ມື້ທີ 3 ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 .

ໃນຕອນບ່າຍ ວັນທີ 22 ພະຈິກ 2018 , ຢູ່ຫໍສະພາແຫ່ງຊາດຫຼັັກ 6 ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ເປັນມື້ທີສາມ.

ພາຍໃຕ້ການເປັນປະທານຂອງທ່ານ ນາງປານີ ຢາທໍຕູ ປະທານສະພາແຫ່ງຊາດ, ໃນພາກບ່າຍນີ້ ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ.

ທ່ານ ບຸນເພັງ ສາຍນໍລະດີ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານກໍຄືຂະແໜງການກ່ຽວຂ້ອງເພີ່ມຄວາມເອົາໃຈໃສ່ຢ່າງຈິງຈັງເພື່ອແກ້ໄຂການພັດທະນາຊົນນະບົດລົບລ້າງຄວາມທຸກຍາກ ເພາະລັດຖະບານໄດ້ລົງທຶນຈໍານວນມະຫາສານໃສ່ວຽກງານດ້ານນີ້ ແຕ່ການຈັດຕັ້ງປະຕິບັດ ບາງໂຄງການກໍປະຕິບັດໄດ້ດີ ແຕ່ບາງໂຄງການຍັງບະຕິບັດບໍ່ໄດ້ດີ.

 ຕົວຢ່າງ ການລົບລ້າງຄວາມທຸກຍາກຢູ່ເມືອງແມດ ແຂວງວຽງຈັນ ຍັງບໍ່ສາມາດລົບລ້າງໄດ້ ໂດຍສະເພາະຖະໜົນຫົນທາງບໍ່ສາມາດແກ້ໄຂໄດ້ ຍ້ອນບໍ່ມີງົບປະມານ ຢາກໃຫ້ລັດຖະບານມີມາດຕະການສຸມທຶນຮອນໃສ່ ຄວນກໍານົດໃຫ້ຈະແຈ້ງ ປີໃດສຸມໃສ່ດ້ານໃດ, ບ້ານໃດ, ເມືອງໃດ. ເພາະວ່ານັບແຕ່ໄດ້ແຍກການລົງກໍ່ສ້າງຮາກຖານອອກໄປເຮັດພໍໃຜພໍລາວ ຂະບວນການນີ້ຖືວ່າງຽບລົງ.

ບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການກວດສອບ ພົບເຫັນຜູ້ກະທໍາຜິດແລ້ວ ແຕ່ບໍ່ສາມາດນໍາມາລົງໂທດຫລືດໍາເນີນຄະດີໄດ້, ພ້ອມກັນນັ້ນ ການຈັດການບໍລິຫານນໍ້າຕາມສາຍນໍ້າຕ່າງໆຍັງເຮັດບໍ່ທັນໄດ້ດີ ເພາະວ່າລະດູຝົນປີນີ້ ແຂວງວຽງຈັນ ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ.

ທ່ານນາງ ພອນມະນີ ຂຽນໄຊຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ປະກອບຄໍາເຫັນກ່ຽວກັບຂົງເຂດດ້ານສາທາລະນະສຸກ ການປັບປຸງ ການປິ່ນປົວຂອງແພດຢູ່ຂັ້ນສຸກສຸກສາລາ ຢາກໃຫ້ປະເມີນຄືນຕົວຊີ້ວັດຂອງການສັກຢາກັນພະຍາດ, ການສະໜອງງົບປະມານຍັງຊັກຊ້າ.

ການປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຍັງບໍ່ສະຫຼຸບ ມີທັງໝົດເທົ່າໃດ, ຜ່ານມາປະຕິບັດໄດ້ເທົ່າໃດ ແລະ ຍັງຈະສືບຕໍ່ປະຕິບັດອີກເທົ່າໃດ.

ສ່ວນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ລັດຖະບານຕ້ອງກວດກາໃຫ້ເຫັນ ດ້ານລົບແລະ ດ້ານບວກ ໂດຍສະເພາະການສ້າງເຂື່ອນໄຟຟ້າ ທຸກເຂື່ອນຄວນມີລະບົບແຈ້ງເຕືອນໄພ ເພາະແຂວງອັດຕະປື ໄດ້ປະສົບບັນຫານີ້ແລ້ວ ປັດຈຸບັນຜູ້ປະສົບໄພນ້ຳຖ້ວມ ໄດ້ເຂົ້າໄປອາໄສຢູ່ເຮືອນພັກຊົ່ວຄາວແລ້ວ 2 ສູນ ແຕ່ຍັງພັກຢູ່ສູນອີກ 2ແຫ່ງ ການດໍາລົງຊີວິດຂອງເຂົາເຈົ້າປະສົບຄວາມຫຍຸ້ງຍາກ , ເງິນແຮທີ່ມອບໃຫ້ ຜູ້ລະແສນກີບ ເຫັນວ່າຍັງໜ້ອຍໂພດ ສະເໜີໃຫ້ເພີ່ມຂຶ້ນອີກ ເພາະເຂົາເຈົ້າແມ່ນຜູ້ສິ້ນເນື້ອປະດາຕົວ, ນະໂຍບາຍຕໍ່ນັກຮຽນ ຢູ່ເຂດປະສົບໄພມາຮອດປັດຈຸບັນຍັງບໍ່ໄດ້ຮັບຫຍັງເທື່ອ ນັກຮຽນບາງຄົນ ໄປຮຽນຢູ່ຕ່າງແຂວງ ແຕ່ບໍ່ມີພາຫະນະທຽວໂຮງຮຽນ ຕ້ອງໄດ້ຍ່າງທາງໄກ,

 ໃນຕໍ່ໜ້າຖ້າເປັນໄປໄດ້ ການແກ້ໄຂໄພພິບັດທົ່ວປະເທດ ຄວນແຈ້ງວ່າມີງົບປະມານເທົ່າໃດ, ມີການໃຊ້ຈ່າຍຄືແນວໃດ ຄວນແຈ້ງໃຫ້ສັງຄົມຮັບຊາບນໍາຢ່າງທົ່ວເຖິງ.

ສຳລັບວັນທີ 23 ພະຈິກ 2018 ຕາມວາລະຂອງ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ຍັງຈະສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ.

ຂໍ້ມູນຈາກ:ຂປລ.

Comments