ລວມພາບການນໍາພັກ-ລັດ ຮ່ວມພິທີໃສ່ບາດ ງານບຸນນະມັດສະການ ພຣະທາດຫຼວງ

ສະບາຍດີ ຊາວເຟສບຸກ ແລະ ເພື່ອນໆເຟສບຸກຂອງ Target Hot News ທີ່ຮັກແພງທຸກໆທ່ານ ມື້ນີ້ ທາງ “ແອ໊ດມິນ” ຈະຂໍນໍາເອົາພາບຂອງບັນດາທ່ານການນໍາພັກ ແລະ ລັດຖະບານ ທີ່ເພິ່ນມາຮ່ວມພິທີເຮັດບຸນ ໃສ່ບາດ ຢາດນໍ້າ ຖະຫວາຍເຄື່ອງສັງຄະທານ ຮ່ວມກັບພໍ່ແມ່ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ທີ່ມາເຕົ້າໂຮມຈິດໃຈໃສສັດທາ ໃນປາງບຸນໃຫຍ່ ຂອງປະເທດ ທີ່ບໍລິເວນເດີ່ນພຣະທາດຫຼວງວຽງຈັນ ໃນມື້ວັນທີ 22 ພະຈິກ 2018 ເຊິ່ງກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 12.

ພາບຈາກມູມສູງ

ມວນຊົນຊາວລາວ ຈາກທຸກສາລະທິດ ມາເຕົ້າໂຮມແຮງຈິດ ແຮງໃຈ ແຮງສັດທາ ແຮງ ເຫຼື້ອມໃສ ແຕ່ຟ້າຍັງບໍ່ແຈ້ງ ເພື່ອຈັບຈອງບ່ອນນັ່ງໃຫ້ໄດ້ເຂົ້າໃກ້ພຣະທາດຫຼວງ ທີ່ສຸດ

ທ່ານ ປະທານປະເທດໃຫ້ກຽດລັ່ນຄ້ອງ ເພື່ອເລີກງາມຍາມດີ

ພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ

ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ  ແລະ ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ຊຸດທີ 8

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ພັນລະຍາ

ບັນດາມວນຊົນຊາວລາວ

ພິທີໃສ່ບາດດ້ານນອກກົມມະລຽນ

 

 

ຂໍຂອບໃຈເປັນຢ່າງສູງບັນດາແຫຼ່ງຮູບພາບທາງເຟສບຸກ.

 

Comments