ທ່ານ ບຸນທອງ ຈິດມະນີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສສ ມຽນມາ

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຊໍວິນ ຮອງປະທານຄະນະກໍາມະການ ຕ້ານການສໍ້ລາດບັງຫຼວງ ສສ.ມຽນມາ ພ້ອມຄະນະ ເຂົ້າຢຽມຂໍ່ານັບໃນຕອນແລງວັນທີ 21 ພະຈິກ 2018 ທີ່ ນະຄອນຫຼວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ພະຈິກ 2018.

ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ອູ ເຊນວິນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການການສົ່ງເສີມສາຍພົວພັນມິດຕະພາບ, ການຮ່ວມມືທີ່ໃກ້ສິດອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນ 2 ຊາດ ລາວ-ມຽນມາ, ໂດຍສະ ເພາະແມ່ນ ເປັນການປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ 2 ອົງ ການຕ້ານການສໍ້ລາດບັງຫຼວງ ລາວ-ມຽນມາ ໃຫ້ໄດ້ຮັບໝາກຜົນ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃຫ້ນັບມື້ມີປະສິດທິພາບສູງຂຶ້ນ.

ຂໍ້ມູນຈາກ: ຂປລ.

Comments