News

ສະຖານທູດຈີນ ມອບທຶນການສຶກສາ 25 ທຶນ ໃຫ້ກັບນັກສຶກສາລາວ

ໃນວັນທີ 22 ພະຈິກ 2018, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ. ພິທີມອບທຶນດັ່ງກ່າວ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບ ຕ່າງໜ້ານັກສຶກສາ, ໂດຍ ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຄະນະບໍດີ, ຄູອາຈານ ແລະ ພະນັກງງານວິຊາການ ທັງສອງຝ່າຍເຂົ້າຮ່ວມ. ສຳລັບປີນີ້, ມີຜູ້ສະໝັກທຶນທັງໝົດ 124 ຄົນ, ຄັດເລືອກເຂົ້າສຳພາດ 35 ຄົນ ແລະ ເອົາພຽງ 25 ...

Read More »

ມື້ນີ້ ສສຊ ຍັງສືບຕໍ່ປະກອບຄໍາເຫັນໃນບົດລາຍງານຂອງລັດຖະບານ….

ໃນວັນທີ 23 ພະຈິກ 2018 ຕາມວາລະຂອງ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ຍັງຈະສືບຕໍ່ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ. ໃນສາມວັນທີ່ຜ່ານມາ ບັນດາ ສສຊ ເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ພິຈະລະນາ ແລະ ສະເໜີຕໍ່ລັດຖະບານ, ພາກສ່ວນກ່ຽວຂ້ອງ ໃນຫຼາຍບັນຫາ ເພື່ອເຮັດໃຫ້ການພັດທະນາມີບາດກ້າວຂະຫຍາຍຕົວ,ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆຫຼຸດລົງເປັນລໍາດັບ. ບັນຫາທີ່ ສສຊ ຍົກຂຶ້ນແມ່ນ: ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຫັນວ່າ ຍັງບໍ່ທັນສອດຄ່ອງກັບຕົວຈິງ, ມີຄວາມຢາກໄດ້ສູງ ແຕ່ຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງຜັດຍັງມີໜ້ອຍ, ການກວດສອບ ພົບເຫັນຜູ້ກະທໍາຜິດແລ້ວ ແຕ່ບໍ່ສາມາດນໍາມາລົງໂທດ ຫຼື ດໍາເນີນຄະດີໄດ້,ດັ່ງໃນປີ 2018 ນີ້ ຜ່ານການກວດສອບເຫັນ 99 ເປົ້າໝາຍ ພົບລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 239,64 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 112,21 ຕື້ກີບ ແລະ ທ້ອງຖິ່ນ127,43 ຕື້ກີບ. ການແກ້ໄຂຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພພິບັດ,ອຸທົກກະໄພ ແລະ ໄພທໍາມະຊາດ ຍັງບໍ່ໄດ້ຮັບການແກ້ໄຂເທົ່າທີ່ຄວນ, ຍັງມີບາງບັນຫາເກີດຂຶ້ນຢູ່ບາງທ້ອງຖິ່ນ ທີ່ຈັດຕັ້ງປະຕິບັດການສົ່ງເສີມ ...

Read More »

ມື້ທີ 3 ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 .

ໃນຕອນບ່າຍ ວັນທີ 22 ພະຈິກ 2018 , ຢູ່ຫໍສະພາແຫ່ງຊາດຫຼັັກ 6 ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ເປັນມື້ທີສາມ. ພາຍໃຕ້ການເປັນປະທານຂອງທ່ານ ນາງປານີ ຢາທໍຕູ ປະທານສະພາແຫ່ງຊາດ, ໃນພາກບ່າຍນີ້ ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ. ທ່ານ ບຸນເພັງ ສາຍນໍລະດີ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານກໍຄືຂະແໜງການກ່ຽວຂ້ອງເພີ່ມຄວາມເອົາໃຈໃສ່ຢ່າງຈິງຈັງເພື່ອແກ້ໄຂການພັດທະນາຊົນນະບົດລົບລ້າງຄວາມທຸກຍາກ ເພາະລັດຖະບານໄດ້ລົງທຶນຈໍານວນມະຫາສານໃສ່ວຽກງານດ້ານນີ້ ແຕ່ການຈັດຕັ້ງປະຕິບັດ ບາງໂຄງການກໍປະຕິບັດໄດ້ດີ ແຕ່ບາງໂຄງການຍັງບະຕິບັດບໍ່ໄດ້ດີ.  ຕົວຢ່າງ ການລົບລ້າງຄວາມທຸກຍາກຢູ່ເມືອງແມດ ແຂວງວຽງຈັນ ຍັງບໍ່ສາມາດລົບລ້າງໄດ້ ໂດຍສະເພາະຖະໜົນຫົນທາງບໍ່ສາມາດແກ້ໄຂໄດ້ ຍ້ອນບໍ່ມີງົບປະມານ ຢາກໃຫ້ລັດຖະບານມີມາດຕະການສຸມທຶນຮອນໃສ່ ຄວນກໍານົດໃຫ້ຈະແຈ້ງ ປີໃດສຸມໃສ່ດ້ານໃດ, ບ້ານໃດ, ເມືອງໃດ. ເພາະວ່ານັບແຕ່ໄດ້ແຍກການລົງກໍ່ສ້າງຮາກຖານອອກໄປເຮັດພໍໃຜພໍລາວ ຂະບວນການນີ້ຖືວ່າງຽບລົງ. ບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການກວດສອບ ພົບເຫັນຜູ້ກະທໍາຜິດແລ້ວ ແຕ່ບໍ່ສາມາດນໍາມາລົງໂທດຫລືດໍາເນີນຄະດີໄດ້, ພ້ອມກັນນັ້ນ ການຈັດການບໍລິຫານນໍ້າຕາມສາຍນໍ້າຕ່າງໆຍັງເຮັດບໍ່ທັນໄດ້ດີ ເພາະວ່າລະດູຝົນປີນີ້ ແຂວງວຽງຈັນ ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ. ທ່ານນາງ ພອນມະນີ ຂຽນໄຊຍະວົງ ...

Read More »

ຝ່າຍປະຊາຊົນສາມາດເອົາຊະນະຝ່າຍປົກຄອງ 5 ຕໍ່ 3

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ນອກຈາກຈະມີກິດຈະກຳທາງສາສະໜາຫຼາຍຢ່າງ ແລະ ຕະຫຼາດນັດແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສຶບຕໍ່ມາແຕ່ດົນນານ ນັັ້ນກໍຄື: ການຕີຄີ ເຊິ່ງເພິ່ນຈະຈັດໃຫ້ມີໃນຕອນບ່າຍຂອງມື້ເພັງ 15 ຄໍ່າ ຫຼັງຕັກບາດແລ້ວ.  ກ່ອນຈະລົງເດີ່ນຕີຄີ ເພິ່ນຈະມີພິທີທາງສາສະໜາ ແລະ ຂະບວນການແຫ່ມະໂຫລີຕ່າງໆຂອງມວນຊົນ ຫຼັງຈາກນັ້ນກໍຈັດແບ່ງຄົນອອກເປັນສອງຝ່າຍຄື: ຝ່າຍໜຶ່ງເປັນຝ່າຍປົກຄອງ ແລະ ອີກຝ່າຍໜຶ່ງເປັນຝ່າຍພົນລະເມືອງ, ເຊິ່ງກຳນົດເອົາຝ່າຍລະ 20-30 ຄົນ. ຜູ້ເຖົ້າຜູ້ແກ່ເພິ່ນເວົ້າວ່າ: ຖ້າຝ່າຍປົກຄອງຊະນະ ກໍທວາຍວ່າ: ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ, ພວກຂຸນນາງຈະບັງຄົບຂົ່ມເຫັ່ງ ຖ້າປີໃດພົນລະເມືອງຊະນະ ກໍທວາຍວ່າ: ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ. ສໍາລັບປີ 2018 ຜົນປະກົດວ່າ: ຝ່າຍປະຊາຊົນສາມາດເອົາຊະນະຝ່າຍປົກຄອງ 5 ຕໍ່ 3 ດັ່ງນັ້ນປີນີ້ປະຊາຊົນຈະຢູ່ເຢັນເປັນສຸກ ຢູ່ດີກິນດີ. ຂອບໃຈຮູບຈາກອິນເຕີເນັດ.

Read More »

ຈໍາປາສັກ ຈັດກອງປະຊຸມຫັນລົງກໍ່ສ້າງ ຮາກຖານການເມືອງ.

ກອງປະຊຸມຫັນລົງກໍ່ສ້າງຮາກຖານການເມືອງ​ ປັບປຸງວຽກງານຮອບດ້ານຕາມ​ 4​ ເນື້ອໃນ​ 4​ ຄາດໝາຍຕິດພັນກັບກອງປະຊຸມໃຫ່ຍ​ 3​ ຂັ້ນຂອງພັກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ​ 22​ ພະຈິກ​ 2018ນີ້ ​ຢູ່ທີ່ສະໂມສອນຫຼັກ​ 4​ ຂອງແຂວງຈໍາປາສັກ ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ​ ປອ​ ບຸນຖອງ​ ດີວິໄຊ​ ກໍາມະການສູນກາງພັກ,​ເລຂາຄະນະບໍລິຫານງານພັກແຂວງ​ ເຈົ້າແຂວງໆ​ຈຳປາສັກ,​ມີ​ຄະນະປະຈຳພັກແຂວງ,​ກຳມະການພັກແຂວງ,​ຄະນະນຳ,​ພະນັກງານຫຼັກແຫຼ່ງຈາກນະຄອນປາກເຊ,​ 9​ ຕົວເມືອງ,​ມີເລຂາຄະນະພັກຮາກຖານກຸ່ມບ້ານ,​ພະນັກງານຫັນລົງກໍ່ສ້າງຮາກຖານເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຫັນລົງກໍ່ສ້າງຮາກຖານການເມືອງ ປະຕິບັດວຽກງານຮອບດ້ານ ຕາມ​ 4​ ເນື້ອ 4​ ຄາດໝາຍຕິດພັນກັບກອງປະຊຸມໃຫ່ຍ 3​ ຂັ້ນ​ ຂອງພັກ,​ຢູ່ນະຄອນປາກເຊ,​ແຂວງຈຳປາສັກ,​ບົດແນະນຳບາດກ້າວຫັນລົງກໍ່ສ້າງຮາກຖານການເມືອງ ປັບປຸງວຽກງານຮອບດ້ານຕາມ 4​ ເນື້ອໃນ​ 4​ ຄາດໝາຍ,​ຮັບຟັງແຜນການເຮັດທົດລອງຂອງຄະນະຮັບຜິດຊອບນຳພາສ້າງ ແລະຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ​ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນນະຄອນປາກເຊແຂວງຈໍາປາສັກ​ ເພື່ອແນ່ໄສ່ກະກຽມໃຫ້ແກ່ກອງປະຊຸມໃຫ່ຍ 3​ ຂັ້ນຂອງພັກ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ຂໍ້ມູນຈາກສະຖານີ ວິທະຍຸຈໍາປາສັກ 100,7 Mhz ຂ່າວ:ນ.​ປະພິດ ສີສົມບູນ

Read More »

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສສ ມຽນມາ

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຊໍວິນ ຮອງປະທານຄະນະກໍາມະການ ຕ້ານການສໍ້ລາດບັງຫຼວງ ສສ.ມຽນມາ ພ້ອມຄະນະ ເຂົ້າຢຽມຂໍ່ານັບໃນຕອນແລງວັນທີ 21 ພະຈິກ 2018 ທີ່ ນະຄອນຫຼວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ພະຈິກ 2018. ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ອູ ເຊນວິນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການການສົ່ງເສີມສາຍພົວພັນມິດຕະພາບ, ການຮ່ວມມືທີ່ໃກ້ສິດອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນ 2 ຊາດ ລາວ-ມຽນມາ, ໂດຍສະ ເພາະແມ່ນ ເປັນການປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ 2 ອົງ ການຕ້ານການສໍ້ລາດບັງຫຼວງ ...

Read More »

ນາຍົກ ຕ້ອນຮັບເຈົ້າຂອງລາງວັນໂນເບວ ສາຂາຟີຊິກ ປີ 2004

ໃນວັນທີ 21 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເດວິດ ເຈ ກຣອສ (Davic J.Gross) ເຈົ້າຂອງລາງວັນໂນເບວ ສາຂາຟີຊິກ ປີ 2004 ພ້ອມດ້ວຍພັນລະຍາ ໃນໂອກາດທີ່ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງ ຕໍ່ ທ່ານ ເດວິດ ເຈ ກຣອສ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງອຸທິດເວລາອັນມີຄຸນຄ່າ ມາປາຖະກະຖາ ກ່ຽວກັບ “ອະນາຄົດຂອງວິທະຍາສາດ ແລະ ການພັດທະນາມະນຸດ” (The Future of Science and Human Development) ໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ ...

Read More »

ນາຍົກລັດຖະມົນຕີ ຢ້ຽມຊົມຮ້ານວາງສະແດງສິນຄ້າໃນງານບຸນທາດຫຼວງ

ໃນວັນທີ 21 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຢ້ຽມຊົມຮ້ານວາງສະແດງສິນຄ້າ ແລະ ເຮືອນຊົງລາວ ໃນງານບຸນນະມັດສະການພຣະທາດຫຼວງ. ໂດຍການຕ້ອນຮັບຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຈັດງານບຸນນະມັດສະການພຣະທາດຫຼວງ ປະຈຳປີ 2018 ພ້ອມຄະນະ. ງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2018, ໄດ້ມີຮ້ານວາງສະແດງສິນຄ້າທັງໝົດ 789 ຫ້ອງ, ໃນນັ້ນ ຢູ່ຂອບເຂດເດີ່ນພຣະທາດຫລວງ ມີ 131 ຫົວໜ່ວຍ ລວມມີ 204 ຫ້ອງ. ສຳລັບຢູ່ສູນການຄ້າລາວ-ໄອເຕັກ ມີ 242 ຫົວໜ່ວຍທຸລະກິດ ທີ່ມາຈາກ ສປ ຈີນ 19 ຫົວໜ່ວຍ, ປະເພດເຄື່ອງໃຊ້ສອຍ 40 ຫົວໜ່ວຍ (ຈາກປະເທດໄທ), ຮ້ານອາຫານ 34 ຫົວໜ່ວຍ, ທຸລະກິດພາຍໃນ 149 ຫົວໜ່ວຍ. ...

Read More »

ໂພສເຕືອນ!!! ສະຕິທຸກຄົນ ໃຫ້ກວດສອບເງິນທຸກຄັ້ງ ກ່ອນອອກຈາກທະນາຄານ

ຈາກກໍລະນີ ມີຜູ້ໃຊ້ເຟສບຸກ ຊື່ Plily Phommavixay Sourivong ໄດ້ ແຊຣ໌ປະສົບການ ແລະ ເລົ່າເຫດການເຕືອນທຸກໆຄົນທີ່ຈະໄປໃຊ້ບໍລິການກັບທະນາຄານທຸກຄັ້ງ ບໍ່ວ່າຈະເປັນໂອນເງິນ, ປ່ຽນເງິນ ໃຫ້ກວດສອບເງິນຕົນເອງທຸກຄັ້ງກ່ອນອອກຈາກທະນາຄານ ໂດຍສະເພາະແມ່ນເງິນຕາຕ່າງປະເທດວ່າມີຕຳນິ.  ບໍ່ສະນັ້ນຈະບໍ່ໂຊກດີ ແລະ ອາດເຮັດໃຫ້ເສຍເງິນ, ເສຍເວລາ ແລະ ເສຍອາລົມຄືກັບລາວ, ເຫດການນີ້, ຍັງເປັນສຽງພິພາກວິຈານຕ່າງໆນາໆ ເພາະມີຫຼາຍໆຄົນຖືກກັບຕົນເອງມາແລ້ວ ແຕ່ກໍຍັງບໍ່ເຂົ້າໃຈກັບ ລະບຽບຂອງທະນາຄານ ດັ່ງນັ້ນ, ທາງທະນາຄານ ຫຼື ພາກສ່ວນກ່ຽວຂ້ອງ ຄວນອອກມາຊີ້ແຈງ ແລະ ອະທີບາຍກ່ຽວກັບເລື່ອງນີ້ເພື່ອໃຫ້ສັງຄົມໄດ້ເຂົ້າໃຈຖືກ ແລະ ບໍ່ເຂົ້າໃຈຜິດໄປຕ່າງໆນາໆ ເຖິງການແລກປ່ຽນເງິນຕາ ແລະ ເງິນທີ່່ມີກາຈໍ້າ ແຕ່ທະນາຄານບໍ່ຮັບຄືນ ແລະ ວ່າໃຊ້ບໍ່ໄດ້.  ເນື້ອໃນມີຢູ່ວ່າ: ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ ຖອນເງີນໂດລາຢູ່ຕາມທະນາຄານຕ່າງໆ ກະໃນນາມປະຊາຊົນຄົນທຳມະດາຄົນຫນື່ງທີ່ເປັນພົນລະເມືອງລາວເນາະມີເລື່ອງມາເລົ່າ ຕອນເລົ່າກະໃຈເຢັນລົງແດ່ແລ້ວ ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 20/11/2018 ໄດ້ໄປຖອນເງີນນຳທະນາຄານຊື່ດັງໆໆຂອງລາວສາຂາໄຊເສດຖາຈຳນວນນື່ງ ເພື່ອໄປສຳລະວຽກ, ຕໍ່ມາມື້ນີ້ວັນທີ່21/11/2018 ໄດ້ໄປສຳລະເງີນແຕ່ບ່ອນນັ້ນເພີ່ນບໍ່ຮັບເພາະເງີນມີຕຳນິກາຈຳ້ຄືດັງໃນພາບ ເພີ່ນແນະນຳໃຫ້ຂ້ອຍກັບໄປປ່ຽນຄືນບ່ອນທີ່ຖອນມາ ຂ້ອຍກະໄດ້ກັບໄປແລະກໍ່ສອບຖາມນຳຄົນທີ່ເອົາເງີນຖອນໃຫ້ວານນີ້ ຂ້ອຍ: ມາຖອນເງີນນຳເຈົ້າວານນີ້ລະມີ4ໃບໃຊ້ບໍ່ໄດ້ ສາວທະນາຄານ: ຈື່ເຈົ້າໄດ້ແຕ່ຂ້ອຍບໍ່ໄດ້ເອົາໃບແບບນີ້ໃຫ້ ເພາະທາງເຮົາໄດ້ໃຈ້ແຍກອອກຫມົດແລ້ວຈະບໍ່ເອົາອອກໃຫ້ລູກຄ້າເດັດຂາດ ( ຫົວມືງຫັ້ນລະເອົາໃຫ້ກູ ...

Read More »

ຍິ່ງຮູ້ກ່ອນໄວເທົ່າໃດ ຍິ່ງໄດ້ປຽບຄູ່ແຂ່ງໃນຕະຫຼາດ Online ຫຼາຍເທົ່ານັ້ນ…

ຮູ້ກ່ອນໄດ້ປຽບ Trend Social 2019 ຕ້ອງຍອມຮັບເລີຍວ່າທຸກມື້ນີ້ ໂລກຂອງເຮົາໝູນໄວຂຶ້ນທຸກມື້ ແຕ່ລະມື້ມີການປ່ຽນແປງເກີດຂຶ້ນທຸກໆຊົ່ວໂມງ! ມະນຸດຄືເຮົາຕ້ອງຮຽນຮູ້ ແລະ ນໍາໂລກໃຫ້ທັນ… ໃນວົງການຂອງທຸລະກິດ ນອກຈາກຈະຕ້ອງນໍາໂລກໃຫ້ທັນ ສິ່ງທີ່ຜູ້ປະກອບການຍຸກໃໝ່ຍັງຕ້ອງນໍາໃຫ້ທັນອີກນັ້ນກໍຄື: ເທຣນຂອງ Social Media ເພາະຍິ່ງຮູ້ກ່ອນໄວເທົ່າໃດ ຍິ່ງເຮັດໃຫ້ໄດ້ປຽບຄູ່ແຂ່ງໃນຕະຫຼາດ ເທິງໂລກອອນລາຍຫຼາຍເທົ່ານັ້ນ! ແລະຖ້າເວົ້າເຖິງເທຣນ Social ແລ້ວ ຜູ້ຂຽນຢາກຈະແນະນໍາໃຫ້ຮູ້ຈັກກັບ 3 ສິ່ງ ທີ່ເຊື່ອວ່າຈະເປັນ Trend Social ໃນປີ 2019… ມາເບິ່ງວ່າມີຫຍັງແດ່? ຜູ້ປະກອບການຍິນດີຈ່າຍຄ່າໂຄສະນາໃນ Social ຫຼາຍຂຶ້ນ ເພາະພະລັງຂອງ Social ເຮັດໃຫ້ສິນຄ້າເປັນທີ່ຮູ້ຈັກ ແລະ ຊ່ວຍເພີ່ມ Click-Rate ແລະ ຊ່ອງທາງຫຼັກທີ່ສິນຄ້າມັກໂພສ VDO ໂຄສະນາຈະບໍ່ແມ່ນພຽງ Youtube, Facebook ຫຼື Instagrame ເພາະ Youtube ໃຫ້ສ່ວນແບ່ງລາຍໄດ້ໜ້ອຍລົງ ຈຶ່ງຕ້ອງຊອກຊ່ອງທາງອື່ນໃຫ້ຫຼາຍຂຶ້ນ. ການເຮັດ Campaign ການຕະຫຼາດເທິງ Social ຮ່ວມກັບ Influencers ຍັງຄົງເປັນທີ່ນິຍົມ ແລະ ...

Read More »