ສປ ຈີນ ຍົກເວັ້ນພາສີນໍາເຂົ້າສິນຄ້າລາວ 0% ໃນຈໍານວນ 97% ຂອງລາຍການສິນຄ້າ….

ເວັບໄຊສູນຂ່າວສານທາງດ້ານການຄ້າລາຍ ງານວ່າ: ອີງຕາມແຫຼ່ງຂ່າວເວັບໄຊ http://gss.mof.gov.cn ໃຫ້ຮູ້ວ່າ ຄະນະກໍາມະການຄຸ້ມຄອງອັດຕາພາສີປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກແຈ້ງການເລກທີ 9.2019

ເພື່ອຫຼຸດຜ່ອນອັດຕາພາສີ 0% ໃຫ້ກັບສິນຄ້າຂອງສປປ ລາວ ກວມເອົາ 97% ຫຼື 8.256 ລາຍການສິນຄ້າທັງໝົດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ທັນວາ 2020 ເປັນຕົ້ນໄປ.
ສປປ ລາວ ຖືວ່າຍັງເປັນປະເທດດ້ອຍພັດທະນາ ມີລະບົບການຜະລິດຍັງບໍ່ເຂັ້ມແຂງ, ຄວາມສາມາດໃນການແຂ່ງຂັນຍັງອ່ອນແອ.

ການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຈາກ ສປ ຈີນ ທີ່ເປັນປະເທດກໍາລັງຈະກາຍເປັນມະຫາອໍານາດທາງດ້ານເສດຖະກິດ ຫຼື ເວົ້າອີກຢ່າງໜຶ່ງ ແມ່ນກໍາລັງຈະກາຍເປັນປະເທດທີ່ມີຂະໜາດເສດຖະກິດທີີ່ໃຫຍ່ທີ່ສຸດໃນໂລກ ທັງຍັງປະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ.

ສປປ ລາວ ແລະ ສປ ຈີນ ຍັງເປັນເພື່ອນບ້ານທີ່ດີຕໍ່ກັນ ມີການຮ່ວມມືຮອບດ້ານ, ຜົນເດັ່ນດ້ານການຮ່ວມມືສ້າງພື້ນຖານໂຄງລ່າງ ແມ່ນການຮ່ວມມືສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ເຊື່ອມຕໍ່ໄປຍັງບັນດາປະເທດອາຊຽນ, ການສ້າງທາງດ່ວນແຕ່ເໜືອຮອດໃຕ້, ໂຄງການພະລັງງານໄຟຟ້າ ແລະ ອື່ນໆ.

ການໄດ້ຮັບສິດທິພິເສດຫຼຸດຜ່ອນອັດຕາພາສີ 0% ບວກກັບລະບົບການຂົນສົ່ງທີ່ກໍາລັງໄດ້ຮັບການກໍ່ສ້າງໃຫ້ສະດວກ ແລະ ທັນສະໄໝ ມັນເປັນໂອກາດທີ່ດີເລີດໃຫ້ ສປປ ລາວ ຫຼື ປະຊາຊົນລາວ ທີ່ມີຄວາມດຸໝັ້ນຂະຫຍັນພຽນຢູ່ແລ້ວ

ລັດສົ່ງເສີມເຕັມທີ່ ການສົ່ງອອກສິນຄ້າ ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ |  ອິດສະຫຼະ

ໃນການສ້າງສາພັດທະນາປະເທດຊາດ ຄວນຈັບເອົາໂອກາດນີ້ ຂຸ່ນຂ້ຽວສ້າງຄວາມເຂັ້ມແຂງດ້ານການຜະລິດສິນຄ້າໃຫ້ມີຄຸນນະພາບສູງ ເພື່ອສົ່ງສິນຄ້າໄປຍັງ ສປ ຈີນ ໂດຍສະເພາະແມ່ນສິນຄ້າທີ່ ປະເທດເຮົາມີທ່າແຮງ ແລະ ຄຽງຄູ່ກັບສິນຄ້າທີ່ ສປ ຈີນ ມີຄວາມຕ້ອງການ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ.

Comments