ອາຊຽນ ຍົກສູງບົດບາດ ແລະ ເພີ່ມສິດ ໃຫ້ແມ່ຍິງ ເຂົ້າຮ່ວມພື້ນຖານເສດຖະກິດ…..

ອ້າງຈາກສຳນັກຂ່າວຂອງຫວຽດນາມລາຍງານວ່າ: ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້; “ສ້າງທ່າອ່ຽງ – ເປັນເຈົ້າພາທາງໃນການປ່ຽນແປງ – ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ

ກ້າວໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື່ອງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO – ວິສາຫະກິດ – ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”.

ຂ່າວກ່າວວ່າ: ໃນຂອບເຂດເວທີປາໄສປະຊາຊົນ ອາຊຽນ 2020, ທີ່ດຳເນີນໃນວັນທີ 6 ພະຈິກຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ, ສູນຄົ້ນຄວ້າບໍລິຫານ ແລະ ພັດທະນາແບບຍືນຍົງ (MSD), ສູນຄົ້ນຄວ້າກ່ຽວກັບເຄືອຂ່າຍອິນເຕີແນັດ ອາຊີ ປາຊີຟີກ (APRN) ແລະ ບັນດາຄູ່ຮ່ວມມືອື່ນໆ ທີ່ກ່ຽວຂ້ອງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫັນປ່ຽນການດຳເນີນທຸລະກິດຫັນປ່ຽນ – ຄູ່ຮ່ວມມື CSO ແລະ ມອບສິດໃຫ້ແກ່ແມ່ຍິງຮ່ວມເຂົ້າໃນພື້ນຖານເສດຖະກິດ – ກ້າວໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ”.

ກອງປະຊຸມສຳມະນາລວມມີ 2 ວາລະຄຶ: ວາລະທີ 1 ມີຫົວຂໍ້ “ສ້າງທ່າອ່ຽງ – ເປັນເຈົ້າພາທາງໃນການປ່ຽນແປງ – ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ ວາລະທີ 2 ດ້ວຍຫົວຂໍ້ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ກ້າວໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO – ວິສາຫະກິດ – ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”.

ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ວາງອອກບັນດາມາດຕະການຍົກສູງບົດບາດ ແລະ ເພີ່ມສິດ, ກຳລັງຄວາມສາມາດຂອງແມ່ຍິງ ໃນຂົງເຂດເສດຖະກິດ; ຊຸກຍູ້ການເຂົ້າເຖິງກາລະໂອກາດຊົມໃຊ້ຜົນປະໂຫຍດທີ່ເທົ່າທຽມກັນ ລະຫວ່າງ ຍິງ – ຊາຍ ກ່ຽວກັບວຽກເຮັດງານທຳ, ຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດ, ໂອກາດພັດທະນາ, ເຂົ້າຮ່ວມໃນລະບົບຕອບສະໜອງ, ເພື່ອບັນລຸໄດ້ຄວາມວັດທະນາຖາວອນ ແລະ ພັດທະນາແບບຍືນຍົງຂອງແຕ່ລະວິສາຫະກິດ, ແຕ່ລະປະເທດ.

ແຫຼ໋ງຂໍ້ມູນ:​ປະຊາຊົນ

Comments