ກະຊວງການຕ່າງປະເທດ ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ໃນວັນທີ 9 ຕຸລາ 2020 ໂດຍການປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ, ມີ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຄະນະພັກກະຊວງຕ່າງປະເທດ, ຄະນະກົມ, ນັກການທູດອາວຸໂສບໍານານ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນການທູດລາວ (12 ຕຸລາ) ແລະ ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດຕະ ຫລອດໄລຍະ 75 ປີ ຜ່ານມາ, ເຊິ່ງສາມາດເວົ້າໄດ້ວ່າ ການເຄື່ອນໄຫວການທູດທີ່ມີຜົນສຳເລັດອັນໃຫຍ່ຫລວງຂອງພັກ ແລະ ລັດ ເຮົາຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳ-ນຳພາທີ່ໃກ້ຊິດໂດຍກົງ ຮອບດ້ານຂອງກົມການເມືອງໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນ ...
Read More »News
ສື່ມວນຊົນ ຮ່ວມກັນສົ່ງເສີມການທ່ອງທ່ຽວ ຊຸກຍູ້ເສດຖະກິດລາວ…
ສື່ມວນຊົນລາວຈາກ 7 ສໍານັກ ແລະ ສື່ມວນຊົນຕ່າງປະເທດ ຄື: ຫວຽດນາມ ແລະ ຈີນ ທີ່ມີສໍານັກງານປະຈໍາຢູ່ລາວ 3 ສໍານັກ ລວມທັງໝົດຫລາຍກ່ວາ 20 ຄົນ ເຂົ້າຮ່ວມກິດຈະກຳຢ້ຽມຢາມແຫລ່ງທ່ອງທ່ຽວໂດດເດັ່ນຢູ່ສອງແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ ແລະ ແຂວງຫລວງພະບາງ ທີ່ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ) ຈັດຂຶ້ນໃນລະຫວ່າງວັນທີ 8-13 ຕຸລາ 2020 ນີ້. ທ່ານ ຄົມ ດວງຈັນທາ ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ໃຫ້ສໍາພາດວ່າ: ຈຸດປະສົງການຈັດກິດຈະກໍາຢ້ຽມຢາມຄັ້ງນີ້ ເພື່ອຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວລາວ, ເປັນການຊຸກຍູ້ບັນດາຜູ້ປະ ກອບດ້ານທຸລະກິດການທ່ອງທ່ຽວ ເປັນຕົ້ນ: ໂຮງແຮມ, ຮ້ານອາຫານ, ແຫລ່ງທ່ອງທ່ຽວ, ຮ້ານຂາຍເຄື່ອງຫັດຖະກຳ ແລະ ບັນດາຫົວໜ່ວຍທຸລະກິດທີ່ປິ່ນອ້ອມການທ່ອງທ່ຽວ ໃຫ້ເຂົາເຈົ້າມີຄວາມພ້ອມໃນການເປີດບໍລິການລາວທ່ຽວລາວໃນມໍ່ໆ ນີ້ໂດຍສະເພາະພາຍຫລັງການລະບາດພະຍາດໂຄວິດ19. ທັງເປັນການຂຸດຄົ້ນທ່າແຮງບົ່ມຊ້ອນບັນດາແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວໂດດເດັ່ນທີ່ມີໃນລາວ ໂດຍສະເພາະແມ່ນພາຍໃນສອງແຂວງດັ່ງກ່າວ ເພື່ອໂຄສະນາໃຫ້ ນັກທ່ອງ ທ່ຽວໄດ້ຮັບຮູ້ໃຫ້ກ້ວາງຂວາງກ່ວາເກົ່າໃນທົ່ວສັງຄົມ. ພ້ອມນີ້ ...
Read More »ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ແກ່ 28 ປະເທດທຸກຍາກ…
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການບໍລິຫານກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ( IMF ) ໄດ້ເຫັນດີເປັນເອກະພາບຂະຫຍາຍເວລາຊຳລະໜີ້ໄປອີກ 6 ເດືອນ ສຳລັບ 28 ປະເທດທີ່ມີລາຍໄດ້ຕ່ຳ ເນື່ອງຈາກວິກິດໂຄວິດ – 19. ຖະແຫຼງການຂອງ ໄອເອັມເອັຟ ລະບຸວ່າ: ການຂະຫຍາຍເວລາຊຳລະໜີ້ຈະຊ່ວຍໃຫ້ປະເທດສະມາຊິກເຫຼົ່ານັ້ນມີເງິນພຽງພໍ ເພື່ອນຳໄປໃຊ້ເຂົ້າໃນທາງການແພດສຸກເສີນ ແລະ ນຳໄປບັນເທົາທຸກອື່ນໆ. ຂະນະທີ່ຫຼາຍປະເທດຍັງຄົງຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19, ການເຄື່ອນໄຫວຄັ້ງນີ້ມີຂຶ້ນສືບເນື່ອງມາຈາກການຜ່ອນຜັນໜີ້ງວດທຳອິດໄດ້ຮັບການອະນຸມັດເມື່ອເດືອນເມສາຜ່ານມາ ພາຍໃຕ້ໂຄງການ Catastrophe Containment and Relief Trust ( CCRT ). ທ່ານ ນາງ ຄຣິສຕາຣີນາ ຈໍຈີວາ ຜູ້ອຳນວຍການ ໄອເອັມເອັຟ ເປີດເຜີຍທາງສື່ອອນລາຍວ່າ: ຂ້ອຍຮູ້ສຶກດີໃຈທີ່ ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ໃຫ້ແກ່ບັນດາປະເທດທີ່ທຸກຍາກ ຈຳນວນ 28 ປະເທດ ໄປຈົນເຖິງເດືອນເມສາປີ 2021 ເຊິ່ງຈະຊ່ວຍໃຫ້ປະເທດເຫຼົ່ານັ້ນມີເງິນສະໜັບສະໜູນກິດຈະກຳທາງເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນໄດ້ໃນລະດັບໜຶ່ງ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ.
Read More »genome ມີດຕັດພັນທຸກຳ ຮັບລາງວັນໂນເບວ ສາຂາເຄມີສາດ ປະຈຳປີ 2020…
Royal Swedish Academy of Sciences ໄດ້ຕັດສິນມອບລາງວັນ ໂນເບວ ສາຂາເຄມີສາດ ປະຈຳປີ 2020 ໃຫ້ແກ່ ນັກວິທະຍາສາດຜູ້ຍິງ 2 ຄົນຄື: Emmanuelle Charpentier Max Planck Unit for the Science of Pathogens, Berlin, Germany ແລະ Jennifer A. Doudna ມະຫາວິທະຍາໄລ California, Berkeley, USA “ສຳລັບການພັດທະນາວິທີແກ້ໄຂ genome” genome ແມ່ນ ມີດຕັດພັນທຸກຳ ຫຼື ເຄື່ອງມືສຳລັບຂຽນລະຫັດແຫ່ງຊີວິດໃໝ່ Emmanuelle Charpentier ແລະ Jennifer A. Doudna ໄດ້ຄົ້ນພົບໜຶ່ງໃນເຄື່ອງມືທີ່ແຫຼມຄົມທີ່ສຸດຂອງເຕັກໂນໂລຊີທາງຈຸລັງ ນັ້ນຄື: ມີດຕັດພັນທຸກຳ CRISPR / Cas9 ດ້ວຍການນຳໃຊ້ສິ່ງເຫຼົ່ານີ້ ນັກວິໄຈສາມາດປ່ຽນ DNA ຂອງສັດ, ພືດ, ແລະ ຈຸລິນຊີ ...
Read More »WTO ຄາດການ-ການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020…
ລາຍງານຄາດການ-ການຄ້າ ສະບັບປັບປຸງຂອງອົງການການຄ້າໂລກ (WTO) ໃນວັນອັງຄານ 6 ຕຸລາ 2020 ລະບຸວ່າ: ປະລິມານການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020 ກ່ອນຈະເພີ່ມຂຶ້ນ 7.2% ໃນປີ 2021. ໃນເດືອນເມສາ ຜ່ານມາ ອົງການໆການຄ້າ ຄາດວ່າປະລິມານການຄ້າໂລກ 2020 ອາດຈະຫຼດລົງລະຫວ່າງ 13-32% ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກິດຈະກຳທາງເສດຖະກິດ ແລະ ຊີວິດປະຈຳວັນປົກກະຕິທົ່ວໂລກຢຸດຕິລົງ “ການຄ້າໂລກສະແດງສັນຍານການຟື້ນຕົວ ຫຼັງຈາກຫຼຸດລົງແຮງເພາະພະຍາດໂຄວິດ-19” ຄະນະນັກເສດຖະສາດຂອງອົງການໆໂລກ ອະທິບາຍ “ຜົນການດຳເນີນງານທາງການຄ້າທີ່ເຂັ້ມແຂງໃນເດືອນມິຖຸນາ ແລະ ກໍລະກົດ ຜ່ານມາ ສົ່ງສັນຍານດ້ານບວກຕໍ່ການຂະຫຍາຍໂຕຂອງການຄ້າໂດຍລວມໃນປີ 2020 ຢ່າງໃດກໍ່ຕາມ, ການຄາດຄະເນສຳລັບປີ 2021 ຄັ້ງລ່າສຸດ ຂອງອົງການການຄ້າ ຊີ້ແນວໂນ້ມດ້ານລົບຫຼາຍກວ່າ ການຄາດຄະເນ ການຄັ້ງກ່ອນ ຊຶ່ງປະເມີນການຂະຫຍາຍໂຕໄວ້ທີ່ 21.3% ເຮັດໃຫ້ປະລິມານການຄ້າໃນປີ 2021 ຕ່ຳກວ່າແນວໂນ້ມກ່ອນເກີດໂຣກລະບາດໃຫຍ່ ເຊິ່ງອົງການການຄ້າເຕືອນວ່າ “ການຟື້ນຕົວອາດຈະຢຸດຊະງັດ ດ້ວຍຜົນກະທົບຈາກໂຣກລະບາດໃຫຍ່ທີ່ກຳລັງທີ່ກຳລັງເກີດຂຶ້ນ ແຫຼ່ງຂໍ້ມູນ: Lao youth radio
Read More »ມີ 85 ບໍລິສັດ ລົງທຶນໃນເຂດພັດທະນາ ມູນຄ່າ 1,2 ຕື້ໂດລາ…
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ( ນວ ) ໃນວັນທີ 6 ຕຸລາ 2020 ຜ່ານມາ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫິວ ຫູ ປະທານກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງ ຢູນນານຮຸ້ນສ່ວນ ຈຳກັດ. ໃນໂອກາດດັ່ງກ່າວ ທ່ານ ຫິວ ຫູ ກໍໄດ້ລາຍງານສະພາບຄວາມຄືບໜ້າຂອງການກໍ່ສ້າງໂຄງການເຂດພັດທະນາກວມລວມໄຊເສດຖາ ວ່າ: ການພັດທະນາຂອງໂຄງການເຂດພັດທະນາກວມລວມໄຊເສດຖາ ປັດຈຸບັນເຂດພັດທະນາໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງ ແລະ ປັບໜ້າດິນພຽງໂດຍພື້ນຖານໃນເນື້ອທີ່ 400 ເຮັກຕາ, ພວມດຳເນີນການປະຕິບັດວຽກງານການກໍ່ສ້າງໂຄງການໄລຍະທີ 2 ໂດຍແຜນເປົ້າໝາຍຈະພັດທະນາເປັນເຂດທ່ອງທ່ຽວ, ເຂດການຄ້າ ແລະ ຕົວເມືອງໃໝ່ຂອງ ນວ, ລວມທັງການສະໜອງການຄ້າຂະໜາດນ້ອຍແບບຄົບຊຸດ, ສ້າງເສັ້ນທາງໂດຍລວມ ແລະ ການຟື້ນຟູເສັ້ນທາງສີຂຽວ, ການກໍ່ສ້າງລະບົບການບໍລິການຂອງຕົວເມືອງທັນສະໄໝ ແລະ ອື່ນໆອີກ ເປັນການຍົກລະດັບເປັນພື້ນຖານເທດສະບານເມືອງໃໝ່ແບບຄົບຊຸດ. ...
Read More »ເມືອງໄຊເສດຖາ ກຽມຈັດສັນຄວາມເປັນລະບຽບຮຽບຮ້ອຍ…
ອຳນາດການປົກຄອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ແລະ ສຳຫຼວດຕາມເສັ້ນທາງເຂດຕົວເມືອງ ເມື່ອບໍ່ດົນມານີ້ ໂດຍໃຫ້ເວລາໃນການມ້າງ ແລະ ຍົກຍ້າຍ 15 ວັນ ນັບແຕ່ມື້ລົງສຳຫຼວດ ຫຼືນັບແຕ່ມື້ເຮັດບົດບັນທຶກເປັນຕົ້ນໄປ. ປະຊາຊົນຢູ່ແຄມທາງເຫັນດີມ້າງ ແລະ ຍົກຍ້າຍເຮືອນ, ເທີບ, ເງີບ, ຕູບ, ເຕັ້ນ, ໂຕະ, ຮົ້ວ, ກຳແພງ, ປ້າຍໂຄສະນາ, ສານພະພູມ, ໂຖດອກໄມ້, ຕູ້ເອທີເອັມ ແລະ ອື່ນໆ ຖ້າສິ່ງເຫຼົ່ານັ້ນກວມເອົາເຂດທາງຍ່າງແຄມທາງ ແລະ ກາຍຫຼັກໄຟເຍືອງທາງແຄມທາງ ອອກຈາກເຂດສະຫງວນທາງຕາມແຈ້ງການ ຫຼື ຕາມການສຳຫຼວດຂອງຄະນະຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍຕົວເມືອງ. ແຕ່ພວກເຂົາບໍ່ເຫັນດີມ້າງ ແລະ ຍົກຍ້າຍສິ່ງດັ່ງກ່າວ ຖ້າບໍ່ກວມ-ກາຍເຂດທາງຍ່າງ ແລະ ບໍ່ກາຍໄຟເຍືອງທາງ ດັ່ງນັ້ນ, ພວກເຂົາຈຶ່ງຢາກຮຽກຮ້ອງໃຫ້ອຳນາດການປົກຄອງເມືອງໄຊເສດຖາ ຫຼືຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈົ່ງທົບທວນຄືນໃນການອອກມາດຕະການໃຫ້ມ້າງ ແລະ ຍົກຍ້າຍສິ່ງກີດຂວາງດັ່ງກ່າວ ເຂົ້າມາຈາກທາງຍ່າງ 5 ແມັດ ເຊິ່ງເຫັນວ່າບໍ່ເໝາະສົມ. ແຫຼ່ງຂໍ້ມູນ: ວຽງຈັນທາຍ
Read More »ຂີ້ເຫຍື້ອພື້ນມະຫາສະມຸດ ມີຈຳນວນມະຫານສານ…
ພື້ນມະຫາສະມຸດ ເຕັມໄປດ້ວຍຖົງຢາງຂະໜາດນ້ອຍ 14 ລ້ານໂຕນ ຕາມຂ່າວຈາກ ຊິດນີ ສຳນັກງານ ວິທະຍາສາດ ແຫ່ງຊາດ ຂອງອົດສະຕຣາລີ ເປີດເຜີຍວ່າ: ພື້ນມະຫາສະມຸດຂອງໂລກ ເຕັມໄປດ້ວຍຖົງຢາງ ຂະໜາດນ້ອຍ (Micro plastic) ປະມານ 14 ລ້ານໂຕນ ທີ່ແຕກເປັນຊິ້ນສ່ວນນ້ອຍໆຈາກຂີ້ເຫຍື້ອ ປະເພດຢາງ ຂະໜາດໃຫຍ່ ທີ່ຖືກຖີ້ມລົງສູ່ທະເລ ທີ່ເພີ່ມຂຶ້ນກວ່າ 25 ເທົ່າ ຈາກການສຶກສາຄັ້ງກ່ອນ ໂດຍຄະນະນັກວິໄຈ ຈາກອົງການວິໄຈ ວິທະຍາສາດ ແລະ ອຸດສາຫະກຳລວມ ຂອງອົດສະຕຣາລີ (CSIRO) ໄດ້ໃຊ້ເຮືອດຳນ້ຳ ຫຸ່ນຍົນ ເກັບຕົວຢ່າງຂີ້ເຫຍື້ອຈາກພື້ນມະຫາສະມຸດ ທີ່ເລິກກວ່າ 3.000 ເມັດ ຕາມແຄມຝັ່ງ ລັດເຊົາ ອົດສະຕຣາລີ. ແຫຼ່ງຂໍ້ມູນ: ຂປລ
Read More »ຂຸມດຳ ເຈົ້າຂອງລາງ ວັນໂນເບວສາຂາຟິຊິກສາດປະຈຳປີ 2020…
ຂຸມດຳ ແລະ ຄວາມລັບທີ່ມືດມົນທີ່ສຸດຂອງທາງຊ້າງເຜືອກ ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາຟີຊິກສາດປະຈຳປີນີ້ ມີ 3 ທ່ານ ຈາກການຄົ້ນພົບກ່ຽວກັບໜຶ່ງໃນປະກົດການທີ່ແປກໃໝ່ທີ່ສຸດໃນຈັກກະວານນັ້ນຄື ຂຸມດຳ Royal Swedish Academy of Sciences ໄດ້ຕັດສິນໃຈມອບລາງວັນໂນເບວສາຂາຟີຊິກສາດປະຈຳປີ 2020 ເຄິ່ງໜຶ່ງໃຫ້ ມະຫາວິທະຍາໄລ Roger Penrose ສະຫະລາຊອານາຈັກອ໊ອກຟອດ “ສຳລັບການຄົ້ນພົບວ່າການກໍ່ຕົວຂອງຂຸມດຳ ເປັນການທຳນາຍທີ່ມີປະສິດທິພາບຂອງທິດສະດີສຳພັດທະພາບທົ່ວໄປ” ແລະ ອີກເຄິ່ງໜຶ່ງເປັນຂອງ Reinhard Genzel Max Planck Institute for Extraterrestrial Physics, Garching, Germany และ University of California, Berkeley, USA และ Andrea Ghez ຈາກມະຫາວິທະຍາໄລແຄຣິຟໍເນຍລອສແອງເຈີລິສ ສະຫະລັດອາເມລິການ “ສຳລັບການຄົ້ນພົບວັດຖຸຂະໜາດກະທັດຮັດມວນມະຫານສານທີ່ໃຈກາງກາແລກຊີຂອງເຮົາ”. ການຄົ້ນພົບກ່ຽວກັບ ໜຶ່ງໃນປະກົດການທີ່ແປກໃໝ່ທີ່ສຸດໃນຈັກກະວານນັ້ນຄື ຂຸມດຳ Roger Penrose ສະແດງໃຫ້ເຫັນວ່າທິດສະດີສຳພັດທະພາບທົ່ວໄປ ນຳໄປສູ່ການກໍ່ຕົວຂອງຂຸມດຳ ທ່ານ Reinhard Genzel ແລະ Andrea Ghez ຄົ້ນພົບວ່າວັດຖຸທີ່ເບິ່ງບໍ່ເຫັນ ...
Read More »ຫໍພິພິຕະພັນແຫ່ງຊາດ ເປີດບໍລິການໃຫ້ນັກທ່ອງທ່ຽວເຂົາຊົມຢ່າງເປັນທາງການ…
ຫໍພິພິຕະພັນແຫ່ງຊາດ ແຫ່ງໃໝ່ ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະເປັນບ່ອນຮວບຮວມ ແລະວາງສະແດງມໍລະດົກທາງວັດທະນະທຳ, ປະຫວັດສາດ ແລະທຳມະຊາດຂອງຊາດລາວ, ແຜ່ນດິນລາວຍຸກດຶກດຳບັນ ຈົນເຖິງປັດຈຸບັນ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ໄດ້ນັກສຶກສາຮຽນຮູ້ເຖິງຄວາມເປັນມາຂອງປະເທດລາວ. ຫໍພິພິຕະພັນດັ່ງກ່າວ ໄດ້ເປີດບໍລິການໃຫ້ແຂກ ຫຼື ນັກທ່ອງທ໋ຽວທັງພາຍໃນ ແລະຕ່າງປະເທດ ຢ່າງເປັນທາງການ ໃນວັນທີ 6 ຕຸລາ 2020 ໂດຍການເຂົ້າຮ່ວມຕັດແຖບຜ້າເປີດງານ ຂອງເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ທ່ານ ສຈ.ດຣ ກິແກ້ວ ໄຂຄຳພິທູນ, ທ່ານ ບົວວົງ ຊາພູວົງ ຮອງລັດຖະມົນຕີ ຖວທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຫໍພິພິຕະພັນດັ່ງກ່າວ ແມ່ນເປີດບໍລິການໃນວັນ ແລະ ໂມງລັດຖະການ, ບັນດາຜູ້ທີ່ເຂົ້າທ່ຽວຊົມຈະໄດ້ສຶກສາຮຽນຮູ້ເຖິງແຜ່ນດິນລາວໃນຍຸກດຶກດຳບັນ, ຍຸກກ່ອນປະຫວັດສາດ ແລະ ປະຫວັດສາດລາວສະໄໝກ່ອນລ້ານຊ້າງ, ຊຶ່ງວັດຖຸບູຮານທີ່ໄດ້ວາງສະແດງໃນຫໍພິພິຕະພັນແຫ່ງນີ້ປະກອບມີ ຊາກພືດ ແລະ ສັດ, ເຄື່ອງມືຫີນ, ກະດູກມະນຸດບູຮານ, ເຄື່ອງປັ້ນດິນເຜົາ ...
Read More »