ສສຊ ໄດ້ພິຈາລະນາຮ່າງ ກົດໝາຍວ່າດ້ວຍຊາວໜຸ່ມລາວ….

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພິຈາລະນາປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ(ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ຊີ້ໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ ເຊິ່ງກົດຫມາຍສະບັບນີ້ ຈະເປັນການເພີ່ມຄວາມຮັບຜິດຊອບ, ພັນທະ ແລະ ເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນ ໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວຫນຸ່ມ ໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະພາບ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນສະພາບປັດຈຸບັນ ແລະ ອະ ນາຄົດຊາວຫນຸຸ່ມລາວ ແມ່ນນັບມື້ເພີ່ມຂຶ້ນ; ໃນນັ້ນ, ມີຊາວຫນຸຸ່ມຈໍານວນຫລາຍສົມຄວນ ທີ່ຍັງບໍ່ທັນໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາ ຢ່າງເປັນລະບົບ ຈຶ່ງພາໃຫ້ມີຊາວຫນຸ່ມຈໍານວນຫນຶ່ງມີແນວຄິດ ແລະ ເຄື່ອນໄຫວບໍ່ສອດຄ່ອງກັບກົດຫມາຍ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຊຶ່ງເປັນສາເຫດທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມ ເປັນຕົ້ນ ມີການຈັດຕັ້ງຂອງຊາວຫນຸ່ມ ທີ່ບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມກົດຫມາຍຫລາຍສົມຄວນ ໂດຍໄດ້ຮັບການສະຫນັບສະຫນູນຈາກບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ.

ຊາວຫນຸ່ມລາວຈໍານວນບໍ່ຫນ້ອຍມີການພົວພັນກັບສິ່ງເສບຕິດ, ການຂັບຂີ່ທີ່ລະເມີດກົດຫມາຍ ພາໃຫ້ເກີດອຸປະຕິເຫດຕາມທ້ອງຖະຫນົນນັບມື້ນັບເພີ່ມຂຶ້ນ, ການຂີ້ລັກ, ງັດແງະ, ການປຸ້ນຈີ້ ຊິງຊັບ, ຂ້າເຈົ້າເອົາຂອງ, ການຄ້າມະນຸດ, ບໍ່ມີວິຊາຊີບ, ບໍ່ມີວຽກເຮັດງານທໍາ, ມີຄ່ານິຍົມທີ່ບໍ່ດີ, ປະລະການຮຽນ, ລວມທັງການເຂົ້າເຖິງການບໍລິການສຸຂະພາບ ຍັງບໍ່ທັນຮັບປະກັນ, ແຕ່ງດອງກ່ອນໄວອາຍຸ, ການປະຮ້າງ ແລະ ອື່ນໆ.

ພາຍຫລັງກົດຫມາຍວ່າດ້ວຍຊາວຫນຸ່ມລາວ ສະບັບນີ້ ໄດ້ຮັບການພິຈາລະນາຮັບຮອງ ຈາກສະ ພາແຫ່ງຊາດໃນຄັ້ງນີ້ ທຸກການຈັດຕັ້ງຂອງຊາວຫນຸ່ມລາວແມ່ນຂຶ້ນກັບການຄຸ້ມຄອງ ຂອງສະຫະພັນຊາວຫນຸ່ມລາວ ໂດຍມີຄະນະຊາວຫນຸ່ມປະຊາຊົນ ປະຕິວັດລາວ ເປັນແກນນໍາ; ການຈັດຕັ້ງຂອງລັດ, ການຈັດ ຕັ້ງຂອງພາກສ່ວນອື່ນ ແລະ ຄອບຄົວ ມີສິດ ແລະ ຫນ້າທີ່ ຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະ ນາຊາວຫນຸ່ມລາວ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍສະບັບນີ້ ເຊິ່ງຈະເຮັດໃຫ້ຊາວຫນຸ່ມລາວ ໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ, ພັດທະນາ ແລະ ເປັນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫລຸດລົງເທື່ອລະກ້າວ ແລະ ຈະເຮັດໃຫ້ສາກົນ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບນະໂຍບາຍຂອງລັດຕໍ່ການພັດທະນາຊາວຫນຸ່ມລາວ ໃນໄລຍະໃໝ່.

ແຫຼ່ງຂໍ້ມູນ:​ຂປລ

Comments