News

ເຊັນສັນຍາ ໂຄງການກໍ່ສ້າງ ໂຄງການຊົນລະປະທານ ຕົວແບບ ນໍ້າກະຕະ….

ໃນວັນທີ 06 ພະຈິກ 2020 ຢູ່ທີ່ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ ໄດ້ມີພິທີເຊັນສັນຍາ ເພື່ອການກໍ່ສ້າງ ໂຄງການຊົນລະປະທານ ຕົວແບບ ນໍ້າກະຕະ ເມືອງບົວລະພາ ແຂວງຄໍາມ່ວນ ລະຫວ່າງ ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ອິນຊີພັດທະນາ ກໍ່ສ້າງຈໍາກັດ. ໂຄງການດັ່ງກ່າວ ເປັນໂຄງການ ຊ່ວຍເຫຼືອລ້າ ຈາກກອງທຶນ AFD ປະເທດຝຣັ່ງ ໃນມູນຄ່າ ໂຄງການ ທັງໝົດ 4.5 ລ້ານ ໂດລາສະຫະລັດ. ທ່ານ ແຫຼວຄໍາ ວົງສາວັນທອງ, ຜູ້ອໍານວຍການ ບໍລິສັດ ອິນຊີພັດທະນາ ກໍ່ສ້າງ ກ່າວວ່າ ໂຄງການຊົນລະປະທານນີ້ ແມ່ນມີຄວາມສໍາຄັນຫຼາຍ ເພາະຜູ້ໃຫ້ທຶນມີຈຸດປະສົງຈະສ້າງໃຫ້ເປັນ ຕົວແບບດ້ານການພັດທະນາ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ໂດຍສະເພາະ ແມ່ນຢູ່ເມືອງ ບົວລະພາ ແຂວງຄໍາມ່ວນ. ໜ້າວຽກຫຼັກຂອງໂຄງການນີ້ ປະກອບມີ ການສ້າງຝາຍນໍ້າລົ້ນ ຈໍານວນ 1 ແຫ່ງ, ...

Read More »

12 ເດືອນ ອົງການແມັກ ເກັບກູ້ລະເບີດບໍ່ທັນແຕກໄດ້ເກືອບ 900 ລູກ….

ວັນທີ 6 ພະຈິກ 2020 ທີ່ພະແນກພາຍໃນແຂວງຄຳມ່ວນ ອົງການເກັບກູ້ລະເບີດ (ແມັກ) ໄດ້ສະຫລຸບໂຄງການກວດກູ້ລະເບີດ ເພື່ອສະໜັບສະໜູນການພັດທະນາຊຸມຊົນ ຢູ່ເມືອງຍົມມະລາດ ​ແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ Simon Rea ຫົວຫນ້າອົງການເກັບກູ້ລະເບີດ (ແມັກ) ປະຈຳ ສປປ ລາວ, ມີ ການນຳເມືອງຍົມມະລາດ ແລະ ນາຍບ້ານໃນເຂດເປົ້າໝາຍຂອງໂຄງການເຂົ້າຮ່ວມ. ທ່ານ ສີອຳພອນ ບຸດສະດີ ໄດ້ຕາງຫນ້າອົງການຂຶ້ນຜ່ານສະຫລຸບການຈັດຕັ້ງປະຕິບັດໃນໄລຍະ 12 ເດືອນຜ່ານມາ. ເຊິ່ງໂຄງການເກັບກູ້ລະເບີດ ເພື່ອສະໜັບສະໜູນການພັດທະນາຊຸມຊົນຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິ UMCOR ປະເທດສະຫະລັດອາເມລິກາ ດ້ວຍງົບປະມານ 500.000 ໂດລາ ເຊິ່ງມີໄລຍະການຈັດຕັ້ງປະຕິບັດ 12 ເດືອນ ເລີ່ມແຕ່ເດືອນກັນຍາ 2019 ຫາ ສິງຫາ 2020 ໃນເຂດ 5 ບ້ານທີ່ນອນຢູ່ໃນເປົ້າໝາຍຄື: ບ້ານຄຳແຮ່, ຫາງການ, ຊຽງດາວ, ບ້ານສ້າງ-ປຸງບອນ ແລະ ບ້ານຕະຫລາກ. ...

Read More »

ລັດຖະບານ ສະເໜີຮ່າງກົດໝາຍໃໝ່ ວ່າດ້ວຍຊັ້ນນັກການທູດ…..

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະເໜີຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ຊຶ່ງປະກອບມີ 9 ພາກ, 10 ໝວດ ແລະ 53 ມາດຕາ. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ເຖິງ ເຫດຜົນ ແລະ ຄວາມຈຳເປັນກ່ຽວກັບການສ້າງກົດໝາຍ ວ່າດ້ວຍຊັ້ນນັກການທູດ ຊຶ່ງຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງນັກການທູດລາວ ແນໃສ່ຮັບປະກັນປະສິດທິພາບ. ພ້ອມດຽວກັນນີ້, ກໍເປັນການກະຕຸກຊຸກຍູ້ ເພື່ອເຮັດໃຫ້ນັກການທູດລາວມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບສູງໃນການເຮັດໜ້າທີ່ຂອງຕົນ. ສຳລັບຈຸດປະສົງຕົ້ນຕໍໃນການສ້າງກົດໝາຍສະບັບນີ້ ແມ່ນເພື່ອສ້າງມາດຕະຖານ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ທີ່ສອດຄ່ອງກັບກົດໝາຍສາກົນ ແນໃສ່ພັດທະນານັກການທູດໃຫ້ມີຄຸນນະພາບສູງ ທາງດ້ານຄຸນທາດການເມືອງ, ...

Read More »

ຫ້ອງວ່າການສູນກາງພັກ ທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ……

ໃນລະຫວ່າງວັນທີ 9-10 ພະຈິກ 2020 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມທາບທາມບັນດາເນື້ອໃນ ເອກະສານ ທີ່ສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍການເປັນປະທານຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີສະຫາຍຮອງນາຍົກລັດຖະມົນຕີ, ບັນດາສະຫາຍ ລັດຖະມົນຕີ ຈາກບັນດາກະຊວງ ອ້ອມຂ້າງສູນກາງ, ຈາກອະນຸກຳມະການເນື້ອໃນ, ອະນຸກຳມະການກົດລະບຽບ-ບຸກຄະລາກອນ ແລະ ຜູ້ຊົງຄຸນວຸfທິ, ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນ ເຂົ້າຮ່ວມ. ເອກະສານທີ່ນຳມາທາບທາມໃນຄັ້ງນີ້, ມີຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຮ່າງແຜນພັດທະນາເສດກະກິດ-ສັງຄົມ 5 ປີ ຄັ້ງທີ XI ແລະ ຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ສະບັບປັບປຸງ ເຊິ່ງກອງປະຊຸມ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ເອກະສານດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງ, ສອດຄ່ອງ, ແທດເໝາະຕົວຈິງ ທັງສ່ອງແສງເຖິງທ່າແຮງບົ່ມຊ້ອນຂອງຊາດ ເພື່ອນຳໄປປະຕິບັດໄດ້ປະກົດຜົນເປັນຈິງ ແລະ ມີຜົນສຳເລັດ. ທັງສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮູ້, ຄວາມເຂົ້າໃຈ, ລົງເລິກແຕ່ຫົວທີ ...

Read More »

ຮອງນາຍົກລັດຖະ​ມົນ​ຕີລົງຢ້ຽມ​ຢາມຊີ້ນໍາວຽກງານຢູ່ແຂວງຈໍາປາສັກ…

ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນ​ກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເດີນທາງລົງເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 6-7 ພະຈິກ 2020 ,ໃນໂອກາດນີ້ ທ່ານໄດ້ ພົບປະໂອ້ລົມຄະນະ​ພັກ-ອົງການປົກຄອງແຂວງ, ພະນັກງານການນໍາຫຼັກແຫຼ່ງ ທີ່ຫ້ອງວ່າການແຂວງ ພ້ອມທັງຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະ 9 ເດືອນທີ່ຜ່ານມາຈາກ ທ່ານ ວິໄລວົງ ບຸດດາຄໍາ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ຊຶ່ງມີທັງຜົນງານ, ຂໍ້ສະດວກ, ຂໍ້​ຫຍຸ້ງ​ຍາກ ແລະສິ່ງທ້າທາຍຫຼາຍດ້ານ ອັນສືບເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາໜີ້ສິນອື່ນໆ. ໃນໄລຍະ 9 ເດືອນ 2020 ຜ່ານມາ ມູນຄ່າລວມຍອດຜະລິດຕະພັນພາຍໃນ ຂອງແຂວງຈໍາປາສັກ ປະຕິ​ບັດໄດ້ 12.620,76 ຕື້ກີບ (ແຜນ 20.101,07ຕື້ກີບ) ທຽບໃສ່ແຜນປີປະຕິບັດໄດ້ 62,78% ສະເລັ່ຍຕໍ່ຫົວຄົນໄດ້ 1.889 ໂດລາສະຫະລັດຕໍ່ຄົນ ຫຼືເທົ່າກັບ 16 ລ້ານ 9 ແສນກ່ວາກີບຕໍ່ຄົນເຮັດໃຫ້ໂຄງປະກອບເສດຖະກິດຂະແໜງ ກະສິກໍາ-ປ່າໄມ້ ກວມ 28,1%,ຂະແໜງອຸດສາຫະກໍາກວມ 15,55% ແລະ ...

Read More »

ໄພພິບັດ ສ້າງຄວາມເສຍຫາຍຫຼາຍຢ່າງ ໃນແຂວງສະຫວັນນະເຂດ…

ທ່ານ ບຸນ​ລົບ ໂຄດ​ຫຼັກ​ຄຳ ຫົວໜ້າ​ພະ​ແນ​ກ​ແຮງ​ງານ ແລະ​ສະຫວັດດີ​ການ​ສັງຄົມແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ເປີີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ໄພພິບັດ​ນ້ຳ​ຖ້ວມຢູ່​ຫຼາຍ​ເມືອງ​ໃນ​ໄລຍະ​ປີ 2020 ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຜົນ​ກະທົບ​ທີ່ຢູ່​ອາໄສ ນ້ຳ​ຖ້ວມ​ບ້ານ​ເຮືອນ​ຂອງ​ປະຊາຊົນ 168 ບ້ານ, ມີ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ທັງ​ໝົດ 10.055 ຫຼັງຄາ​ເຮືອນ, ມີ 11.180 ຄອບຄົວ, ມີ​ຈຳນວນ​ພົນລະເມືອງ 61.676 ຄົນ ແລະ ບ້ານ​ທີ່​ໄດ້​ມີ​ການ​ອົບ​ພະ​ຍົບ​ຄົນ​ໄປ​ຢູ່​ສະຖານທີ່​ປອດ​ໄພ​ຢູ່​ເຮືອນ​ພີ່ນ້ອງ, ສູນ​ພັກຊົ່ວຄາວ, ຕາມ​ໂຮງຮຽນ​ທີ່​ທາງ​ຄະນະ​ກຳມະການ​ຕ້ານ​ໄພພິບັດ​ຈັດ​ໃຫ້​ຊົ່ວຄາວ​ມີ 56 ຈຸດ, ໃນ 6 ເມືອງ​ຄື: ເມືອງ​ສອງ​ຄອນ, ຈຳ​ພອນ, ຊົນ​ນະ​ບູ​ລີ, ທ່າ​ປາງ​ທອງ, ເມືອງພີນ ແລະ ເມືອງ​ເຊ​ໂປນ ຈຳນວນ 79 ບ້ານ, ມີ​ຈຳນວນ 7.118 ຄອບຄົວ, ມີ​ຈຳນວນ​ພົນ 42.476 ຄົນ ຍິງ 19.972 ຄົນ. ເຮືອນ​ເປ່ເພ 118 ຫຼັງ (109 ຫຼັງ​ຢູ່​ບ້ານ​ແກ້ງ​ຫົວ​ປາ ຄຸ້ມ​ວັງ​ຄົດ ຖືກ​ນ້ຳ​ໄຫຼ​ພັດ​ເສຍ​ຫາຍ​ໝົດ​ຫຼັງ), ເລົ້າ​ເຂົ້າ​ຖືກ​ຖ້ວມ​ເສຍ​ຫາຍ 144 ຫຼັງ, ຖ້ວມ​ວັດ ...

Read More »

Toyota ກຳລັງຟື້ນຄືນຕົວໄວເກີນຄາດ ໃນຂະນະທີ່ຕະຫຼາດຈີນ ກັບມາແຂງແຮງ….

ສຳນັກຂ່າວຣອຍເຕີ ລາຍງານວ່າ: Toyota Motor Corp ມີຜົນປະກອບການດີຂຶ້ນຫຼາຍກວ່າ 2 ເທົ່າ, ຕາມການຄາດການກຳໄລຈາກການດຳເນີນງານມາໜຶ່ງປີ ເນື່ອງຈາກຍອດຂາຍລົດຟື້ນຕົວຢ່າງແຂງແຮງ ຈາກແຮງກົດດັນຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຈີນ ເມື່ອຕົ້ນປີນີ້, ເຊິ່ງສົ່ງຜົນໃຫ້ກຳໄລໃນໄຕມາດ 2 ຫຼຸດລົງ 24%. ຜູ້ຜະລິດລົດຍົນຊັ້ນນຳຂອງຍີ່ປຸ່ນກ່າວວ່າ: ຂະນະນີ້ຄາດວ່າຈະມີກຳໄລຈາກການດຳເນີນງານ 1.3 ລ້ານລ້ານເຢນ (12.6 ພັນລ້ານໂດລາສະຫະລັດ) ໃນສົກປີນີ້ຈົນຮອດ ເດືອນມີນາ ປີ 2021 ເພີ່ມຂຶ້ນຈາກ 500 ພັນລ້ານທີ່ຄາດການໄວ້ກ່ອນໜ້ານີ້, ແຕ່ກໍຍັງຫຼຸດລົງຈາກຜົນກໍາໄລໃນ ສົກປີ 2019 ທີ່ໄດ້ຍອດເຖິງ 2.47 ລ້ານລ້ານເຢນ. ຕົວເລກຄາດຄະເນກໍາໄລທີ່ຖືກປະກາດຮອບນີ້ ມີຄ່າສູງກວ່າ ສະເລ່ຍປະມານ 1.25 ລ້ານລ້ານເຢນ ສຳລັບກຳໄລຕະຫຼອດປີຈາກນັກວິເຄາະ 26 ຄົນທີ່ສຳຫຼວດໂດຍ Refinitiv. ປະທານເຈົ້າໜ້າທີ່ຝ່າຍການເງິນ Kenta Kon ກ່າວວ່າ: ສຳລັບໄຕມາດທີ 2 ຂອງສົກປີ ຕັ້ງແຕ່ເດືອນກໍລະກົດ ຮອດກັນຍາ ຜົນກຳໄລຈາກການດຳເນີນງານຫຼຸດລົງເຫຼືອ 506 ພັນລ້ານເຢນ ຈາກ 662.4 ພັນລ້ານເຢນ ...

Read More »

ຄັດລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ…..

ເມື່ອບໍ່ດົນຜ່ານມາ ສູນຄົ້ນຄວ້າກະສິກຳທ່າຊະໂນ, ພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີຄັດເລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ ທີ່ສວນສາທິດ ບ້ານທ່າຊະໂນ ເຊິ່ງມີທ່ານ ພອນສະໄໝ ຈັນສີນາ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ, ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ພ້ອມດ້ວຍຂະ ແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກຸ່ມຊາວນາ, ອຳນາດການປົກຄອງບ້ານໃກ້ຄຽງ ແລະນັກວິຊາການເຂົ້າຮ່ວມ. ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າຊະໂນ ໄດ້ກ່າວໃຫ້ຮູ້ວ່າ: ເຖິງວ່າປະເທດເຮົາ ມີແນວພັນເຂົ້າປັບປຸງຫຼາຍກວ່າ 30 ແນວພັນ ແຕ່ກໍມີຫຼາຍແນວພັນ ທີ່ບໍ່ສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ການລະບາດຂອງພະຍາດ ແລະແມງໄມ້ ເຊິ່ງເປັນສາເຫດເຮັດໃຫ້ຊາວນາປະລະແນວພັນປັບປຸງຈຳນວນຫຼວງຫຼາຍ ດັ່ງນັ້ນ, ວຽກງານປັບປຸງແນວພັນເຂົ້າ ແມ່ນມີຄວາມຈຳເປັນ ແລະມີຄວາມສຳຄັນຫຼາຍໃນການຄົ້ນຄວ້າ ແລະພັດທະນາແນວພັນໃໝ່ທີ່ມີລັກສະນະພິເສດເຊັ່ນ: ໃຫ້ຜົນຜະລິດສູງ, ຄຸນະພາບການກິນດີ, ມີຄວາມຫອມ, ທົນຕໍ່ຄວາມແຫ້ງແລ້ງ, ທົນຕໍ່ສະພາບນ້ຳຂັງ, ທົນຕໍ່ພະຍາດ ແລະ ແມງໄມ້ທຳລາຍ ເພື່ອມາທົດແທນແນວພັນເກົ່າທີ່ຊາວນາບໍ່ນິຍົມນຳໃຊ້. ສູນຄົ້ນຄວ້າກະສິກຳທ່າຊະໂນ ແມ່ນສູນໜຶ່ງທີ່ມີບົດບາດໃນວຽກງານຄົ້ນຄວ້າ ແລະພັດທະນາແນວພັນໃໝ່ອອກສູ່ສັງຄົມເລື້ອຍມາ ຕົກມາໃນປີ 2019 ໄດ້ນຳເອົາສາຍພັນເຂົ້າໜຽວຫອມຈຳນວນ 42 ສາຍພັນ ທີ່ເອົາມາຈາກສູນຄົ້ນຄວ້າເຂົ້ານາພອກ ...

Read More »

ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ-ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້….

ວັນທີ 5 ພະຈິກ 2020, ໄດ້ມີພິທີມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ລະຫວ່າງທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ຄຳເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມາເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ໃຫມ່ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ສະມາຊິກພັກ ພະນັກງານການນຳເຂົ້າຮ່ວມ. ໂອກາດນີ້, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດປະທານປະເທດວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ທ່ານ ອາລຸນແກ້ວ ກິດຕິ ຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ອອກພັກການຮັບອຸດໜູນບຳນານ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄົນໃໝ່ ຈົ່ງນຳພາຮັກສາຫລັກການ ແລະ ລະດັບຄວາມຕໍ່ເນື່ອງຂອງວຽງງານພັກ-ວຽກງານລັດ ...

Read More »

ລັດຖະບານປະກາດຕັດງົບປະມານໂຄງການລົງ ເພື່ອຮັກສາສະພາບຄ່ອງທາງດ້ານການເງິນ….

ລັດຖະບານປະກາດຕັດງົບປະມານ ໂຄງການທີ່ລັດຖະບານລົງທຶນ ເພື່ອຮັກສາສະພາບຄ່ອງດ້ານການເງິນ ໂດຍລັດຖະບານ ຈະພິຈາລະນາພຽງແຕ່ໂຄງການທີ່ສຳຄັນ ແລະ ຈຳເປັນ ໃນການລົງທຶນເທົ່ານັ້ນ ເພື່ອຫຼີກລ້ຽງໜີ້ສິນທີ່ບໍ່ສາມາດຄຸ້ມຄອງໄດ້. ໂຄງການໃໝ່ທີ່ລັດຈະພິຈາລະນາມີ: ການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຢີ, ການພັດທະນາສີມືແຮງງານ, ການສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ແລະ ການພັດທະນາຜະລິດຕະພັນກະສິກຳ ເພື່ອການສົ່ງອອກ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງ ກ່ຽວກັບບັນຫາທີ່ວ່າເປັນຫຍັງລັດຖະບານຈຶ່ງໃຫ້ບຸລິມະສິດແກ່ບັນດາໂຄງການພັດທະນາ ໃນວາລະກອງປະຊຸມຂອງສະພາແຫ່ງຊາດ. ຊຶ່ງທ່ານໄດ້ກ່າວວ່າ: ບັນດາໂຄງການຖືກຈຳກັດຫຼາຍຍ້ອນວ່າ “ພວກເຮົາຕ້ອງຈຳກັດຈຳນວນໂຄງການໃໝ່ທີ່ບໍ່ຈຳເປັນ ເພື່ອປ້ອງກັນການສ້າງໜີ້ສິນຊຳເຮື້ອ, ແລະ ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງທາງການເງິນທີ່ລັດຖະບານມີຢູ່” ໃນ5 ປີຕໍ່ໜ້າ. ສຳລັບງົບປະມານທີ່ໄດ້ຈັດສັນໃຫ້ແກ່ໂຄງການທີ່ໄດ້ຮັບທຶນຈາກລັດ ຈະເພີ່ມຂຶ້ນພຽງແຕ່ 10-15% ເທົ່ານັ້ນ. ພາບປະກອບເທົ່ານັ້ນ ໃນປີນີ້, ລັດຖະບານໄດ້ແບ່ງປັນງົບປະມານ 3,9 ພັນຕື້ກີບໃ ຫ້ແກ່ໂຄງການຕ່າງໆທີ່ສະໜັບສະໜູນລັດ, ໃນນັ້ນມີ 2 ພັນຕື້ກີບ ແມ່ນມາຈາກການລົງທຶນພາກປົກກະຕິ. ແຕ່ໃນປີໜ້າ, ມີພຽງແຕ່ 1,3 ພັນຕື້ກີບເທົ່ານັ້ນ ທີ່ຈະໄດ້ຮັບການແບ່ງປັນງົບປະມານພາກປົກກະຕິ ໃນການລົງທືນຂອງລັດຈະມີພຽງແຕ່ 700 ຕື້ກີບ ...

Read More »