News

ຜູ້ນຳພັກ-ລັດ ຮ່ວມໃສ່ບາດຖະຫວາຍສັງຄະທານ ໃນງານບຸນນະມັດສະການພຣະທາດຫຼວງ

ຕອນເຊົ້າວັນທີ 22 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ, ເດືອນ 12 (ລາວ) ພສ 2561 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍ ບັນດາການນຳພັກ-ລັດ  ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ກໍຄື ມວນຊົນຊາວນະຄອນຫຼວງວຽງຈັນ, ຕ່າງກໍໄດ້ເຂົ້າຮ່ວມ ທຳບຸນໃສ່ບາດຖວາຍສັງຄະທານ ແດ່ພະພິຂຸສົງສຳມະເນນ ຫຼາຍກວ່າພັນອົງ. ບຸນນະມັດສະການ ພຣະທາດຫຼວງ ຖືເປັນປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າທີ່ສືບທອດ ແລະ ປະຕິບັດກັນ ມາແຕ່ບູຮານນະການ, ນັບວ່າເປັນບຸນປາງໃຫຍ່ ອີກບຸນໜຶ່ງຂອງຊາວລາວເຮົາ ທີ່ໄດ້ຈັດຂຶ້ນເປັນປະຈຳທຸກໆປີ. ຄຣິບວີດີໂອພາບມູມສູງ ພາບມູມສູງ ການໃສ່ບາດຖະຫວາຍສັງຄະທານຢູ່ບຸນນະມັດສະການພະທາດຫລວງວຽງຈັນ ໃນວັນທີ 22 ພະຈິກ 2018. Posted by ປະເທດລາວ Pathedlao ...

Read More »

ຕົວເລກປະຊາກອນ 195 ປະເທດທົ່ວໂລກ ປີ 2018

ຕິດອັນດັບ1 ແມ່ນປະເທດ ສ.ປ ຈີນ ມີພົນລະເມືອງທັງໝົດ 1.394.260.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 18,6% ຂອງປະຊາກອນໂລກ. ອັນດັບ 2 ແມ່ນປະເທດ ສ ອິນເດຍ ມີພົນລະເມືອງທັງໝົດ 1.337.420.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 17,8 %. ອັນດັບ 3 ປະເທດສະຫະລັດອາເມຣິກາ ມີພົນລະເມືອງທັງໝົດ 327.890.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 4,37%. ອັນດັບ 4 ປະເທດອິນໂດເນເຊຍ ພົນລະເມືອງທັງໝົດ 265.015.300 ຄົນ ສະຖິຕິວັນທີ 1 ກໍລະກົດ 2018 ກວມ 3,53%. ອັນດັບ 5 ປະເທດປາກີສະຖານ ມີພົນລະເມືອງທັງໝົດ 213.039.000 ຄົນ ສະຖິຕິວັນທີ 25 ...

Read More »

ສສຊ ສຸມໃສ່ປະກອບຄຳເຫັນ ແລະ ສະເໜີໃຫ້ຮີບຮ້ອນກວດກາຄືນ ເຂື່ອນໄຟຟ້າ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດເທື່ອທີ VIII ໃນວັນທີ 21 ພະຈິກ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ການປະກອບຄຳຄິດ ຄຳເຫັນໃສ່ ບັນດາບົດລາຍງານຂອງລັດຖະບານ, ເຊິ່ງປະກອບມີ ການຈັດຕັ້ງປະຕິບັດວຽກງານ ພົ້ນເດັ່ນ ປະຈຳປີ 2018, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ລວມທັງ ບົດລາຍງານອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດກາ ລັດຖະບານ. ພ້ອມກັນນີ້ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ຮີບຮ້ອນກວດກາຄືນບັນດາໂຄງການເຂື່ອນໄຟຟ້າທີ່ສ້າງສຳເລັດ ແລະ ດໍາເນີນການຜະລິດໄຟຟ້າແລ້ວ ແນໃສ່ຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມປອດໄພ. ການປະກອບຄຳຄິດເຫັນຂອງບັນດາ ສສຊ ຫຼາຍເຂດເລືອກຕັ້ງ ໄດ້ເປັນເອກະພາບສະເໜີໃຫ້ປະເມີນຄືນກ່ຽວກັບຜົນກະທົບຂອງການສ້າງເຂື່ອນໄຟຟ້າ ແລະ ສະເໜີໃຫ້ມີການສົ່ງເສີມວິຊາຊີບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນໃນແຕ່ລະແຫ່ງ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເທື່ອລະກ້າວ. ຂໍ້ມູນຈາກ: ຂປລ.

Read More »

ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ

ນັບແຕ່ສະໄໝບູຮານນະການສືບທອດກັນມາ ພໍເຖິງເດືອນສິບສອງ (ຕາມປະຕິທິນລາວ) ຊຶ່ງແມ່ນໄລຍະເຂົ້າໃໝ່ປາມັນ ເປັນເວລາທີ່ປະຊາຊົນບັນດາເຜົ່າໄດ້ເກັບກ່ຽວຜົນຜະລິດຂອງຕົນເປັນທີ່ຮຽບຮ້ອຍແລ້ວ ກໍແມ່ນໄລຍະທີ່ເໝາະສົມສຳລັບການກະກຽມເພື່ອເຮັດບຸນນະມັດສະການພະທາດຫຼວງ ຊາວລາວຈາກທົ່ວສາລະທິດກໍຈະໄດ້ຫ້າງຫາສຳພາລະຕ່າງໆເພື່ອເດີນທາງໄປຮ່ວມນະມັດສະການ ແລະ ສະເຫຼີມສະຫຼອງບຸນປາງໃຫຍ່ຂອງຊາດ. ແຕ່ຄິດວ່າມີຫຼາຍທ່ານຍັງບໍ່ທັນຮູ້ເຖິງປະຫວັດຄວາມເປັນມາຂອງ ພຣະທາດຫຼວງ ດັ່ງນັ້ນ ໃນໂອກາດສະເຫຼີມສະຫຼອງບຸນທາດຫຼວງ ປີ 2019 ນີ້  ທາງ Target ຂໍນໍາເອົາປະຫວັດຂອງພຣະທາດຫຼວງມາເລົ່າສູ່ຟັງ, “ພຣະທາດຫຼວງ” ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝ ພຣະເຈົ້າໄຊຍະເຊດຖາທິຣາດ ນັ້ນຊື່ວ່າ: “ພຣະເຈດີໂລກະຈຸນລະມະນີ” ອັນເປັນປູຊະນິຍະສະຖານ ທີ່ສໍາຄັນຂອງຊາວລາວ. ພຣະທາດຫຼວງ ເປັ່ງແສງປະກາຍສີຄໍາອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດເຈດີໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ. ພຣະທາດຫຼວງ ຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີ ປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເຊດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເຊດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດ ທາງດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີ ...

Read More »

ຫວຽດນາມ ສັ່ງໂຈະການນຳເຂົ້າໄມ້ຈາກ ສປປ ລາວ

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມອອກໜັງສືວຽນ ສັ່ງໂຈະຊົ່ວຄາວການນຳເຂົ້າໄມ້ທ່ອນ ແລະ ໄມ້ສຳເລັດຮູບຈາກປ່າທຳມະຊາດ ຈາກ ສປປ.ລາວ ແລະ ກຳປູເຈຍ ເພື່ອຈຸດປະສົງ ສົ່ງອອກໄປປະເທດທີສາມ. ຂໍ້ຫ້າມດັ່ງກ່າວແມ່ນໃຊ້ສະເພາະກັບໄມ້ ທ່ອນ ແລະ ໄມ້ແປຮູບ ລະຫັດ HS 44.03 ແລະ 44.07 ຕາມກົດໝາຍຂອງຫວຽດນາມ ເຊິ່ງຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2023. ທີ່ມາ: ຂ່າວສານປະເທດລາວ.

Read More »

ເຜີຍແຜ່ດຳລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.

ແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍດຳລັດ 348 ຂອງລັດຖະບານວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນຕອນເຊົ້າວັນທີ 20 ພະຈິກ 2018 ຢູ່ທີ່ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຈຳປສັກ,ມີການນຳພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງຕ່າງໆ,ວິຊາການຫ້ອງການ,ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ໄດ້ເປັນກຽດກ່າວໄຂກອງປະຊຸມ ແລະ ເຜີຍແຜ່ດຳລັດເລກທີ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຊຶ່ງບາງຕອນທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນເນື່ອງຈາກແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈແກ່ພະນັກງານການນຳ ແລະ ວິຊາການທີ່ເຮັດວຽກພັດທະນາຊົນນະບົດທົ່ວແຂວງ ໃນການຈັດຕັ້ງປະຕິບັດປະເມີນຄອບຄົວທຸກຍາກ ແລະ ຄອບຄົວພົ້ນທຸກຢູ່ແຂວງຈຳປາສັກ ຊຶ່ງພາຍຫຼັງເຊື່ອມຊຶມແລ້ວຈະໄດ້ພ້ອມກັນລົງໄປຈັດຕັ້ງປະຕິບັດຕົວຈິງ ຢູ່ທີ່ບ້ານໂພນທອງ ເມືອງໂພນທອງ ເປັນບ້ານ ແລະ ເມືອງທຳອິດຂອງແຂວງ ເພື່ອຖອດຖອນບົດຮຽນນຳໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ ຢູ່ບ້ານອື່ນໆ ໃນທົ່ວແຂວງໃນຕໍ່ໜ້າ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຟັງບົດແນະນຳມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ທີ່ສະເເໜີໂດຍ ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງ,ຮຽນຮູ້ປື້ມຄູ່ມືການນຳໃຊ້ແບບຟອມເກັບກຳຂໍ້ມູນລາຍຮັບຂອງແຕ່ລະຄອບຄົວ,ການປ້ອນຂໍ້ມູນ,ການນຳໃຊ້ ລະບົບໄອທີເຂົ້າໃນການວິເຄາະຂໍ້ມູນ ແລະ ຮັກສາຂໍ້ມູສະຖີຕິ. ...

Read More »

ເດືອນທັນວາ ລັດຖະບານວາງ 10 ວຽກງານຈຸດສຸມ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກຈະສຸມໃສ່ພິຈະລະນາ ແລະ ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນແລ້ວ ກອງປະຊຸມຍັງໄດ້ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນ ທັນວາ 2018 ດັ່ງນີ້: ​​​​​1.ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາຊະຍາກຳ, ຄ້າມະນຸດ, ການຂີ້ລັກງັດແງະ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການໃຊ້ສື່ອອນໄລ໌ ເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆ. ​​​​​2.ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງກ່ຽວກັບຄວາມສ່ຽງ ...

Read More »

ການນໍາ ຢ້ຽມຊົມງານບຸນທາດຫຼວງ ແລະ ຮ້ານວາງສະແດງສິນຄ້າ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍອະດີດການນໍາພັກ-ລັດຂັ້ນສູງ ໄດ້ໃຫ້ກຽດຢ້ຽມຢາມ ແລະ ທ່ຽວຊົມງານບຸນມະນັດສະການພຣະທາດຫຼວງ ແລະ ວາງສະແດງສິນຄ້າ ປະຈຳປີ 2018  ເພື່ອຊຸກຍູ້ ແລະ ໃຫ້ກໍາລັງໃຈແກ່ຫົວໜ່ວຍທຸລະກິດ ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ.   ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບພາບ

Read More »

ເຈົ້າຄອງນະຄອນ ເຂົ້າຮ່ວມພິທີລົງເສົາຂວັນອາຄານສໍານັກງານປະທານສົງສູນກາງ

ພິທີລົງເສົາຂັວນອາຄານສໍານັກງານປະທານສົງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2018 ນີ້ທີ່ວັດທາດຫຼວງເໜືອໂດຍມີ ພຣະອາຈານໃຫຍ່ ມະຫາ ງອນ ດໍາຣົງບູນ ປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາອອກຕົນຍາດໂຍມ, ພຸດທະສາສະນິກະຊົນຜູ້ມີຈິດໃຈສັດທາ ເຂົ້າຮ່ວມ. ອາຄານສໍານັກງານສູນກາງ ອພສ ຈະມີ 3 ຫຼັງ ເປັນອາຄານ ຄອນກຣີດ 2 ຊັ້ນ ຮູບຊົງສິລະປະເອກະລັກຂອງລາວ ມີຄວາມກວ້າງ 32 ກວ່າແມັດ, ຄວາມຍາວ 36 ກວ່າແມັດ, ຄວາມສູງລວມຍອດຊໍ່ຟ້າ 22 ກວ່າແມັດ. ໂດຍແມ່ນບໍລິສັດ ມີພູນຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍມູນຄ່າ 23 ຕື້ກວ່າກີບ.ໄລຍະການກໍ່ສ້າງ 2 ປີ ຈະໃຫ້ສໍາເລັດ. ຂໍ້ມູນຈາກ:ຂປລ.

Read More »

ຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ເຈົ້າແຂວງ.

ໃນວັນທີ 20 ພະຈິກ 2018 ທີ່ຫ້ອງວ່າການປົກຄອງ ແຂວງ ຫຼວງພະບາງ ທ່ານ ບຸນປອນ ວັນນະຈິດ ຮອງປະທານກວດສອບແຫ່ງຊາດລາວ ໄດ້ນໍາຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ ບັນດາ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ແລະ ຫາລື ກັບ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ. ຈຸດປະສົງເພື່ອລາຍງານການຈັດກອງປະຊຸມເຝິກອົບຮົມ ວຽກງານກວດສອບການເງິນຂອງສະຖາບັນສູງສຸດ 10 ປະເທດອາຊຽນ ຢູ່ອົງການກວດສອບປະຈໍາພາກເໜືອ (ແຂວງຫຼວງພະບາງ). ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານກວດສອບ, ໂດຍສະເພາະຢູ່ແຂວງ ຫຼວງພະບາງ ໃນໄລຍະຜ່ານມາ ພ້ອມທັງສະໜັບສະໜູນໃຫ້ຊຸດອົບຮົມດັ່ງກ່າວ, ຈັດຕັ້ງປະຕິບັດປະສົບຜົນສໍາເລັດ ພ້ອມນໍາໄປຈັດຕັ້ງປະຕິບັດຢູ່ໃນແຕ່ລະປະເທດຂອງຕົນ. ຈາກນັ້ນທາງຄະນະຊ່ຽວຊານດັ່ງກ່າວ, ກໍໄດ້ເດີນທາງໄປເຂົ້າຮ່ວມເປີດຊຸດເຝິກອົບຮົມ ຢູ່ອົງການກວດສອບແຫ່ງຊາດ ປະຈໍາພາກເໜືອ ທີ່ ແຂວງຫຼວງພະບາງ. ຂໍ້ມູນຈາກ: ຂປລ.    

Read More »