ສະຖານທູດຈີນ ມອບທຶນການສຶກສາ 25 ທຶນ ໃຫ້ກັບນັກສຶກສາລາວ

ໃນວັນທີ 22 ພະຈິກ 2018, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ.


ພິທີມອບທຶນດັ່ງກ່າວ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບ ຕ່າງໜ້ານັກສຶກສາ, ໂດຍ ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຄະນະບໍດີ, ຄູອາຈານ ແລະ ພະນັກງງານວິຊາການ ທັງສອງຝ່າຍເຂົ້າຮ່ວມ.


ສຳລັບປີນີ້, ມີຜູ້ສະໝັກທຶນທັງໝົດ 124 ຄົນ, ຄັດເລືອກເຂົ້າສຳພາດ 35 ຄົນ ແລະ ເອົາພຽງ 25 ຄົນ. ທຶນການສຶກສາ ທີ່ສະຖານເອກອັກຄະລັດຖະທູດມອບໃຫ້ຄັ້ງນີ້, ແມ່ນເປັນເງິນສົດ ໂດຍຈະມອບໃຫ້ນັກສຶກສາເດືອນລະ 200.000 ກີບ ເພື່ອນຳໃຊ້ເຂົ້າໃນການສຶກສາຮ່ຳຮຽນຕະຫລອດໄລຍະ 4 ປີ. ໃນໄລຍະຜ່ານມາ, ມີນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກສະຖານທູດ ສປ ຈີນ ຈຳ ນວນ 207 ຄົນ, ໃນນັ້ນໄດ້ຈົບການສຶກສາໄປແລ້ວ ແລະ ປັດຈຸບັນ ນັກສຶກສາປີ 1 ທີ່ໄດ້ຮັບທຶນມື້ນີ້ ມີ 25 ທຶນ, ປີ 2 ມີ 50 ຄົນ, ປີທີ 3 ມີ 50 ຄົນ ແລະ ປີທີ 4 ມີ 50 ຄົນ.

ທີ່ມາ: ຂ່າວສານປະເທດລາວ.

Comments