News

ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດທະນາ.

ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ (ເຄິ່ງສະໄໝ) ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ປະຕິບັດໜ້າທີ່ ຕາມທີ່ກົດໝາຍວ່າດ້ວຍລັດຖະບານໄດ້ກຳນົດໄວ້ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ແລະ ມະຕິຂອງພັກ, ມະຕິກອງປະຊຸມຂອງສະພາແຫ່ງຊາດ ແຕ່ລະຄັ້ງເຂົ້າໃນແຜນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີສະພາບພົ້ນເດັ່ນ ແລະ ບັນລຸຕາມຄາດໝາຍໃນຫຼາຍດ້ານ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ພະຈິກ 2018 ມີບາງຕອນສຳຄັນວ່າ: ໃນເຄິ່ງສະໄໝທີ່ຜ່ານມາ, ລັດຖະບານ ໄດ້ພະຍາຍາມສືບ ຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ມີຄວາມະສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງ ຄົມໄດ້ໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດ ທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງໃຫ້ດີຂຶ້ນກວ່າເກົ່າ, ການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນທໍາມະຊາດ ຕາມທິດການພັດທະນາສີ ຂຽວ-ຍືນຍົງ ...

Read More »

ເຊີນຊວນ!!! ຜູ້ປະກອບການ ເຂົ້າຮ່ວມ ໂຄງການສົ່ງເສີມ SME ເຂົ້າຫາແຫຼ່ງທຶນ

?ເຂົ້າຮ່ວມທົດລອງເຝິກອົບຮົມຟຣີ (Free)? ຂໍເຊີນຊວນ ຜູ້ປະກອບການ SME ເຂົ້າຮ່ວມ ໂຄງການສົ່ງເສີມ SME ເຂົ້າຫາແຫຼ່ງທຶນ (LCNB, STB, LDB, SacomBank) #ໂດຍການເຂົ້າຮ່ວມເຝິກອົບຮົມກັບພາຍໃຕ້ຫົວຂໍ້ໍ້: ?ວັນທີ: 21 ພະຈິກ 2018 (i) ຄູ່ມືແຜນທຸລະກິດ ?ວັນທີ: 26-27 ພະຈິກ 2018 (ii) ຄູ່ມືການຄຸ້ມຄອງການບໍລິຫານການເງິນ ?ວັນທີ: 28 ພະຈິກ – 01 ທັນວາ (iii) ການໃຫ້ຄຳປຶກສາຂອງການເຮັດຄູ່ມືຕົວຈິງ. ⌚ເວລາ: 08.30 – 16.30 ?ສະຖານທີ່: ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ຫຼັກ 05 ?w.a & Tel 020 5838 8885/ 021 416266 ——————————————————————– For Lao, Entrepreneurs testing join ...

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນ ດັ່ງນີ້: ​​​​​1.ບົດລາຍງານກ່ຽວກັບສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ. ​​​​​2.ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດມະຫາພາກ. ​​​​​3.ຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ. ​​​​​4.ຮ່າງດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ​​​​​​5.ຍຸດທະສາດວ່າດ້ວຍການເຕີບໂຕສີຂຽວ ແຫ່ງຊາດ ຮອດປີ 2030. ​​​​​-ບົດລາຍງານ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລ ຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ ແລະ ບົດລາຍງານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ...

Read More »

ລັດຖະບານ ຈະຫຼຸດໂຄຕາລັດຖະກອນ ຈາກ 3.000 ມາເປັນ 1.500 ໃນປີໜ້າ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ໂດຍໄດ້ເນັ້ນວ່າ: ລັດຖະບານ ຈະຫຼຸດໂຄຕາພະນັກງງານລັດຖະກອນໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ເສຍກ່ອນ ໃນເງື່ອນໄຂທີ່ເຮົາມີຄວາມຫຍຸ້ງຍາກທາງດ້ານງົບປະມານປັດຈຸບັນ. “ຫວັງວ່າພະນັກງານລັດຖະກອນເຮົາ ຈະສືບຕໍ່ເສຍສະຫຼະ ແລະ ອົດທົນໄປໄລຍະໜຶ່ງກ່ອນ” ທ່ານ ນາຍົກລັດຖະມົນຕີ ກ່າວ ທີ່ມາ: ຂ່າວສານປະເທດລາວ. ຂ່າວ: ສິງຄຳ, ພາບ: ເກດສະໜາ

Read More »

ການເປັນຫົວໜ້ານັ້ນບໍ່ຍາກ! ແຕ່ເປັນຫົວໜ້າທີ່ມັດໃຈລູກນ້ອງໄດ້ ເປັນສິ່ງທີ່ຍາກຫຼາຍ…

ຫົວໜ້າຍຸກ 4.0 ແບບໃດ? ທີ່ຈະໄດ້ໃຈລູກນ້ອງ… ໃນການເຮັດວຽກຂອງທຸກໆອົງກອນ ບົດບາດຂອງຫົວໜ້າ ທີ່ປຽບດັ່ງແມ່ທັບທີ່ຈະຕ້ອງເປັນຜູ້ນໍາໃນການຂັບເຂື່ອນອົງກອນ ແລະ ທີມໄປສູ່ຄວາມສໍາເລັດ… ຖ້າຈະໃຫ້ນິຍາມຂອງ “Super Boss” ເປັນຫົວໜ້າທີ່ສາມາດມັດໃຈລູກນ້ອງ, ພ້ອມເຮັດວຽກເຕັມທີ່ແບບບໍ່ມີເງື່ອນໄຂ; ມື້ນີ້ຜູ້ຂຽນຢາກຈະມາແນະນໍາ 9 ວິທີມັດໃຈລູກນ້ອງສໍາລັບຫົວໜ້າທັງຫຼາຍ ທີ່ຢາກຈະໃຫ້ລູກນ້ອງຮັກ, ເຄົາລົບ ແລະ ເຮັດວຽກດ້ວຍຄວາມຈົງຮັກພັກດີ ເພື່ອຂັບເຄື່ອນອົງກອນສູ່ຄວາມສໍາເລັດ… 1.   ມີຄວາມຍຸດຕິທໍາ: ຖືເປັນສິ່ງສໍາຄັນອັນດັບທໍາອິດ ຫົວໜ້າທີ່ດີຕ້ອງມີຄວາມຍຸດຕິທໍາ ໃນການຕັດສິນບັນຫາ ໂດຍສະເພາະກ່ຽວກັບຄົນ ທັງການລົງໂທດ ຫຼືໃຫ້ລາງວັນ, ຊົມເຊີຍ ຫຼືຕັກເຕືອນ ເພາະບໍ່ມີໃຜມັກຫົວໜ້າທີ່ບໍ່ຍຸດຕິທໍາ, ລໍາອຽງ. 2.   ຕ້ອງຊັດເຈນ ບໍ່ປ່ຽນໄປ-ມາ: ໃນເລື່ອງຂອງການສັ່ງວຽກຊັດເຈນ ບໍ່ກັບໄປກັບມາເປັນສ່ວນໜຶ່ງຂອງພາວະຜູ້ນໍາ ແລະ ເປັນທັດສະນະຄະຕິທີ່ຂາດບໍ່ໄດ້ຂອງຫົວໜ້າ; ຖ້າທ່ານຕ້ອງການໃຫ້ບໍລິສັດດໍາເນີນທຸລະກິດຢ່າງລາບລື່ນ, ໄວວາ ແລະ ວຽກມີຄຸນນະພາບສູງ ການສັ່ງວຽກທີ່ຊັດເຈນເປັນການສ້າງເປົ້າໝາຍທີ່ແນ່ນອນໃຫ້ກັບລູກນ້ອງ. 3.   ແກ້ໄຂບັນຫາໄດ້ດີ: ກ້າຕັດສິນໃຈ ແລະ ກ້າຮັບຜິດຊອບໃນຜົນລັບ ໃນສະຖານະການເຮັດວຽກເມື່ອເກີດບັນຫາ “ຫົວໜ້າ” ໃນຖານະຜູ້ນໍາຕ້ອງຄິດຢ່າງໄວວາເພື່ອແກ້ໄຂບັນຫາຕ່າງໆ ໄດ້ທ່ວງທັນ ເພາະຖ້າເກີດບັນຫາຍິ່ງແກ້ໄຂໄດ້ໄວເທົ່າໃດຍິ່ງຈະເປັນການດີ; ນອກຈາກນີ້ ການກຽມແຜນຮັບມືກັບສະຖານະການ ກໍເປັນອີກໜຶ່ງຜົນລັບທີ່ຈະນໍາພາທ່ານສູ່ຄວາມສໍາເລັດໄດ້… ເຊິ່ງຄຸນສົມບັດເຫຼົ່ານີ້ຈະເຮັດໃຫ້ລູກນ້ອງມີຄວາມເຊື່ອໝັ້ນ ...

Read More »

ປີ 2019 ຈະຫຼຸດໂຄຕາລັດຖະກອນໃໝ່ລົງເຄິ່ງໜຶ່ງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ໂດຍໄດ້ເນັ້ນວ່າ: ລັດຖະບານ ຈະຫຼຸດໂຄຕາພະນັກງງານ-ລັດຖະກອນ ໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ກ່ອນ ໃນເງື່ອນໄຂທີ່ປະເທດເຮົາຍັງມີຄວາມຫຍຸ້ງຍາກ ທາງດ້ານງົບປະມານປັດຈຸບັນ. ທ່ານ ນາຍົກລັດຖະມົນຕີ ຫວັງວ່າ: ພະນັກງານລັດຖະກອນ ຈະສືບຕໍ່ເສຍສະຫລະ ແລະ ອົດທົນໄປໄລຍະໜຶ່ງກ່ອນ. ຂ່າວ: ສິງຄຳ, ພາບ: ເກດສະໜາ ຂໍ້ມູນຈາກ:ຂປລ.  

Read More »

ຍອດຕົວເລກນັກທ່ອງທ່ຽວເພີ້ມຂຶ້ນ ຍ້ອນໂຄສະນາຜ່ານ….

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດເຜີຍຂ່າວຕໍ່ສື່ມວນຊົນໃນອາທິດຜ່ານມາວ່າ: ໃນປີທ່ອງທ່ຽວລາວ 2018 ທາງພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການໂຄສະນາປິທ່ອງທ່ຽວ ຢ່າງຕໍ່ເນື່ອງເປັນຕົ້ນ: ການຕິດຕັ້ງປ້າຍໂຄສະນາ, ຮູບພາບແຫຼ່ງທ່ອງທ່ຽວ, ໂລໂກ, ແຜ່ນພັບ, ປື້ມ,ປະຕິທິນ, ໂຄສະນາຜ່ານແອບພລີເຄເຊີນ ວີດີໂອ ແລະ ອື່ນໆ ພ້ອມທັງສະໜອງຂໍ້ມູນການທ່ອງທ່ຽວໃຫ້ສື່ໂຄສະນາ ໂດຍສະເພາະທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວາລະສານ.   ນອກຈາກນັ້ນ, ຍັງໄດ້ໂຄສະນາຜ່ານສື່ຂອງຕ່າງປະເທດ ເປັນຕົ້ນໂທລະພາບຊ່ອງ CNN ແລະ ເວັບໄຊ໌ ອື່ນໆ ໂດຍປີທ່ອງທ່ຽວລາວ 2018 ລັດຖະບານໄດ້ອະນຸມັດງົບປະມານທັງໝົດ 22,95 ຕື້ກີບ. ປັດຈຸບັນ, ການເປີດປີທ່ອງທ່ຽວລາວ 2018 ມີຫຼາຍແຂວງໄດ້ເປີດໄປແລ້ວ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນແຂວງຂອງຕົນ ແລະ ຍັງເຫຼືອພຽງ 3 ແຂວງຄື: ແຂວງສະຫວັນນະເຂດ, ໄຊສົມບູນ ແລະ ອັດຕະປື. ຜ່ານການຈັດຕັ້ງປະຕິບັດຜ່ານມາ 9 ເດືອນ ເຫັນວ່າມີນັກທ່ອງທ່ຽວເຂົ້າມາເຖິງ 2,91 ລ້ານຄົນ ...

Read More »

ສສຊ ຮັບຟັງລາຍງານວຽກພົ້ນເດັ່ນຂອງລັດຖະບານ.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018. ໂດຍມື້ທຳອິດຂອງການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການຈຸດສຸມ 2019; ລວມທັງແຜນພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019, ບົດລາຍງານຜົນການກວດສອບສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈຳປີ 2017; ຮັບຟັງການລາຍງານຂອງອົງການກວດກວດລັດຖະບານ ກ່ຽວກັບການກວດກາຕາມຜົນກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016. ຈາກນັ້ນ, ບັນດາສະມາຊິກສາພາ ໄດ້ຮັບຟັງການປະກອບຄຳເຫັນຂອງ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ...

Read More »

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຈີນ ແລະ ຮັບເຄື່ອງຕອງນໍ້າສະອາດ.

ໃນວັນທີ 16 ພະຈິກ 2018 ຜ່ານມາ ທີ່ຄະນະກວດກາສູນກາງພັກ, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈຽງ ຈາຍຕົງ (Jiag Zaidong) ເອກອັກຄະລັດຖະທູດ ສປ ຈີນ ຄົນໃໝ່ ປະຈຳລາວ ທ່ານບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງປະຈຳລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງລາວ-ຈີນ-ລາວ ຊຶ່ງແມ່ນເພື່ອນມິດສະຫາຍອ້າຍນ້ອງທີ່ຮ່ວມອຸດົມການດຽວກັນ, ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ, ທັງເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານຕາມທິດ 4 ດີ (ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ). ປະຊາຊົນສອງຊາດ ລາວ-ຈີນ ມີມູນເຊື້ອໄປມາຫາສູ່ກັນ, ຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນມາແຕ່ບູຮານນະການ, ສອງປະເທດໄດ້ສ້າງຕັ້ງສາຍພົວພັນໃນວັນທີ 25 ເມສາ 1961 ດ້ວຍຄວາມພະຍາຍາມຮ່ວມກັນທັງສອງຝ່າຍ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມດັ່ງກ່າວໄດ້ຮັບການເສີມຂະຫຍາຍໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ນັບມື້ນັບເລິກເຊິ່ງແໜ້ນແຟ້ນຍິ່ງຂື້ນ. ...

Read More »

ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຄ້າຍດັດສ້າງສາຍນໍ້າງື່ມ

ໃນວັນທີ 16 ພະຈິກ 2018 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ຄ້າຍດັດສ້າງສາຍນໍ້າງື່ມ  (ດອນທ້າວ-ດອນນາງ), ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງປ້ອງກັນຄວາມສະຫງົບ, ແຂວງວຽງຈັນ, ເມືອງແກ້ວອຸດົມ ແລະ ພະນັກງານ ຄ້າຍດັດສ້າງດັ່ງກ່າວ ໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄ້າຍດັດສ້າງສາຍນໍ້າງື່ມໂດຍຫຍໍ້ ຈາກທ່ານ ພັນເອກ ສົມລິດ ດາວຮຸ່ງສິລິ, ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ພັນຕີ ວຽງມະນີ ຫຼວງນິກອນ, ຫົວໜ້າຄ້າຍດັດສ້າງສາຍນໍ້າງື່ມ ເຫັນວ່າ: ຄ້າຍດັດສ້າງສາຍນໍ້າງື່ມ ຕັ້ງຢູ່ໃຈກາງອ່າງນໍ້າງື່ມ 1 ມີສະຖານທີ່ຄຸ້ມຄອງດັດສ້າງ ຈໍານວນ 3 ຈຸດ ຄື: ດອນທ້າວ 1, ດອນທ້າວ ...

Read More »