ມື້ນີ້ ສສຊ ຍັງສືບຕໍ່ປະກອບຄໍາເຫັນໃນບົດລາຍງານຂອງລັດຖະບານ….

ໃນວັນທີ 23 ພະຈິກ 2018 ຕາມວາລະຂອງ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ຍັງຈະສືບຕໍ່ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ.

ໃນສາມວັນທີ່ຜ່ານມາ ບັນດາ ສສຊ ເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ພິຈະລະນາ ແລະ ສະເໜີຕໍ່ລັດຖະບານ, ພາກສ່ວນກ່ຽວຂ້ອງ ໃນຫຼາຍບັນຫາ ເພື່ອເຮັດໃຫ້ການພັດທະນາມີບາດກ້າວຂະຫຍາຍຕົວ,ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆຫຼຸດລົງເປັນລໍາດັບ.

ບັນຫາທີ່ ສສຊ ຍົກຂຶ້ນແມ່ນ: ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຫັນວ່າ ຍັງບໍ່ທັນສອດຄ່ອງກັບຕົວຈິງ, ມີຄວາມຢາກໄດ້ສູງ ແຕ່ຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງຜັດຍັງມີໜ້ອຍ, ການກວດສອບ ພົບເຫັນຜູ້ກະທໍາຜິດແລ້ວ ແຕ່ບໍ່ສາມາດນໍາມາລົງໂທດ ຫຼື ດໍາເນີນຄະດີໄດ້,ດັ່ງໃນປີ 2018 ນີ້ ຜ່ານການກວດສອບເຫັນ 99 ເປົ້າໝາຍ ພົບລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 239,64 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 112,21 ຕື້ກີບ ແລະ ທ້ອງຖິ່ນ127,43 ຕື້ກີບ.

ການແກ້ໄຂຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພພິບັດ,ອຸທົກກະໄພ ແລະ ໄພທໍາມະຊາດ ຍັງບໍ່ໄດ້ຮັບການແກ້ໄຂເທົ່າທີ່ຄວນ, ຍັງມີບາງບັນຫາເກີດຂຶ້ນຢູ່ບາງທ້ອງຖິ່ນ ທີ່ຈັດຕັ້ງປະຕິບັດການສົ່ງເສີມ ແລະ ການດຶງດູດການລົງທຶນ ຍັງເຮັດບໍ່ທັນໄດ້ດີ, ການແບ່ງປັນທີ່ດິນ ຍັງບໍ່ທັນຊັດເຈນ ລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ເຫັນວ່າຍັງບໍ່ທັນມີແຜນ ຫຼື ມາດຕະການລະອຽດເພື່ອມາແກ້ໄຂຢ່າງຈະແຈ້ງ,

 

ການລົງທຶນອຸດສະຫະກຳປຸງແຕ່ງ ຜະລິດຕະພັນກະສິກຳເຫັນວ່າ: ບໍ່ມີການຂະຫຍາຍຕົວເທົ່າທີ່ຄວນ, ສ່ວນຫຼາຍການລົງທຶນຈະໄປລົງເຂົ້າໃສ່ຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່, ການລົງທຶນດ້ານພະລັງງານບໍ່ແຮ່ໃນປະເທດເຮົາ ມີຫຼາຍ ແຕ່ຂາຍໃຫ້ຕ່າງປະເທດລາຄາຖືກ,

ໃນຂະນະທີ່ປະເທດເຮົາເອງຜັດຕ້ອງໄດ້ຊື້ນຳເຂື່ອນໄຟຟ້າ ໃນລາຄາທີ່ແພງກວ່າລາຄາທີ່ຂາຍອອກ,ສ່ວນລາຄາຂອງໄຟຟ້າ ສະເໜີໃຫ້ລັດຖະບານເຈລະຈາຄືນໃໝ່ ເພື່ອໃຫ້ເໝາະສົມກວ່າເກົ່າ ແລະ ບັນຫາອື່ນໆ.

ຂອບໃຈຮູບປະກອບ: ຂປລ.

Comments