ຝ່າຍປະຊາຊົນສາມາດເອົາຊະນະຝ່າຍປົກຄອງ 5 ຕໍ່ 3

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ນອກຈາກຈະມີກິດຈະກຳທາງສາສະໜາຫຼາຍຢ່າງ ແລະ ຕະຫຼາດນັດແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສຶບຕໍ່ມາແຕ່ດົນນານ ນັັ້ນກໍຄື: ການຕີຄີ ເຊິ່ງເພິ່ນຈະຈັດໃຫ້ມີໃນຕອນບ່າຍຂອງມື້ເພັງ 15 ຄໍ່າ ຫຼັງຕັກບາດແລ້ວ.

 ກ່ອນຈະລົງເດີ່ນຕີຄີ ເພິ່ນຈະມີພິທີທາງສາສະໜາ ແລະ ຂະບວນການແຫ່ມະໂຫລີຕ່າງໆຂອງມວນຊົນ

ຫຼັງຈາກນັ້ນກໍຈັດແບ່ງຄົນອອກເປັນສອງຝ່າຍຄື: ຝ່າຍໜຶ່ງເປັນຝ່າຍປົກຄອງ ແລະ ອີກຝ່າຍໜຶ່ງເປັນຝ່າຍພົນລະເມືອງ, ເຊິ່ງກຳນົດເອົາຝ່າຍລະ 20-30 ຄົນ.

ຜູ້ເຖົ້າຜູ້ແກ່ເພິ່ນເວົ້າວ່າ: ຖ້າຝ່າຍປົກຄອງຊະນະ ກໍທວາຍວ່າ: ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ, ພວກຂຸນນາງຈະບັງຄົບຂົ່ມເຫັ່ງ

ຖ້າປີໃດພົນລະເມືອງຊະນະ ກໍທວາຍວ່າ: ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ.

ສໍາລັບປີ 2018 ຜົນປະກົດວ່າ: ຝ່າຍປະຊາຊົນສາມາດເອົາຊະນະຝ່າຍປົກຄອງ 5 ຕໍ່ 3

ດັ່ງນັ້ນປີນີ້ປະຊາຊົນຈະຢູ່ເຢັນເປັນສຸກ ຢູ່ດີກິນດີ.

ຂອບໃຈຮູບຈາກອິນເຕີເນັດ.

Comments