News

ລັດຖະບານມົງໂກລີ ມອບແກະເປັນຂອງຂວັນ ລັດຖະບານລາວ

ລັດຖະບານແຫ່ງ ປະເທດມົງໂກລີ ມອບແກະເປັນຂອງຂວັນໃຫ້ແກ່ລັດຖະບານແຫ່ງ ສປປລາວ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມູນເຊື້ອລະຫວ່າງ ລາວ-ມົງໂກລີ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ. ພິທີມອບຮັບແກະ ຢ່າງເປັນທາງການຈຳນວນ 1.050 ໂຕ ຈັດຂຶ້ນໃນວັນທີ 23 ພະຈິກ 2018 ແລະ ຈໍານວນດັ່ງກ່າວນີ້ ມີແມ່ພັນ 850 ໂຕ, ພໍ່ພັນ 25 ໂຕ. ແກະທັງໝົດນີ້ ແມ່ນມອບໃຫ້ກະຊວງປ້ອງກັນປະເທດ ນໍາໄປລ້ຽງ ແລະ ຂະຫຍາຍແນວພັນຢູ່ສະຖານທີ່ລ້ຽງຂອງກະຊວງປ້ອງກັນປະເທດ 02 ຈຸດຄື:  ທົ່ງພູເກັງ ແຂວງ ຊຽງຂວາງ ແລະ ທົ່ງຜາເຈຍ ແຂວງຫຼວງພະບາງ. ພ້ອມກັນນີ້, ລັດຖະບານມົງໂກລີຍັງໄດ້ສົ່ງຊ່ຽວຊານ 03 ທ່ານມາຊ່ວຍແນະນໍາໃຫ້ວິຊາການລາວເປັນເວລາ 03 ເດືອນ. ຂອບໃຈຂໍ້ມູນຈາກເພສບຸກທ່ານ ສຸລິອູດົງ ສູນດາຣາ.  

Read More »

ທ່ານຕ້ອງການຮຽນຮູ້ເຕັກນິກເຮັດໃຫ້ Facebook live ປະສົບຜົນສຳເລັດບໍ່ ? ອ່ານດ່ວນ…..

ຂ່າວດີ !!! ເຂົ້າຮ່ວມໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ ແຕ່ຕ້ອງລົງທະບຽນກ່ອນ ກັບງານ ວັນດິຈິຕອລ ຫົວຂໍ້ການບັນຍາຍແມ່ນ:​ ສ້າງຄວາມເປັນທີ່ນິຍົມ ທາງສື່ສັງຄົມອອນລາຍ ວັນດິຈີຕອລ : ເວີກຊ໋ອບ ກ່ຽວກັບ Facebook live ທີ່ສະຖາບັນຝຣັ່ງ ປະຈຳ ລາວ ທ່ານຕ້ອງການຮຽນຮູ້ເຕັກນິກເຮັດໃຫ້ Facebook live ປະສົບຜົນສຳເລັດ ບໍ່ ? ຂໍເຊີນຊວນທູກທ່ານເຂົ້າຮ່ວມເວີກຊ໋ອບໂດຍບໍ່ໄດ້ເສຍຄ່າ (ເປັນພາສາລາວ) ທີ່ຈະມາບອກເຄັດລັບວ່າເຮັດແນວໃດໃຫ້ Facebook live ປະສົບຜົນສຳເລັດ, ໃນວັນສຸກ ທີ 30 ພະຈິກ ທີ່ຈະມາເຖິງນີ້, ທີ່ ສະຖາບັນຝຣັ່ງ, ເລີ່ມເວລາ 13:30 – 17:00 ໂມງ. ລະວັງ, ບ່ອນນັ່ງມີຈຳນວນຈຳກັດ, ຮັບພຽງແຕ່ 15 ຄົນທຳອິດທີ່ລົງທະບຽນກ່ອນລ່ວງໜ້າເທົ່ານັ້ນ (ລົງທະບຽນອອນລາຍຕາມລິ່ງຂ້າງລຸ່ມນີ້) ການຈັດງານໃນຄັ້ງນີ້ແມ່ນໝາກຜົນຂອງການຮ່ວມມືກັນ ລະຫວ່າງ ສະຖາບັນຝຣັ່ງ ປະຈຳ ລາວ, ສະຖານທູດຝຣັ່ງ, ສະຖານທູດອາເມຣິກາ ແລະ ສະຖານີວິທະຍຸກະຈາຍສຽງຊາວໜຸ່ມລາວສິນໄຊຍຸກໃໝ່. ລົງທະບຽນອອນລາຍ : https://goo.gl/forms/x0hyq3FLzBiTD96M2 ...

Read More »

ໂຄງການກໍ່ສ້າງອາຄານຮ່ວມມື ຄົ້ນຄວ້າ ຜະລິດກະສິກຳ ລາວ-ຈີນ

ໂຄງການກໍ່ສ້າງອາຄານຮ່ວມມືການຄົ້ນຄວ້າ ແລະ ຜະລິດກະສິກຳ ລາວ-ຈີນ ຕັ້ງຢູ່ບ້ານໂພນງາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວ, ເປັນໜຶ່ງໃນໂຄງການ ທີ່ສອງຊາດ ລາວ-ຈີນ ໄດ້ຊຸກຍູ້ສົ່ງເສີມ ເປັນໂຄງການເລີມຕົ້ນຂອງໂຄງການເຂດອຸດສາຫະກຳ-ກະສິກຳທັນສະໄໝ ພາຍໃຕ້ນະໂຍບາຍ “ໜຶ່ງແລວໜຶ່ງເສັ້ນທາງ”. ໂຄງການນີ້, ຈະຊ່ວຍເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ທັງເປັນການສົ່ງເສີມການພັດທະນາກະສິກໍາສະ ໄໝໃໝ່ຂອງລາວ ແລະ ມີຄວາມສຳຄັນຫຼາຍໃນການເຊື່ອມໂຍງສາຍພົວພັນລາວ-ຈີນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ. ພິທີວາງສິລາເລິກໂຄງການກໍ່ສ້າງອາຄານຮ່ວມມືຄົ້ນຄວ້າ ແລະ ຜະລິດກະສິກຳລາວ-ຈີນ ຈັດຂຶ້ນໃນວັນທີ 25 ພະຈິກ 2018, ໂດຍມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຕູ້ ເຈຍຫາວ (Du Jiahao) ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຫູໜານ ສປ ຈີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.

Read More »

ເຜີຍແຜ່ການນໍາໃຊ້ລະບົບ ຄຸ້ມຄອງຂໍ້ມູນຂ່າວສານ ລາຍຮັບສ່ວຍສາອາກອນ

ຕອນເຊົ້າ ວັນທີ 26 ພະຈິກ 2018 ຢູ່ທີ່ຫ້ອງການສ່ວຍສາອາກອນປະຈໍາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບ ຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax RIS) ໃຫ້ແກ່ບັນດາວິສາຫະກິດ ພາຍໃນນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວຈະດໍາເນີນໄປເຖິງວັນທີ 29 ພະຈິກ 2018 ນີ້. ຂໍ້ມູນຈາກ: ເພສບຸກ sililaththongsin THONGPHENG  

Read More »

ຜູ້ນຳເຮົາ ຕ້ອນຮັບບັນດາທູຕານຸທູດ ອວຍພອນວັນຊາດ

ວັນທີ 26 ພະຈິກ 2018 ນີ້ ທີ່ທຳນຽບປະທານປະເທດ ບັນດາຜູ້ນຳເຮົານຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍຄູ່ສົມລົດ ເຂົ້າອວຍພອນ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ. ໃນໂອກາດດັ່ງກ່າວ ທ່ານ ມິຄາອິນ ບາຣານົບ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ, ພ້ອມທັງເປັນທູດອາວຸໂສ ໄດ້ຕາງໜ້າໃຫ້ແກ່ບັນດາທູ ຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ ...

Read More »

ສປປ ລາວ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ…

ສານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນໂອກາດວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປະຈໍາປີ 2018 ມີເນື້ອໃນສໍາຄັນບາງຕອນວ່າ: ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນງານ ເພື່ອການຫຼຸດຜ່ອນ ແລະ ລຶບລ້າງການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ໃນຊຸມປີຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມເຄື່ອນໄຫວ ທັງໃນເວທີພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ ສະແດງອອກໃນການເຂົ້າຮ່ວມເປັນພາຄີໃນສົນທິສັນຍາພື້ນຖານດ້ານສິດທິມະນຸດຂອງ ອົງການສະ​ຫະ​ປະ​ຊາ​ຊາດ ຈຳນວນຫຼາຍສະບັບ, ໃນນັ້ນລວມມີ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW), ສົນທິສັນຍາວ່າດ້ວຍສິດທິເດັກ (CRC) ແລະ ອະນຸສັນຍາເພີ່ມເຕີມ 2 ສະບັບ ຂອງສົນທິສັນຍາວ່າດ້ວຍສິດທິເດັກທີ່ພົວພັນກັບການຄ້າຂາຍເດັກ, ໂສເພນີເດັກ ແລະ ຮູບພາບລາມົກອານາຈານເດັກ ແລະ ການເອົາເດັກເຂົ້າຮ່ວມໃນການປະທະກັນດ້ານອາວຸດ ພ້ອມທັງ ຮັບຮອງເອົາຖະແຫຼງການ ອາຊຽນ ວ່າດ້ວຍ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.   ມາຮອດປັດຈຸບັນນີ້, ສາມາດຕີລາຄາໄດ້ວ່າ ສປປ ລາວ ໄດ້ປະສົບຜົນສໍາເລັດໂດຍພື້ນຖານ ໃນການປະຕິບັດພັນທະຂອງຕົນຮ່ວມກັບວົງຄະນະຍາດສາກົນ ແລະ ໄດ້ນໍາເອົາເນື້ອໃນຈິດໃຈຂອງສົນທິສັນຍາສາກົນທີ່ ...

Read More »

ກອງປະຊຸມສະຫຼຸບຖອດຖອນບົດຮຽນການແກ້ໄຂໄພພິບັດໃນທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການແກ້ໄຂໄພພິບັດໃນທົ່ວປະເທດ ຈັດຂຶ້ນໃນວັນທີ 26 ພະຈິກ 2018 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ສະຫວັດດີການສັງຄົມ ໄດ້ລາຍງານວ່າ:  ລັດຖະບານ ຕ້ອງການງົບປະມານຫຼາຍກວ່າ 4.400 ຕື້ກີບ ເພື່ອມາສ້ອມແປງ ແລະ ຟື້ນຟູສິ່ງທີ່ຖືກກະທົບ ແລະ ເສຍຫາຍ ຫຼັງໄພພິບັດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ຂໍ້ມູນດັ່ງກ່າວນີ້ ແມ່ນອີງຈາກການປະເມີນຄວາມຕ້ອງການຫຼັງໄພພິບັດ ທີ່ລັດຖະບານລາວ ກໍຄືບັນດາຂະແໜງການທີ່ກ່ຽວຂ້ອງທີ່ເຮັດຮ່ວມກັບຄູ່ຮ່ວມງານສາກົນ. ຈາກສະພາບອາກາດປະຈຳລະດູການປີ 2018 ແລະ ລົມພະຍຸເຂດຮ້ອນພັດຜ່ານເຂົ້າມາ ສປປ ລາວ ເປັນຕົ້ນ: ລົມພາຍຸໄຕ້ຝຸ່ນເຊິນຕີນ ແລະ ເບປິນກາ ເຮັດໃຫ້ບັນດາແຂວງໃນທົ່ວປະເທດລວມທັງນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຢູ່ 124 ເມືອງ, 2.382 ບ້ານ, 126.619 ຄອບຄົວ, 616.477 ຄົນ, ເສຍຊີວິດ 60 ຄົນ, ສູນຫາຍທີ່ຍັງບໍ່ທັນພົບເຫັນ 30 ຄົນ, ສ້າງຄວາມເສຍຫາຍຕໍ່ທີ່ຢູ່ອາໃສຂອງພໍ່ແມ່ປະຊາຊົນ, ...

Read More »

ມື້ທີຫ້າ ກອງປະຊຸມສະໄໝສາມັນເທື່ອທີ 6

ວັນທີ 26 ພະຈິກ 2018 ເປັນມື້ທີຫ້າຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IIIV ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫາງຊາດ ຊຸດທີ IIIV ໃນພາກເຊົ້າທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບວຽກງານການສົ່ງເສີມທຸລະກິດຂະໜາດນ້ອຍ ຂະໜາດກາງ , ສິນຄ້າ ໂອດອບ,ສິນຄ້າກະສິກໍາ, ຫຼັງຈາກນັ້ນ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບການອະນຸຍາດຊໍ້າຊ້ອນ ໃນບາງໂຄງການ ການກວດກາເຕັກນິກມາດຕະຖານໂຄງການກໍ່ສ້າງເຂື່ອນໃນປະເທດ ລວມທັງຄ່າກະແສໄຟຟ້າ ໃນປັດຈຸບັນແມ່ນເໝາະສົມແລ້ວບໍ່, ຫຼັງຈາກນັ້ນທ່ານ ສົມມາດ  ພົນເສນາ ລັດຖະມົນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບການແກ້ໄຂຂໍ້ຂັດແຍ່ງບັນຫາທີ່ດິນ ໃນການເອົາໄປເປັນຫຼັກຊັບຄໍ້າປະກັນເພື່ອກູ້ເງິນກັບທະນາຄານ, ບັນຫາການອອກໃບຕາດິນຊໍ້າຊ້ອນ, ການຈັບຈອງທີ່ດິນແຕ່ບໍ່ມີການພັດທະນາ. ສໍາລັບລາຍລະອຽດຈະແຈ້ງໃຫ້ຊາບຕື່ມ.

Read More »

ສານທ່ານນາຍົກ ໃນໂອກາດວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ມື້ນີ້ປວງຊົນລາວທັງຊາດ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງຂະບວນການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງເປັນວັນຫນຶ່ງທີ່ມີຄວາມໝາຍສໍາຄັນສໍາລັບບັນດາປະຊາຊາດໃນທົ່ວໂລກ ໂດຍໄດ້ເລີ່ມມີການ ສະເຫຼີມສະຫຼອງນັບແຕ່ປີ 1991 ເປັນຕົ້ນມາ ອັນມີຈຸດປະສົງເພື່ອປູກຈິດສໍານຶກ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ການລຶບລ້າງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ ທັງຍັງເປັນວັນລະນຶກເຖິງຂະບວນການເຄື່ອນໄຫວຕໍ່ສູ້ເພື່ອເຮັດໃຫ້ສິດທິອັນເປັນພື້ນຖານ ກໍຄືກຽດສັກສີ ຂອງແມ່ຍິງ ແລະ ເດັກຍິງໃນທົ່ວໂລກ ໄດ້ຮັບການປົກປ້ອງ. ການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງສໍາລັບປີ 2018 ນີ້ ແມ່ນຈະເລີ່ມແຕ່ວັນທີ 25 ພະຈິກ ຈົນຮອດ ວັນທີ 10 ທັນວາ, ພາຍໃຕ້ຫົວຂໍ້ “Hear Me Too” ຊຶ່ງມີຄວາມໝາຍວ່າ “ຮັບຟັງຂ້ອຍແນ່”. ຫົວຂໍ້ດັ່ງກ່າວນີ້, ເຖິງວ່າເປັນຄໍາເວົ້າສັ້ນໆ ແຕ່ກໍມີຄວາມໝາຍເລິກເຊິ່ງທີ່ສື່ສານເຖີງຄວາມຕ້ອງການຂອງ ແມ່ຍິງ ແລະ ເດັກຍິງ ທີ່ເປັນຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ໃນຄອບຄົວ ກໍຄື ໃນສັງຄົມ. ອີງຕາມສະຖິຕິຈາກອົງການອະນາໄມໂລກ, ປັດຈຸບັນນີ້ 1 ໃນ 3 ຂອງແມ່ຍິງ ຫຼື  ...

Read More »

ຂ່າວດີ!!! ມື້ອື່ນເຊົ້າ ລາຄານໍ້າມັນຫຼຸດລົງ……

ແຈ້ງການ!!! ປັບລາຄານໍ້າມັນຂາຍຍ່ອຍໃນຂອບເຂດທົ່ວປະເທດລົງ ເລີ່ມປະຕິບັດ ມື້ອື່ນເຊົ້າວັນທີ 26 ພະຈິກ 2018 ເວລາ 6:00 ໂມງເປັນຕົ້ນໄປ.ກະຊວງອຸດສາຫະກຳ ແລະການຄ້າ ແຈ້ງ ເລກທີ 1644/ອຄ.ກຄພນ. ລົງວັນທີ 23 ພະຈິກ 2018ເລື່ອງ: ແຈ້ງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດການປັບລາຄັ້ງນີ້ໄດ້ປັບລາຄານໍ້າມັນເຊື້ອໄຟທຸກຊະນິດລົງຄື:ແອັດຊັງພິເສດ ປັບລົງ 250 ກີບ/ລິດແອັດຊັງທຳມະດາ ປັບລົງ 250 ກີບ/ລິດນໍ້າມັນກາຊວນ ປັບລົງ 180 ກີບຕໍ່ລິດ ແລະ ປັບຂຶ້ນຄັງແຮ 20 ກີບ/ລິດ ດ

Read More »