ໃນຕອນເຊົ້າຂອງວັນທີ 9 ພະຈິກ 2020 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ຊາວນາເຂດ ບ້ານນາຊິງ ເມືອງພຽງ ແຂວງໄຊຍະບູລີ.

ໃນການປູກເຂົ້າພັນປັບປຸງໃໝ່ປູກໄດ້ 3 ລະດູຕໍ່ປີ, ໃຫ້ການຕ້ອນຮັບໂດຍ ທ່ານ ເສີດ ແສງສຸລິນ ເຈົ້າເມືອງ-ເມືອງ ພຽງ, ມີຕາງໜ້າບໍລິສັດ ຊິງຢວນ, ມີອໍານາດການປົກຄອງເມືອງ, ຄະນະບ້ານ ແລະ ຊາວນາ 12 ບ້ານເຂດ ນາຊິງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ກ່ອນອື່ນ ທ່ານ ເສີດ ແສງສຸລິນ ໄດ້ລາຍງານຫຍໍ້ກ່ຽວກັບການຜະລິດລະດູປີ ໂດຍສະເພາະແມ່ນການປູກເຂົ້າ ຊຶ່ງມາຮອດປັດຈຸບັນແມ່ນກໍາລັງເກັບກູ້ຜົນຜະລິດເຊັ່ນ: ເຂົ້ານາສໍາເລັດ 40%, ເຂົ້າໄຮ່ ສໍາເລັດ 70% ແລະ ພືດເປັນສິນຄ້າສໍາເລັດ 50 %, ສ່ວນການຜະລິດລະດູແລ້ງປີນີ້ແມ່ນໄດ້ລົງເລິກສົ່ງເສີມປະຊາຊົນ 12 ບ້ານເຂດ ນາຊິງ ປູກເຂົ້າທົດລອງດ້ວຍເຕັກນິກໃໝ່ ປູກ 3 ຄັ້ັງຕໍ່ປີ.

ມາຮອດປັດຈຸບັນການປູກເຂົ້າ 3 ລະດູຕໍ່ປີແມ່ນເລີ່ມລົງມືແລ້ວ ແລະ ໄດ້ປັກດໍາສໍາເລັດແລ້ວ 2,38 ເຮັກຕາ ໃນເນື້ອທີ່ທັງໝົດ 48,7 ເຮັກຕາ, ການປູກເຂົ້າ 3 ລະດູຕໍ່ປີ ໂດຍແມ່ນ ບໍລິສັດ ຊິງຢວນ ເປັນຜູ້ສົ່ງເສີມໃຫ້ປະຊາຊົນປູກ ໂດຍບໍລິສັດໄດ້ສະໜອງແນວພັນ, ປຸຍ ແລະ ວິຊາການເພື່ອແນະນໍາ ແລະ ລົງຕິດຕາມການປູກ, ການໃສ່ປຸຍຕົວຈິງໃຫ້ຊາວນາໂດຍບໍ່ໄດ້ຄິດໄລ່ຄ່າ ລຸ້ຍຫ້ຽນຫຍັງທັງໝົດ ລວມທັງຄ່າແນວພັນ ແລະ ຄ່າປຸຍ, ສໍາລັບຜົນຜະລິດແມ່ນ ບໍລິສັດຈະນໍາເອົາລົດກ່ຽວເຂົ້າມາກ່ຽວເອງ ແລະ ຮັບຊື້ຄືນນໍາຊາວນາເປັນເຂົ້າເປືອກ ໃນລາຄາ 1 ກິໂລຕໍ່ 5.000 ກີບ, ການປູກ 2 ລະດູແມ່ນປູກຂາຍໃຫ້ບໍລິສັດ ແລະ ອີກ 1 ລະດູແມ່ນປະຊາຊົນປູກເພື່ອແຮໄວ້ກິນໃນຄອບຄົວ.
ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ຍ້ອງຍໍຊົມເຊີຍມາຍັງອໍານາດການປົກຄອງເມືອງ, ຊາວນາ ແລະ ບໍລິສັດ ຊິງຢວນ ທີ່ໄດ້ເຂົ້າມາລົງທຶນໃຫ້ປະຊາຊົນ ຊາວນາປູກເຂົ້າພັນປັບປຸງໃໝ່ ໂດຍປູກໄດ້ 3 ຄັ້ງຕໍ່ປີ, ພ້ອມທັງຮຽກຮ້ອງມາຍັງອໍານາດການປົກຄອງເມືອງ ແລະ ຊາວນາ ໃນເຂດດັ່ງກ່າວຈົ່ງເອົາໃຈໃສ່ໃນການປູກເຂົ້ານາ 3 ລະດູໃຫ້ສໍາເລັດຕາມແຜນ, ປູກໃຫ້ຖືກຕາມເຕັກນິກ

ເພື່ອໃຫ້ໄດ້ຮັບຜົນຜະລິດສູງຕາມທີ່ບໍລິສັດໄດ້ວາງໄວ້ຄື 5-6 ໂຕນຕໍ່ເຮັກຕາຕໍ່ລະດູ, ນອກຈາກປູກເຂົ້າໃຫ້ບໍລິສັດແລ້ວແມ່ນໃຫ້ສືບຕໍ່ໃນການປູກພືດເປັນສິນຄ້າໃນລະດູແລ້ງເຊັ່ນ: ປູກຖົ່ວເຫຼືອງ, ສາລີຫວານ, ໝາກໂມ-ໝາກແຕງ, ຖົ່ວດິນ ແລະ ພືດຜັກອື່ນໆທີ່ເຫັນວ່າມີຄວາມຕ້ອງການຂອງຕະຫຼາດ, ພ້ອມດຽວກັນແມ່ນໃຫ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆຕື່ມອີກ.
ແຫຼ່ງຂໍ້ມູນ: ປະຊາຊົນ