ອາຊຽນ ກະກຽມເນື້ອໃນກອງປະຊຸມ ແລະ ລາວ ຈະສະໝັກເຂົ້າ….

ຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ນະຄອນ ຫລວງວຽງຈັນ, ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແບບທາງໄກ.

ຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອ ທົບທວນຄືນ ການຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງຫວຽດນາມ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ຕີ ລາຄາສູງຕໍ່ຄວາມຄືບໜ້າໃນການສືບຕໍ່ສ້າງປະ ຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດ ຂອງການເປັນປະທານ ອາຊຽນຂອງ ສ.ສ ຫວຽດນາມ ປີ 2020 ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງ ຕໍ່ສະພາບການ” ທີ່ເນັ້ນໃສ່ການຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ-19.

ກອງປະຊຸມ ຍັງໄດ້ຢ້ຳຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນຕໍ່ຮ່າງບັນດາເອກະສານຜົນຂອງກອງປະຊຸມທີ່ຈະນຳສະເໜີຕໍ່ກອງປະຊຸມສຸດຍອດທີ່ຈະມາເຖິງພິຈາລະນາຮັບຮອງເອົາ.

ນອກນັ້ນ, ກອງປະຊຸມໄດ້ຮັບຊາບ ກ່ຽວກັບບັນຊີການລົງສະໝັກຂອງບັນດາປະເທດ ສະມາຊິກອາຊຽນໃນຕໍາແໜ່ງຕ່າງໆ ປະຈຳບັນດາອົງການ ສະຫະປະຊາຊາດ (ສປຊ) ແລະ ອົງການຈັດຕັ້ງສາກົນອື່ນໆ. ໃນນີ້, ສປປ ລາວ ກໍໄດ້ແຈ້ງໃຫ້ກອງປະຊຸມ ຊາບວ່າ: ສປປ ລາວ ຈະສະໝັກເຂົ້າເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ ຫລື ECOSOC ໃນສົກ ປີ 2023-2025.

ແຫຼ່ງຂໍ້ມູນ: ວສລ

Comments