ນາຍົກລັດຖະມົນຕີ ຢ້ຽມຊົມຮ້ານວາງສະແດງສິນຄ້າໃນງານບຸນທາດຫຼວງ

ໃນວັນທີ 21 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຢ້ຽມຊົມຮ້ານວາງສະແດງສິນຄ້າ ແລະ ເຮືອນຊົງລາວ ໃນງານບຸນນະມັດສະການພຣະທາດຫຼວງ.

ໂດຍການຕ້ອນຮັບຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຈັດງານບຸນນະມັດສະການພຣະທາດຫຼວງ ປະຈຳປີ 2018 ພ້ອມຄະນະ.


ງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2018, ໄດ້ມີຮ້ານວາງສະແດງສິນຄ້າທັງໝົດ 789 ຫ້ອງ, ໃນນັ້ນ ຢູ່ຂອບເຂດເດີ່ນພຣະທາດຫລວງ ມີ 131 ຫົວໜ່ວຍ ລວມມີ 204 ຫ້ອງ.

ສຳລັບຢູ່ສູນການຄ້າລາວ-ໄອເຕັກ ມີ 242 ຫົວໜ່ວຍທຸລະກິດ ທີ່ມາຈາກ ສປ ຈີນ 19 ຫົວໜ່ວຍ, ປະເພດເຄື່ອງໃຊ້ສອຍ 40 ຫົວໜ່ວຍ (ຈາກປະເທດໄທ), ຮ້ານອາຫານ 34 ຫົວໜ່ວຍ, ທຸລະກິດພາຍໃນ 149 ຫົວໜ່ວຍ.

ພາຍໃນງານບຸນນະມັດສະການ ພຣະທາດຫຼວງ ປີນີ້, ໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳທີ່ໜ້າທ່ຽວຊົມ ເປັນຕົ້ນ ມີເຮືອນຊົງລາວ, ມີຮ້ານວາງສະແດງສິນ ຄ້າເຄື່ອງອຸປະໂພກບໍລິໂພກ, ມີອາຫານພື້ນບ້ານ ປະເພດເຂົ້າຫຼາມ, ປີ້ງໄກ່, ອາຫານລາວ, ເວທີສະແດງສິລະປະກາງແຈ້ງ, ເວທີມວຍ ແລະ ກິດຈະກໍາອື່ນໆ.

ຂໍ້ມູນຈາກ: ຂປລ.

Comments