Souphattra Serviced Apartments ສະຖານທີ່ພັກອາໄສທີ່ສະຫງ່າງາມແຫ່ງນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວມື້ນີ້…

ພິທີເປີດ ສຸພັດຕຣາ ເຊີວິດ ອາພັດເມັ່ນ (Souphattra Serviced Apartments) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງທ່ານ ນາງ ວັນເພັງ ສີສຸລິດ ປະທານກຸ່ມບໍລິສັດ ລາວເດີມ ແລະ ທ່ານສະເຫຼີມ ໄຊກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ເປັນກຽດເຂົ້າຮວ່ມໃນນາມຂອງປະທານກຽດຕິມະສັກ.

ນອກຈາກນີ້, ຍັງມີບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳລາວ, ຄະນະນໍາກະຊວງການຕ່າງປະເທດ, ແຂກກຽດຕິມະສັກ, ບັນດາອົງການຈັດຕັ້ງສາກົນ ແລະ ນັກທຸລະກິດຕະຫຼອດຮອດມວນຊົນຕ່າງໆເຂົ້າຮວ່ມງານ.

ທ່ານ ນາງ ວັນເພັງ ສີສຸລິດ ໄດ້ກ່າວເປີດງານໃນຄັ້ງນີ້ວ່າ: “ພວກເຮົາມີຄວາມຍິນດີ ແລະ ພ້ອມແລ້ວທີ່ຈະພາທ່ານເຂົ້າຮ່ວມເປັນສ່ວນໜຶ່ງຂອງໂຄງການ ສຸພັດຕຣາ ເຊີວິດ ອາພັດເມັ່ນທີ່ກຸ່ມບໍລິສັດລາວເດີມ ໄດ້ສຸມທຸກກຳລັງເຫື່ອແຮງ ແລະ ຄວາມຕັ້ງໃຈຈົນເປັນຜົນງານດັ່ງທີ່ທຸກທ່ານໄດ້ເຫັນໃນປັດຈຸບັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານທີ່ພັກອາໄສຂອງແຂກທັງພາຍໃນ ແລະ ຕ່າງປະເທດ”.

ເຊິ່ງໂຄງການ ອາພັດເມັ່ນ ເປັນຜະລິດຕະພັນທີ່ພວກເຮົາພາກພູມໃຈ ເພື່ອແນໃສ່ຄວາມ ສວຍງາມທີ່ລຽບງ່າຍ, ເປັນເອກະລັກສະເພາະພາຍໃຕ້ແບຣນ ສຸພັດຕຣາ. ເຊິ່ງໂຄງການດັ່ງກ່າວນີ້ເປັນໂຄງການໜຶ່ງທີ່ໄດ້ຮ່ວມມືກັບກະຊວງການຕ່າງປະເທດ ຊຶ່ງພາຍໃນອາພັດເມັ່ນແຫ່ງນີ້ມີການຕົບແຕ່ງດ້ວຍເຟີນີເຈີທີ່ທັນສະໄໝ, ເນັ້ນການບໍລິການທີ່ສະດວກສະບາຍ, ເປັນເອກະລັກສະເພາະຂອງກຸ່ມບໍລິສັດລາວເດີມທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ເຂົ້າມາພັກ​ເຊົ່າ.

ໂດຍອາພັດເມັ່ນຂອງພວກເຮົາ ໄດ້ນຳໃຊ້ວັດສະດຸທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານສາກົນ ໂດຍມີການອອກແບບທີ່ເປັນເອກະລັກ.

Souphattra Serviced Apartments ເປັນອາຄານ 5 ຊັ້ນປະກອບມີ: ສະຖານທີ່ຈອດລົດທີ່ກວ້າງຂວາງ, ມີຫ້ອງພັກທັງໝົດ 52 ຫ້ອງໂດຍແບ່ງເປັນແຕ່ລະປະເພດຄື: ​ປະເພດ 1 ຫ້ອງນອນ, 2 ຫ້ອງນອນ ແລະ 3 ຫ້ອງນອນ ໂດຍ 1 ຫ້ອງຈະມີຫ້ອງ ຮັບແຂກ, ຫ້ອງ​ຄົວ ​ແລະ ຫ້ອງນ້ຳທີ່ສະອາດ ສະດວກສະບາຍໄວ້ໃຫ້ບໍລິການທ່ານ.

ນອກນັ້ນ, ພາຍໃນອາຄານຍັງມີການບໍລິການທີ່ສະດວກສະບາຍດ້ວຍການຈັດສັນພື້ນທີ່ຢ່າງເໝາະສົມເຊັ່ນ: ພາຍໃນອາຄານຈະມີຫ້ອງປະຊຸມ, ຫ້ອງອາຫານ ແລະ ເຄື່ອງດື່ມ ທີ່ຫຼາກຫຼາຍ, ມີສະລອຍນ້ຳ, ຫ້ອງສະປາ, ສະຖານທີ່ອອກກຳລັງກາຍ ແລະ ອື່ນໆໄວ້ ໃຫ້ການບໍລິການແບບຄົບວົງຈອນ ເປີດໃຫ້ເຊົ່າທັງແບບໄລຍະສັ້ນ ແລະ ໄລຍະຍາວ.

Souphattra Serviced Apartments ຕັ້ງຢູ່ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພ້ອມທີ່ຈະໃຫ້ການບໍລິການແກ່ທ່ານແລ້ວ; ຫາກທ່ານໃດສົນ ໃຈສາມາດເຂົ້າໄປຈັບຈອງເປັນເຈົ້າຂອງໄດ້ແລ້ວ ນັບແຕ່ມື້ນີ້ເປັນຕົ້ນໄປ.

This image has an empty alt attribute; its file name is ອາດ-1024x639.jpg

ສອບຖາມຂໍ້ມູນເພີ່ມຕື່ມ: ໂທ 021 318111 / 318222

ໂທ +8520 2222 7735, [email protected], www.souphattraapartments.com

Comments