົວພັນທາງການທູດໄທ – ສປປ ລາວ ທີ່ຈະຄົບຮອບໃນວັນທີ 19 ທັນວາ 2020 ຊຶ່ງທັງສອງຝ່າຍຈະຈັດກິດຈະກຳສະເຫຼີມສະຫຼອງຮ່ວມກັນຕະຫຼອດປີ 2020 – 2021 ດ້ວຍ.

ແຫຼ່ງຂໍ້ມູນ: lao youth radio

Comments